
ເມື່ອວັນທີ່ 17 ກຸມພາ 21 ເວລາ 21:30 ນາທີ ທີ່ຜ່ານມາເຈົ້າໜ້າທີ່ຕຳຫຼວດ ສະຖານີຕຳຫຼວດພູທອນເມືອງຊົນບຸຣີ ໄດ້ຮັບແຈ້ງວ່າມີເຫດຍິງສາວຖືກຫຼອກພາມາຖິ້ມແລ້ວຖືກລັກສ້ອຍຄໍ ຄຳ ພາຍໃນປ້ຳນ້ຳມັນ ໝູ່ 3 ຕຳບົນໜອງຣີ ອຳເພີເມືອງ ຈັງຫວັດຊົນບຸຣີ (ປະເທດໄທ) ຈຶ່ງຟ້າວໄປກວດສອບພົບ ນາງຈອຍ ອາຍຸ 25 ປີ ຍິງສາວຊາວລາວ ຢືນຢູ່ໜ້າຫ້ອງນ້ຳ ແລະ ພາໄປຊີ້ຈຸດທີ່ລົດກະບະພາມາຖິ້ມໄວ້ບໍລິເວນໜ້າຫ້ອງນ້ຳປ້ຳນ້ຳມັນແຫ່ງໜຶ່ງ.
ເປັນສາວຊາວລາວ ອາຍຸ 25 ປີ ໃຫ້ຮູ້ວ່າ: ຕົນເອງໄດ້ຫຼິ້ນແອັບຫາຄູ່ເຈີໜຸ່ມມ ອາຍຸ 31 ປີ ໂປຣຟາຍດີຂັບກະບະລົມກັນ 3 ວັນ ນັດເດດຄັ້ງທຳອິດ ສຸດທ້າຍຖືກຝ່າຍຜູ້ຊາຍອອກອຸບາຍໃຫ້ຖອນສ້ອຍຄໍຄຳ 2 ສະຫຼຶງຈະໄປເພີ່ມນ້ຳໜັກໃຫ້ສຸດທ້າຍພາມາທີ່ປ້ຳນ້ຳມັນ ແລ້ວເຜັ່ນໜີ.
ດ້ານເຈົ້າຫນ້າທີ່ຕຳຫຼວດຈະໄດ້ຂໍເບິ່ງກ້ອງວົງຈອນປິດພາຍໃນປັ້ນນ້ຳມັນຢ່າງລະອຽດອີກຄັ້ງເພື່ອຈະໄດ້ຕິດຕາມລົດກະບະ ແລະ ຜູ້ຊາຍຄົນດັ່ງກ່າວມາດຳເນີນຄະດີຕາມກົດໝາຍຕໍ່ໄປ.
Cr: ไล่ตามกระแสข่าว ลาว-ไทย