ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net

ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net
  • ໜ້າທຳອິດ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວກິລາ
  • ບັນເທີງ
  • ທ່ອງທ່ຽວ
  • ນານາສາລະ
3 ໃໝ່ ບົດຄວາມ
  • 9 ຊົ່ວໂມງ ກ່ອນ ຊົມເຊີຍ! ທ່ານຮອງນາຍົກ ສົມດີ ດວງດີ ແລະທ່ານ ດຣ.ບຸນກອງ ສີຫາວົງ​ໄດ້ຮັບການສັກວັກຊີນໂຄວິດ-19​ແລ້ວ
  • 13 ຊົ່ວໂມງ ກ່ອນ ໜກໜ່ວງ! ອັດຕາການວ່າງງານ ໃນທົ່ວໂລກ ຫຼາຍກວ່າ 250 ລ້ານຄົນ
  • 1 ມື້ ກ່ອນ ສະຖິຕິຜູ້ຕິດເຊື້ອສະສົມທົ່ວໂລກທະລຸ​ 100​ ຄົນ
ໜ້າຫຼັກ ຄັງຄຳຄົ້ນຫາ ການສຶກສາ

ຄັງຄຳຄົ້ນຫາ ການສຶກສາ

ຂ່າວພາຍໃນ

ຂ່າວດີ ທຶນຮຽນຟຣີ 🎉ມີຈຳນວນຈຳກັດ ສະຫມັກກ່ອນມີໂອກາດກ່ອນ

ຂຽນໂດຍ: ຈະຕຸວັນ ດາວິນ
20/11/2020
in :  ຂ່າວພາຍໃນ
0
119

💐🙏ສະຫນັບສະຫນູນໂດຍໂຄງການລາວ029 🙏💐 👉ສະຫມັກໄດ້ແຕ່ວັນທີ 20.11.20 ຫາ 15.12.20 ນີ້ເທົ່ານັ້ນ 👍 🎉 ໂອກາດດີໆບໍ່ມີຕະຫລອດ ປິດຮັບວັນທີ 16.12.2020 ເທົ່ານັ້ນ🎉🎉 👉👉ຢໍ້າບໍ່ສະດວກຕອບອິນບ໋ອກແລະຄອມເມັ້ນຖ້າສົນໃຈອ່ານເງື່ອນໄຂແລະເອກະສານປະກອບເຂົ້າມາພົວພັນທຶນດ້ວຍໂຕເອງເທົ່ານັ້ນ👌 😍ມາແຕ່ໂຕແລະຫົວໃຈ ຢາກເຮັດວຽກໃນອາຊີບນີ້ແທ້ ເຮົາຍິນດີຊ່ວຍທຸກທ່ານທີ່ຕ້ອງການໂອກາດ😍 👩🏻‍🍳ສາຂາ ວິຊາແຕ່ງອາຫານ 25 ທຶນ 👩‍💼 ສາຂາ ການໂຮງແຮມ 20 ທຶນ 👨‍💼ສາຂາ ວິຊາ ບໍລິການອາຫານ ແລະ ເຄື່ອງດື່ມ 20 ທຶນ 👩🏻‍🎓ຮຽນໄລຍະ3ເດືອນ ຈົບໄປໄດ້ໃບປະກາດຊັ້ນຕົ້ນ ຮຽນຫມົດມື້ແຕ່ເຊົ້າ ຫາ ຄໍ່າ 📝ເອກະສານປະກອບການຮຽນ 1. ໃບປະກາດປະຖົມ !ຕ້ອງກົງກັນກັບສຳມະໂນຄົວ! ກ໋ອບປີ້ສີ 2ໃບ 2. ໃບຢັ້ງຢືນທີ່ຢູ່ 2ໃບ 3. ສຳເນົາສຳມະໂນຄົວກ໋ອບປີ້ສີ 3ຊຸດ 4. ໃບຢັ້ງຢືນສະຖານະເສດຖະກິດຄອບຄົວ 2 ໃບ 5. ຮູບຖ່າຍຂະຫນາດ 3×4 6ໃບ 👩🏻‍🎓👨🏻‍🎓ເງື່ອນໄຂຜູ້ສະຫມັກຮຽນທຶນ 👩ສຳລັບນັກຮຽນປະຖົມ …

ອ່ານເພີ່ມ
ຂ່າວພາຍໃນ

ຫວຽດນາມຈະໃຫ້ທຶນແກ່ນັກສຶກສາລາວ 1.100​ ທຶນ

ຂຽນໂດຍ: ຈະຕຸວັນ ດາວິນ
14/10/2020
in :  ຂ່າວພາຍໃນ
0
122

ລາວ ແລະ ຫວຽດນາມ 🇱🇦 🇻🇳 ຈະສືບຕໍ່ ການຮ່ວມມື ທາງດ້ານການສຶກສາ ແລະ ການພັດທະນາ ຊັບພະຍາກອນມະນຸດ, ໂດຍລັດຖະບານຫວຽດນາມ ມີແຜນສືບຕໍ່ໃຫ້ທຶນການສຶກສາ ແກ່ນັກຮຽນ ແລະ ພະນັກງານລັດ ຂອງ ສປປ ລາວ ເພື່ອໄປສຶກສາຕໍ່ ທີ່ຫວຽດນາມ ທັງໝົດສະເລ່ຍ 1,100 ທຶນ ຕໍ່ປີ ຮອດປີ 2030. ທຶນການສຶກສາດັ່ງກ່າວ ຈະຊ່ວຍນັກຮຽນລາວ ໃນຫຼາຍສາຂາວິຊາ ລວມມີທັງໃນລະດັບ ປະລິນຍາຕີ, ຊັ້ນສູງ ແລະ ການໄປຝຶກອົບຮົມໄລຍະສັ້ນ. ຈາກສະຖິຕິ ຈາກກະຊວງສຶກສາ ໃນປີ 2018 ມີນັກຮຽນລາວ ໄປສຶກສາຕໍ່ຢູ່ຕ່າງປະເທດ ຈໍານວນ 7,000 ຄົນ ແລະ ໃນປີ 2019 ມີຈໍານວນ 6,000 ຄົນ, ຕາມລໍາດັບ. ນັກສຶກສາລາວສ່ວນໃຫຍ່ ແມ່ນເລືອກໄປຮຽນຢູ່ ສປ ຈີນ, ສສ ຫວຽດນາມ, ໄທ, ຍີ່ປຸ່ນ ແລະ …

ອ່ານເພີ່ມ
ສສກ ຈະສູ້ຊົນໃຫ້ນັກຮຽນຈົບ ມ.ປາຍ ເຂົ້າຮຽນອາຊີວະເພີ່ມຂຶ້ນ
ການສືກສາ

ສສກ ຈະສູ້ຊົນໃຫ້ນັກຮຽນຈົບ ມ.ປາຍ ເຂົ້າຮຽນອາຊີວະເພີ່ມຂຶ້ນ

ຂຽນໂດຍ: ກຸ້ງຄຳ ແສນມະນີ
08/01/2020
in :  ການສືກສາ, ຂ່າວພາຍໃນ
0
77

ປີ 2020 ກະຊວງສຶກສາທິການ ແລະ ກີລາ ຕັ້ງເປົ້າຜະລິດບຸກຄະລາກອນອອກສູ່ສັງຄົມໃຫ້ນັບມື້ຫຼາຍຂຶ້ນ ໂດຍການສຸມໃສ່ສູ້ຊົນເຮັດໃຫ້ນັກຮຽນທີ່ຈົບການສຶກສາສາຍສາມັນໃຫ້ເຂົ້າຮຽນອາຊີວະສຶກສາ ໃຫ້ໄດ້ຢ່າງໜ້ອຍ 60% ຂອງຈຳນວນນັກຮຽນຈົບ ມ.ປາຍ ໃນທົ່ວປະເທດ ໂດຍຄັດເລືອກເອົາຜູ້ປະສົບຜົນສຳເລັດໃນສາຍອາຊີບໃດໜຶ່ງເປັນຕົວແບບໃນການໂຄສະນາແນະນຳອາຊີບ. ພາບປະກອບຂ່າວເທົົ່ານັ້ນ ອີງຕາມບົດລາຍງານຂອງກົມແຜນການ ກະຊວງສຶກສາທິການ ແລະ ກີລາ ໃຫ້ຮູ້ວ່າ: ປີ 2019 ມີສະຖານອາຊີວະສຶກສາ ທັງພາກລັດ ແລະ ເອກະຊົນທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກີລາ ໂດຍກົງ ຈຳນວນ 90 ແຫ່ງທົ່ວປະເທດ, ມີນັກສຶກສາທັງໝົດ 57.278 ຄົນ ຍິງ 26.255 ຄົນ, ມີຄູ – ອາຈານທັງໝົດ 2.294 ຄົນ ຍິງ 1.615 ຄົນ. ໃນນັ້ນ, ສະຖານອາຊີ ວະສຶກສາພາກລັດ 23 ແຫ່ງ ມີຈຳນວນນັກສຶກສາ 35.611 ຄົນ ຍິງ 14.519 ຄົນ. ພາບປະກອບຂ່າວເທົ່ານັ້ນ ໃນນີ້, ຮຽນຂະແໜງກະສິກຳ 3.047 …

ອ່ານເພີ່ມ
ທຶນການສຶກສາ
ການສືກສາ

ກົມກິດຈະການນັກສຶກສາເຕືອນ! ທຶນຮຽນຕໍ່ຈີນ 2020 ຍັງບໍ່ທັນມີ ລະວັງຖືກຫຼອກ

ຂຽນໂດຍ: ກຸ້ງຄຳ ແສນມະນີ
02/01/2020
in :  ການສືກສາ
0
214

ໃນປັດຈຸບັນສັງເກດເຫັນວ່າມີບຸກຄົນບໍ່ຫວັງດີໄດ້ເຄື່ອນໄຫວໂຄສະນາຜ່ານທາງສື່ຕ່າງໆຊຶ່ງເຮັດໃຫ້ທົ່ວສັງຄົມກໍຄືພໍ່ແມ່ປະຊາຊົນເກີດຄວາມເຂົ້າໃຈຜິດຕໍ່ແນວທາງນະໂຍບາຍຂອງພັກ-ລັດກໍຄືກະຊວງສຶກສາທິການ ແລະ ກີລາ, ກ່ຽວກັບກັບໂຄສະນາລະດົມຊອກເອົາຄົນໄປຮຽນຕໍ່ຕ່າງປະເທດ ເປັນຕົ້ນແມ່ນໄປຮຽນຕໍ່ຢູ່ ສປ ຈີນ, ໂດຍອ້າງວ່າເປັນທຶນຂອງລັດຖະບານ. ທັງນີ້ ເພື່ອເຮັດໃຫ້ທຸກພາກສ່ວນໄດ້ເຂົາໃຈ ແລະ ມີສະຕິຕໍ່ພວກທີ່ບໍ່ຫວັງດີ ກະຊວງສຶກສາທິການ ແລະ ກີລາ ຈຶ່ງຂໍແຈ້ງມາຍັງທ່ານຜູ້ປົກຄອງນັກຮຽນ-ນັກສຶກສາ ແລະ ປະຊາຊົນລາວທົ່ວປະເທດຊາບວ່າ: ສຳລັບທຶນການສຶກສາຂອງລັດຖະບານ ສປ ຈີນ ທີ່ມອບໃຫ້ແກ່ລັດຖະບານ ສປປ ລາວ ໃນສົກຮຽນ 2020-2021 ຝ່າຍຈີນຍັງບໍ່ທັນໄດ້ແຈ້ງເປັນທາງການມາໃຫ້ຝ່າຍລາວ, ແຕ່ມີບາງບໍລິສັດໄດ້ອອກແຈ້ງໂຄສະນາຜ່ານທາງສື່ໄປແລ້ວຊຶ່ງນັ້ນຖືວ່າບໍ່ມີຄວາມໜ້າເຊື່ອຖື. ຜ່ານການຕິດຕາມສະພາບຂອງນັກສຶກສາລາວທີ່ຮຽນຢູ່ ສປ ຈີນ ຂອງກົມກິດຈະການນັກສຶກສາເຫັນວ່າ: ມີນັກສຶກສາຈຳນວນ ຫຼາຍຖືກຕົວະໄປຮຽນຕໍ່ໂດຍຜ່ານທາງບໍລິສັດນາຍໜ້າ ຫຼື ກຸ່ມຄົນບໍ່ດີ, ດັ່ງນັ້ນ ຈຶ່ງສົ່ງຜົນໃຫ້ບັນດານັກສຶກສາຈຳນວນທີ່ໄປຮຽນຕໍ່ໂດຍຜ່ານນາຍໜ້າບໍລິສັດຕ່າງກໍພົບຄວາມຫຍຸ້ງຍາກ ແລະ ມີບັນຫາຫຼາຍ ຊຶ່ງກ່ອນຈະເດີນທາງໄປເຂົ້າຮຽນທາງນາຍໜ້າກໍໃຫ້ສັນຍາວ່າພວກກ່ຽວຈະໄດ້ຮັບທຶນລັດຖະບານແນ່ນອນ, ແຕ່ເມືອໄປຮອດແລ້ວຜັດບໍ່ໄດ້ຮັບຕາມທີ່ໄດ້ຕົກລົງ ຫຼື ຕາມທີ່ໄດ້ໂຄສະ ນາຢ່າງໜ້າເຊື່ອຖື, ເຮັດໃຫ້ນັກສຶກສາຈຳນວນໜຶ່ງຈຳເປັນຕ້ອງໄດ້ກັບຄືນປະເທດຍ້ອນບໍ່ມິເງິນຄ່າຮຽນດ້ວຍຕົນເອງ. ດັ່ງນັ້ນ, ພໍ່ແມ່ຜູ້ປົກຄອງຕ້ອງມີສະຕິລະວັງຕົວ, ຫຼີກເວັ້ນການຖືກຕົວະຈາກກຸ່ມຄົນບໍ່ຫວັງດີ ຫຼື ບໍລິສັດນາຍໜ້າຕ່າງໆທີ່ສ່ຽງຕໍ່ການຖືກຫຼອກລວງ, ກໍລະນີຫາກພົບເຫັນບຸກຄົນທີ່ບໍ່ຫວັງດີ ຫຼື ມີບັນຫາອັນໃດທີ່ບໍ່ເຂົ້າໃຈ ບັນດາທ່ານສາມາດປະສານງານ ແລະ ຕິດຕໍ່ໄປທີ່ກົມກິດຈະການນັກສຶກສາ ກະຊວງສຶກສາທິການ ແລະ ກີລາໂດຍກົງໄດ້ເລີຍ. …

ອ່ານເພີ່ມ
ການສືກສາ

ໂຮງຮຽນໃນ 6 ແຂວງທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ເປີດການຮຽນ-ການສອນປົກກະຕິແລ້ວ

ຂຽນໂດຍ: ກຸ້ງຄຳ ແສນມະນີ
01/10/2019
in :  ການສືກສາ, ຂ່າວພາຍໃນ, ຂ່າວເດັ່ນ
0
115

ເມື່ອວັນທີ 30 ກັນຍາ 2019, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ໃຫ້ສໍາພາດວ່າ: ໂຮງຮຽນທີ່ໄດ້ຮັບຜົນກະທົບທັງໝົດມີເຖິງ 741 ແຫ່ງ ໃນນັ້ນມີໂຮງຮຽນອະນຸບານ 77 ແຫ່ງ, ໂຮງຮຽນປະຖົມສຶກສາ (ມູນລະປະຖົມ ແລະ ປະຖົມສົມບູນ) 571 ແຫ່ງ, ມັດທະຍົມສຶກສາຕົ້ນ 68 ແຫ່ງ, ແລະ ມັດທະຍົມສົມບູນ 25 ແຫ່ງ, ສູນການສຶກສານອກໂຮງຮຽນຂັ້ນແຂວງ 2 ແຫ່ງ, ໂຮງຮຽນເຕັກນິກ – ວິຊາຊີບແບບປະສົມແຂວງ 02 ແຫ່ງ, ສູນເຕັກໂນໂລຊີຂ່າວສານ ແລະ ການສື່ສານການສຶກສາ ແລະ ກີລາ ແຂວງ 1 ແຫ່ງ, ຫ້ອງການສຶກສາທິການ ແລະ ກີລາເມືອງ 02 ແຫ່ງ. ອຸປະກອນ-ສື່ສານຮຽນການສອນ, ປຶ້ມແບບຮຽນ ຄູ່ມືຄູ ປຶ້ມແຕ່ງບົດສອນ ປຶ້ມອ່ານເສີມຕ່າງໆໄດ້ເສຍຫາຍຢ່າງຫຼວງຫຼາຍ, ປະເພດເຟິນິເຈິ ເຊັ່ນ: ໂຕະຄູ …

ອ່ານເພີ່ມ
ຂ່າວພາຍໃນ

ບອກຂ່າວດີ! ຜ່າຕັດແກ່ນຕາຂຸ້ນຟຣີສຳລັບຜູ້ທີ່ທຸກຍາກ ເລີ່ມລົງທະບຽນ 4-9 ຕຸລານີ້

ຂຽນໂດຍ: ກຸ້ງຄຳ ແສນມະນີ
01/10/2019
in :  ຂ່າວພາຍໃນ, ຂ່າວເດັ່ນ, ສຸຂະພາບ
0
49

A New Vision ຈະໃຫ້ບໍລິການຜ່າຕັດແກ່ນຕາຂຸ້ນຟຣີແກ່ຜູ້ທີ່ທຸກຍາກໃນລາວ ເຊິ່ງໃນການຜ່າຕັດຄັ້ງນີ້ນອກຈາກຈະບໍ່ໄດ້ເສຍຄ່າແລ້ວ ທາງທີມປິ່ນປົວຍັງມີທີ່ພັກອາໄສ, ອາຫານ, ເຄື່ອງດື່ມ ແລະ ການເບິ່ງແຍງຫຼັງຜ່າຕັດນຳອີກ. ໂຄງການດັ່ງກ່າວນີ້ຈະເລີ່ມເປີດໃຫ້ກວດຕາ ແລະ ລົງທະບຽນໃນວັນທີ 4-9 ຕຸລາ 2019 ນີ້ ທີ່ໂຮງໝໍຕາທົ່ງປົ່ງ ແລະ ໂຮງໝໍເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ຜູ້ທີ່ຜ່ານການກວດຕາ ແລະ ລົງທະບຽນແລ້ວ ຈະໄດ້ຮັບການຜ່າຕັດໃນລະຫວ່າງວັນທີ 11-13 ຕຸລາ 2019 ໂດຍການຜ່າຕັດຈະໃຊ້ເວລາພຽງແຕ່ 5-10 ນາທີເທົ່ານັ້ນ. ພ້ອມນີ້ ການຜ່າຕັດຍັງມີຄຸນນະພາບ ທັນສະໄໝ ແລະ ມີຄວາມເຈັບປວດໜ້ອຍທີ່ສຸດ ແລະ ປອດໄພ ໂດຍທີມແພດປິ່ນປົວ ແມ່ນຈະມາຈາກປະເທດສິງກະໂປ ແລະ ເນປານ. ຜູ້ທີ່ມີຄວາມສົນໃຈ ສາມາດຕິດຕໍ່ສອບຖາມໄດ້ທີ່ ເບີໂທລະສັບ 0305727168 ແລະ 02055984248. ຂໍຂອບໃຈ/ທີ່ມາ

ອ່ານເພີ່ມ
ການສືກສາ

ນະຄອນຫຼວງວຽງຈັນສະເໜີ 3 ມາດຕະການ ແກ້ໄຂບັນຫາຄູອາສາສະໝັກທີ່ຍັງເຫຼືອຢູ່

ຂຽນໂດຍ: ກຸ້ງຄຳ ແສນມະນີ
30/08/2019
in :  ການສືກສາ, ຂ່າວພາຍໃນ
0
200

ນະຄອນຫຼວງວຽງຈັນ ສະເໜີ 3 ມາດຕະການ ແກ້ໄຂບັນຫາຄູອາສາສະໝັກທີ່ຍັງເຫຼືອຢູ່ ຊີ້ຕ້ອງໃຊ້ເວລາອີກດົນຈຶ່ງຈະແກ້ໄຂໄດ້ໝົດ. ອີງຕາມການລາຍງານຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ປັດຈຸບັນ ນະຄອນຫຼວງວຽງຈັນ ມີຄູອາສາສະໝັກທັງໝົດຢູ່ 1,100 ກ່ວາຄົນ, ໃນຂະນະທີ່ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ພົບຄວາມຫຍຸ້ງຍາກຫຼາຍໃນການແກ້ໄຂບັນຫານີ້ ແລະ ຄາດວ່າຕ້ອງໃຊ້ເວລາອີກດົນສົມຄວນຈຶ່ງຈະແກ້ໄຂໄດ້. ທ່ານ ຊົມພູ ແກ້ວປັນຍາ, ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ກ່າວວ່າ: ເພື່ອແກ້ໄຂບັນຫາຄູອາສາສະໝັກຢູ່ນະຄອນຫຼວງວຽງຈັນ, ພວກເຮົາໄດ້ປະຕິບັດຕາມ 3 ມາດຕະການສໍາຄັນ ຄື ມາດຕະການທຳອິດແມ່ນສັບຊ້ອນຄູອາສາສະໝັກທີ່ຢູ່ມາດົນແລ້ວໃຫ້ເຂົ້າເປັນລັດຖະກອນຄູໃຫ້ຖືກຕ້ອງຕາມວິຊາທີ່ຮຽນມາ ແລະ ຖືກຕ້ອງຕາມລະບຽບການທຸກຢ່າງຕາມໂຄຕາທີ່ໄດ້ຮັບການແບ່ງປັນຈາກກະຊວງສຶກສາທິການ ແລະ ກີລາ. ມາດຕະການທີ 2 ແມ່ນ ສໍາລັບຄູອາສາສະໝັກທີ່ຢູ່ມາດົນແຕ່ບໍ່ໄດ້ຮັບການບັນຈຸເຂົ້າເປັນລັດຖະກອນຄູ ແລະ ບໍ່ມີທາງເລືອກແລ້ວຈະໄດ້ລະດົມໃຫ້ບໍາລຸງວິຊາຊີບໃດໜຶ່ງຕາມທີ່ກະຊວງສຶກສາທິການ ແລະ ກີລາ ຈັດຂຶ້ນ; ຫຼັງຈາກບໍາລຸງສໍາເລັດແມ່ນໃຫ້ອອກໄປປະກອບອາຊີບຕາມທີ່ໄດ້ບໍາລຸງມາ ແລະ ມາດຕະການສຸດທ້າຍຄື ລະດົມຄູອາສາສະໝັກໃຫ້ອອກເລີຍຍ້ອນບໍ່ມີໂຄຕາ ແລະ ວິຊາທີ່ຮຽນມາກໍ່ບໍ່ຢູ່ໃນເປົ້າໝາຍໃນການຮັບເຂົ້າເປັນລັດຖະກອນຄູ. ຫົວໜ້າພະແນກສຶກສາທິການ ແລະ ກີລານະຄອນຫຼວງວຽງຈັນ ກ່າວຕື່ມວ່າ: ການແກ້ໄຂບັນຫາຄູອາສາສະໝັກຢູ່ນະຄອນຫຼວງວຽງຈັນ ໃນໄລຍະຜ່ານມາແມ່ນພົບຄວາມຫຍຸ້ງຍາກຫຼາຍທີ່ສຸດ, ໂດຍສະເພາະ ແມ່ນຂອດການຈັດຕັ້ງປະຕິບັດມາດຕະການທີ …

ອ່ານເພີ່ມ
ການສືກສາ

ສະຖາບັນສາທາລະນະສຸກຕ່າງແຂວງ ສອບເສັງວັນເວລາດຽວກັນທົ່ວປະເທດ

ຂຽນໂດຍ: ກຸ້ງຄຳ ແສນມະນີ
18/06/2019
in :  ການສືກສາ, ຂ່າວພາຍໃນ, ຂ່າວເດັ່ນ
0
108

ອີງຕາມແຈ້ງການຂອງ ກະຊວງສາທາລະນະສຸກ ສະບັບເລກທີ 10 ມິຖຸນາ 2019 ນະຄອນຫຼວງວຽຈັນແຈ້ງວ່າ: ຈະເລີ່ມຂາຍຄໍາຮ້ອງ ແລະ ລົງທະບຽນສອບເສັງໃຫ້ບັນດານັກຮຽນທີ່ຈົບຊັ້ນມັດທະຍົມຕອນປາຍໃນຂອບເຂດທົ່ວປະເທດ ທີ່ມີຄວາມສົນໃຈສອບເສັງເຂົ້າຮຽນ ຢູ່ສະຖາບັນສຶກສາ ສາທາລະນະສຸກຕ່າງແຂວງ ໃນສົກປີ 2019-2020 ຕັ້ງແຕ່ວັນທີ 24 ມິຖຸນາ -19 ກໍລະກົດ 2019 ໃນໂມງລັດຖະການ; ປິດຮັບຄໍາຮ້ອງສອບເສັງ ວັນທີ 19 ກໍລະກົດ 2019 ເວລາ 16:00 ໂມງ. ສໍາລັບຄ່າເອກະສານສະໝັກສອບເສັງ 40,000 ກີບ/ຊຸດ (ເອກະສານສອບເສັງ 35,000 ກີບ ແລະ ຄ່າບໍລິຫານການສອບເສັງ 5,000 ກີບ); ສູນສອບເສັງເຂົ້າຮຽນ ຢູ່ຕ່າງແຂວງມີ 7 ສູນຄື: ແຂວງຫຼວງພະບາງ, ສະຫວັນນະເຂດ, ຈໍາປາສັກ, ອຸດົມໄຊ, ຊຽງຂວາງ, ຄໍາມ່ວນ ແລະ ແຂວງວຽງຈັນ; ໂດຍຈະສອບເສັງ 3 ວິຊາຄື: ຕອນເຊົ້າ ວິຊາ ເຄມີສາດ, ຊີວະສາດ ແລະ …

ອ່ານເພີ່ມ
ການສືກສາ

ໂອກາດມາແລ້ວ! ວິທະຍາໄລຄູດົງຄຳຊ້າງ ເປີດຮັບສະໝັກພະນັກງານຄູ 8 ສາຂາ

ຂຽນໂດຍ: ກຸ້ງຄຳ ແສນມະນີ
25/04/2019
in :  ການສືກສາ, ຂ່າວພາຍໃນ
0
196

ວິທະຍາໄລຄູດົງຄຳຊ້າງ ໄດ້ອອກແຈ້ງການເຖິງບັນດາທ່ານຜູ້ທີ່ຕ້ອງການສະໝັກເຂົ້າເປັນລັດຖະກອນຄູ ຂອງວິທະຍາໄລຄູ ດົງຄຳຊ້າງ ວ່າ: ວິທະຍາໄລຄູ ດົງຄຳຊ້າງ ຈະເປີດຂາຍແບບຟອມສະໝັກເພື່ອສອບເສັງເຂົ້າເປັນລັດຖະກອນຄູ ປະຈຳປີ 2019 ໃນວັນທີ 25 ​ເມສາ ຫາ 14 ພຶດສະພາ 2019. ມື້ສອບເສັງ ​ແມ່ນ​ວັນ​ທີ 15 ພຶ​ດສະພາ 2019 ເວລາ 8:00 ​ໂມງ ທີ່ວິທະຍາໄລຄູ ດົງຄຳຊ້າງ ຕາມສາຂາວິຊາດັ່ງນີ້: ຄູອະນຸບານ ຄູປະຖົມ ຄູຊີວະສາດ ຄູປະຫວັດສາດ ຄູສິລະປະສຶກສາ ຄູເຄມີສາດ ຄູ ICT ຄູພາລະສຶກສາ ສຳລັບເງື່ອນໄຂຜູ້ສະໝັກ ​ແມ່ນ​ຕ້ອງ​ເປັນຄົນສັນຊາດລາວ, ອາຍຸບໍ່ເກີນ 34 ປີ, ຮຽນຈົບປະລິນຍາຕີ ຫຼື ປະລິນຍາໂທໃນສາຂາທີ່ກ່າວມາຂ້າງເທິງ, ມີສຸຂະພາບແຂງແຮງດີ ແລະ ປະຫວັດຈະແຈ້ງດີ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຮັບຊາບ ແລະ ເຂົ້າຮ່ວມສະໝັກຕາມເນື້ອໃນແຈ້ງການດັ່ງກ່າວດ້ວຍ. ທີ່ມາ  ມ່ວນ

ອ່ານເພີ່ມ

Stay Connected

  • 1509Posts
  • 417ຄຳຄິດເຫັນ
  • 3ສະມາຊິກ

Most Recent

ຊົມເຊີຍ! ທ່ານຮອງນາຍົກ ສົມດີ ດວງດີ ແລະທ່ານ ດຣ.ບຸນກອງ ສີຫາວົງ​ໄດ້ຮັບການສັກວັກຊີນໂຄວິດ-19​ແລ້ວ

ຈະຕຸວັນ ດາວິນ
9 ຊົ່ວໂມງ ກ່ອນ

ໜກໜ່ວງ! ອັດຕາການວ່າງງານ ໃນທົ່ວໂລກ ຫຼາຍກວ່າ 250 ລ້ານຄົນ

ຈະຕຸວັນ ດາວິນ
13 ຊົ່ວໂມງ ກ່ອນ

ສະຖິຕິຜູ້ຕິດເຊື້ອສະສົມທົ່ວໂລກທະລຸ​ 100​ ຄົນ

ຈະຕຸວັນ ດາວິນ
1 ມື້ ກ່ອນ
ເບິ່ງຕື່ມ

ກ່ຽວກັບພວກເຮົາ

ຂ່າວລາວ

ເວັບ LaoNews.net ບໍລິການ ຂ່າວສານ ຄວາມຮູ້ ວາໄລຕີ້ ສາລະບັນເທິງດີໆ ເພື່ອຄົນລາວ ບໍລິຫານໂດຍທີມງານ ຈາກນັກຂ່າວ ນັກຂຽນ ວົງການສື່ມວນຊົນທີ່ມີປະສົບການຂອງລາວ !

ອ່ານຂ່າວທາມລາຍ Line ID = @laonews

ຕິດຕໍ່/ສົ່ງຂ່າວ eMail  = laogroup@hotmail.com ຫຼື Line ID = @laonews ຫຼື INBOX Facebook

ຕິດຕາມເຮົາທີ່ນີ້:

ຂ່າວຍອດນິຍົມ

ອັບເດດຂ່າວ ຍິງກັນຕາຍຢູ່ໜ້າຕະຫຼາດເຊົ້າມື້ຄືນຜ່ານມາ​ເປັນເຫດວິສາມັນຄົນຮ້າຍ

ຈະຕຸວັນ ດາວິນ
22/08/2020

ພົບຄົນຕາຍໃນເຫດໄຟໄໝ້ຫຍ້າ ທີ່ຫາດດອນຈັນ

ເຂີຍເມືອງຊຳ
31/01/2020

ອີກແລ້ວ​ ອຸບັດເຫດທາງດ່ວນຢູ່ຈຸດສີເກີດ ນາຊາຍທອງ ນະຄອນຫຼວງວຽງຈັນ

ຈະຕຸວັນ ດາວິນ
26/12/2020

ເພິ່ນຈະປິດປະເທດບໍ? ປະເທດລາວປິດແລ້ວ! ແຕ່ອ່ານໃຫ້ຈົບກ່ອນຈຶ່ງຄ່ອຍແຊກະໄດ້.

ຈະຕຸວັນ ດາວິນ
22/03/2020

ຂ່າວໃໝ່ຫຼ້າສຸດ

  • 9 ຊົ່ວໂມງ ກ່ອນ

    ຊົມເຊີຍ! ທ່ານຮອງນາຍົກ ສົມດີ ດວງດີ ແລະທ່ານ ດຣ.ບຸນກອງ ສີຫາວົງ​ໄດ້ຮັບການສັກວັກຊີນໂຄວິດ-19​ແລ້ວ

  • 13 ຊົ່ວໂມງ ກ່ອນ

    ໜກໜ່ວງ! ອັດຕາການວ່າງງານ ໃນທົ່ວໂລກ ຫຼາຍກວ່າ 250 ລ້ານຄົນ

  • 1 ມື້ ກ່ອນ

    ສະຖິຕິຜູ້ຕິດເຊື້ອສະສົມທົ່ວໂລກທະລຸ​ 100​ ຄົນ

  • 2 ມື້ ກ່ອນ

    ຈັງຫວັດ​ສະໝຸດສາຄອນ​ ປະເທດໄທ​ ພົບຜູ້ຕິດເຊື້ອໃໝ່​ພາຍໃນວັນດຽວ 914​ ຄົນ

  • 2 ມື້ ກ່ອນ

    ກໍານົດເສຍຄ່າທໍານຽມທາງ 2021 ຮອດ 31 ມີນານີ້

ຄຳຄົ້ນຫາຍອດນິຍົມ ທາງດ່ວນ ຂ່າວລາວ ເສດຖະກິດ ການຊ່ວຍເຫຼືອ ອຸຕຸເຕືອນ ຂ່າວປະຈໍາວັນ ຂ່າວບັນເທີງ ຂ່າວຕ່າງປະເທດ ນໍ້າຖ້ວມ ຈີນ ຂ່າວ ແຈ້ງການ ອຸບັດເຫດ ຂ່າວພາຍໃນ ບັນເທີງ
© Copyright 2018, All Rights Reserved Powered by LaoNews.net | Designed by Koungkam | ນະໂຍບາຍຄຸ້ມຄອງຂໍ້ມູນສ່ວນຕົວ | ເງື່ອນໄຂການໃຊ້ບໍລິການ