ລັດຖະບານຍີ່ປຸ່ນຊ່ວຍເຫຼືອລ້າ ມູນຄ່າ 1 ຕື້ເຢນ ປະມານ 112 ຕື້ກີບ
ວັນທີ 24 ສິງຫາ 2022 ລັດຖະບານຍີ່ປຸ່ນມອບພາຫະນະ ແລະ ອຸປະ ກອນຊ່ວຍເຫຼືອລ້າແກ່ ສປປ ລາວ ພາຍໃຕ້ໂຄງການນອກໂຄງການ ເພື່ອນຳໃຊ້ເຂົ້າໃນວຽກງານຄຸ້ມຄອງໄພພິບັດ ກ່າວມອບໂດຍທ່ານ ໂຄບະຍະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາລາວ ກ່າວຮັບໂດຍທ່ານນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ). ບໍລິສັດ ຄຣາວ(Crown Agents) ເຊິ່ງເປັນບໍລິ ສັດທີ່ລັດຖະບານຍີ່ປຸ່ນມອບໃຫ້ເປັນຜູ້ຕາງໜ້າລັດຖະບານຍີ່ປຸ່ນ ໃນການຈັດຊື້ພາຫະນະ-ອຸປະກອນກຽມພ້ອມ ແລະ ຕອບໂຕ້ໄພພິບັດພາຍໃຕ້ໂຄງ ການຊ່ວຍ ເຫຼືອນອກໂຄງການ ມູນຄ່າທັງໝົດ 1 ຕື້ເຢນ. – ມີລົດກະບະໂຟວິນ 20 ຄັນ ພ້ອມອາໄຫລ່ 20 ຊຸດ. – ລົດໂຮງໝໍ ໂຟວິນ 11 ຄັນ ພ້ອມອາໄຫຼ່ 6 ຊຸດ. – ລົດບັນທຸກເຄື່ອງຊ່ວຍເຫຼືອ 18 ຄັນ ພ້ອມອາໄຫຼ່ 18 ຊຸດ. – …