
ອີງຕາມຂ່າວໜັງສືພິມວຽງຈັນໃໝ່ ວັນທີ 19 ກຸມພາ 2021ນີ້ວ່າ: ໃນໄລຍະສະເຫຼີມສະຫຼອງຜົນສຳເລັດໂຄງການດັ່ງກ່າວລະຫວ່າງວັນທີ 25 ກຸມພາ ຫາວັນທີ 26 ມີນາ 2021 ສອງຝ່າຍລາວ-ຈີນ ມີຄວາມຈຳເປັນຕ້ອງໄດ້ຕິດຕັ້ງປ້າຍສັນຍະລັກການຮ່ວມມືລາວ-ຈີນໃສ່ເສັ້ນທາງໃດໜຶ່ງໃນ 7ເສັ້ນທາງຂອງໂຄງການ ແລະ ໄດ້ເຫັນດີເລືອກເອົາຖະໜົນເຈົ້າຟ້າງຸ່ມ ແຕ່ໂຮງໝໍມະໂຫສົດ ຫາສາມແຍກປາກປ່າສັກໂດຍຕິດຕັ້ງໃສ່ເສົາໄຟເຍືອງທາງ 50 ຕົ້ນ ເຊິ່ງການຕິດຕັ້ງສັນຍະລັກດັ່ງກ່າວ ຈະບໍ່ແມ່ນເປັນການຕິດຕັ້ງແບບຖາວອນອາດຈະມີການປັບປ່ຽນໄປຕາມຮູບແບບ ໄປຕາມແຕ່ລະໄລຍະຂອງເທສະການ ແລະ ວັນບຸນສຳຄັນຕ່າງໆ ໂດຍສັນຍະລັກການຮ່ວມມືນີ້ ປະກອບມີສັນຍະລັກດອກຈຳປາ ທີ່ສະແດງເຖິງຄວາມເປັນເອກະລັກຂອງຊາດລາວ ແລະວັດທະນະທຳລາວ ທີ່ໄດ້ປະດັບໃສ່ເສົາໄຟເຍືອງທາງຢ່າງສະຫງ່າງາມ ແລະ ສັນຍະລັກທີ່ເປັນຂອດຈີນສີແດງ ສະແດງເຖິງເອກະລັກຂອງຊາດຈີນ ມີຄວາມໝາຍແຫ່ງຄວາມເປັນສິລິມຸງຄຸນ ຄວາມສາມັກຄີຮັກແພງ ທັງສອງສັນຍະລັກນີ້ຈະຕິດໃສ່ເສົາໄຟເຍືອງທາງແບບສະຫຼັບຕົ້ນກັນໄປຕາມຖະໜົນເຈົ້າຟ້າງຸ່ມ.
ໂຄງການຍົກລະດັບໄຟແສງສະຫວ່າງໃນເຂດເທສະບານຕົວເມືອງ ນວ ດ້ວຍທຶນຊ່ວຍເຫຼືອລ້າຂອງລັດຖະບານ ສປ ຈີນ ມູນຄ່າ 300 ລ້ານຢວນ ໂຄງການເລີ່ມລົງມືຈັດຕັ້ງວັນທີ 12 ກັນຍາ ແລະ ສຳເລັດໂດຍພື້ນຖານ ສາມາດເປີດນຳໃຊ້ຢ່າງເປັນທາງການວັນທີ 27 ພະຈິກ 2020 ເພື່ອເປັນຂອງຂວັນໃຫ້ແກ່ລັດຖະບານລາວໂອກາດສະເຫຼີມສະຫຼອງວັນຊາດລາວຄົບຮອບ 45 ປີ ແລະ ກອງປະຊຸມໃຫຍ່ຂອງພັກຄັ້ງທີ XI ແຕ່ໂຄງການດັ່ງກ່າວຈະສຳເລັດ100% ວັນທີ 25 ກຸມພາ 2021 ແລະ ມີແຜນຈັດພິທີມອບຮັບວັນທີ 26 ມີນາ 2021.
ດັ່ງນັ້ນ ຈຶ່ງແຈ້ງມາຍັງສັງຄົມ ກໍຄືປະຊາຊົນລາວບັນດາເຜົ່າຮັບຊາບ ແລະ ເຂົ້າໃຈຄວາມເປັນມາ ແລະ ຄວາມໝາຍຂອງການຕິດຕັ້ງສັນຍະລັກດັ່ງກ່າວນີ້ດ້ວຍ.
ທີ່ມາ:ວຽງຈັນໃໝ່