
ວັນທີ 22 ກຸມພາ 2021 ນີ້ ໂຮງໝໍແຂວງຫຼວງນໍ້າທາປະກາດຜົນສຳເລັດໃນການປິ່ນປົວຜູ້ຕິດເຊື້ອກໍລະນີທີ 43 ທີ່ຮັບການປິ່ນປົວແຕ່ວັນທີ 21 ມັງກອນ 2021 ເປັນເພດຊາຍ ອາຍຸ 29 ປີ, ສັນຊາດຈີນ ທີ່ເຂົ້າເມືອງແບບຜິດກົດໝາຍ ຈາກການດພເນີນການປິ່ນປົວໃຊ້ເວລາ 32 ວັນ ໄດ້ຮັບການກວດບໍ່ພົບເຊື້ອ 3 ຄັ້ງຈຶ່ງອະນຸຍາດໃຫ້ອອກຈາກໂຮງໝໍ ໃນວັນທີ 22 ກຸມພາ ເພື່ອໄປສືບຕໍ່ຕິດຕາມອາການຢູ່ໂຮງແຮມຮ່ວງຈິງ 14 ວັນ, ຖ້າວ່າໄລຍະຕິດຕາມອາການຢູ່ໂຮງ ແຮມ 14 ວັນນີ້ ຫາກຜ່ານການກວດພະ ຍາດຄືນບໍ່ພົບເຊື້ອພະຍາດໂຄວິດ-19 ແລ້ວ ຈຶ່ງອະນຸຍາດໃຫ້ກັບປະເທດໄດ້.
ແຕ່ການລາຍງານບໍ່ໄດ້ກ່າວເຖິງໂທດຕໍ່ຜູ້ກະທຳຜິດ ກ່ຽວກັບການເດີນທາງເຂົ້າປະເທດແບບຜິດກົດໝາຍ, ຄ່າໃຊ້ຈ່າຍຕ່າງໆເຮັດໃຫ້ສັງຄົມສົນໃຈວ່າ ເຮັດແບບນີ້ໄດ້ບໍ່?