
ທ່ານ ດຣ.ພຸດ ສິມມາລາວົງ ເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຂຶ້ນປະກອບຄໍາເຫັນໃນຫົວຂໍ້ “ການພັດທະນາຊັບພະຍາກອນມະນຸດເພື່ອຮອງຮັບການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ” ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປປ ລາວ.
ແລະວາງມາດຕະການວຽກງານການສຶກສາວ່າ:
ເພື່ອສືບຕໍ່ການພັດທະນາຊັບພະຍາກອນມະນຸດເວົ້າລວມ ໂດຍສະເພາະແມ່ນການພັດທະນາຊັບພະຍາກອນມະນຸດເພື່ອຮອງຮັບການພັດທະນາຕາມທິດສີຂຽວ ແລະ ຍືນຍົງນັ້ນ, ກະຊວງສຶກສາທິການ ແລະ ກະລາໄດ້ກໍານົດເອົາ 4 ມາດຕະການຈັດຕັ້ງປະຕິບັດວຽກງານການສຶກສາ ແລະ ກິລາ ໄລຍະແຕ່ປີ 2021 – 2025 ຄື:
(1) ຕ້ອງສ້າງຄວາມເຂັ້ນແຂງໃຫ້ລະບົບການບໍລິຫານ, ປັບປຸງໄກໃນການພັດທະນາ ຊັບພະຍາກອນມະນຸດ, ສືບຕໍ່ຂະຫຍາຍຜົນຂອງການປະຕິຮູບການສຶກສາໃນໄລຍະຜ່ານມາ ແລະ ສືບຕໍ່ປັບປຸງຄຸນນະພາບຂອງການສຶກສາ;
(2) ດໍາເນີນການພັດທະນາຊັບພະຍາກອນມະນຸດຢ່າງມີຈຸດສຸມ, ເປັນຕົ້ນແມ່ນບັນດາສາຂາວິຊາ ແລະ ລະດັບວຸດທິທີ່ມີຄວາມຕ້ອງການຕົວຈິງຢູ່ໃນສັງຄົມ ເລັ່ງໃສ່ຊຸກຍູ້ການຮຽນຮູ້ບັນດາວິຊາ ເຊັ່ນ: ວິທະຍາສາດ, ເຕັກໂນໂລຊີ, ວິສະວະກໍາ ແລະ ຄະນິດສາດ;
(3) ລະດົມກໍາລັງ ແລະ ຊັບພະຍາກອນເຂົ້າໃສ່ການພັດທະນາຊັບພະຍາກອນມະນຸດທີ່ສາມາດເຂົ້າສູ່ການ ຜະລິດໂດຍກົງໄດ້ໃຫ້ຫຼາຍຂຶ້ນ, ແນໃສ່ເຮັດໃຫ້ຄວາມຕ້ອງການ ແລະ ການສະຫນອງກໍາລັງແຮງງານໃນຂົງເຂດຕ່າງໆໄດ້ຮັບການສະຫນອງຢ່າງສົມເຫດສົມຜົນ;
(4) ບຸກທະລຸພັດທະນາຊັບພະຍາກອນມະນຸດໃຫ້ມີບາດລ້ຽວໃຫມ່ຢ່າງແຂງແຮງ, ເປັນຕົ້ນແມ່ນຕ້ອງປະຕິຮູບລະບົບການສຶກສາ ແລະ ກໍ່ສ້າງ ນັກວິຊາການໃນຂະແຫນງການໃຫມ່ຂອງຍຸກອຸດສາຫະກໍາ4.0.
ທີ່ມາ: CRI