
ວັນທີ 22 ກຸມພາ 2021ນີ້ ມີຜູ້ໃຊ້ເຟສບຸກທ່ານໜຶ່ງໂພສໃຫ້ຮູ້ວ່າ: ບໍລິສັດເກັດທາວລາວ ຕິດໜີ້ເງິນເດືອນຂອງພະນັກງານເປັນເວລາຫຼາຍເດືອນ, ຈົນເຖິງປັດຈຸບັນບໍ່ທັນຈ່າຍ, ແຕ່ຕົ້ນຈົນເຖິງດຽວນີ້ຍັງບໍ່ຮັບການແກ້ໄຂທຸກຄົນລ້ວນແຕ່ຕ້ອງການເງິນເດືອນ ຕ້ອງການດຳລົງຊີວິດ.
ໂຮງງານຊີມັງແຫ່ງດັ່ງກ່າວນີ້ເປັນການລົງທຶນຂອງຄົນຈີນ ຕັ້ງຢູ່ບ້າານໍ້າຖ້ວມ ເມືອງນໍ້າບາກ ແຂວງຫຼວງພະບາງ.
ຂໍວອນພາກສ່ວນກ່ຽວຂ້ອງເຂົ້າໄປແກ້ໄຂບັນຫານີ້ຊ່ວຍປະຊາຊົນດ້ວຍ.