
ໃນວັນທີ 20 ມັງກອນ 2021 ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ທາເກວະກະ ເຄໂຊ ໄດ້ຕາງໜ້າມອບລົດລາດຕະເວນ ໃຫ້ແກ່ ທ່ານ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນທີ່ກະຊວງ ປ້ອງກັນຄວາມສະຫງົບ ນະຄອນ ຫຼວງວຽງຈັນ ພາຍໃຕ້ໂຄງການຊ່ວຍເຫຼືອລ້າ ເພື່ອສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ຂອງ ຍີ່ປຸ່ນ ໃຫ້ແກ່ ສປປ ລາວ. (ໃນຂົງເຂດປ້ອງກັນຄວາມສະຫງົບ).
ທຶນຊ່ວຍເຫຼືອລ້າ ຈຳນວນ 200 ລ້ານເຢນ (1.92 ລ້ານໂດລາ) ຈະຖືກນຳໃຊ້ເພື່ອຊ່ວຍເຫລືອ ລັດຖະບານລາວ ຕ້ານການກໍ່ການຮ້າຍ ແລະ ປັບປຸງອຸປະກອນດ້ານຄວາມໝັ້ນຄົງ ເພື່ອແນໃສ່ປະກອບ ສ່ວນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ໂດຍຜ່ານການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ. ລົດລາດຕະເວນ, ລວມທັງອຸປະກອນອື່ນໆ ເຊັ່ນ: ເຄື່ອງ X-Ray ແລະ ລົດອະເນກປະສົງ, ແມ່ນໄດ້ຖືກສົ່ງມອບໃຫ້ກ່ອນ.
ທີ່ມາ: ຂປລ