
ອີງຕາມ ສຳນັກຂ່າວສະຍາມລັດ ລາຍງານວ່າ: ເວລາ 17.ໂມງ 30 ນາທີຂອງ ວັນທີ 29 ມີນາ 2021ນີ້ ໄດ້ມີເຫດຄາຕະກຳເກີດຂຶ້ນທີ່ ຈັງຫວັດໜອງຄາຍ
ຜູ້ກໍ່ເຫດໄດ້ໄລ່ເອົາມີດຟັນສອງລຸງຫຼານ ຈົນເຮັດໃຫ້ຜູ້ເປັນລຸງອາຍຸ 43 ປີ ເສຍຊີວິດຄາທີ່ ສ່ວນຫຼານອາຍຸ 32 ປີ ແມ່ນໄດ້ຮັບບາດເຈັບ ແລະມີຜູ້ພົບສົບຜູ້ເສຍຊີວິດ 2 ລາຍ ເຊິ່ງຫ່າງຈາກຈຸດທຳອິດ 100 ແມັດ, ແມ່ນພົບຢູ່ໃກ້ກັບສວນຢາງພາລາ ຜູ້ເສຍຊີວິດເປັນຊາຍອາຍຸ 47 ປີ ແລະ ໃກ້ກັນປະມານ 10 ແມັດ ແມ່ນພົບສົບ ຜູ້ຍິງ ອາຍຸ 45 ປີ (ເມຍຜູ້ກໍ່ເຫດ) ແລ້ວຈຶ່ງເອົາຕົວຫຼົບໜີ.
ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ນຳຈັບຜູ້ກໍ່ເຫດຈົນມາເຖິງເຊົ້າວັນທີ 30 ມີນາ ເຈົ້າໜ້າທີ່ຕໍາຫຼວດໜອງຄາຍ ແລະ ໜ່ວຍງານທີ່ກ່ຽວຂ້ອງ ໄດ້ຈັບກຸມ ທ້າວ ບັງລອນ ວັນເສນາ ຂະນະທີ່ກຳລັງຍ່າງຕີນເປົ່າຢູ່ຕາມແຄມທາງ.
ທ້າວບັງລອນ ວັນເສນາ ຜູ້ກໍ່ເຫດ ອາຍຸ 40 ປີ ເປັນຄົນສັນຊາດລາວໄດ້ຍ້າຍມາດຳລົງຊີວິດຢູ່ໜອງຄາຍ ຕັ້ງແຕ່ຍັງນ້ອຍ ພ້ອມເຮັດອາຊີບຮັບຈ້າງທົ່ວໄປ, ສ່ວນແຮງຈູງໃຈ ຫຼື ສາເຫດທີ່ເຮັດໃຫ້ກໍ່ເຫດໃນຄັ້ງນີ້ແມ່ນຍັງບໍ່ຮູ້ສາເຫດເຊິ່ງຍັງແມ່ນຢູ່ໃນການສອບສວນຕາມຂັ້ນຕອນຕໍ່ໄປ.