
ວັນທີ 04 ມີນາ 2021 ທ່ານ ແກ່ນ ວໍລະສານ ທີ່ປຶກສາການຕະຫຼາດສົມຫວັງ KM8 ກ່າວໃນພິທີສະຫຼຸບການພົວພັນຊື້-ຂາຍ ແລະ ແລກປ່ຽນສິນຄ້າຂອງຕະຫຼາດສົມຫວັງ KM8 ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນວ ໃຫ້ຮູ້ວ່າ: ເພື່ອດຶງດູດຜູ້ປະກອບການ, ຊາວຄ້າ-ຂາຍເຂົ້າມາແລກປ່ຽນຊື້ຂາຍສິນຄ້າຢູ່ຕະຫຼາດແຫ່ງນີ້ ໃຫ້ຫຼາຍຂຶ້ນ ໃນຕໍ່ໜ້າແມ່ນຈະໄດ້ສຸມໃສ່ 5 ວຽກງານສໍາຄັນ.
ນອກຈາກນີ້, ຍັງໄດ້ມີນະໂຍບາຍຕໍ່ຜູ້ທີ່ນໍາສິນຄ້າເຂົ້າມາຄ້າ-ຂາຍຢູ່ ຕະຫຼາດ KM 8 ຄື: ສໍາລັບພໍ່ຄ້າ, ແມ່ຄ້າທີ່ໄດ້ເຮັດສັນຍາກັບເຈົ້າຂອງຕະຫຼາດ ແລະ ໄດ້ຈ່າຍເງິນຄ່າເຊົ່າຫ້ອງ, ໂຕະຂາຍ100% ແລະ 50% ເຊິ່ງໄດ້ນໍາເອົາສິນຄ້າເຂົ້າມາຂາຍ ປົກກະຕິ; ສໍາລັບພໍ່ຄ້າ, ແມ່ຄ້າທີ່ໄດ້ເຮັດສັນຍາກັບເຈົ້າຂອງຕະຫຼາດ ແລະ ໄດ້ຈ່າຍເງິນຄ່າເຊົ່າຫ້ອງ, ໂຕະຂາຍ100% ແລະ 50% ແຕ່ບໍ່ໄດ້ນໍາເອົາສິນຄ້າເຂົ້າມາວາງຂາຍ ໃນໄລຍະຜ່ານມານັ້ນ ແລະ ສໍາລັບພໍ່ຄ້າ, ແມ່ຄ້າທີ່ບໍ່ໄດ້ເຮັດສັນຍາກັບເຈົ້າຂອງຕະຫຼາດ ແຕ່ຢາກເຂົ້າມາຄ້າຂາຍຢູ່ຕະຫຼາດແຫ່ງນີ້ ແມ່ນຈະມີນະໂຍບາຍໃຫ້ຂາຍຟຣີເປັນເວລາ 3 ເດືອນແຕ່ເດືອນ ມີນາ-ມິຖຸນາ 2021 ໂດຍບໍ່ໃຫ້ເສຍຄ່າໄຟຟ້າ, ຄ່ານໍ້າ ແລະ ຄ່າຂີ້ເຫຍື້ອ.
ທີ່ມາ: ປກສ ນວ