
ພາສ່ອງຄວາມສາວຂອງແມ່ໄກ່ ຫຼື ໄກ່ ໂອເວີແດນ ນັກຮ້ອງສາວຊື່ດັງທີ່ເຖິງວ່າຈະມີລູກສອງແລ້ວແຕ່ຍັງຄົງງາມປານສາວຂຶ້ນໃໝ່ ເຊິ່ງຫຼ້າສຸດກໍໄດ້ໂພສຮູບໄປທ່ຽວກັບຄອບຄົວຢູ່ທີ່ທະເລໃນໄລຍະປີໃໝ່ລາວທີ່ຜ່ານມາົໃນອິນສະຕາແກຣມສ່ວນຕົວ.
ງານນີ້ນອກຈາກຈະເກັບພາບການພັກຜ່ອນມາຝາກແລ້ວ ໄກ່ ໂອເວີແດນ ຍັງເຜີຍອີກວ່າ ຄິວງານເດືອນເມສາ ແລະ ພຶດສະພາແໜ້ນແຮງ ພ້ອມທັງຂອບໃຈທຸກໆຄົນທີ່ສະໜັບສະໜູນຕະຫຼອດມາ.
ທີ່ຜ່ານມາເຮົາມັກເຫັນແມ່ໄກ່ໃນງານອີເວັ້ນຕ່າງໆຢູ່ຕະຫຼອດ ພ້ອມນັ້ນກໍຍັງມີງານພຣີເຊັນເຕີອີກດ້ວຍ.
ສ່ວນຜົນງານຫຼ້າສຸດທີ່ຫາກໍປ່ອຍອອກມາກໍເປັນວິດີໂອປະກອບເພງ “ນາງພະຍາ” ທີ່ໄດ້ຮັບການກ່າວເຖິງໃນໂລກອອນລາຍເປັນວົງກວ້າງ.
ທີ່ມາ ມ່ວນ