
ໃນວັນທີ 11 ມັງກອນ 2021, ຫົວໜ້າ ກອງບັນຊາການ ປກສ ນວ ໃຫ້ຮູ້ວ່າ: ກອງກຳລັງ ຕຳຫຼວດແກ້ໄຂເຫດສຸກເສີນ 1191 ນວ ອອກເຄື່ອນໄຫວກວດກາລາດຕະເວນຕາມຈຸດສ່ຽງຕ່າງໆ ໃນໄລຍະກະກຽມກອງປະຊຸມໃຫຍ່ ຂອງພັກປະຊາຊົນປະຕິວັດລາວ ຄັ້ງທີ XI ທີ່ຈະມາເຖິງໃຫ້ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍປອດໄພ 100%.
ໂດຍໄດ້ຈັດຕັ້ງອອກເຄື່ອນໄຫວລາດຕະເວນ ຕະຫຼອດ 24 ຊົ່ວໂມງຕາມຂອບເຂດຄວາມຮັບຜິດຊອບທີ່ຂຶ້ນກັບເມືອງໃນ ນະຄອນຫຼວງວຽຈັນ ແລະ ຍັງຈະສືບຕໍ່ອອກລາດຕະເວນທຸກໆວັນຈົນກວ່າກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກຈະສຳເລັດ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບ-ປອດໄພ 100%.
ທີ່ມາ:ປກສນວ