
ເມື່ອບໍ່ດົນມານີ້ບັນດາທ່ານອາດຈະເຫັນຂ່າວການທຳລາຍສິນຄ້ານຳເຂົ້າແບບຜິດກົດໝາຍ ແລະ ຂ່າວກ່ຽວກັບສິນຄ້າທີ່ຜະລິດຢູ່ໃນລາວຖືກເມີນ ຍ້ອນບັນຫາການນຳເຂົ້າຈາກຕ່າງປະເທດ.
ຫຼ້າສຸດນີ້ມີຜູ້ໃຊ້ເຟສບຸກທ່ານໜຶ່ງຊື່ Bounthieng Lattanavong ໂພສວ່າ: “ສົງສານຊາວສວນ ທີ່ຜະລິດອອກມາແລ້ວຖືກສິນຄ້າຈາກຕ່າງປະເທດດັ້ມລາຄາ ນີ້ແຫຼະນໍທີ່ຊາວສວນເຂົາວ່າ ປູກໄດ້ຢູ່ ຄາແຕ່ບໍ່ມີຕະຫຼາດ!?! ເຫັນຄັກແລ້ວວ່າຕະຫຼາດນັ້ນມີຢູ່ ແຕ່ສິນຄ້າຂອງຕ່າງຊາດຄອບງຳຢູ່. ຢາກຝາກໄປເຖິງເຈົ້າທີ່ປະຈຳດ່ານຊາຍແດນໃຫ້ຄິດນຳກັນແດ່ ຖ້າປະປ່ອຍແບບນີ້ຕໍ່ໄປອາດຈະບໍ່ມີໃຜຜະລິດ ແລ້ວກໍ່ຈະນຳເຂົ້າຢ່າງດຽວ… ນີ້ແຫຼະຈຶ່ງຢາກເປີດຕະຫຼາດໃຫ້ໂອກາດແກ່ຊາວສວນ ຫຼື ຜູ້ຜະລິດຄົນລາວ”
ເຊິ່ງທ່ານເປັນຜູ້ໜຶ່ງທີ່ສົ່ງເສີມດ້ານການຜະລິດກະສິກຳ ແຕ່ບັນຫາມັນບໍ່ປະສານສົມທົບ ແລະບໍ່ໄດ້ຮັບການຮ່ວມໄມ້ຮ່ວມມືທີ່ດີຈຶ່ງມີບັນຫາ ໂດຍສະເພາະຖືກສິນຄ້ານຳເຂົາຍາດຕະຫຼາດ.
ການນຳເຂົ້າສິາຄ້າຈາກຕ່າງປະເທດ ເປັນສິ່ງຈຳເປັນ ບໍ່ວ່າປະເທດໃດໃນໂລກນີ້ກໍລ້ວນແຕ່ນຳເຂົ້າ ສິນຄ້າເຊັ່ນດຽວກັນ ແຕ່ສິນຄ້ານັ້ນໆຕ້ອງເປັນສິນຄ້າທີ່ຈຳເປັນ ບໍ່ສາມາດຜະລິດໃນປະເທດຂອງຕົນ ຫຼື ຜະລິດໄດ້ແຕ່ບໍ່ພຽງພໍກັບຜູ້ບໍລິໂພກພາຍໃນ.
ການນຳເຂົ້າສິນຄ້າຂອງລາວທີ່ຈຳເປັນມີຫຼາຍປະເພດອີງຕາມຂໍ້ມູນຂອງສູນຂໍ້ມູນດ້ານການຄ້າ ປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ນ້ຳມັນແອັດຊັງ, ແອັດຊັງພິເສດ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ແລະ ຜະລິດຕະພັນທາງເຄມີ.
ສ່ວນຜະລິດຕະພັນບໍລິໂພກ ກໍມີຫຼາຍ ເຊັ່ນກັນ ແຕ່ປະເພດອາຫານພືດຜັກ, ໝາກໄມ້ທີ່ຜະລິດໄດ້ໃນລາວ, ອາຫານແຊ່ແຂງ, ຊິ້ນສ່ວນເຄື່ອງໃນສັດ ແມ່ນເປັນປະເພດທີ່ຕ້ອງຫ້າມ ແລະ ຍົກເວັ້ນໝາກໄມ້ບາງຊະນິດ ຫຼື ນຳເຂົ້າຕ້ອງເສຍພາສີຢ່າງຖືກຕ້ອງ ແລະໄດ້ມາດຕະຖານ.
ໃນໄລຍະໂຄວິດ-19 ລະບາດທຳອິດ ການຂົນສົ່ງສິນຄ້າ ແລະການນຳເຂົ້າ ບາງປະເພດຖືກຫ້າມ ທັງຫຍຸ້ງຍາກ ເຮັດໃຫ້ຜະລິດຕະພັນກະສິກຳຢູ່ບ້ານເຮົາ ໄດ້ຮັບການຕອບສະໜອງເປັນຢ່າງດີ ແຕ່ພໍມີການໂຍະຍານກໍເລີ່ມມີການຂົນເຂົ້າມາອີກ ທັງໃນຮູບແບບຖືກກົດໝາຍ ແລະຜິດກົດໝາຍ.
ການນຳເຂົ້າສິນຄ້າບາງປະເພດ ໂດຍສະເພາພງະພືດຜັກ ຫາກນຳເຂົ້າຖືກກົດໝາຍ ພາສີແພງ ຈຶ່ງເຮັດໃຫ້ມີແມ່ຄ້າຫົວໃສລັກລອບຂ້າມແບບຜິດກົດໝາຍ ເພື່ອເກງກຳໄລ.
ອີກບັນຫາໜຶ່ງທີ່ມັກມີການລັກລອບ ຫຼື ນຳເຂົ້າສິນຄ້າຈາກຕ່າງປະເທດມີຕົ້ນທຶນຕໍ່າ, ມາຂາຍໄດ້ກຳໄລຫຼາຍກວ່າ ສິນຄ້າບ້ານເຮົາທີ່ມີຕົ້ນທຶນສູງ ພ້ອມນີ້ຍັງເວົ້າເລື່ອງຄວາມນິຍົມ ແລະຄຸນນະພາບນຳອີກ ຈຶ່ງເຮັດໃຫ້ສິນຄ້າບ້ານເຮົາຖືກເມີນ.
ການແກ້ໄຂບັນຫານີ້ ຕ້ອງມີຫຼາຍພາກສ່ວນທີ່ປະສານສົມທົບກັນ ເຊັ່ນພາກລັດຕ້ອງຈິງຈັງຈິງໃຈເກືອດຫ້າມນຳເຂົ້າສິນຄ້າ ທີ່ສາມາດຜະລິດໄດ້ ແລະສົ່ງເສີມການຜະລິດພາຍໃນໃຫ້ຫຼາຍຂຶ້ນ.
ການສົ່ງເສີມຜະລິດພາຍໃນ ບໍ່ແມ່ນສະເພາະການປູກເທົ່ານັ້ນຕ້ອງມີນະໂຍບາຍການກູ້ຢືມທຶນດ້ວຍດອກເບ້ຍຕໍ່າ, ຜະລິດຝຸ່ນອິນຊີພາຍໃນປະເທດ, ຫຼຸດຜ່ອນພາສີ, ກຳນົດລາຄາມາດຕະຖານ, ມີພື້ນທີ່ຈຳໜ່າຍ ແລະປາບປາມການນຳເຂົ້າຢ່າງຈິງໃຈຈັງຈິງໃຈ.
ຜູ້ຜະລິດຕ້ອງປັບປຸງຄຸນນະພາບສິນຄ້າຂອງຕົນໃຫ້ໄດ້ມາດຕະຖານ ຖືກຕ້ອງຕາມຫຼັກອະນາໄມ ແລະບໍ່ໃຊ້ສານເຄມີເລັ່ງຈນົເກີນໄປ ເພື່ອຄວາມປອດໄພ ແລະໝັ້ນໃຈຕໍ່ຜູ້ບໍລິໂພກ.
ຜູ້ບໍລິໂພກ ຕ້ອງສ້າງຈິດສຳນຶກໃນການສົ່ງເສີມສິນຄ້າພາຍໃນ ໃຫ້ເຂັ້ມແຂງ ຫາກເຮົາບໍລິໂພກພາຍໃນຫຼາຍຂຶ້ນ, ການຜະລິດພາຍໃນກໍຫຼາຍຂຶ້ນ, ກໍຈະສົ່ງຜົນໃຫ້ຜູ້ຜະລິດແຂ່ງຂັນ ປັບປຸງປະລິມານຄຸນນະພາບ ເພື່ອຜູ້ບໍລິໂພກຫຼາຍຂຶ້ນ, ການຜະລິດພາຍໃນຫຼາຍຂຶ້ນ ການໝູນວຽນເສດຖະກິດການຕະຫຼາດຫຼາຍຂຶ້ນ ກໍຈະສົ່ງຜົນດີຕໍ່ຜູ້ບໍລິໂພກ ແລະຜູ້ຜະລິດ, ເມັດເງິນບໍ່ຮົ່ວໄຫຼອອກນອກປະເທດ ກໍຈະສົ່ງຜົນຕໍ່ຕົ້ນທຶນທີ່ຕໍ່າລົງ ດັ່ງນີ້ເປັນຕົ້ນ.
ເຊື່ອແນ່ວ່າຖ້າຫາກເຮົາແກ້ໄຂບັນຫາຢ່າງຈິງຈັງຈິງໃຈ ພ້ອມພຽງກັນ ດ້ວຍຈິດສຳນຶກ ແລະລະບຽບກົດໝາຍ ບ້ານເມືອງເຮົາກໍຈະສາມາດກຸ້ມຕົນເອງເພິ່ງຕົນເອງ ດຸນການຄ້າລະຫວ່າງຜູ້ຜະລິດ ກັບຜູ້ບໍລິໂພກກໍຈະບໍ່ດຸ່ນດ່ຽງຈົນເກີນໄປ.