2 ນັກກີລາລາວ ຫວັງສ້າງຜົນງານດີ ໃນຍົກນໍ້າໜັກຊີງແຊ້ມອາຊີ ເພື່ອຍາດໂຄຕ້າສູ່ໂອແລມປິກເກມ 2020
2 ນັກກີລາຍົກນໍ້າໜັກທີມຊາດລາວ ນາງ ໄມເຍ່ຍ ວື ແລະ ທ້າວ ຕອນຊຽນ ແຊ່ຈ໋າວ ຮຸ່ນນໍ້າໜັກ 55 ກິໂລກຣາມ ແລະ ທ່ານ ນາງ ເຄືອຄໍາ ລີເຍ່ຍວື ຫົວໜ້າຄູຝຶກ ອະດີດເຈົ້າຂອງຫຼຽນຄໍາ ຊີເກມ ຄັ້ງທີ 25 ຫຼື ວຽງຈັນ ເກມ ເມື່ອປີ 2009 ເລັ່ງຝຶກຊ້ອມຢ່າງໜັກ ກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນກີລາຍົກນໍ້າໜັກ ຊີງແຊ້ມອາຊີ ປະຈໍາປີ 2019 ຫຼື “2019 Asia Weightlifting Championships Olympic Qualification Event” ເພື່ອສະສົມຄະແນນຄວ້າໂຄຕ້າ ເຂົ້າຮ່ວມງານມະຫາກໍາກີລາໂອແລມປິກເກມ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເປັນເຈົ້າພາບ. ຕາມການໃຫ້ສໍາພາດຂອງ ທ່ານ ນາງ ເຄືອຄໍາ ລີເຍ່ຍວື ຫົວໜ້າຄູຝຶກ ຊຸດນໍາພາ 2 ນັກກີລາໃນຊຸດນີ້ ເຂົ້າຮ່ວມແຂ່ງຂັນລາຍການດັ່ງກ່າວ ເມື່ອບໍ່ດົນມານີ້ ໃຫ້ຮູ້ວ່າ: ນັກກີລາຍົກນໍ້າທີມຊາດລາວທັງ 2 …