ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net

ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net
  • ໜ້າທຳອິດ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວກິລາ
  • ບັນເທີງ
  • ທ່ອງທ່ຽວ
  • ນານາສາລະ
3 ໃໝ່ ບົດຄວາມ
  • 05/09/2022 ອຸດົມໄຊ ຄາດຄະເນມູນຄ່າເສຍຫາຍ ແລະ ຄວາມຕ້ອງການງົບໃນການຟື້ນຟູປະມານ 60 ກ່ວາຕື້ກີບ
  • 04/09/2022 ຮອງ ລຕມ ປກສ ຮ່ວມສົ່ງສະການ ນາຍຕຳຫຼວດກ້າ​ ເສຍຊີວິດຍ້ອນຖືກຄົນຮ້າຍແກະລະເບີດໃສ່
  • 02/09/2022 ໜ້າເສົ້າ! ປາແດກອາຫານຍອດນິຍົມຂອງຄົນລາວ ກາຍເປັນສິນຄ້ານຳເຂົ້າ
ໜ້າຫຼັກ ຄັງຄຳຄົ້ນຫາ ຂ່າວຕ່າງປະເທດ

ຄັງຄຳຄົ້ນຫາ ຂ່າວຕ່າງປະເທດ

ຂ່າວຕ່າງປະເທດ

ທະຫານໄທກໍ່ເຫດຍິງສັງຫານ ຢູ່ນະຄອນຣາຊະສີມາ ເສຍຊີວິດຢ່າງໜ້ອຍ 20 ຄົນ

ຂຽນໂດຍ: ກຸ້ງຄຳ ແສນມະນີ
09/02/2020
in :  ຂ່າວຕ່າງປະເທດ, ຂ່າວເດັ່ນ
0
1,048

ມີຜູ້ເສຍຊີວິດຢ່າງໜ້ອຍ 20 ຄົນ ແລະ ອີກຫຼາຍຄົນໄດ້ຮັບບາດເຈັບຈາກເຫດການທະຫານໄທໃຊ້ອາວຸດປືນຍິງສັງຫານທີ່ແຂວງນະຄອນຣາຊະສີມາ ປະເທດໄທ ເມື່ອຕອນແລງຂອງມື້ນີ້ (8 ກຸມພາ 2020) ໂຄສົກກະຊວງປ້ອງກັນປະເທດຂອງໄທກ່າວຕໍ່ສື່ວ່າ ຈັກກຣະພັນ ທົມມາ ທະຫານນາຍສິບໄດ້ໂຈມຕີເຈົ້າໜ້າທີ່ຜູ້ບັງຄັບບັນຊາຂອງຕົນເອງ ກ່ອນທີ່ຈະລັກເອົາອາວຸດປືນ ແລະ ລູກປືນຈຳນວນໜຶ່ງຈາກຄັງອາວຸດອອກໄປ. ຈາກນັ້ນ ທະຫານຄົນນີ້ໄດ້ເລີ່ມໃຊ້ອາວຸດປືນຍິງທີ່ວັດແຫ່ງໜຶ່ງ ແລ້ວຕາມດ້ວຍສູນການຄ້າຢູ່ໃຈກາງເມືອງນະຄອນຣາຊະສີມາ. ຕອນນີ້ ເຈົ້າໜ້າທີ່ໄທຍັງບໍ່ສາມາດຈັບໂຕຄົນຮ້າຍໄດ້ ໂດຍວິດີໂອຈາກສື່ທ້ອງຖິ່ນໄດ້ສະແດງໃຫ້ເຫັນພາບຂອງຄົນຮ້າຍອອກມາຈາກລົດຢູ່ດ້ານໜ້າຂອງສູນການຄ້າ Terminal 21 ໃນອຳເພີເມືອງ ແລະ ຍິງຄົນທີ່ຢູ່ໃຫ້ຄຽງ ເຊິ່ງກຳລັງແລ່ນໜີ. ຂະນະທີ່ອີກວິດີໂອສະແດງໃຫ້ເຫັນຮູບພາບຂອງໄຟໄໝ້ຢູ່ນອກຕຶກສູນການຄ້າ ເຊິ່ງລາຍງານລະບຸວ່າເກີດຈາກຄົນຮ້າຍໃຊ້ປືນຍິງຖັງແກສ. ພ້ອມນີ້ ຄົນຮ້າຍຍັງໄດ້ໂພສຮູບພາບລົງໃນເຟສບຸກຂອງຕົນເອງ ໂດຍເປັນຮູບຂອງຜູ້ກ່ຽວພ້ອມດ້ວຍແປວໄຟທີ່ຢູ່ດ້ານຫຼັງ. ເຈົ້າໜ້າທີ່ໄທໄດ້ປິດພື້ນທີ່ເພື່ອຕາມຈັບໂຕຄົນຮ້າຍ ເຊິ່ງລາຍງານລະບຸວ່າຍັງຢູ່ພາຍໃນຕຶກ. ຂະນະດຽວກັນ ເຈົ້າໜ້າທີ່ກໍໄດ້ເຕືອນໃຫ້ປະຊາຊົນຢູ່ໃນເຮືອນ. ພ້ອມນີ້ກໍມີລາຍງານອີກວ່າ ມີສຽງປືນດັງມາຈາກພາຍໃນຕຶກສູນການຄ້າ. ຕອນນີ້ຍັງບໍ່ທັນຮູ້ຢ່າງຊັດເຈນວ່າ ແຮງຈູງໃຈໃນການກໍ່ເຫດໃນຄັ້ງນີ້ແມ່ນຍ້ອນຫຍັງ. ຂະນະທີ່ ໃນເຟສບຸກຂອງຄົນຮ້າຍ ໄດ້ມີການໂພສອອກມາຫຼາຍໂພສເຊັ່ນ: ຮູບປືນພ້ອມດ້ວຍຂໍ້ຄວາມວ່າ ໄດ້ເວລາຕື່ນເຕັ້ນ ແລະ ແນວໃດທຸກຄົນກໍຕ້ອງຕາຍຢູ່ແລ້ວ ເປັນຕົ້ນ. ຕອນນີ້ ໜ້າເຟສບຸກຂອງຄົນຮ້າຍໄດ້ຖືກປິດລົງແລ້ວ. ທີ່ມາ muan.sanook.com  

ອ່ານເພີ່ມ
ຂ່າວຕ່າງປະເທດ

ອູ່ຮັ່ນເລັ່ງສ້າງໂຮງໝໍສຳລັບຜູ້ຕິດເຊື້ອໄວຣັດໂຄໂຣນາ ແຫ່ງທີ 2 ຄາດພ້ອມໃຊ້ງານພາຍໃນເຄິ່ງເດືອນ

ຂຽນໂດຍ: ກຸ້ງຄຳ ແສນມະນີ
27/01/2020
in :  ຂ່າວຕ່າງປະເທດ, ຂ່າວເດັ່ນ
0
1,589

ນະຄອນອູ່ຮັ່ນ ເມືອງເອກຂອງແຂວງຫູເປີ່ຍທາງພາກກາງຂອງຈີນ ເຊິ່ງເປັນສູນກາງການລະບາດຂອງເຊື້ອໄວຣັດໂຄໂຣນາສາຍພັນໃໝ່ ໄດ້ເລີ່ມຕົ້ນກໍ່ສ້າງ “ໂຮງໝໍເຫຼີຍເສິນຊານ” ໃນວັນອາທິດ (26 ມັງກອນ). ສຳນັກງານໃຫຍ່ດ້ານການຄວບຄຸມ ແລະ ປິ່ນປົວພະຍາດອັກເສບປອດຈາກເຊື້ອໄວຣັດ ປະຈຳນະຄອນອູຮັ່ນຕັດສິນໃຈກໍ່ສ້າງໂຮງໝໍພິເສດເພື່ອປິ່ນປົວຄົນເຈັບພະຍາດອັກເສບປອດຈາກເຊື້ອໄວຣັດ ແຫ່ງທີ 2 ຕໍ່ຈາກໂຮງໝໍຫົ່ວເສິນຊານ ເມື່ອວັນທີ 25 ມັງກອນ. ໂຮງໝໍເຫຼິຍເສິນຊານ ມີຂະໜາດ 30,000 ຕາແມັດ ເຊິ່ງມີກຳນົດກໍ່ສ້າງໃຫ້ແລ້ວພ້ອມໃຊ້ງານໃນເຄິ່ງເດືອນ, ຕັ້ງຢູ່ໃກ້ທະເລສາບຫວງເຈຍ ເຂດຈຽງເຊ່ຍ, ມີອາຄານ 2 ຫຼັງ, ຕຽງຄົນເຈັບ 1,500 ຕຽງ ໃນໄລຍະທຳອິດ ແລະ ສາມາດຮອງຮັບບຸກຄະລາກອນທາງການແພດໄດ້ 2,000 ຄົນ. ລາຍງານລະບຸວ່າ ເຈົ້າໜ້າທີ່ຝ່າຍຄຸ້ມຄອງ 288 ຄົນ, ກຳມະກອນ 660 ຄົນ, ລົດບັນທຸກດິນ 36 ຄັນ, ລົດຈົກ 40 ຄັນ, ລົດດຸດ 10 ຄັນ, ລົດຍົກ 2 ຄັນ ແລະ ລົດເຄເບິລ 2 ຄັນ ເລີ່ມປັບໜ້າດິນຢ່າງເຕັມກຳລັງໃນຕອນທ່ຽງ …

ອ່ານເພີ່ມ
ສານໂລກໃຫ້ມຽນມາອອກມາດຕະການຊົ່ວຄາວ "ດ່ວນ" ເພື່ອຢຸດການຂ້າລ້າງເຜົ່າພັນໂຣຮິງຢາ
ຂ່າວຕ່າງປະເທດ

ສານໂລກໃຫ້ມຽນມາອອກມາດຕະການຊົ່ວຄາວ “ດ່ວນ” ເພື່ອຢຸດການຂ້າລ້າງເຜົ່າພັນໂຣຮິງຢາ

ຂຽນໂດຍ: ກຸ້ງຄຳ ແສນມະນີ
25/01/2020
in :  ຂ່າວຕ່າງປະເທດ
0
303

ສານຍຸຕິທຳລະຫວ່າງປະເທດທີ່ນະຄອນຫຼວງເຮັກ ປະເທດເນເທີແລນ ມີຄຳວິນິດໄສເປັນເອກະສັນໃນວັນທີ 2020 ມັງກອນ 2020 ໃຫ້ມຽນມາອອກມາດຕະການຊົ່ວຄາວດ່ວນ ເພື່ອຢຸດການຂ້າລ້າງເຜົ່າພັນຊາວໂຣຮິງຢາ ແລະ ຫ້າມທຳລາຍຫຼັກຖານການທຳຮ້າຍກຸ່ມຊາດພັນກຸ່ມດັ່ງກ່າວທີ່ເກີດຂຶ້ນໃນອະດີດ. ຄຳວິນິດໄສນີ້ຖືເປັນການຫັກລ້າງຄຳຕໍ່ສູ້ຄະດີຂອງທ່ານ ນາງ ອອງຊານ ຊູ ຈີ ທີ່ປຶກສາແຫ່ງລັດຂອງມຽນມາ ທີ່ເຄີຍລະບຸໄວ້ວ່າ ລັດຖະບານມຽນມາບໍ່ໄດ້ຂ້າລ້າງເຜົ່າພັນຊາວໂຣຮິງຢາ ແລະ ສິ່ງທີ່ກອງທັບມຽນມາກະທຳເປັນການປາບປາມກຸ່ມຄົນທີ່ມີແນວຄິດສຸດຂີດ. ສ່ວນຜູ້ທີ່ຮ້ອງຟ້ອງຄະດີນີ້ຕໍ່ສານຍຸຕິທຳລະຫວ່າງປະເທດກໍຄື ປະເທດແກມເບຍ ເຊິ່ງເປັນປະເທດທີ່ມີປະຊາກອນສ່ວນໃຫຍ່ນັບຖືສາສະໜາອິດສະລາມ ຕັ້ງຢູ່ທາງຕາເວັນຕົກຂອງທະວີບອາຟຣິກາ. ແກມເບຍກ່າວຫາມຽນມາວ່າ ລະເມີດສົນທິສັນຍາວ່າດ້ວຍການຂ້າລ້າງເຜົ່າພັນ ປີ 1948. ທີ່ມາ  muan.sanook.com

ອ່ານເພີ່ມ
ອີຣານຍອມຮັບແລ້ວ ເຮືອບິນຢູເຄຣນ ຖືກກອງທັບຍິງຕົກໂດຍ “ບໍ່ໄດ້ຕັ້ງໃຈ”
ຂ່າວຕ່າງປະເທດ

ອີຣານຍອມຮັບແລ້ວ ເຮືອບິນຢູເຄຣນ ຖືກກອງທັບຍິງຕົກໂດຍ “ບໍ່ໄດ້ຕັ້ງໃຈ”

ຂຽນໂດຍ: ກຸ້ງຄຳ ແສນມະນີ
13/01/2020
in :  ຂ່າວຕ່າງປະເທດ
0
786

ທາງການອີຣານ ໄດ້ອອກຖະແຫຼງການຍອມຮັບແລ້ວວ່າ ເຮືອບິນໂບອິງ 737-800 ຂອງສາຍການບິນຢູເຄຣນ ທີ່ຕົກໃນອີຣານເມື່ອອາທິດທີ່ຜ່ານມາ ແລະ ເປັນເຫດໃຫ້ມີຜູ້ເສຍຊີວິດ 176 ຄົນ ນັ້ນ ຖືກຍິງຕົກໂດຍກອງທັບອີຣານເອງ. ໂດຍຖະແຫຼງການລະບຸວ່າເປັນເຫດການທີ່ເກີດຂຶ້ນ ຢ່າງບໍ່ໄດ້ຕັ້ງໃຈ ແລະ ເກີດຈາກຄວາມຜິດພາດສ່ວນບຸກຄົນ (Human Error) ຫຼັງຈາກທີ່ເຮືອບິນລຳດັ່ງກ່າວບິນເຂົ້າໃກ້ພື້ນທີ່ສ່ຽງ ເຊິ່ງເປັນພື້ນທີ່ຂອງກອງກຳລັງພິທັກການປະຕິວັດອີຣານ. ເຖິງຢ່າງໃດກໍຕາມ ອີຣານ ຢືນຢັນວ່າຈະສະແດງຄວາມຮັບຜິດຊອບຕໍ່ເຫດການທີ່ເກີດຂຶ້ນ. ພ້ອມກັນນີ້ ລັດຖະບານອີຣານຍັງໄດ້ກ່າວສະແດງຄວາມເສຍໃຈ ແລະ ຂໍໂທດຕໍ່ຄອບຄົວເຫຍື່ອຜູ້ເສຍຊີວິດທີ່ເປັນຊາວອີຣານ ແລະ ຜູ້ເສຍຊີວິດຊາວຕ່າງປະເທດເທິງເຮືອບິນ. ກ່ອນໜ້າທີ່ຖະແຫຼງການສະບັບດັ່ງກ່າວຈະຖືກເຜີຍແຜ່ນັ້ນ, ຫຼັງຈາກເກີດເຫດເຮືອບິນຕົກ ທາງການອີຣານປະຕິເສດມາຕະຫຼອດວ່າບໍ່ໄດ້ເປັນຜູ້ໂຈມຕີເຮືອບິນລຳດັ່ງກ່າວ ເຖິງວ່າໜ່ວຍຂ່າວກອງຂອງສະຫະລັດຈະອອກມາເຜີຍວ່າພົບສັນຍານເຣດາອີຣານເຮັດວຽກໃນຂະນະເກີດເຫດ, ສ່ວນດາວທຽມຂອງສະຫະຫັດກໍກວດພົບຄື້ນອິນຟຣາເຣດວ່າມີການປ່ອຍຈະຫຼວດມິສໄຊລ໌ 2 ລຳ ເຊິ່ງໜ້າຈະເປັນຮຸ່ນ ເອສເອ-15 ແລ້ວຫຼັງຈາກນັ້ນບໍ່ດົນ ກໍມີຄື້ນອິນຟຣາເຣດຂອງການລະເບີດຂຶ້ນ. ຂໍຂອບໃຈ/ທີ່ມາ

ອ່ານເພີ່ມ
ມະຫາເສດຖີຍີ່ປຸ່ນແຈກເງິນ 9 ລ້ານໂດລາສະຫະລັດ ໃຫ້ຜູ້ຕິດຕາມທະວິດເຕີຂອງຕົນເອງຈຳນວນ 1,000 ຄົນ
ຂ່າວຕ່າງປະເທດ

ມະຫາເສດຖີຍີ່ປຸ່ນແຈກເງິນ 9 ລ້ານໂດລາສະຫະລັດ ໃຫ້ຜູ້ຕິດຕາມທະວິດເຕີຂອງຕົນເອງຈຳນວນ 1,000 ຄົນ

ຂຽນໂດຍ: ກຸ້ງຄຳ ແສນມະນີ
11/01/2020
in :  ຂ່າວຕ່າງປະເທດ
0
829

ມະຫາເສດຖີຊາວ​ຍີ່​ປຸ່ນ​ແຈກ​ເງິນ​ໃຫ້​ຜູ້​ຕິດ​ຕາມ​ທະວິດເຕີ (Twitter) ​ສ່ວນ​ຕົວ 1,000 ລາຍ ເພື່ອສຳຫຼວດວ່າ​ຄົົນທີ່​ໄດ້ຮັບ​ເງິນ 1 ລ້ານ​ເຢນ ຊີວິດ​ຈະ​ປ່ຽນ​ແປງແນວໃດ. ຢາ​ຊາ​ກຸ ມາ​ເອ​ຊາ​ວາ ມະຫາເສດຖີຊາວ​ຍີ່​ປຸ່ນ ປະ​ກາດ​ຈະ​ແຈກ​ເງິນ 1 ລ້ານ​ເຢນ ຫຼື ​ປະ​ມານ 9,100 ໂດລາສະຫະລັດ ໃຫ້​ແກ່ ຜູ້​ທີ່​ຕິດ​ຕາມ​ທະວິດເຕີ​ສ່ວນ​ຕົວ​ຂອງ​ຕົນເອງ​ຈຳນວນ 1,000 ຄົນ. ໂດຍ​ຜູ້ກ່ຽວໄດ້​ປະ​ກາດ​ຂໍ້ຄວາມ​ດັ່ງກ່າວ​ຜ່ານ​ຊ່ອງ​ຢູ​ທູບ​ຂອງ​ຕົນເອງ​ທີ່​ມີ​ຜູ້​ຕິດ​ຕາມ​ປະ​ມານ 414,000 ຄົນ ໂດຍກ່າວ​ວ່າ ການ​ແຈກ​ເງິນ​ນີ້​ເປັນ​ກາ​ນເ​ເຂ່ງ​ຂັນ​ທົດສອບ​ຄວາມ​ເຄັ່ງຕຶງ​ຂອງ​ສັງຄົມ ເພື່ອສຳຫຼວດ​ເບິ່ງ​ວ່າ ຫາກ​ໄດ້ຮັບ​ເງິນ 1 ລ້ານ​ເຢນ ຊີວິດ​ຂອງ​ຜູ້​ທີ່​ໄດ້ຮັບ​ຈະ​ປ່ຽນ​ແປງ​ໄປ​ແນວໃດ. ສຳລັບ​ຜູ້​ທີ່​ເຂົ້າ​ຮ່ວມ​ແຂ່ງ​ຂັນ​ເພື່ອ​ຊີງ​ເງິນ 1 ລ້ານ​ເຢນ​ນັ້ນ​ຈະ​ຕ້ອງ​ເປັນ​ຜູ້​ຕິດ​ຕາມ​ທະວິດເຕີຂອງ​ມະຫາເສດຖີຄົນນີ້ ​ແລະ ​ຣີ​ທະວີດ​ (retweet) ປະ​ກາດ​ດັ່ງກ່າວ​ກ່ອນ​ທ່ຽງ​ຄືນ​ວັນທີ 7 ມັງກອນ ​ແລະ ​ຈະ​ຕ້ອງ​ຕອບ​ຄຳ​ຖາມວ່າ​ຈະ​ໃຊ້​ເງິນ​ກ້ອນ​ນີ້​ເຮັດ​ຫຍັງ. ຫຼັງ​ຈາກ​ທີ່​ມີ​ການ​ປະ​ກາດ​ອອກ​ໄປ​, ທະວິດ​ເຕີຂ​ອງ ​ມາ​ເອ​ຊາວາ ​ໄດ້ຮັບ​ການ​ຣີ​ທະວີດ​ຫຼາຍກວ່າ 4 ລ້ານ​ເທື່ອ. ຢ່າງໃດ​ກໍ​ຕາມ ກໍ​ຕາມ​ຜູ້​ຊະນະ​ນັ້ນ​ຈະ​ໄດ້ຮັບ​ການ​ຕິດ​ຕໍ່​ກັບ​ຈາກ​ມາ​ເອ​ຊາ​ວາ​ທາງ direct message ຂອງ​ທະວິດເຕີ​ພາຍ​ໃນ 2-3 ມື້. ຢ່າງໃດ​ກໍ​ຕາມ ນີ້​ບໍ່​ແມ່ນ​ເທື່ອທຳອິດ​ທີ່​ມາ​ເອ​ຊາ​ວາ​ແຈກ​ເງິນ​ໃຫ້​ແກ່​ຊາວ​ທະວິດເຕີ ເມື່ອ​ເດືອນ​ມັງກອນ …

ອ່ານເພີ່ມ
ໄວຣັສປອດອັກເສບທີ່ລະບາດໃນຈີນບໍ່ແມ່ນພະຍາດຊາ (SARS) ແລ້ວມັນແມ່ນຫຍັງກັນແທ້?
ຂ່າວຕ່າງປະເທດ

ໄວຣັສປອດອັກເສບທີ່ລະບາດໃນຈີນບໍ່ແມ່ນພະຍາດຊາ (SARS) ແລ້ວມັນແມ່ນຫຍັງກັນແທ້?

ຂຽນໂດຍ: ກຸ້ງຄຳ ແສນມະນີ
10/01/2020
in :  ຂ່າວຕ່າງປະເທດ, ນານາສາລະ, ສຸຂະພາບ, ສຸຂະພາບແລະຄວາມງາມ
0
213

ຫຼັງ​ຈາກ​ພົບ​ຜູ້​ຕິດ​ເຊື້ອ​ອາການ​ຄ້າຍ​ປອດ​ອັກ​ເສບ​ດ້ວຍ​ໄວ​ຣັດ​ໃນ​ປະເທດ​ຈີນ​ຫຼາຍ​ສິບ​ຄົນ ໄດ້​ສ້າງ​ຄວາມ​ຕື່ນຕົກໃຈ​ໃຫ້​ຫຼາຍ​ປະເທດ​ທົ່ວ​ໂລກ ໂດຍຫຼາຍປະເທດກໍໄດ້ໃຊ້ມາດຕະການ​​ກັກ​ກັນ​ຕົວ, ກວດ​ສອບ​ນັກ​ເດີນທາງ, ກວດກາ​ທີ່ສະໜາມ​ບິນ ເປັນຕົ້ນ. ຫຼ້າ​ສຸດ ຄະນະ​ກຳມະການ​ສາທາລະນະສຸກ​ແຫ່ງ​ອູ່​ຮັ່ນ ຖະແຫຼງ​ວ່າ ຕອນ​ນີ້​ມີ​ຜູ້​ປ່ວຍ​ພະຍາດ​ປອດ​ອັກ​ເສບ​ຈາກ​ໄວ​ຣັດປິດສະໜາ​ຈຳນວນ 59 ລາຍ ໂດຍ​ຜູ້​ປ່ວຍ​ທຸກ​ຄົນ​ໄດ້ຮັບ​ການ​ຮັກສາ​ໃນ​ເຂດ​ກັກ​ກັນ ແລະ ຍັງ​ບໍ່​ມີ​ລາຍ​ຊື່​ຂອງ​ຜູ້​ເສຍຊີວິດ. ​ຕອນ​ນີ້ ເຈົ້າ​ໜ້າທີ່​ກວ່າ 163 ຄົົນທີ່​ມີ​ການ​ສຳ​ຜັດ​ໃກ້​ຊິດ​ກັບ​ຜູ້​ຕິດ​ເຊື້ອ ກໍ​ໄດ້​ຖືກ​ວາງ​ຕົວ​ເຝົ້າ​ລະ​ວັງ​ພາຍໃຕ້​ການ​ສັງເກດ​ທາງ​ການ​ແພດ​ອີກດ້ວຍ. ໃນ​ຂະນະ​ທີ່​ເຈົ້າ​ໜ້າທີ່​ກໍ​ຢືນຢັນ​ວ່າ ອາການ​ນີ້​ບໍ່​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ເປັນ​ພະຍາດ​ຊາ​ສ໌ (SARS), ພະຍາດ​ລະບົບ​ທາງເດີນ​ຫາຍ​ໃຈ​ທີ່​ລະບາດໃນຕາເວັນ​ອອກ​ກາງ (ພະຍາດ​ເມີ​ສ໌) ຫຼື ​ໄຂ້​ຫວັດ​ນົກ. ແລ້ວ​ຖ້າ​ບໍ່​ແມ່ນ​ພະຍາດ​ທີ່​ຕ້ອງ​ສົງ​ໄສ​ເຫຼົ່າ​ນີ້​ແລ້ວ, ​ໄວ​ຣັດ​ນີ້​ຈະ​ເປັນ​ຫຍັງໄດ້ແດ່? ຄະນະ​ກຳມະການ​ດ້ານ​ສາທາລະນະສຸກຂອງ​ອູ່​ຮັ່ນ​ລະບຸວ່າ ການ​ຕິດ​ເຊື້ອ​ເກີດ​ຂຶ້ນ​ລະຫວ່າງ​ວັນທີ 12 – 29 ທັນວາ ປີ​ທີ່​ຜ່ານມາ ໂດຍ​ຜູ້​ປ່ວຍ​ບາງ​ລາຍ​ເຮັດວຽກ​ທີ່ຕະຫຼາດ​ອາຫານ​ທະ​ເລ​ໃນ​ເມືອງ ຊຶ່ງ​ເປັນຕະຫຼາດ​ທີ່​ມີ​ການ​ຈຳ​ໜ່າຍ​ສັດ​ທີ່​ມີ​ຊີວິດ​ອື່ນ​ໆ ເຊັ່ນ: ນົກ, ກະ​ຕ່າຍ ແລະ ​ງູ ເຮັດໃຫ້​ມີ​ຄວາມ​ກັງວົນວ່າ​ໄວ​ຣັດ​ອາດ​ແຜ່ເຊື້ອ​ຈາກ​ສັດ​ສູ່​ມະນຸດ ເຖິງວ່າ​ຈະ​ມີ​ລາຍ​ງານ​ວ່າ ຕະຫຼາດ​ນີ້​ໄດ້​ປິດ​ໃຫ້ບໍລິ​ການຕັ້ງ​ແຕ່ 1 ມັງກອນ​ເພື່ອ​​ຂ້າ​ເຊື້ອ​ພະຍາດ. ສາ​ດສະດາຈາ​ນ​ ເດ​ວິດ ຮຸຍ ຊູ​ສົງ (David Hui Shu-cheong) ຜູ້​ຊ່ຽວ​ຊານ​ດ້ານ​ລະບົບ​ຫາຍ​ໃຈ​ຂອງ ມະຫາ​ວິທະຍາ​ໄລ​ຈີນ​ແຫ່ງ​ຮົງ​ກົງ​ໄດ້​ໃຫ້​ສຳພາດ​ກັບ CNN ວ່າ ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ທີ່​ການ​ລະບາດຂອງ​ປອດ​ອັກ​ເສບ​ຈະ​ເກີດ​ຈາກ​ໄວ​ຣັດ​ຊະນິດ​ໃໝ່. …

ອ່ານເພີ່ມ
ພັນທະມິດສະຫະລັດອາເມລິກາ ພະຍາຍາມຕີຕົວອອກຫ່າງກໍລະນີອີຣານ
ຂ່າວຕ່າງປະເທດ

ພັນທະມິດສະຫະລັດອາເມລິກາ ພະຍາຍາມຕີຕົວອອກຫ່າງກໍລະນີອີຣານ

ຂຽນໂດຍ: ກຸ້ງຄຳ ແສນມະນີ
09/01/2020
in :  ຂ່າວຕ່າງປະເທດ
0
10,994

ປະເທດ​ພັນທະມິດ​ຂອງສະຫະລັດອາເມລິກາເລີ່ມ​ອອກ​ມາ​ປະຕິເສດ​ວ່າ ​ບໍ່​ຮູ້​ມາ​ກ່ອນ​ວ່າ ສະຫະລັດ ຈະ​ສັງ​ຫານ​ນາຍ​ພົນ​ໂຊ​ເລ​ມາ​ນີ​ຂອງ​ອີຣານ ເພາະ​ບໍ່​ຢາກ​ຕົກ​ເປັນ​ເປົ້າ​ການ​ໂຈມ​ຕີ​ຈາກ​ອີຣານ​ ແລະ ​ພັນທະມິດ. ປະເທດ​ພັນທະມິດ​ຂອງສະຫະລັດ ຫຼາຍ​ປະເທດ​ທີ່​ເຄີຍ​ສະໜັບ​ສະໜຸນ​ໃຫ້ສະຫະລັດ ໃຊ້​ມາດຕະການ​ທີ່​ຮຸນແຮງ​ຂຶ້ນ​ໃນ​ການ​ຮັບ​ມື​ກັບ​ອີຣານ ຊໍ້າພັດ​ເລີ່ມ​ຕີ​ຕົວ​ອອກ​ຫ່າງ​ຈາກສະຫະລັດ ດ້ວຍ​ການ​ອອກ​ມາ​ປະກາດວ່າ ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ ແລະ​ ບໍ່​ຮູ້​ມາ​ກ່ອນ​ວ່າ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ສັ່ງ​ການ​ໃຫ້​ກອງທັບສະຫະລັດ ສັງ​ຫານ ພົນຕີ ​ກັດ​ຊິມ ໂຊ​ເລ​ມາ​ນີ ຜູ້​ບັນ​ຊາ​ການ​ກອງ​ກຳ​ລັງ​ກຸດ​ສ​໌ ກອງ​ກຳ​ລັງ​ສຳຄັນ​ຂອງ​ກອງທັບ​ພິ​ທັກປະຕິວັດອີຣານ ດ້ວຍ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຈາກ​ໂດ​ຣນ​ທີ່ນະຄອນຫຼວງ​ແບກ​ແດດ​ຂອງ​ອີຣັກ​ເມື່ອ​ວັນທີ 3 ມັງກອນ ທີ່​ຜ່ານມາ. ປະເທດ​ພັນທະມິດ​ຂອງສະຫະລັດ ຫຼາຍ​ປະເທດ​ພະຍາຍາມ​ຈະ​ບໍ່ຫຍຸ້ງ​ກັບ​ຄວາມ​ຂັດ​ແຍ້ງ​ລະຫວ່າງສະຫະລັດ ແລະ​ ອີຣານ​ໃນ​ເທື່ອ​ນີ້ ເພາະ​ຢ້ານ​ວ່າ​ຈະ​ຕົກ​ເປັນ​ເປົ້າ​ການ​ໂຈມ​ຕີ​ຂອງ​ອີຣານ ​ແລະ ​ພັນທະມິດ​ໄປ​ນຳ ໂດຍ​ສະເພາະ​ຫຼັງ​ຈາກ​ທີ່​ອີຣານ​ຍິງ​ຂີປະ​ນາ​ວຸດ​ຫຼາຍ​ສິບຫົວ​ຖະຫຼົ່ມ​ຖານ​ທັບສະຫະລັດ 2 ແຫ່ງ​ໃນ​ອີຣັກ. ອິດ​ສະຣາ​ເອລ ​ແລະ ​ອົ​ງ​ການ​ສົນ​ທິ​ສັນຍາ​ແອັດ​ແລນ​ຕິກ​ເໜືອ ຫຼື ນາ​ໂຕ (NATO) ຢ້ຳ​ວ່າ ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ໂຈມ​ຕີ​ຂອງສະຫະລັດແຕ່​ຢ່າງ​ໃດ. ຂະນະ​ທີ່ ອັງ​ກິດ, ຝ​ຣັ່ງ, ເຢຍລະມັນ, ຊາ​ອຸ​ດີ​ອາ​ຣະ​ເບຍ ແລະ ​ອັນ​ໂຕນິ​ອູ ກູ​ແຕ​​ຣີສ ເລ​ຂາ​ທິ​ກາ​ນສະ​ຫະ​ປະ​ຊາ​ຊາດ (UN) ​ຕ່າງ​ກໍ​ຮຽກ​ຮ້ອງ​ໃຫ້ສະຫະລັດອົດ​ກັ້ນ ໂດຍ​ສະເພາະ​ຢ່າງຍິ່ງ ຫຼັງ​ຈາກ​ທີ່​ທ່ານ …

ອ່ານເພີ່ມ
ອີຣານປະກາດຫຼຸດລະດັບຄວາມຜູກພັນພາຍໃຕ້ຂໍ້ຕົກລົງນິວເຄຼຍ ຫຼັງນາຍພົນຖືກສັງຫານ
ຂ່າວຕ່າງປະເທດ

ອີຣານປະກາດຫຼຸດລະດັບຄວາມຜູກພັນພາຍໃຕ້ຂໍ້ຕົກລົງນິວເຄຼຍ ຫຼັງນາຍພົນຖືກສັງຫານ

ຂຽນໂດຍ: ກຸ້ງຄຳ ແສນມະນີ
08/01/2020
in :  ຂ່າວຕ່າງປະເທດ
1
1,661

ເຕ​ຫະ​ຣານ, 5 ມັງກອນ (ຊິນ​ຫົວ) — ເມື່ອວັນ​ອາທິດ (5 ມັງກອນ) ສຳ​ນັກ​ຂ່າວ​ທາງ​ການ​ອີຣານ (IRNA) ລາຍ​ງານ​ວ່າ ອີຣານ​ໄດ້​ປະ​ກາດ​ຈະຫຼຸດລະ​ດັບ​ຄວາມ​ຜູກ​ພັນ​ພາຍໃຕ້​ຂໍ້​ຕົກລົງ​ນິວເຄຼຍອີຣານ​ປີ 2015 ຂັ້ນ​ທີ 5 ຊຶ່ງ​ເປັນ​ຂັ້ນ​ສຸດ​ທ້າຍ. ສຳ​ນັກ​ຂ່າວ​ທ້ອງ​ຖິ່ນ ລາຍ​ງານ​ຖະແຫຼງການຂ​ອງ​ລັດຖະບານ​ອີຣານ​ທີ່​ລະບຸ​ວ່າ “ສາທາລະນະລັດ​ອິດສະ​ລາມ​ໄດ້ຫຼຸດ​ຂໍ້​ຈຳ​ກັດ​ສຳຄັນ​ສຸດ​ທ້າຍ​ຕາມ​ຂັ້ນ​ທີ 5 ຂອງ​ການ​ຖອນຕົວ​ຈາກ​ຂໍ້​ຜູກ​ພັນ​ດັ່ງ​ກ່າວ ນັ້ນ​ຄື ‘ຂໍ້​ຈຳ​ກັດ​ກ່ຽວກັບ​ຈຳນວນ​ເຄື່ອງ​ໝຸນ​ຫວ່ຽງ​ວັດ​ສະດຸ​ນິວ​ເຄຼຍ (centrifuge) ທີ່​ອີຣານ​ມີ. ໂຄງ​ການ​ນິວ​ເຄຼຍຂ​ອງ​ອີຣານ​ຈະ​ບໍ່​ປະຕິບັດ​ຕາມ​ຂໍ້​ຈຳ​ກັດ​ໃນທາງ​ປະຕິບັດ​ໃດ​ໆອີກ​ຕໍ່ໄປ ຮວມທັງລະ​ດັບ​ຄວາມ​ບໍລິສຸດ ​ແລະ ​ການ​ເສີມ​ສະ​ມັດຖະ​ນະມວນ​ຂອງ​ວັດສະ​ດຸ​ເສີມ​ສະ​ມັດຖະ​ນະ ຮວມ​ທັງ​ກິດຈະກຳ​ການ​ວິ​ໄຈ ​ແລະ ​ພັດທະນາ​ຕ່າງ​ໆ,” ຖະແຫຼງການຂ​ອງ​ລັດຖະບານ​ອີຣານ​ລະບຸ. “ນັບ​ຈາກ​ນີ້​ໄປ​ໂຄງ​ການ​ນິວເຄຼຍຂອງອີຣານ​ຈະ​ເດີນໜ້າ​ຕາມ​ຂໍ້​ກຳນົດ​ທາງ​ເຕັກ​ນິກ​ຂອງຕົວ​ເອງ”. ອີຣານ​ໄດ້​ດຳ​ເນີນ​ການ​ຕ່າງ​ໆ ຢ່າງ​ເປັນ​ຂັ້ນ​ເປັນ​ຕອນ ເພື່ອ​ຕອບສະໜອງ​ຕໍ່​ການ​ຖອນຕົວ​ຂອງ​ສະຫະລັດ ຈາກ​ຂໍ້​ຕົກລົງ​ນິວເຄຼຍອີຣານ​ປີ 2015 ໃນ​ເດືອນ​ພຶດສະພາ 2018 ແລະ​ການຂວໍ້າບາດຫຼາຍ​ເທື່ອ​ຫຼັງ​ຈາກ​ນັ້ນ. ອີກ​ທັງ​ເພື່ອ​ຕອບສະໜອງ​ຕໍ່​ຄວາມຫຼ້າ​ຊ້າ​ຂອງ​ຢຸ​ໂຣບ​ໃນ​ການ​ອຳ​ນວຍ​ຄວາມສະດວກ​ແກ່​ການເຮັດ​ທຸລະ​ກຳ​ທາງ​ທະ​ນາ​ຄານ ​ແລະ​ ການ​ສົ່ງ​ອອກ​ນ້ຳ​ມັນ​ຂອງ​ອີຣານ ແລະ ​ທ້າຍ​ທີ່ສຸດ​ຄື​ເພື່ອ​ປົດ​ປ່ອຍ​ຕົນເອງ​ຈາກ​ພັນ​ທະ​ສັນຍາ​ນິວ​ເຄຼຍ. ອີຣານ​ເຄີຍ​ຖະແຫຼງໄວ້​ວ່າ​ ການຫຼຸດ​ພາລະ​ຜູກ​ພັນ​ຕາມ​ຂໍ້​ຕົກລົງ​ນິວເຄຼຍປີ 2015 ຖື​ເປັນ “ການ​ປຸກ” ຝ່າຍ​ອື່ນ​ໆ ທີ່​ກ່ຽວ​ຂ້ອງ​ກັບ​ຂໍ້​ຕົກລົງ ເພື່ອ​ປົກ​ປ້ອງ​ຜົນ​ປະໂຫຍດ​ທາງ​ເສດຖະກິດ​ຂອງ​ອີຣານ. “ດັ່ງ​ເຊັ່ນ​ກ່ອນ​ໜ້າ​ນີ້ ອີຣານ​ຈະ​ຍັງ​ຄົງ​ຮ່ວມ​ມື​ກັບ​ອົງການ​ພະລັງ​ງານ​ປະລະ​ມາ​ນູ​ລະຫວ່າງ​ປະເທດ (IAEA) ຕໍ່ໄປ,” ອີຣານ​ປະ​ກາດ​ເມື່ອ​ວັນ​ອາທິດ​ທີ່​ຜ່ານມາ. …

ອ່ານເພີ່ມ
ປະທານາທິບໍດີສະຫະລັດຂູ່ຂວໍ້າບາດອີຣັກ ຖ້າຫາກໄລ່ກອງທັບອອກນອກປະເທດ
ຂ່າວຕ່າງປະເທດ

ປະທານາທິບໍດີສະຫະລັດຂູ່ຂວໍ້າບາດອີຣັກ ຖ້າຫາກໄລ່ກອງທັບອອກນອກປະເທດ

ຂຽນໂດຍ: ກຸ້ງຄຳ ແສນມະນີ
07/01/2020
in :  ຂ່າວຕ່າງປະເທດ, ຂ່າວເດັ່ນ
0
4,216

ປະທານາທິບໍດີສະຫະລັດ ຂູ່​ວ່າ​ ຈະ​ຂວໍ້າບາດອີຣັກ ຫາກອີຣັກ​ໄລ່​ກອງທັບສະຫະລັດອອກ​ນອກ​ປະເທດ ນອກ​ຈາກວ່າ ອີຣັກ​ຈະ​ຍອມ​ຈ່າຍ​ຄ່າ​ສ້າງ​ຖານ​ທັບ​ອາ​ກາດ​ຫຼາຍ​ຕື້ໂດລາ​ຄືນ​ໃຫ້. ໂດນັລ ທຣຳ ປະທານາທິບໍດີສະຫະລັດ ກ່າວ​ວ່າ ອີຣັກ​ຄວນ​ຈະ​ກຽມ​ໂຕ​ຮັບ​ມື​ກັບ​ການ​ຂວໍ້າບາດ​ທີ່​ໜັກ​ຢ່າງ​ທີ່​ບໍ່​ເຄີຍ​ເຫັນ​ມາ​ກ່ອນ​ຈາກສະຫະລັດ ຫາກ​ລ​ົງມະ​ຕິ​ໃຫ້​ຂັບ​ໄລ່​ກອງທັບ​ຕ່າງ​ຊາດ​ອອກຈາກອີຣັກ. ທຣຳ ລະ​ບຸ​ວ່າ “ເຮົາ​ມີ​ຖານ​ທັບ​ອາ​ກາດ​ທີ່​ແພງ​ມະຫາ​ສານ​ຢູ່ບ່ອນນັ້ນ ໃຊ້​ງົບ​ສ້າງ​ຫຼາຍຕື້ໂດລາ​ຕັ້ງ​ແຕ່​ຂ້າພະເຈົ້າຍັງ​ບໍ່​ຢູ່ໃນ​ຕຳແໜ່ງ. ເຮົາ​ຈະ​ບໍ່​ອອກ ນອກ​​ຈາກ​ພວກ​ທ່ານ​ຈະ​ຈ່າຍ​ເງິນ​ຄືນ​ໃຫ້​ພວກ​ເຮົາ”. ທ່ານຍັງ​ຂູ່​ຕໍ່ວ່າ ຫາກອີຣັກ​ສະແດງ​ທ່າ​ທີ​ເປັນ​ປໍລະປັກ ແລະ ສະຫະລັດເຫັນ​ວ່າ​ບໍ່​ເໝາະ​ສົມ “ສະຫະລັດຈະ​ຂວໍ້າບາດອີຣັກ​ຢ່າງ​ໜັກ ແບບ​ທີ່​ເຮັດໃຫ້​ການ​ຂວໍ້າບາດ​ອີຣານ​ເບິ່ງ​ເປັນ​ເລື່ອງ​ນ້ອຍໆ​ໄປເລີຍ.” ອ່ານຂ່າວທີ່ກ່ຽວຂ້ອງ = ປະທານາທິບໍດີສະຫະລັດຊີ້ແຈງເຫດສັງຫານ “ນາຍພົນໂຊເລມານີ” ຂອງອີຣານ ແມ່ນເພື່ອຢຸດສົງຄາມ ອີຣານຕັ້ງຄ່າຫົວ “ປະທານາທິບໍດີສະຫະລັດ 80 ລ້ານໂດລາ” ພ້ອມຂູ່ໂຈມຕີທຳນຽບຂາວໄດ້ທຸກເວລາ ທ່າ​ທີ​ດັ່ງ​ກ່າວ​ມີ​ຂຶ້ນ​ຫຼັງ​ຈາກ​ທີ່​ລັດຖະສະພາອີຣັກ​ລ​ົງມ​ະຕິ​ໃຫ້ຢຸດຕິ​ຂໍ້​ຕົກລົງ​ທີ່​ເຄີຍ​ເຮັດ​ໄວ້​ກັບ​ລັດຖະບານສະຫະລັດ ເມື່ອ​ປີ 2014 ຊຶ່ງ​ເປັນ​ຂໍ້​ຕົກລົງ​ວ່າສະຫະລັດ ຈະ​ສົ່ງ​ທະຫານ​ໄປ​ຊ່ວຍອີຣັກ​ຕໍ່ສູ້​ກັບ​ກຸ່ມ​ກໍ່​ການ​ຮ້າຍໄອເອສ ໂດຍ​ໃຫ້​ເຫດ​ຜົນວ່າ ຂໍ້​ຕົກລົງ​ດັ່ງ​ກ່າວ​ເປັນ​ຂໍ້​ຕົກລົງ​ທີ່​ອະນຸຍາດ​ໃຫ້​ກອງທັບ​ຕ່າງ​ຊາດ​ເຂົ້າໄປ​ຕໍ່ສູ້​ກັບ​ກຸ່ມໄອເອສ ຊຶ່ງ​ປັດຈຸບັນ​ໄດ້​ຫຼົ້ມສະຫຼາຍ​ໄປ​ແລ້ວ ແລະ ​ລັດຖະບານອີຣັກ​ຕ້ອງ​ຢຸດຕິ​ບໍ່​ໃຫ້​ກອງທັບ​ຕ່າງ​ຊາດ​ເຂົ້າ​ມາ​ໃຊ້​ຜືນ​ແຜ່ນດິນອີຣັກ, ໃຊ້​ນ່ານ​ຟ້າ ຫຼື ນ່ານນ້ຳ​ຂອງອີຣັກ​ຫາ​ປະໂຫຍດ​ໃດ​ໆ. ຢ່າງໃດ​ກໍ​ຕາມ ມ​ະຕິ​ດັ່ງ​ກ່າວຍັງ​ເປີດ​ທາງ​ໃຫ້​ກອງທັບ​ຕ່າງ​ຊາດ​ປະຈຳ​ການ​ຢູ່ໃນອີຣັກ​ໄດ້ ຫາກ​ເປັນ​ການ​ປະຈຳ​ການ​ເພື່ອ​ຊ່ວຍ​ຝຶກ​ຝົນ​ທະຫານອີຣັກ ແຕ່​ຄູຝຶກ​ຊາວ​ຕ່າງ​ຊາດ​ມີ​ຄວາມ​ຈຳ​ເປັນ​ຕ້ອງລາຍ​ງານ​ຕົວ​ກັບ​ທາງ​ການອີຣັກ​ອີກດ້ວຍ. ຄວາມ​ເຄັ່ງຕຶງ​​ລະຫວ່າງສະຫະລັດ ແລະ ອີຣັກ​ເພີ່ມ​ຂຶ້ນ​ນັບ​ຕັ້ງ​ແຕ່​ທີ່​ກອງທັບສະຫະລັດ ສັງ​ຫານ​ພົນຕີ ກັດ​ຊິມ ໂຊ​ເລ​ມາ​ນີ ຜູ້​ບັນ​ຊາ​ການ​ກອງ​ກຳ​ລັງ​ກຸດ​ສ​໌ ກອງ​ກຳ​ລັງ​ສຳຄັນ​ຂອງ​ກອງທັບ​ພິ​ທັກປະຕິວັດ​ອີຣານ …

ອ່ານເພີ່ມ
ອີຣານຕັ້ງຄ່າຫົວ "ປະທານາທິບໍດີສະຫະລັດ 80 ລ້ານໂດລາ" ພ້ອມຂູ່ໂຈມຕີທຳນຽບຂາວໄດ້ທຸກເວລາ
ຂ່າວຕ່າງປະເທດ

ອີຣານຕັ້ງຄ່າຫົວ “ປະທານາທິບໍດີສະຫະລັດ 80 ລ້ານໂດລາ” ພ້ອມຂູ່ໂຈມຕີທຳນຽບຂາວໄດ້ທຸກເວລາ

ຂຽນໂດຍ: ກຸ້ງຄຳ ແສນມະນີ
07/01/2020
in :  ຂ່າວຕ່າງປະເທດ, ຂ່າວເດັ່ນ
2
3,599

ອີຣານປະ​ກາດ​ຕັ້ງ​ຄ່າຫົວ ໂດນັລ ທຣຳ 80 ລ້ານໂດລາ ຫຼື ປະມານ 708 ຕື້ກີບ ດ້ານ​ສະມາຊິກ​ລັດຖະ​ສະພາ​ຂູ່ ອີຣານສາມາດ​ໂຈມ​ຕີ​ທຳນຽບ​ຂາວ​ໄດ້​ທຸກ​ເມື່ອ. ລະຫວ່າງ​ການ​ຈັດ​ງານ​ພິທີ​ສົບ​ຂອງ ພົນຕີ ກັດ​ຊິມ ໂຊ​ເລ​ມາ​ນີ ຜູ້​ບັນ​ຊາ​ການ​ກອງ​ກຳ​ລັງ​ກຸດ​ສ​໌ ກອງ​ກຳ​ລັງ​ສຳຄັນ​ຂອງ​ກອງທັບ​ພິ​ທັກປະຕິວ​ັ​ດ​ອີຣານເມື່ອ​ວານ​ນີ້ (5 ມັງກອນ) ອີຣານໄດ້​ປະ​ກາດ​ຜ່ານ​ສ​ະຖາ​ນີ​ໂທລະພາບ​ແຫ່ງ​ຊາດ ຮຽກ​ຮ້ອງ​ໃຫ້​ປະຊາຊົນ​ທັງ 80 ກວ່າ​ລ້ານ​ຄົນ​ຊ່ວຍ​ກັນ​ບໍລິຈາກ​ເງີນ​ຄົນ​ລະ 1 ໂດລາ ເພື່ອ​ລະ​ດົມ​ທຶນ​ເປັນ​ເງິນ​ຄ່າຫົວ​ ທ່ານ ​ໂດນັລ ທຣຳ ປະ​ທາ​ນາ​ທິບໍ​ດີສະ​ຫະລັດ ໂດຍ​ຈະ​ມອບ​ໃຫ້​ກັບ​ໃຜ​ກໍ​ຕາມ​ທີ່​ສາມາດ​ຈັບ​ຕົວ​ທ່ານ ​ທຣຳ ​ມາ​ໄດ້. ອ່ານຂ່າວທີ່ກ່ຽວຂ້ອງ = ປະທານາທິບໍດີສະຫະລັດຊີ້ແຈງເຫດສັງຫານ “ນາຍພົນໂຊເລມານີ” ຂອງອີຣານ ແມ່ນເພື່ອຢຸດສົງຄາມ ຄວາມ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ເກີດ​ຂຶ້ນ​ຫຼັງ​ຈາກ​ທີ່​ກອງທັບ​ສະ​ຫະລັດ​ສັງ​ຫານ​ພົນຕີ ກັດ​ຊິມ ໂຊ​ເລ​ມາ​ນີ ດ້ວຍ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຈາກ​ໂດ​ຣນ​ທີ່ນະຄອນຫຼວງແບກ​ແດດ​ຂອງ​ອິີຣັກ​ເມື່ອ​ວັນທີ 3 ມັງກອນ ທີ່​ຜ່ານມາ ຊຶ່ງ​ສຳ​ນັກ​ຂ່າວ Iranian Labour News Agency ຍັງ​ໄດ້​ລາຍ​ງານ​ດ້ວຍ​ວ່າ ໜຶ່ງ​ໃນ​ສະມາຊິກ​ລັດຖະ​ສະພາປະ​ກາດ​ ພ້ອມ​ຖະຫຼົ່ມ​ທຳນຽບ​ຂາວ​ໄດ້​ທຸກ​ເມື່ອ. “ເຮົາ​ສາມາດ​ໂຈມ​ຕີ​ທຳນຽບ​ຂາວ​ໄດ້ ເຮົາ​ສາມາດ​ຕອບ​ໂຕ້​ຊາວ​ອ​າເມ​ລິກາ​ເທິງ​ຜືນ​ດິນ​ຂອງ​ພວກ​ເຂົາ​ໄດ້. ເຮົາ​ມີ​ພະລະ​ກຳ​ລັງ ຕາມ​ພະປະສົງ​ຂອງ​ພະ​ເຈົ້າ. ເຮົາ​ຈະ​ຕອບ​ໂຕ້​ໃນ​ເວລາ​ທີ່​ເໝາະ​ສົມ​ທີ່ສຸດ. ເມື່ອ​ມີ​ໃຜ​ປະ​ກາດ​ສົງຄາມ …

ອ່ານເພີ່ມ
123ໜ້າ 1 ໃນ 3

Stay Connected

  • 2635Posts
  • 417ຄຳຄິດເຫັນ
  • 4ສະມາຊິກ

Most Recent

ອຸດົມໄຊ ຄາດຄະເນມູນຄ່າເສຍຫາຍ ແລະ ຄວາມຕ້ອງການງົບໃນການຟື້ນຟູປະມານ 60 ກ່ວາຕື້ກີບ

ຈະຕຸວັນ ດາວິນ
05/09/2022

ຮອງ ລຕມ ປກສ ຮ່ວມສົ່ງສະການ ນາຍຕຳຫຼວດກ້າ​ ເສຍຊີວິດຍ້ອນຖືກຄົນຮ້າຍແກະລະເບີດໃສ່

ຈະຕຸວັນ ດາວິນ
04/09/2022

ໜ້າເສົ້າ! ປາແດກອາຫານຍອດນິຍົມຂອງຄົນລາວ ກາຍເປັນສິນຄ້ານຳເຂົ້າ

ຈະຕຸວັນ ດາວິນ
02/09/2022
ເບິ່ງຕື່ມ

ກ່ຽວກັບພວກເຮົາ

ຂ່າວລາວ

ເວັບ LaoNews.net ບໍລິການ ຂ່າວສານ ຄວາມຮູ້ ວາໄລຕີ້ ສາລະບັນເທິງດີໆ ເພື່ອຄົນລາວ ບໍລິຫານໂດຍທີມງານ ຈາກນັກຂ່າວ ນັກຂຽນ ວົງການສື່ມວນຊົນທີ່ມີປະສົບການຂອງລາວ !

ອ່ານຂ່າວທາມລາຍ Line ID = @laonews

ຕິດຕໍ່/ສົ່ງຂ່າວ eMail  = [email protected] ຫຼື Line ID = @laonews ຫຼື INBOX Facebook

ຕິດຕາມເຮົາທີ່ນີ້:

ຂ່າວຍອດນິຍົມ

ອັບເດດຂ່າວ ຍິງກັນຕາຍຢູ່ໜ້າຕະຫຼາດເຊົ້າມື້ຄືນຜ່ານມາ​ເປັນເຫດວິສາມັນຄົນຮ້າຍ

ຈະຕຸວັນ ດາວິນ
22/08/2020

ພົບຄົນຕາຍໃນເຫດໄຟໄໝ້ຫຍ້າ ທີ່ຫາດດອນຈັນ

ເຂີຍເມືອງຊຳ
31/01/2020

ອີກແລ້ວ​ ອຸບັດເຫດທາງດ່ວນຢູ່ຈຸດສີເກີດ ນາຊາຍທອງ ນະຄອນຫຼວງວຽງຈັນ

ຈະຕຸວັນ ດາວິນ
26/12/2020

ຊົມເຊີຍ! 4​ ອ້າຍນ້ອງນາມສະກຸນ “ສີພັນດອນ” ໃນແວດວົງການເມືອງລາວປັດຈຸບັນ

ຈະຕຸວັນ ດາວິນ
26/03/2021

ຂ່າວໃໝ່ຫຼ້າສຸດ

  • 05/09/2022

    ອຸດົມໄຊ ຄາດຄະເນມູນຄ່າເສຍຫາຍ ແລະ ຄວາມຕ້ອງການງົບໃນການຟື້ນຟູປະມານ 60 ກ່ວາຕື້ກີບ

  • 04/09/2022

    ຮອງ ລຕມ ປກສ ຮ່ວມສົ່ງສະການ ນາຍຕຳຫຼວດກ້າ​ ເສຍຊີວິດຍ້ອນຖືກຄົນຮ້າຍແກະລະເບີດໃສ່

  • 02/09/2022

    ໜ້າເສົ້າ! ປາແດກອາຫານຍອດນິຍົມຂອງຄົນລາວ ກາຍເປັນສິນຄ້ານຳເຂົ້າ

  • 02/09/2022

    ຈີນມອງວ່າກໍລະນີອາເມລິກາຈະຂາຍອາວຸດໃຫ້ໄຕ້ຫວັນ ເປັນການຍຸແຍ່ຂັ້ນຮຸນແຮງ​

  • 31/08/2022

    ຜູ້ມີໃບຂັບຂີ່ທົ່ວປະເທດມີພຽງ​ 11% ຂອງຈຳນວນປະຊາກອນລາວທັງໝົດ

ຄຳຄົ້ນຫາຍອດນິຍົມ ຣັດເຊຍ ອາເມລິກາ ຈີນ ຂ່າວ ວັກຊີນ ຂ່າວລາວ ໄທ ຣັສເຊຍ ແຮງງານລາວ ຂ່າວຕ່າງປະເທດ ຂ່າວພາຍໃນ ອຸບັດເຫດ ຂ່າວປະຈໍາວັນ ການຊ່ວຍເຫຼືອ ທາງດ່ວນ
© Copyright 2018, All Rights Reserved Powered by LaoNews.net | Designed by Koungkam | ນະໂຍບາຍຄຸ້ມຄອງຂໍ້ມູນສ່ວນຕົວ | ເງື່ອນໄຂການໃຊ້ບໍລິການ