ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net

ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net
  • ໜ້າທຳອິດ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວກິລາ
  • ບັນເທີງ
  • ທ່ອງທ່ຽວ
  • ນານາສາລະ
3 ໃໝ່ ບົດຄວາມ
  • 7 ຊົ່ວໂມງ ກ່ອນ ສຸດແປກ!​ ອ້າຍນ້ອງແຕ່ງດອງກັນເອງ ອ່ານແລ້ວເສົ້າ
  • 16 ຊົ່ວໂມງ ກ່ອນ ລັດຖະບານກຽມກວດກາ ເຂື່ອນໄຟຟ້າ 78 ແຫ່ງໃນລາວ​ທຸກໆ​ 5​ປີ
  • 20 ຊົ່ວໂມງ ກ່ອນ ທ່ານພົນເອກ ປຣະຢຸດ ຈັນໂອຊາ ສົ່ງສານຊົມເຊີຍທ່ານທອງລຸນ​ ສີສຸລິດ​ ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຂອງພັກ ສະໄໝທີ​ XI
ໜ້າຫຼັກ ຄັງຄຳຄົ້ນຫາ ຂ່າວກິລາ

ຄັງຄຳຄົ້ນຫາ ຂ່າວກິລາ

ບານເຕະ,ຈີນ,ກວ່າງໂຈວ,ສະໜາມກີລາ,ຂ່າວປະຈໍາວັນ,ຂ່າວກິລາ,ກິລາ
ຂ່າວກິລາ

ຮອງຮັບໄດ້ 1 ແສນບ່ອນນັ່ງ! ກວ່າງໂຈວ ເອເວີແກຣນ ສ້າງສະໜາມໃໝ່ ຂຶ້ນຕຳແໜ່ງສະໜາມໃຫຍ່ທີ່ສຸດໃນໂລກ

ຂຽນໂດຍ: ກຸ້ງຄຳ ແສນມະນີ
19/04/2020
in :  ຂ່າວກິລາ, ຂ່າວຕ່າງປະເທດ
0
424

ກວ່າງ​ໂຈວ ເອເວີແກຣນ ທີມ​ດັງ​ຈາກ​ເສິກ​ໄຊ​ນີສ​ຊູ​ເປີ​ລີກ ປະເທດ​ຈີນ ກຽມ​ກາຍ​ເປັນ​ສ​ະໂມ​ສອນ​ທີ່​ມີ​ສະໜາມບານເຕະ ໃຫຍ່​ທີ່ສຸດ​ໃນ​ໂລກ ຫຼັງ​ຈາກ​ເລີ່ມ​ລົງ​ມື​ກໍ່​ສ້າງ ໂດຍ​ມີ​ຄວາມ​ຈຸ​ເຖິງ 1 ແສນ​ບ່ອນ​ນັ່ງ. ​ແຊ້ມ​​ລີກ​ສູງ​ສຸດ​ຂອງ​ຈີນ​ປີ​ຫຼ້າ​ສຸດ ໄດ້​ຖະແຫຼງ​ຂ່າວ​ຢ່າງ​ຍິ່ງ​ໃຫຍ່ ພ້ອມ​ເປີດໂຕຮູບພາບສະໜາມແຫ່ງ​ໃໝ່​ຂອງ​ພວກ​ເຂົາ​ໄປ​ເມື່ອ​ວັນ​ພ​ະ​ຫັດ​​ທີ່​ຜ່ານມາ ໂດຍ​ສະໜາມ​ແຫ່ງ​ໃໝ່​ຂອງ​ສ​ະໂມສອນ​ກວ່າງ​ໂຈວ ເອເວີແກຣນ ມີ​ຄວາມ​ຈຸ 100,000 ບ່ອນນັ່ງ ຊຶ່ງ​ທຸ້ມ​ງົບ​ປະ​ມານ​ມະຫາ​ສານ​ເຖິງ 12 ຕື້ຢວນ. ໂຄງ​ສ້າງ​ຂອງ​ສະໜາມ ຈະ​ມີ​ລວດ​ລາຍ​ດອກ​ບົວ​ທີ່​ສະ​ດຸດ​ຕາ​​ອ້ອມຮອບ ຊຶ່ງ​ເປັນ​ເອກະ​ລັກຂອງ​ເມືອງ​ກວ່າງ​ໂຈວ ​ເມືອງ​ທາງ​ພາກ​ໃຕ້​ຂອງ​ຈີນ​ຂຶ້ນ​ຊື່​ເລື່ອງ​ຄວາມ​ສວຍ​ງາມ​ຂອງ​ດອກ​ໄມ້. ທັງ​ນີ້​ເມື່ອ​ການ​ກໍ່​ສ້າງ​ສຳເລັດ​​ໃນ​ປີ 2022 ຈະ​ເຮັດໃຫ້​ສະໜາມກີລາ​ແຫ່ງ​ໃໝ່​ຂອງ​ກວ່າງ​ໂຈວ ເອເວີແກຣນ ກາຍ​ເປັນ​ສະໜາມບານເຕະ ທີ່​ມີ​ຄວາມ​ຈຸຫຼາຍ​ທີ່ສຸດ​ໃນ​ໂລກ ແຊງ​ສະໜາມ “ຄຳ​ ນູ” ຂອງ​ບາ​ເຊ​ໂລ​ນາ ທີມ​ດັງ​ຂອງ​ສະ​ເປນ​ໃນ​ທັນ​ທີ (ແຕ່ສະໜ​າມ​ຄຳ ນູ ຈະ​ຂະຫຍາຍ​ບ່ອນນັ່ງ​ເປັນ 105,000 ບ່ອນນັ່ງ​ໃນ​ປີ 2023). ປັດຈຸບັນ​ສະໜາມ​ກີລາ​ທີ່​ມີ​ຄວາມ​ຈຸ​ຫຼາຍ​ທີ່ສຸດ​ຂອງ​ໂລກ​ຄື “ຣຶງ​ນາ​ໂດ” ຊຶ່ງ​ເປັນ​ສະໜາມ​ກີລາ​ແບບ​ມີ​ລູ່​ແລ່ນ ໃນນະຄອນຫຼວງປຽງ​ຢາງ ປະເທດ​ເກົາ​ຫຼີ​ເໜືອ ໂດຍ​ມີ​ຄວາມ​ຈຸ 114,000 ບ່ອນນັ່ງ, ຮອງ​ລົງ​ມາ​ກໍ​ເປັນ​ສະໜາມ ເອ​ທີ​ແອນ​​ທີ ​ຂອງ “ດັລ​ລັສ ຄາວ​ບອຍ” ທີມ​ດັງ​ໃນເສິກ​ເອັນ​ເອ​ຟ​ແອລ ຂອງ​ສະ​ຫະລັດ​ອາ​ເມ​ລິ​ກາ ທີ່​ມີ​ຄວາມ​ຈຸ​ຢູ່​ທີ່ 105,000 ບ່ອນນັ່ງ. …

ອ່ານເພີ່ມ
ອາຣິຍາ ນໍາທີມທັບນັກກີລາ ລົດຖີບລາວ ຄວ້າແຊ້ມທໍາອິດ 2020 ທີ່ກໍາປູເຈຍ
ຂ່າວກິລາ

ອາຣິຍາ ນໍາທີມທັບນັກກີລາ ລົດຖີບລາວ ຄວ້າແຊ້ມທໍາອິດ 2020 ທີ່ກໍາປູເຈຍ

ຂຽນໂດຍ: ກຸ້ງຄຳ ແສນມະນີ
08/01/2020
in :  ຂ່າວກິລາ, ຂ່າວພາຍໃນ, ຂ່າວເດັ່ນ
0
92

ກ່ອນໜ້ານີ້ ທ້າວ ອາຣິຍາ ພູນສະຫວັດ ນັກປັ່ນລົດຖີບທີມຊາດລາວເຮົາສາມາດເຮັດຜົນງານໃນການແຂ່ງຂັນ ໂດຍເຂົ້າເສັ້ນໄຊເປັນອັນດັບທີ 1 ຄວ້າແຊ້ມສະໜາມທີ 1 ໃນໄລຍະທາງ 153,5 Km ລາຍການ Cambodia Bay Cycling Tour 2020 ທີ່ປະເທດກຳປູເຈຍ ໃນວັນທີ 4 ມັງກອນ 2020 ປະເພດລົດຖີບເສືອພູເຂົາ (KOM) ພ້ອມຍາດໄດ້ເສື້ອເຈົ້າພູເຂົາມາສວມໃສ່. ສ່ວນສະໜາມທີ 2 ຈັດຂຶ້ນໃນວັນທີ 5 ມັງກອນ 2020 ອາຣິຍາ ກັບເພື່ອນຮ່ວມທີມຍັງໂດດເດັ່ນ ສາມາດຮັກສາເວລາລວມໄວ້ໄດ້ ພ້ອມຄອງເສື້ອເຫຼືອງ ( ຜູ້ນໍາເວລາລວມ ) ຕໍ່ໄປ ແລະ ສະໜາມທີ 3 ສະ ໜາມສຸດທ້າຍ ຈັດຂຶ້ນໃນວັນທີ 6 ມັງກອນ 2020 ປາກົດວ່າ: ອາຣິຍາ ຍັງຮັກສາຟອມການແຂ່ງຂັນກັບເພື່ອນຮ່ວມທີມໄດ້ດີຕໍ່ເນື່ອງ ສາມາດຮັກສາເວລາລວມໄວ້ໄດ້ດີ ເຮັດໃຫ້ຄວ້າແຊ້ມລາຍການ Cambodia Bay Cycling Tour 2020 ໄປຄອງ …

ອ່ານເພີ່ມ
ຂ່າວກິລາ

ພ້ອມແລ້ວເຖິງ 90% ສະໜາມກີລາຮອງຮັບ “ຊຽງຂວາງ ເກມ 2020”

ຂຽນໂດຍ: ກຸ້ງຄຳ ແສນມະນີ
04/01/2020
in :  ຂ່າວກິລາ, ຂ່າວພາຍໃນ, ຂ່າວເດັ່ນ
0
180

ນັບມາຮອດປັດຈຸບັນການກະກຽມຄວາມພ້ອມດ້ານຕ່າງໆ ບໍ່ວ່າຈະເປັນໂຮງແຮມ, ເຮືອນພັກ, ບ່ອນພັກຄູຝຶກ ແລະ ນັກກີລາ ລວມເຖິງສະໜາມກີລາປະເພດຕ່າງໆ ແມ່ນມີຄວາມພ້ອມແລ້ວເຖິງ 90% ເພື່ອກຽມຮອງຮັບໃຫ້ແກ່ການຈັດງານມະຫາກຳກີລາແຫ່ງຊາດ ຄັ້ງທີ 11 ຫຼື “ຊຽງຂວາງ ເກມ 2020” ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020. ຂະນະທີ່ເຈົ້າພາບ ຈະສົ່ງນັກກີລາຮ່ວມແຂ່ງຂັນຄົບທັງ 28 ປະເພດກີລາ ພ້ອມຕັ້ງເປົ້າຈະພະຍາຍາມສູ້ຊົນໃຫ້ຕິດ 1 ໃນ 5 ອັນດັບທຳອິດຂອງຕາຕະລາງ. ທ່ານ ບົວລີ ພັນນາວົງ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງຊຽງຂວາງ ໄດ້ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານຄະນະກຳມະການໂອແລມປິກແຫ່ງຊາດລາວ ປະຈຳປີ 2019 ເມື່ອວັນທີ່ 24 ທັນວາ ຜ່ານມາ ທີ່ຫ້ອງປະຊຸມຄະນະກຳມະການກີລາໂອແລມປິກແຫ່ງຊາດລາວ ວ່າ: ສຳລັບການກະກຽມຄວາມພ້ອມຈັດງານມະຫາກຳກີລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ລະຫວ່າງວັນທີ 22 ມີນາ ຫາ 1 ເມສາ …

ອ່ານເພີ່ມ
ຂ່າວກິລາ

ນັກແລ່ນກວ່າ 1,000 ຄົນກຽມຮ່ວມງານແລ່ນ RUN FOR HER 2019 ທ້າຍເດືອນຕຸລານີ້

ຂຽນໂດຍ: ກຸ້ງຄຳ ແສນມະນີ
03/10/2019
in :  ຂ່າວກິລາ, ຂ່າວພາຍໃນ, ສຸຂະພາບ
0
40

ຜູ້ຈັດງານແລ່ນຊູເປີມິນິມາຣາທອນ RUN FOR HER 2019 ເປີດເຜີຍ ຕອນນີ້ມີນັກແລ່ນສະໝັກເຂົ້າຮ່ວມແລ່ນແລ້ວກວ່າ 1,000 ຄົນ ເຊິ່ງງານດັ່ງກ່າວນີ້ຈະຈັດຂຶ້ນໃນວັນທີ 27 ຕຸລາ 2019 ນີ້ທີ່ນະຄອນຫຼວງວຽງຈັນ. ພິທີຖະແຫຼງຂ່າວງານແລ່ນ Run For Her 2019 ມີຂຶ້ນເມື່ອຕອນເຊົ້າຂອງວັນທີ 2 ຕຸລາ 2019 ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍມີຜູ້ຈັດງານ, ຜູ້ສະໜັບສະໜຸນ, ນັກແລ່ນ ແລະ ສື່ມວນຊົນເຂົ້າຮ່ວມຮັບຟັງຂໍ້ມູນຕ່າງໆກ່ຽວກັບງານແລ່ນໃນຄັ້ງນີ້. Run For Her ຈັດຂຶ້ນໂດຍວາລະສານຂວັນໃຈອອນລາຍ ແລະ ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບສະຫະພັນແລ່ນ-ລານແຫ່ງຊາດລາວ ໂດຍມີຈຸດປະສົງເພື່ອປູກຈິດສຳນຶກໃຫ້ຄົນໃນສັງຄົມເຫັນຄວາມສຳຄັນ ແລະ ຮ່ວມກັນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ. ທັງນີ້ ງານດັ່ງກ່າວນີ້ເກີດຂຶ້ນຕໍ່ເນື່ອງຈາກງານ Bike For Her ເຊິ່ງເປັນງານປັ່ນລົດຖີບ ແຕ່ເນື່ອງຈາກທາງຜູ້ຈັດຕ້ອງການໃຫ້ຄົນທົ່ວໄປສາມາດເຂົ້າຮ່ວມກິດຈະກຳໄດ້ໂດຍໃຊ້ອຸປະກອນກີລາທີ່ໜ້ອຍທີ່ສຸດ ຈຶ່ງປ່ຽນຮູບແບບກາຍມາເປັນງານແລ່ນໃນປີນີ້, ທ່ານ ນາງ ເກດສະຫວັນ ປັນຍາທິບ ຮອງຜູ້ອຳນວຍການ ວາລະສານຂວັນໃຈ ອອນລາຍ ກ່າວ. ສຳລັບໄລຍະທາງໃນງານດັ່ງກ່າວນີ້ແບ່ງອອກເປັນ …

ອ່ານເພີ່ມ
ການແຂ່ງຂັນກິລາ,ແບັດມິນຕັນ,ທີ່ປະເທດໄທ,ກິລາ,ຂ່າວກິລາ,ດອກປີກໄກ່
ຂ່າວກິລາ

ຊົມເຊີຍ! ດອກປີກໄກ່ເຍົາວະຊົນທີມຊາດລາວ ຍາດໄດ້ 6 ລາງວັນທີ່ປະເທດໄທ

ຂຽນໂດຍ: ກຸ້ງຄຳ ແສນມະນີ
01/10/2019
in :  ຂ່າວກິລາ, ຂ່າວພາຍໃນ
0
45

ສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ໄດ້ສົ່ງນັກກິລາດອກປີກໄກ່ເຍົາວະຊົນທີມຊາດລາວ ເຂົ້າຮ່ວມການແຂ່ງຂັນລາຍການ Jorakay Junior Badminton Championship 2019 ໃນລະຫວ່າງວັນທີ 25-29 ກັນຍາ 2019 ທີ່ຫ້າງສັບພະສິນຄ້າ Terminal 21 ຈັງຫວັດນະຄອນຣາຊະສີມາ ປະເທດໄທ, ເຊິ່ງທີມລາວສົ່ງນັກກິລາເຂົ້າຮ່ວມ 4 ຄົນ ໂດຍເປັນນັກກິລາມາຈາກ 2 ສະໂມສອນ ຄື: ສະໂມສອນມັນທາຕຸລາດ ແລະ ສະໂມສອນລ້ານຊ້າງ ພາຍໄຕ້ການຄຸມທີມຂອງໂຄ້ຊ ເບຍ ຣັດຕະພົງ ພານຸມາດ ແລະ ໂຄ້ຊ ກ໊ອກ ພັນທະວຸດ ສີສົມເດດ. ຜົນງານຂອງນັກກິລາເຍົາວະຊົນທີມຊາດລາວ ສາມາດຍາດມາໄດ້ເຖິງ 6 ລາງວັນ ຄື: ທ້າວ ມານັດ ເພຍສຸລິນ (ມານັດ) ຍາດໄດ້ ອັນດັບທີ 1 ຊາຍດ່ຽວ 15 ປີ ແລະ ອັນດັບທີ 2 ຊາຍດ່ຽວ 17 ປີ ທ້າວ ໄຊຍະສອນ ແກ້ວໄຊ …

ອ່ານເພີ່ມ
ຂ່າວກິລາ

ນັກກີລາເກືອບ 300 ຄົນ ກຽມເຂົ້າຮ່ວມເຕະບານເຍົາວະຊົນ ຊີງຂັນປະທານສະຫະພັນບານເຕະ ນວ 2019

ຂຽນໂດຍ: ກຸ້ງຄຳ ແສນມະນີ
30/08/2019
in :  ຂ່າວກິລາ, ຂ່າວພາຍໃນ
0
99

ມີນັກກີລາເກືອບ 300 ຄົນ ກຽມເຂົ້າຮ່ວມເຕະບານເຍົາວະຊົນ ຊີງຂັນປະທານສະຫະພັນບານເຕະ ນວ 2019 ຄະນະ​ນຳ, ຄູ​ຝຶກ ​ແລະ ນັກ​ກີລາ ຮຸ່ນອາຍຸບໍ່ເກີນ 11 ປີ, 13 ປີ ແລະ 16 ປີ ​ຈາກ 10 ສະໂມສອນ ອ້ອມ​ຂ້າງ​ນະຄອນຫຼວງ​ວຽງ​ຈັນ ​ເກືອບ 300 ຄົນ ພ້ອມ​ຈະ​ເຂົ້າ​ຮ່ວມຊີງ​ຄວາມ​ເປັນ​ໜຶ່ງ ​ໃນ​ການ​ແຂ່ງຂັນກີລາເຕະບານຮຸ່ນເຍົາວະຊົນ ຊີງຂັນປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2019 ເພື່ອເປັນການສ້າງຂະບວນການຕ້ອນຮັບເປີດສົກຮຽນໃໝ່ 2019-2020 ແລະ ຄັດເລືອກນັກກີລາຮຸ່ນສືບທອດດີເດັ່ນກຽມຕາງໜ້ານະຄອນຫຼວງວຽງຈັນ ເຂົ້າຮ່ວມແຂ່ງຂັນລາຍການ​ຕ່າງໆທັງພາຍໃນ ແລະ ຕ່າງປະ​ເທດ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້. ກອງ​ປະຊຸມ​ເຜີຍ​ແຜ່​ກົດ​ລະບຽບ​ການ​ແຂ່ງຂັນ, ຈັບ​ສະຫຼາກ ​ແລະ ຖະ​ແຫຼ​ງຂ່າວ​ການ​ກຽມພ້ອມ​ຈັດການ​ແຂ່ງຂັນ​ກີລາ​ເຕະບານ​ເຍົາວະ​ຊົນ 3 ຮຸ່ນ​ ຊີງ​ຂັນ​ທ່ານ​ປະທານ​ສະຫະພັນ​ບານ​ເຕະ ນະຄອນຫຼວງ​ວຽງ​ຈັນ ປະຈຳ​ປີ 2019 ​ໄດ້​ມີ​ຂຶ້ນ​ເມື່ອ​ວັນ​ທີ 28 ສິງຫາ ຜ່ານ​ມາ ທີ່​ຫ້ອງປະຊຸມຄະນະກຳມະການໂອ​ແລມປິກ​ແຫ່ງ​ຊາດ​ລາວ, ​ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ ທ່ານ ວຽງ​ສະຫວັນ ​ແສງ​ຈັນ …

ອ່ານເພີ່ມ
ຂ່າວກິລາ

ມວຍລາວສົ່ງ 5 ນັກກີລາຮ່ວມແຂ່ງຂັນໃນເວທີສາກົນ

ຂຽນໂດຍ: ກຸ້ງຄຳ ແສນມະນີ
30/08/2019
in :  ຂ່າວກິລາ, ຂ່າວພາຍໃນ
0
89

   ສະ­ຫະ­ພັນ​ມວຍ​ລາວ​ແຫ່ງ​ຊາດ​ກຽມ​ສົ່ງ 5 ນັກ​ມວຍ​ລາວ​ລາຍ ຈາກ​ທີມ Lao Action Star ໄປ​ສະ­ແດງ​ສັກ​ກາ​ຍະ​ພາບ​ໃນ​ເວ­ທີ​ສາ­ກົນ​ລາຍ­ການ 2019 Chungju World Martial Arts Park ວັນ​ທີ 30 ສິງ­ຫາ-6 ກັນ­ຍາ 2019 ທີ່ ສ ເກົາ­ຫຼີ. ທ່ານ ສາຍ­ສະ­ໝອນ ໄຊ​ຍະ​ສອນ ປະ­ທານ​ສະ­ຫະ­ພັນ​ມວຍ​ແຫ່ງ​ຊາດ​ລາວ ທັງ​ເປັນ​ປະ­ທານ​ສະ­ຫະ­ພັນ​ມວຍ​ໂລກ ຖະ­ແຫຼງ​ຂ່າວ​ວັນ​ທີ 26 ສິງ­ຫາ 2019 ຢູ່​ສະ­ຫະ­ພັນ​ມວຍ​ລາວ​ແຫ່ງ​ຊາດ​ວ່າ:ສະ­ຫະ­ພັນ​ມວຍ​ລາວ​ແຫ່ງ​ຊາດ​ເຂົ້າ​ຮ່ວມ​ລາຍ­ການ​ດັ່ງ­ກ່າວ​ມີ 60 ກວ່າ​ປະ­ເທດ​ເຂົ້າ​ຮ່ວມ ປີ 2018 ສົ່ງ​ເຂົ້າ​ພຽງ 1 ລາຍ­ການ​ຟ້ອນ​ດ່ຽວ ສາ­ມາດ​ຍາດ​ໄດ້​ອັນ​ດັບ​ທີ 3 ສ່ວນ​ປີ 2019 ສົ່ງ​ເຂົ້າ​ຮ່ວມ 3 ລາຍ­ການ​ຄື ຟ້ອນ​ດ່ຽວ ຟ້ອນ​ຄູ່ ແລະ ຟ້ອນ​ຄູ່​ປະ­ສົມ ຕັ້ງ​ເປົ້າ​ຍາດ​ຜົນ­ງານ​ໃຫ້​ດີ​ກວ່າ​ປີ​ທີ່​ຜ່ານ​ມາ​ຄື​ຕິດ​ອັນ​ດັບ 1 ໃນ 2. ສຳ­ລັບ​ນັກ­ກີ­ລາ 5 ຄົນ​ຊາຍ ນຳ​ໂດຍ ພິ­ລາ​ວັນ …

ອ່ານເພີ່ມ
ຂ່າວກິລາ

“ເພັດມະນີ” ນັກກີລາລາວ ຄວ້າຮອງແຊ້ມ ດອກປີກໄກ່ ຢຸນນານ ໂຢເນັກ ໂອເພັນ ແຊມປຽນຊິບ

ຂຽນໂດຍ: ກຸ້ງຄຳ ແສນມະນີ
29/08/2019
in :  ຂ່າວກິລາ, ຂ່າວພາຍໃນ, ຂ່າວເດັ່ນ
0
62

ນາງ ເພັດມະນີ ແກ້ວເພຍຈັນ ຫຼື “ແອນນາ” ສາວນັກກີລາດອກປີກໄກ່ ຈາກສະໂມສອນເສດຖາ ຕົວແທນຈາກ ສປປ ລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ເຖິງຈະເສຍໃຫ້ ນັກກີລາຈາກປະເທດອິນໂດເນເຊຍ 0-2 ເຊັດ ໃນຮອບຊີງຊະນະເລີດ ກໍຕາມ ແຕ່ກໍເປັນຜົນງານຄັ້ງທຳອິດໃນເວທີສາກົນ ໂດຍຄວ້າ 1 ຫຼຽນເງິນ ຫຼື ຮອງແຊ້ມ ພ້ອມເງິນລາງວັນ 900 ໂດລາສະຫະລັດ, ສ້າງກຽດ ແລະ ຊື່ສຽງໃຫ້ແກ່ປະເທດຊາດ ໃນການແຂ່ງຂັນ ດອກປີກໄກ່ ຢຸນນານ ໂຢເນັກ ແບັດມິນຕັນ ໂອເພັນ ແຊມປ້ຽນຊິບ 2019 (Yunnan “YONEX” Badminton Open Championships) ຄຸນໝິງ ສປ ຈີນ. ການແຂ່ງຂັນຄັ້ງນີ້ ໄດ້ມີຂຶ້ນເມື່ອລະຫວ່າງວັນທີ 24-27 ສິງຫາ ຜ່ານມາ ທີ່ຄຸນໝິງ ສປ ຈີນ ຮັບກຽດເປັນເຈົ້າພາບ. ໃນນີ້, ສະເພາະທັບນັກກີລາດອກປີກໄກ່ສະໂມສອນເສດຖາ ຕາງໜ້າສປປ ລາວ ສົ່ງເຂົ້າຮ່ວມແຂ່ງຂັນ 8 …

ອ່ານເພີ່ມ
ມະຫາວິທະຍາໄລແຫ່ງຊາດ ເປີດຫຼັກສູດກີລາ​ບານເຕະ ​​ຫວັງ​ປັ້ນຮຸ່ນ​ສືບ​ທອດກ້າວ​ສູ່​ທີ​ມຊາດ
ຂ່າວກິລາ

ມະຫາວິທະຍາໄລແຫ່ງຊາດ ເປີດຫຼັກສູດກີລາ​ບານເຕະ ​​ຫວັງ​ປັ້ນຮຸ່ນ​ສືບ​ທອດກ້າວ​ສູ່​ທີ​ມຊາດ

ຂຽນໂດຍ: ກຸ້ງຄຳ ແສນມະນີ
20/04/2019
in :  ຂ່າວກິລາ
0
99

ສະໜາມກີລາ​ບານ​ເຕະຫຍ້າ​ທຽມ ມະຫາ​ວິທະຍາ​ໄລ​ແຫ່ງ​ຊາດ​ລາວ (ມຊ) ພ້ອມ​ຈະ​ເປີດ​​​ສອນ​ຫຼັກສູດ​ກີລາ​ບານເຕະ​ ​ໂດຍ​ຜ່ານທີມງານຜູ້ຝຶກສອນທີ່ມີປະສົບການ ຈາກສະຫະພັນ​ບານ​ເຕະ​ອາຊີ (AFC) ແລະ ອາຈານ​​ຂອງຄະນະວິທະຍາສາດການກີລາ ແລະ ກາຍຍະກໍາ ​ເພື່ອ​ຖ່າຍ​ທອດ​ໃຫ້​ນັກ​ກີລາ ຮຸ່ນອະ​ນຸຊົນ ​ແລະ ​ເຍົາວະ​ຊົນ ​​ອາຍຸລະຫວ່າງ 6 – 16 ປີ ​ແບບ​ບໍ່​ຈໍາກັດ​ເພື່ອ​ສ້າງໃຫ້ກັບ​ທີ​ມຊາດ​ ໃນ​ອະນາຄົດ. ຕາມ​ການ​ໃຫ້​ສໍາພາດ​ຂອງ ທ່ານ ປອ. ​ໃຈ​ລາສີ ຍໍ​ພັນ​ໄຊ ຜູ້​ຈັດການ​ສະ​ໂມ​ສອນ​ ມຊ ​ເອັບ​ຊີ, ທັງເປັນວ່າການຫົວໜ້າພາກວິຊາວິທະຍາສາດການກີລາ ຄະນະວິທະຍາສາດການກີລາ ແລະ ກາຍຍະກໍາ ແຈ້ງ​ໃຫ້​ຊາບ​ວ່າ: ເພື່ອເປັນການພັດທະນາກີລາບານເຕະໃນ​ຮຸ່ນ​ອະນຸຊົນ ​ແລະ ເຍົາວະຊົນອ້ອມ​ຂ້າງ​ສູນ​ກາງ ຢ່າງເປັນລະບົບ ພ້ອມທັງນໍາໃຊ້ວິທະຍາສາດການກີລາ ເຂົ້າມາຊ່ວຍໃນການຝຶກຊ້ອມ. ດັ່ງ​ນັ້ນ, ສະໂມສອນ ມຊ ຈຶ່ງ​ໄດ້​ຮ່ວມ​ກັບ ສະໜາມກີລາ​ບານເຕະຫຍ້າທຽມ ມຊ ຈະໄດ້ມີການເປີດສອນຫຼັກສູດ​ກີລາ​ບານເຕະ​ໃຫ້ນັກກີລາ​​ຮຸ່ນ​ສືບ​ທອດ​ລະຫວ່າງ ອາຍຸ 6 – 16 ປີ ​ໃນ​ວັນ​ທີ 27 ເມສາ​ນີ້ ເປັນຕົ້ນໄປ. ການ​ຝຶກສອນ​ໃນ​ຄັ້ງ​ນີ້ ນັກ​ກີລາ​ທຸກ​ຄົນ​ຍັງຈະ​ໄດ້​ຮຽນ​ຮູ້ນໍາທີມງານຝຶກສອນທີ່ຜ່ານການຝຶກອົບຮົມຈາກສະຫະພັນ​ບານ​ເຕະ​ອາຊີ (AFC) …

ອ່ານເພີ່ມ
3 ນັກແລ່ນລາວ ພ້ອມລຸຍຊີງແຊ້ມອາຊີ ທີ່ປະເທດກາຕ້າ
ຂ່າວກິລາ

3 ນັກແລ່ນລາວ ພ້ອມລຸຍຊີງແຊ້ມອາຊີ ທີ່ປະເທດກາຕ້າ ອາທິດນີ້

ຂຽນໂດຍ: ກຸ້ງຄຳ ແສນມະນີ
20/04/2019
in :  ຂ່າວກິລາ
0
70

3 ນັກແລ່ນທີມຊາດລາວ ພ້ອມແລ້ວທີ່ຈະລຸຍການແຂ່ງຂັນແລ່ນ-ລານ ຊີງແຊ້ມອາຊີ ທີ່ເມືອງໂດຮາ ປະເທດກາຕ້າ ເປັນເຈົ້າພາບ ລະຫວ່າງວັນທີ 21-24 ເມສາ ຈະເຖິງນີ້. ສຳລັບ ການແຂ່ງຂັນຊິງແຊ້ມອາຊີທີ່ປະເທດກາຕ້າ ໃນຄັ້ງນີ້ ນັກກີລາລາວເຮົາ ແມ່ນລົງແຂ່ງຂັນ 3 ລາຍການ ປະກອບມີ ທ້າວ ອານຸສອນ ໄຊສາ ລົງແຂ່ງຂັນລາຍການ ແລ່ນຂ້າມຮົ້ວ110 ແມັດ, ນາງ ມະນີວັນ ຈັນທະວົງ ລົງແຂ່ງຂັນແລ່ນຂ້າມຮົ້ວ 100 ແມັດ ແລະ ນາງ ສີລິນາ ພະອາໄພ ລົງແຂ່ງຂັນລາຍການແລ່ນ 100 ແມັດ. (​ໄກ່​ແຈ້) ທີ່ມາຂ່າວ ມ່ວນ

ອ່ານເພີ່ມ
12ໜ້າ 1 ໃນ 2

Stay Connected

  • 1496Posts
  • 417ຄຳຄິດເຫັນ
  • 3ສະມາຊິກ

Most Recent

ສຸດແປກ!​ ອ້າຍນ້ອງແຕ່ງດອງກັນເອງ ອ່ານແລ້ວເສົ້າ

ຈະຕຸວັນ ດາວິນ
7 ຊົ່ວໂມງ ກ່ອນ

ລັດຖະບານກຽມກວດກາ ເຂື່ອນໄຟຟ້າ 78 ແຫ່ງໃນລາວ​ທຸກໆ​ 5​ປີ

ຈະຕຸວັນ ດາວິນ
16 ຊົ່ວໂມງ ກ່ອນ

ທ່ານພົນເອກ ປຣະຢຸດ ຈັນໂອຊາ ສົ່ງສານຊົມເຊີຍທ່ານທອງລຸນ​ ສີສຸລິດ​ ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຂອງພັກ ສະໄໝທີ​ XI

ຈະຕຸວັນ ດາວິນ
20 ຊົ່ວໂມງ ກ່ອນ
ເບິ່ງຕື່ມ

ກ່ຽວກັບພວກເຮົາ

ຂ່າວລາວ

ເວັບ LaoNews.net ບໍລິການ ຂ່າວສານ ຄວາມຮູ້ ວາໄລຕີ້ ສາລະບັນເທິງດີໆ ເພື່ອຄົນລາວ ບໍລິຫານໂດຍທີມງານ ຈາກນັກຂ່າວ ນັກຂຽນ ວົງການສື່ມວນຊົນທີ່ມີປະສົບການຂອງລາວ !

ອ່ານຂ່າວທາມລາຍ Line ID = @laonews

ຕິດຕໍ່/ສົ່ງຂ່າວ eMail  = laogroup@hotmail.com ຫຼື Line ID = @laonews ຫຼື INBOX Facebook

ຕິດຕາມເຮົາທີ່ນີ້:

ຂ່າວຍອດນິຍົມ

ອັບເດດຂ່າວ ຍິງກັນຕາຍຢູ່ໜ້າຕະຫຼາດເຊົ້າມື້ຄືນຜ່ານມາ​ເປັນເຫດວິສາມັນຄົນຮ້າຍ

ຈະຕຸວັນ ດາວິນ
22/08/2020

ພົບຄົນຕາຍໃນເຫດໄຟໄໝ້ຫຍ້າ ທີ່ຫາດດອນຈັນ

ເຂີຍເມືອງຊຳ
31/01/2020

ອີກແລ້ວ​ ອຸບັດເຫດທາງດ່ວນຢູ່ຈຸດສີເກີດ ນາຊາຍທອງ ນະຄອນຫຼວງວຽງຈັນ

ຈະຕຸວັນ ດາວິນ
4 ອາທິດ ກ່ອນ

ເພິ່ນຈະປິດປະເທດບໍ? ປະເທດລາວປິດແລ້ວ! ແຕ່ອ່ານໃຫ້ຈົບກ່ອນຈຶ່ງຄ່ອຍແຊກະໄດ້.

ຈະຕຸວັນ ດາວິນ
22/03/2020

ຂ່າວໃໝ່ຫຼ້າສຸດ

  • 7 ຊົ່ວໂມງ ກ່ອນ

    ສຸດແປກ!​ ອ້າຍນ້ອງແຕ່ງດອງກັນເອງ ອ່ານແລ້ວເສົ້າ

  • 16 ຊົ່ວໂມງ ກ່ອນ

    ລັດຖະບານກຽມກວດກາ ເຂື່ອນໄຟຟ້າ 78 ແຫ່ງໃນລາວ​ທຸກໆ​ 5​ປີ

  • 20 ຊົ່ວໂມງ ກ່ອນ

    ທ່ານພົນເອກ ປຣະຢຸດ ຈັນໂອຊາ ສົ່ງສານຊົມເຊີຍທ່ານທອງລຸນ​ ສີສຸລິດ​ ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຂອງພັກ ສະໄໝທີ​ XI

  • 2 ມື້ ກ່ອນ

    ໄລຍະກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຢູ່ ນວ ມີອຸບັດຕິເຫດເກີດຂຶ້ນ 17 ຄັ້ງ ແຕ່ບໍ່ມີຄົນເສຍຊີວິດ 

  • 2 ມື້ ກ່ອນ

    ຍີ່ປຸ່ນ ຊ່ວຍເຫຼືອ ສປປ ລາວ ດ້ານມາດຕະການຕໍ່ຕ້ານການກໍ່ການຮ້າຍ​ມູນຄ່າ​ 1,92​ ລ້ານໂດລາ

ຄຳຄົ້ນຫາຍອດນິຍົມ ການຊ່ວຍເຫຼືອ ຂ່າວປະຈໍາວັນ ຂ່າວຕ່າງປະເທດ ຈີນ ອຸບັດເຫດ ແຈ້ງການ ທາງດ່ວນ ນໍ້າຖ້ວມ ຂ່າວພາຍໃນ ຂ່າວລາວ ອຸຕຸເຕືອນ ຂ່າວ ຂ່າວບັນເທີງ ເສດຖະກິດ ບັນເທີງ
© Copyright 2018, All Rights Reserved Powered by LaoNews.net | Designed by Koungkam | ນະໂຍບາຍຄຸ້ມຄອງຂໍ້ມູນສ່ວນຕົວ | ເງື່ອນໄຂການໃຊ້ບໍລິການ