
ພູມຊະນະ ສິຣິວົງສາ ຫຼື ເຈ້ຍ ປາຊີຟິກ ຜູ້ກຳກັບຮູບເງົາພັນລ້ານຂອງລາວ ເປີດເຜີຍກຽມສ້າງຮູບເງົາເລື່ອງໃໝ່ ໃນຊື່ “ຮັກມະຍ່ອມມະແຍ່ມ” ເຊິ່ງໃນຄັ້ງນີ້ໄດ້ດາລານັກສະແດງຊື່ດັງຈຳນວນຫຼາຍທັງລາວ ແລະ ໄທ ມາຮ່ວມສະແດງ.
ຮູບເງົາເລື່ອງນີ້ຍັງຄົງຄອນເຊັບຮູບເງົາອາລົມດີສ້າງສຽງຫົວຕາມສະຕາຍຂອງ ເຈ້ຍ ປາຊີຟິກ ແຫ່ງແຂ້ວແຫ້ງໂປຣດັກຊັນ.
ສຳລັບລາຍຊື່ນັກສະແດງທີ່ເຈ້ຍເຜີດເຜີຍອອກມາໃນມື້ນີ້ນັ້ນ ຈາກຝັ່ງລາວປະກອບມີ: ນຸ້ຍ ສຸພາພອນ Miss Universe Laos 2017, ເຈ້ຍ ປາຊີຟິກ, ນຸນີ່ ຊຸມພົນພັກດີ, ແອັບເປິ້ນ ສີສະຫງຽນ, ຕ່າຍ ອາກາດ, ແມັກ ພູວະເນດ, ຕຸ່ນ ແສງໝອນ. ສ່ວນດາລາຈາກຝັ່ງໄທກໍຈັດເຕັມບໍ່ໜ້ອຍກວ່າກັນ ນຳໂດຍ ໝໍ່າ ຈົກໝົກ, ເອັກ ປັດທະມະ, ສາຍສິນ ວົງຄຳເຫຼົາ, ແວວ ຜະກາພອນ ແລະ ຝ້າຍ ເມຄະ.
ຮັກມະຍ່ອມມະແຍ່ມ ມີກຳນົດເປີດກອງຖ່າຍໃນເດືອນພຶດສະພານີ້ ອີງຕາມຂໍ້ມູນທີ່ໂພສໃນເຟສບຸກຂອງ ນຸນີ່ ກຸມພົນພັກດີ ໜຶ່ງໃນທີມນັກສະແດງຂອງຮູບເງົາເລື່ອງດັ່ງກ່າວ. ສ່ວນກຳນົດເຂົ້າສາຍ ຍັງບໍ່ທັນມີການເປີດເຜີຍອອກມາເທື່ອ.
ກ່ອນໜ້ານີ້ ເຈ້ຍ ປາຊີຟິກ ໄດ້ກຳກັບຮູບເງົາອາລົມດີມາແລ້ວຫຼາຍເລື່ອງ ເຊັ່ນ: ຮັກອີ່ຫຼີ, ຮັກອີ່ຫຼີ 2, ຫົງຫາມເຕົ່າ ເຊິ່ງສ້າງລາຍຮັບໄດ້ເປັນຈຳນວນຫຼາຍ ຈົນເຮັດໃຫ້ເຈ້ຍໄດ້ສາຍາວ່າ ຜູ້ກຳກັບພັນລ້ານຈາກຮູບເງົາເລື່ອງ ຫົງຫາມເຕົ່າ.
ທີ່ມາ ມ່ວນ