
ເລື່ອງນີ້ເກີດຂຶ້ນທີ່ຕ່າງປະເທດ ວັນທີ 7 ກຸມພາ 2021ນີ້ ໂດຍມີຊາຍຄົນໜຶ່ງຊື່ Bradford Gauthier ມັກໃສ່ສະເບົ້າ Airpods ນອນ ເພາະລາວບໍ່ຕ້ອງການລົບກວນຈາກລູກໄວ 6 ເດືອນຂອງລາວ.
ຢູ່ມາມື້ໜຶ່ງລາວໄດ້ຕື່ນຂຶ້ນມາ ແລະ ກິນນໍ້າ ດ້ວຍຄວາມສົງໄສວ່າເປັນຫຍັງຈຶ່ງກືນນໍ້າຍາກກວ່າປົກກະຕິຜ່ານມາ ຫລັງຈາກນັ້ນລາວຈຶ່ງໄດ້ໄປໂຮງໝໍເພື່ອກວດສຸຂະພາບ ທ່ານໝໍໄດ້ສົ່ງໂຕເຂົ້າຫ້ອງ X-ray ຈຶ່ງພົບວ່າສະເບົາໄຮ້ສາຍຂອງລາວ ເປັນໂຕການເຮັດໃຫ້ລາວກືນນໍ້າຍາກ ເພາະລາວໄດ້ຫຼົງກືນມັນເຂົ້າໄປ ແລ້ວໄປຕິດຢູ່ທໍ່ທາງເດີນອາຫານ ທ່ານໝໍຈຶ່ງໄດ້ທຳການຜ່າຕັດເພື່ອນຳເອົາສະເບົ້າ Airpod ນັ້ນອອກມາ ຊ່ວຍລາວໄວ້ໄດ້.
ດັ່ງນັ້ນ ຈຶ່ງຝາກເຕືອນທຸກຄົນ ວ່າຢ່າໄດ້ໃສ່ສະເບົ້າເວລານອນ ເພາະເລື່ອງນີ້ເປັນອຸທາຫອນມາແລ້ວ.
ທີ່ມາ: ລິ້ງ