
ສຳນັກງານ ອຸຕຸນິຍົມ ວິທະຍາແຫ່ງຊາດ ຂອງສ.ອາເມລິກາປະກາດໃນວັນທີ 18 ກຸມພາ 2021ນີ້ວ່າ: ອິດທິພົນ ຂອງຄື້ນຄວາມໜສວຍັງຄົງປົກຄຸມ ເປັນບໍລິເວນກວ້າງຕະຫຼອດໄລຍະເວລາເກືອບ 1ອາທິດ ຜ່ານມາສົ່ງຜົນໃຫ້ສະພາບອາກາດໜາວເຢັນບໍ່ເຄີຍມີມາກ່ອນ ລວມທັງຫິມະທີ່ຕົກລົງມາຢ່າງໜັກ ສົ່ງຜົນໃຫ້ມີ ຜູ້ເສຍຊີວິດ 30 ກວ່າຄົນ ສ່ວນໃຫຍ່ຢູ່ໃນລັດເທັກຊັດສ, ລັດ ມິສຊິສຊິບປີ, ລັດລຸຍເຊຍນາ, ລັດເຄນທັກກີ, ລັດມິສຊູຣີ ແລະ ລັດນ໋ອດ ແຄໂຣໄລນາ.
ສຳລັບພື້ນທີ່ໄດ້ຮັບຜົນກະທົບໜັກທີ່ສຸດແມ່ນລັດເທັກຊັດສທີ່ມີປະຊາກອນຫຼາຍທີ່ສຸດເປັນອັນດັບທີ່ 2ຂອງ ສ.ອາເມລິກາ ແລະ ຂໍການຮ່ວມມື ໃຫ້ປະຊາຊົນປະມານ 7 ລ້ານຄົນ ກວມເອົາ 25% ໃນພື້ນທີ່ ສ້າງຄວາມເສຍຫາຍ ໃຫ້ກັບລະບົບນ້ຳປະປາ ແລະ ເຕືອນໄພ ໃຫ້ປະຊາຊົນເພີ່ມຄວາມລະມັດລະວັງວ່າ ອຸນຫະພູມໜາວແຮງ ອາດເຮັດໃຫ້ທໍ່ນ້ຳປະປາແຕກ ຫຼື ເຖິງຂັ້ນລະເບີດໄດ້.
ທີ່ມາ:ຂປລ