
ວັນທີ12/01/2021 ມີເຫດລົດບັນທຸກຕຳກັບລົດບັນທຸກເສັ້ນທາງ 450(ເຂດບ້ານດົງໂພນແຮ່)
ມີຄົນເຈັບ 1ຄົນ: ເພດຊາຍ ອາຍຸ 19 ປີ ອາຊີບກຳມະກອນ ບ້ານຊຳເກດ ເມືອງໄຊທານີ ນະຄອນຫລວງວຽງຈັນ.
ອາການເບື້ອງຕົ້ນແມ່ນຫົວແຕກ,ບາດເປີດຢູ່ຂາເບື້ອງຊ້າຍແລະກະທົບທ້ອງ.
ຜູ້ບາດເຈັບຕິດໃນລົດ ທີມງານ 1623 ໄດ້ໃຊ້ອຸປະກອນຕັດງັດຕັດລົດເພື່ອເອົາຄົນເຈັບອອກມາ ໃຊ້ເວລາປະມານ 20 ນາທີ ຈຶ່ງສາມາດນຳເອົາຄົນເຈັບອອກຈາກລົດໄດ້ແລະໄດ້ທຳການປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍມິດຕະພາບ 150 ຕຽງ.