
ອີງຕາມເພຈສູນຂໍ້ມູນຂ່າວສານ ໂຄວິດ-19 ໃນໄທໃຫ້ຮູ້ວ່າ: ນັບແຕ່ມີການລະບາດຮອບໃໝ່ມີຜູ້ຕິດເຊື້ອສະສົມ 15.381 ຄົນ, ເສຍຊີວິດ 17 ຄົນ.
ໃນແຕ່ລະວັນມີຜູ້ຕິດເຊື້ອເພີ່ມຂຶ້ນສູງ ຕົວຢ່າງທ້າຍເດືອນມັງກອນຜ່ານມານີ້ ມີຜູ້ຕິດເຊື້ອໃໝ່ຢ່າງໜ້ອຍ 800 ກວ່າຄົນ.
ຫຼ້າສຸດວັນທີ 1 ກຸມພາ ມີຜູ້ຕິດເຊື້ອໃໝ່ 836 ຄົນ.
ຕາມການປະເມີນຂອງວິຊາການໃຫ້ຮູ້ວ່າ 75% ແມ່ນແຮງງານຕ່າງດ້າວ.
ສະຖານະການແບບນີ້ເປັນສະພາບທີ່ຍັງໜ້າເປັນຫ່ວງ ໂດຍສະເພາະການເດີນທາງເຂົ້າອອກປະເທດຂອງແຮງງານ ຕ້ອງປະຕິບັດມາດຕະການເຄັ່ງຄັດ ແລະຫ້າມເດັດຂາດການລັກລອບເຂົ້າປະເທດ ເຊິ່ງບົດຮຽນຂອງໄທກໍຊີ້ໃຫ້ເຫັນແລ້ວວ່າການລະບາດຮອບໃໝ່ນີ້ເກີດຈາກການເຄື່ອນຍ້າຍແຮງງານຜິດກົດໝາຍ ແລະການບໍ່ປະຕິບັດມາດຕະການປ້ອງກັນນັ້ນເອງ.