
ພິທີມອບ-ຮັບເງິນນະໂຍບາຍອຸດໜູນ ເສຍສະຫຼະຊີວິດໃນປາງສົງຄາມ ປະຈໍາງວດ III ປີ2020 ໄດ້ຈັດຂຶ້ນໃນວັນທີ 5 ກຸມພາ 2021 ນີ້ ທີ່ຫ້ອງປະຊຸມ ພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ ໂດຍການໃຫ້ກຽດມອບ ຂອງທ່ານ ສຸລິສັກ ພົມມາລີ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ, ມີຜູ້ຕ່າງໜ້າກຸ່ມເປົ້າໝາຍຈາກ 9 ເມືອງ 1 ນະຄອນ ຂຶ້ນຮັບ ໂດຍຊ້ອງໜ້າແຂກຖືກເຊີນເຂົ້າຮ່ວມ.
ຈຳນວນເງິນທີ່ມອບ ໃນຄັ້ງນີ້ ມີທັງໝົດ 573 ລ້ານກວ່າກີບ ໃນຈຳນວນ 27 ທ່ານ, ໃນນັ້ນ ເມືອງພູຄູນ 7 ທ່ານ, ວຽງຄຳ 2 ທ່ານ, ຊຽງເງິນ 4 ທ່ານ, ນໍ້າບາກ 5 ທ່ານ, ປາກແຊງ 3 ທ່ານ, ໂພນທອງ 1 ທ່ານ, ໂພນໄຊ 1 ທ່ານ, ເມືອງນານ 1 ທ່ານ, ເມືອງງອຍ 1 ທ່ານ ແລະນະຄອນຫຼວງພະບາງ 2 ທ່ານ. ໂອກາດນີ້ ທ່ານ ສຸລິສັກ ພົມມາລີ ກໍ່ໄດ້ໂອ້ລົມຕໍ່ກຸ່ມເປົ້າໝາຍວ່າ: ເງິນທີ່ພວກທ່ານໄດ້ມານີ້ ເປັນເງິນທີ່ ບັນພະບູລຸດຂອງເຮົາທີ່ໄດ້ຍອມເສຍສະຫຼະຊີວິດ ເພື່ອປະເທດຊາດໃນປາງສົງຄາມ ດັ່ງນັ້ນພວກເຮົາຄວນນຳໃຊ້ເງິນໃຫ້ມີເຫດຜົນ, ມີການວາງແຜນໃຫ້ເກີດຜົນປະໂຫຍດສູງສຸດ, ຈະນໍາໃຊ້ເຮັດຫຍັງກໍຄວນຄຳນຶງເຖິງຜູ້ທີ່ເສຍສະຫຼະຊີວິດໃນປາງສົງຄາມນັ້ນ, ຄວນແຈ້ງໃຫ້ຍາດຕິພີ້ນ້ອງທີ່ໃກ້ຊິດໄດ້ຮັບຊາບນຳ, ທັງນີ້ກໍເພື່ອບໍ່ໃຫ້ເກີດມີຫາງສຽງຈົ່ມວ່າຕາມມາທີຫຼັງ.



ພາບ-ຂ່າວໂດຍ: ດາວອນ ມະນີວັນ
ຂໍຂອບໃຈ ທີ່ມາຂ່າວ