
ໃນວັນທີ 20/01/2021 ໄດ້ມີການທຳລາຍສິນຄ້ານຳເຂົ້າຜິດກົດໝາຍທີ່ມີຄວາມສ່ຽງຕໍ່ການປົນເປື້ອນສານພິດ ຮ້າຍກວ່ານັ້ນກໍ່ສ່ຽງທີ່ຈະເອົາເຊື້ອພະຍາດ Covid19ມານຳ.
ໃນຂະນະທີ່ລັດຖະບານພວມເຂັ້ມງວດສະກັດກັ້ນຊາຍແດນເພື່ອຮັບປະກັນຄວາມປອດໄພຈາກພະຍາດ Covid19 ຕາມຊາຍແດນລາວ-ໄທ ກໍ່ຍັງມີການກວດພົບການລັກລອບຂ້າມຊາຍແດນຂອງແຮງງານລາວທີ່ລັກລອບກັບບ້ານ ແລະຍັງມີການລັກລອບຂົນສິນຄ້າຂ້າມມາແບບບໍ່ຖືກຕ້ອງ ເຊິ່ງເປັນຄວາມສ່ຽງຕໍ່ການນຳເອົາເຊື້ອພະຍາດເຂົ້າມາປະເທດເຮົາ.
ບາງທ່ານອາດຈະຕັ້ງຄຳຖາມວ່າໄປທຳລາຍຖິ້ມເຮັດຫຍັງ? ຄືບໍ່ເອົາໄປໃຫ້ຜູ້ຄົນກິນ? ເນື່ອງຈາກວ່າເປັນສິນຄ້າທີ່ສ່ຽງຕໍ່ຄວາມປອດໄພຕໍ່ສຸຂະພາບ ແລະ ເປັນສິນຄ້າທີ່ບໍ່ຖືກຕ້ອງ ຈຶ່ງສົມຄວນທຳລາຍຖິ້ມ.
ໃນຂະນະທີ່ເຈົ້າຫນ້າທີ່ເຂັ້ມງວດສະກັດກັ້ນການນຳເຂົ້າສິນຄ້າກະສິກຳແບບບໍ່ຖືກຕ້ອງ ພາກການຜະລິດຄວນສຸມໃສ່ການຜະລິດໃຫ້ໄດ້ທັງປະລິມານ ແລະຄຸນນະພາບ ເພາະວ່າຍ້ອນສິນຄ້າເຮົາບໍ່ມີເຂົາຈຶ່ງນຳເຂົ້າ.
ຂໍ້ມູນ: ສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງ