
ຕາມຂ່າວສານ ຫວຽດນາມ, ວັນທີ 25 ເດືອນມັງກອນ, ອົງການແຮງງານສາກົນ(ILO) ໃຫ້ຮູ້ວ່າ: ການແຜ່ລະບາດ ຂອງ ພະຍາດ ໂຄວິດ-19 ໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງໃຫ້ແກ່ ຕະຫຼາດວຽກເຮັດງານທຳທົ່ວໂລກ, ເຮັດໃຫ້ ທົ່ວໂລກ ຕ້ອງສູນເສຍວຽກເຮັດງານທຳຫຼາຍກວ່າ 250 ລ້ານຕຳແໜ່ງ ໃນປີ 2020.
ຕາມການຄົ້ນຄວ້າຄັ້ງຫຼ້າສຸດຂອງອົງການແຮງງານສາກົນລະບຸວ່າ: ຍອດຈຳນວນຊົ່ວໂມງເຮັດວຽກໃນທົ່ວໂລກໄດ້ຫຼຸດລົງ 8,8% ໃນປີ 2020 ເມື່ອທຽບສາມເດືອນທ້າຍປີ 2019.
ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ປີ 2020 ທົ່ວໂລກ ໄດ້ສູນເສຍ ວຽກເຮັດ ງານທຳເຖິງ 255 ລ້ານຕຳແໜ່ງກວມເອົາ 4 ເທົ່າເທື່ອ ຂອງຈຳນວນວຽກເຮັດງານທຳທີ່ຫຼຸດລົງ ໃນໄລຍະວິກິດການ ເສດຖະກິດໂລກ ໃນປີ 2009.
ທີ່ມາ: ຂປລ