
ອີງຕາມຂ່າວຊ່ອງ8 ຂອງໄທລາຍງານວັນທີ 21 ກຸມພາ 2021 ນີ້ໃນວັນຜ່ານມາ ໝາຍເຖິງວັນທີ20 ມີຜູ້ເສຍຊີວິດຈາກການດູດໄຂມັນ ຢູ່ຄລີນິກຊື່ດັງແຫ່ງໜຶ່ງ.
ຜູ້ເສຍຊີວິດຊື່ນາງສະຣັນພັດ ອິດທີຣະນັນ ເປັນນ້ອງສາວ ອະດີດຮອງເຈົ້າຄອງນະຄອນສີທຳມະຣາດ ປະເທດໄທ, ຂະນະທີ່ນາງໄປຮັບບໍລິການດູດໄຂມັນ ພົບວ່າມີຊີບພະຈອນຕໍ່າ ແຕ່ທາງຄລີນີກຍັງຢືນຢັນວ່າບໍ່ສົ່ງໄປໂຮງໝໍຍ້ອນບໍ່່ຢາກມີຄະດີຄວາມກັນ.
ລູກສາວຜູ້ຕາຍໃຫ້ຮູ້ວ່າ: ແມ່ເປັນຄົນຮັກສວຍຮັກງາມ ຈຶ່ງຕິດຕໍ່ໄປຫາຄລີນິກ ແລະໄດ້ຮັບຢືນຢັນຈາກຄລີນິກວ່າປອດໄພແນ່ນອນ ຈຶ່ງຕັດສິນໃຈໃຊ້ບໍລິການ ແລ້ວນັດໃຫ້ລູກສາວໄປຮັບ ແຕ່ກ່ອນໂມງນັດ 1 ຊົ່ວໂມງໄດ້ຮັບແຈ້ງວ່າ ແມ່ຊີບພະຈອນບໍ່ເຕັ້ນ ພ້ອມທັງໄດ້ປໍ້າຫົວໃຈຈົນເລືອດອອກປອດ ເຊິ່ງເປີເຊັນ
ບໍ່ລອດ90% ແຕ່ຄລີນິກຊໍ້າພັດບໍ່ສົ່ງໄປໂຮງໝໍຍ້ອນຢ້ານຄະດີຄວາມ.
ສຳລັບຄລີນິກດັ່ງກ່າວ ອ້າງໂຄສະນາທາງລູກຄ້າວ່າເປັນຄລີນີກຊື່ດັງມີສາຂາຫຼາຍກວ່າ 5ແຫ່ງລວມທັງມີສາຂາຕັ້ງຢູ່ຕ່າງປະເທດນຳອີກ.
ອັນນີ້ກໍເປັນອຸທາຫອນອັນໜຶ່ງສຳລັບຄົນຕຸ້ຍທີ່ຢາກຈ່ອຍ ແຕ່ບໍ່ພະຍາຍາມດ້ວຍເຫື່ອແຮງ ຫວັງເພິ່ງເຕັກໂນໂລຊີ ແບບທາງລັດ ສຸດທ້າຍອາດນຳໄປສູ່ຄວາມສູນເສຍກໍເປັນໄດ້.
ທີ່ມາ:thaich8.com