
ພັທ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຕໍາຫຼວດຈາລະຈອນ ຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ໃຫ້ສໍາພາດ ໃນວັນທີ 20 ມັງກອນ 2021 ວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງໃນໄລຍະກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ທີ່ຈັດຂຶ້ນໃນລະຫວ່າງວັນທີ 11-15 ມັງກອນ 2021 ຜ່ານມາ ເຈົ້າໜ້າທີ່ຈາລະຈອນແມ່ນໄດ້ລົງປະຈໍາຈຸດ ເພື່ອອໍານວຍຄວາມສະດວກໃນການຈັນຈອນໄປ-ມາ ໃຫ້ຜູ້ໃຊ້ລົດໃຊ້ຖະໜົນເຫັນວ່າ: ສະພາບການສັນຈອນ ຢູ່ເສັ້ນທາງບາງເສັ້ນເຖິງວ່າມີຄວາມແອອັດ ແຕ່ເຈົ້າໜ້າທີ່ກໍໄດ້ເອົາໃຈໃສ່ລະບາຍການສັນຈອນ ແລະ ສາມາດແກ້ໄຂບັນຫາໄດ້, ນັກຂັບຂີ່ຈໍານວນຫຼາຍແມ່ນ ໄດ້ເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນ, ປະຕິບັດຕາມແຈ້ງການ, ຄໍາແນະນໍາຢ່າງເຂັ້ມງວດ. ແຕ່ຍັງມີນັກຂັບຂີ່ຈໍານວນໜື່ງຍັງຖືເບົາ, ປະໝາດ ເຊີ່ງສະແດງອອກໃນໄລຍະກອງປະຊຸມໃຫຍ່ມີອຸບັດຕິເຫດເກີດຂຶ້ນ 17 ຄັ້ງ, ມີຄົນໄດ້ຮັບບາດເຈັບ 17 ຄົນ, ພາຫະນະເປ່ເພ 34 ຄັນ ແຕ່ບໍ່ມີຄົນເສຍຊີວິດ.
ສຳລັບສາເຫດທີ່ພາໃຫ້ເກີດອຸບັດຕິເຫດ ແມ່ນເກີດຈາກນັກຂັບຂີ່ດື່ມສິ່ງມື່ນເມົາ ແລະ ຂັບຂີ່ລົດໄວເກີນກໍານົດ; ໃນນີ້ ດື່ມສິ່ງມື່ນເມົາແລ້ວຂັບຂີ່ພາຫະນະພາໃຫ້ເກີດອຸບັດຕິເຫດມີ 16 ລາຍ. ສະຫຼຸບລວມແລ້ວການປ້ອງກັນກອງປະຊຸມໃຫຍ່ຄັ້ງນີ້ ແມ່ນໄດ້ຮັບຜົນສໍາເລັດຢ່າງຈົບງາມ ແລະ ສາມາດຖອດຖອນບົດຮຽນໄດ້ຈໍານວນໜື່ງ ເພື່ອເປັນບົດຮຽນນຳໄປຈັດຕັ້ງປະຕິບັດໃນຕໍ່ໜ້າ.
ທ່ານຮອງຫົວໜ້າພະແນກຕໍາຫຼວດຈາລະຈອນຫ້ອງ ຕຳຫຼວດ ປກສ ນວ, ຍັງໄດ້ຮຽກຮ້ອງໃຫ້ນັກຂັບຂີ່ເອົາໃຈໃສ່ປະຕິບັດລະບຽບການສັນຈອນຢ່າງເຂັ້ມງວດ, ມີຄວາມລະມັດລະວັງໃນການໃຊ້ລົດ-ໃຊ້ຖະໜົນ, ບໍ່ດື່ມສິ່ງມື່ນເມົາແລ້ວຂັບຂີ່ພາຫະນະຢ່າງເດັດຂາດ, ບໍ່ໃຊ້ຄວາມໄວເກີນກໍານົດ, ກ່ອນຈະລ້ຽວຊ້າຍ-ລ້ຽວຂວາ ຕ້ອງເປີດໄຟສັນຍານທຸກຄັ້ງ ເພື່ອປ້ອງກັນບໍ່ໃຫ້ເກີດອຸບັດຕິເຫດ.
ທີ່ມາ: ປກສນວ