ຂ່າວຂອງນະຄອນຢ່າງກຸ້ງວັນທີ17 ກຸມພາ2021ນີ້, ໃຫ້ຮູ້ວ່າ: ຜູ້ປະທ້ວງ ຕໍ່ຕ້ານກອງທັບມຽນມາໄດ້ຂັດຂວາງ ການໃຫ້ບໍລິການຂອງຂະບວນລົດໄຟຈາກນະຄອນຢ່າງກຸ້ງ ໄປສູ່ເມືອງມະລະແໝ່ງ ເຊິ່ງເປັນໜຶ່ງ ໃນເມືອງໃຫຍ່ ທາງຕາເວັນອອກສຽງໃຕ້ ເພື່ອສືບຕໍ່ສະແດງຈຸດຢືນ ຂອງການບໍ່ເຊື່ອຟັງຂອງພົນລະເຮືອນບໍ່ຍອມຮັບເອົາ ລັດຖະບານທີ່ມາຈາກທະຫານເຮັດລັດຖະປະຫານ. ການຊຸມນຸມຄັ້ງນີ້ ໄດ້ເພີ່ມຄວາມຮຸນແຮງຂຶ້ນເປັນວົງກວ້າງໃນຫລາຍພື້ນທີ່ທົ່ວປະເທດ. ຂະນະນີ້ ເຈົ້າໜ້າທີ່ກ່ຽວຂ້ອງຂອງທະຫານມຽນມາໄດ້ຈັບກຸມຜູ້ປະທ້ວງໄປແລ້ວ 400 ກວ່າຄົນເພື່ອຄວບຄຸມ ສະຖານະການ ປະທ້ວງທີ່ນັບມື້ຮຸນແຮງຂຶ້ນຢ່າງຕໍ່ເນື່ອງ ກາຍເປັນບັນຫາທ້າທາຍໃນການປົກຄອງພາຍໃນປະເທດ ມຽນມາ./. ທີ່ມາ:ຂປລ