07 ເດືອນທັນວາ 2019

ຂ່າວ | ລາວ | ກີລາ  |ບັນເທິງ |ນານາສາລະ | ທ່ອງທ່ຽວ | ເຮົາແຊຣ໌ຂ່າວເພື່ອສັງຄົມ | laonews.net

ຂ່າວ | ລາວ | ກີລາ  |ບັນເທິງ |ນານາສາລະ | ທ່ອງທ່ຽວ | ເຮົາແຊຣ໌ຂ່າວເພື່ອສັງຄົມ | laonews.net
  • ໜ້າທຳອິດ
  • ຂ່າວພາຍໃນ
  • ຂ່າວກິລາ
  • ບັນເທີງ
  • ທ່ອງທ່ຽວ
  • ນານາສາລະ
  • ຮ້ານຂາຍເຄື່ອງ
  • ຕິດຕໍ່ພວກເຮົາ
3 New Articles
  • 1 ອາທິດ ago ອາເຊມາ ຊີ້ແຈງການມອບຂັນເປຕັງ
  • 2 ອາທິດ ago ໄຟຟ້າເຊກະໝານ 1 ສ້າງທາງໃຫ້ເມືອງຊານໄຊ
  • 2 ອາທິດ ago ປກສ ເມືອງພູຄູນຈູດທຳລາຍເງິນປອມ
Home Tag Archives: ຂ່າວບັນເທີງ

Tag Archives: ຂ່າວບັນເທີງ

mister international laos,ນາງງາມຂັກກະວານ,ຂ່າວປະຈໍາວັນ,ຂ່າວບັນເທີງ,ບັນເທີງ
ບັນເທີງ

ເປີດວາບ 2 ໜຸ່ມຫຼໍ່ ຈາກ Mister International Laos 2019 – ໜຸ່ມນັກແຂ່ງລົດຈັກວິບາກ ໜຸ່ມທະນາຄານ

By ກຸ້ງຄຳ ແສນມະນີ
03/10/2019
in :  ບັນເທີງ
0
44

ໃກ້ຈະຮອດໂຄ້ງສຸດທ້າຍແລ້ວ ສຳລັບເວທີ Mister International Laos 2019, ມາຮູ້ຈັກກັບອີກ 2 ໜຸ່ມຫຼໍ່ ທີ່ຜ່ານເຂົ້າຮອບ 20 ຄົນສຸດທ້າຍ ໜຶ່ງຄົນເປັນໜຸ່ມນັກແຂ່ງລົດຈັກວິບາກ ສ່ວນອີກໜຶ່ງໜຸ່ມເປັນໜຸ່ມນ້ອຍບ່າວທະນາຄານ. ຄົນທຳອິດ ຂໍແນະນຳ ທ້າວ ອານັນດາ ພະສະຫວັດ “ໂຈອິ້” ໝາຍເລກ MR06, ອາຍຸ 22ປີ. ຈົບຊັ້ນສູງຈາກປະເທດເພື່ອນບ້ານ ແລະ ກຳລັງເຊື່ອມຕໍ່ປະລິນຍາຕີທີ່ ຄວສ ມະຫາວິທະຍາໄລແຫ່ງຊາດລາວ, ທັງຍັງມີດີກີເປັນນັກແຂ່ງລົດຈັກວິບາກລາວນໍາອີກ. ປະຈຸບັນ, ແມ່ນຕາມຫາອີກໜຶ່ງຄວາມຝັນກັບການຈະກ້າວເຂົ້າສູງວົງການນາຍແບບລາວ ກັບການໄດ້ຮ່ວມເປັນ 20 ຄົນສຸດທ້າຍຂອງ Mister international Laos 2019. ວາບ IG ຕິດຕາມທີ່ @Joey_Phasavath ອີກໜຶ່ງໜຸ່ມນ້ອຍ ທ້າວ ແມັກກີ້ ສິງຫາລາດ “ແມັກກີ້” ໝາກເລກ MR13, ໜຸ່ມນ້ອຍອາຍຸພຽງ 18 ປີ ເຊິ່ງຍັງເປັນ ໜຸ່ມທະນາຄານ ເອຊີລີດາ. ໜຸ່ມນ້ອຍໜ້າຕາດີ ອານາຄົດໄກ ທີ່ເປັນອີກໜຶ່ງໜຸ່ມທີ່ມີຄວາມຕັ້ງໃຈ ແລະ …

Read More
ບັນເທີງ

“ແອັບເປິ້ນ” ” ຕີນບວມ””ຟຸກ” ອອກປາກຫ້າມບໍ່ໃຫ້ຍ່າງຫຼາຍ ບອກໃກ້ເກີດລູກແລ້ວ

By ກຸ້ງຄຳ ແສນມະນີ
02/10/2019
in :  ບັນເທີງ
0
1,456

ໂມເມັ້ນໜ້າຮັກໆຂອງຄູ່ຮັກດາລາວ ສາວລາວບ່າວໄທ “ແອັບເປິ້ນ – ສີສະຫງຽນ ສີຫາລາດ” ແລະ “ຟຸກ – ຈິຣະ ດ່ານບະວອນກຽດ” ທີ່ຝ່າຍຊາຍກົ້ມລົງລູບຕິນໃຫ້ຜູ້ເປັນພັນລະຍາ ເນື່ອງຈາກຕີນບວມ ພ້ອມອອກປາກຫ້າມບໍ່ໃຫ້ຍ່າງຫຼາຍ ແລະ ບໍ່ນວດໃຫ້ເພາະໃກ້ຈະເກີດລູກແລ້ວ. ໂດຍໜຸ່ມຟຸກ ໄດ້ໂພສວິດີໂອຄລິບສັ້ນໆດັ່ງກ່າວລົງໃນໄອຈີຂອງຕົນເອງເມື່ອບໍ່ດົນມານີ້ ໂດຍໃນຄລິບສາວແອັບເປິ້ນໄດ້ເວົ້າດ້ວຍສຽງອ້ອນສາມີໃຫ້ນວດຕີນໃຫ້ ເນື່ອງຈາກຕີນບວມ ແຕ່ຖືກປະຕິເສດຈາກຝ່າຍຊາຍ ພ້ອມໃຫ້ເຫດຜົນວ່າໃກ້ຈະເກີດລູກແລ້ວຈຶ່ງບໍ່ນວດຕີນໃຫ້ ເພາະຢ້ານເກີດລູກໄວ. ຂະນະທີ່ບັນດາແຟນຄລັບຕ່າງກໍເຂົ້າມາສະແດງຄວາມເຫັນໃຫ້ກຳລັງໃຈ ພ້ອມທັງກ່າວວ່າຢາກເຫັນໜ້າສາວນ້ອຍທີ່ຈະມືນຕາມາເບິ່ງໂລກໃນໄວໆນີ້ແລ້ວ. ຂະນະທີ່ບາງສ່ວນກໍແນະນຳວິທີບັນເທົາອາການຕີນບວມ ແລະ ຟິນກັບໂມເມັ້ນໜ້າຮັກໆຂອງໜຸ່ມຟຸກທີ່ດູແລສາວແອັບເປິ້ນເປັນຢ່າງດີ.   ຂໍຂອບໃຈ/ທີ່ມາ

Read More
ບັນເທີງ

ຟິນສຸດໆ! ເຖົ້າແກ່ນ້ອຍ ພາ SBFIVE ພົບປະແຟນຄລັບຊາວລາວເປັນຄັ້ງທຳອິດທີ່ນະຄອນຫຼວງວຽງຈັນ

By ກຸ້ງຄຳ ແສນມະນີ
01/10/2019
in :  ບັນເທີງ, ສຸຂະພາບແລະຄວາມງາມ
0
11

ພາເບິ່ງບັນຍາກາດສຸດຟິນພາຍໃນງານພົບປະແຟນຄລັບເປັນຄັ້ງທຳອິດຂອງ 5 ໜຸ່ມວົງ SBFIVE ຈາກໄທ ເຊິ່ງຈັດຂຶ້ນທີ່ງານເທດສະການໄວໜຸ່ມ UYD 2019 ຢູ່ນະຄອນຫຼວງວຽງຈັນ ເມື່ອທ້າຍອາທິດທີ່ຜ່ານມາ. ງານນີ້ເກີດຂຶ້ນໄດ້ ຕ້ອງຂອບໃຈທາງ ເຖົ້າແກ່ນ້ອຍ ສາຫຼ່າຍທອດກອບຍອດນິຍົມ ເຊິ່ງພາເອົາ 5 ໜຸ່ມ: ບາສ, ຄິມມ່ອນ, ຄັອບເຕີ, ເຕ້ ແລະ ຕີ໋ ມາພົບກັບແຟນໆຊາວລາວ. ການພົບປະດັ່ງກ່າວມີແຟນຄລັບທັງຊາວລາວ ແລະ ໄທເຂົ້າຮ່ວມເກືອບ 300 ຄົນ ເຮັດເອົາຫໍວັດທະນະທຳແຫ່ງຊາດ ເຊິ່ງເປັນສະຖານທີ່ຈັດງານອົບອວນໄປດ້ວຍບັນຍາກາດທີ່ຟົດຟື້ນດ້ວຍສຽງກຣີດຂອງແຟນໆ ເຊິ່ງດັງຂຶ້ນດ້ວຍຄວາມຟິນ. ສ່ວນກິດຈະກຳພາຍໃນງານມີທັງການຮັບໂພສເຕີຈາກມືຂອງໜຸ່ມໆ, ປ້ອນສາຫຼ່າຍເຖົ້າແກ່ນ້ອຍໃຫ້ແຟນຄລັບ, ຈັບມືກັບ 5 ໜຸ່ມ ພ້ອມຖ່າຍຮູບແບບໃຫ້ຊິດ ແລະ ພິເສດສຸດກັບມິນິຄອນເສີດປິດທ້າຍ ສ້າງຄວາມມ່ວນຊື່ນໃຫ້ຜູ້ເຂົ້າຮ່ວມງານກັນຢ່າງຖ້ວນໜ້າ. muan.la ຈຶ່ງເກັບເອົາພາບບັນຍາກາດສຸດຟິນພາຍໃນງານມາໃຫ້ຜູ້ອ່ານໄດ້ເບິ່ງກັນ.   ຂໍຂອບໃຈ/ທີ່ມາ

Read More
ບັນເທີງ

“ເສນາລີງ” ແລະ “ກັນ ກັນຕະຖາວອນ” ພ້ອມໃຈກັນມາເຮັດບຸນໃນສະຖານທີ່ສັກສິດຂອງລາວ

By ກຸ້ງຄຳ ແສນມະນີ
01/10/2019
in :  ບັນເທີງ
0
65

ເມື່ອວັນທີ 28 ກັນຍາ 2019 ນີ້ ກັນ​ ກັນຕະຖາວອນ ແລະ​ ເສນາ​ລີງ​ ສົມກຽດ ພິທີກອນຄູ່ຫູ​ຈາກປະເທດໄທ ໃນລາຍການ “I Can see your voice” ທີ່ອອກອາກາດທາງຊ່ອງ​ “Workpoint” ໄດ້ເດີນທາງມາທ່ຽວຊົມສະຖານທີ່ສຳຄັນ ແລະ ສັກສິດຂອງ ສປປ ລາວ ໂດຍທັງສອງໄດ້ພ້ອມກັນຕັ້ງໃຈມາເຮັດບຸນຢູ່ທີ່ ​ວັດສີເມືອງ ນະຄອນຫຼວງ​ວຽງຈັນ​, ເຊິ່ງເປັນວັດເກົ່າແກ່​ ແລະ ​ມີສິລະປະກໍາທີ່ງົດງາມຂອງປະເທດລາວເຮົາ. ຈາກນັ້ນ, ຍັງໄດ້ໄປຢ້ຽມຊົມວັດໂຊກໃຫຍ່ ທີ່ເຊື່ອກັນວ່າເປັນວັດບ້ານເກີດຂອງແມ່ສີເມືອງ ອີກດ້ວຍ. ພ້ອມນັ້ນ ທັງສອງຍັງໄດ້ໃສ່ບາດຕາມຮີດຄອງວັດທະນະທຳຂອງລາວ ດ້ວຍສີໜ້າເບີກບານ, ມີຄວາມສຸກ ແລະ ອີ່ມບຸນອີ່ມໃຈ.   ຂໍຂອບໃຈ/ທີ່ມາ

Read More
ບັນເທີງ

ງົດງາມ! ສອງສາວ ນາງງາມລາວ ໃສ່ຊຸດຜ້າໄໝ ຮ່ວມງານປະກວດນາງສາວໄທ 2019 ທີ່ບາງກອກ ປະເທດໄທ

By ກຸ້ງຄຳ ແສນມະນີ
01/10/2019
in :  ບັນເທີງ
0
62

ສາວ ເມ – ວິຈິດຕາ ພອນວິໄລ Miss Universe Laos 2019 ແລະ ຕູ່ – ໄຜ່ທິດາ ໂພທິສານ Miss International Laos 2019 ໄດ້ຖືກເຊີນເຂົ້າຮ່ວມງານປະກວດນາງສາວໄທ ປະຈຳປີ 2019 ທີ່ຈັດຂຶ້ນເມື່ອວັນທີ 27 ກັນຍາ 2019 ທີ່ບາງກອກ ປະເທດໄທ. ການເຂົ້າຮ່ວມງານໃນຄັ້ງນີ້ ທັງສອງສາວງາມ ໄດ້ສວມໃສ່ຊຸດຜ້າໄໝທີ່ງົດງາມ ທີ່ເປັນເອກະລັກ ວັດທະນະທຳຂອງປະເທດລາວ ເພື່ອໃສ່ອອກສູ່ສາຍຕາມວນຊົນທັງຫຼາຍ ແລະ ຍັງເປັນການເຜີຍແຜ່ ວັດທະນະທຳຂອງປະເທດຕົນໃຫ້ຄົນທົ່ວໂລກໄດ້ເຫັນໄດ້ຊົມ ແລະ ເປັນທີ່ຮູ້ຈັກກັນຫຼາຍຂຶ້ນ. ຂະນະທີ່ຜູ້ທີ່ຊະນະເລີດການປະກວດນາງສາວໄທປີນີ້ ເປັນສາວເພສັດຊະກອນຍິງໄວ 25 ປີ ນັ້ນກໍຄື ບິ໊ນ – ສິຣີທອນ ສີອະຣ່າມວັດທະນາ ນັ້ນເອງ.   ຂໍຂອບໃຈ/ທີ່ມາ

Read More
ບັນເທີງ

ກ້ອງສະໜັ່ນ! ແຟນຄຼັບຊາວລາວຕ້ອນຮັບ SBFIVE ບອຍແບນຊື່ດັງຈາກໄທ ເຮັດເອົາຫໍວັດທະນະທຳແໜ້ນ

By ກຸ້ງຄຳ ແສນມະນີ
30/09/2019
in :  ບັນເທີງ
0
21

ກຸ່ມສິລະປິນ SBFIVE ຈາກໄທ ຈັດງານພົບປະແຟນຄລັບຢູ່ລາວເປັນຄັ້ງທຳອິດ ໄດ້ຮັບການຕອບຮັບເປັນຢ່າງດີ ມີຊາວລາວເຂົ້າຮ່ວມງານເປັນຈຳນວນຫຼາຍ ທີ່ຫໍວັດທະນະທຳແຫ່ງຊາດ ເມື່ອວັນອາທິດທີ່ຜ່ານມາ (29 ກັນຍາ 2019). ງານພົບປະດັ່ງກ່າວເປັນສ່ວນໜຶ່ງຂອງງານເທດສະການໄວໜຸ່ມ ປະຈຳປີ 2019 ທີ່ລວມເອົາກິດຈະກຳຫຼາຍຢ່າງສຳລັບໃຫ້ໄວໜຸ່ມໄດ້ມາພົບປະແລກປ່ຽນເຊິ່ງກັນ ແລະ ກັນ. ອີກໜຶ່ງຈຸດເດັ່ນໃນງານກໍຄືກັານພົບປະແບບສຸດພິເສດກັບໜຸ່ມໆ SBFIVE ເຊິ່ງເປັນພຣີເຊັນເຕີຂອງສາຫຼ່າຍ ເຖົ້າແກ່ນ້ອຍ ເຊິ່ງມີທັງການມອບໂພສເຕີພ້ອມລາຍເຊັນ, ເຮັດກິດຈະກຳປ້ອນສາຫຼ່າຍແບບໃກ້ຊິດ ລວມທັງຈັບມືທັງ 5 ໜຸ່ມ ບາສ, ຄິມມ່ອນ, ເຕ້, ຕີ໋ ແລະ ຄັອບເຕີ້ ແບບໂຕຕໍ່ໂຕ. ພ້ອມນີ້ ກໍມີມິນິຄອນເສີດປິດທ້າຍງານເທດສະການໄວໜຸ່ມໃນຄໍ່າຄືນຂອງມື້ດຽວກັນ ເຊິ່ງບອກເລີຍວ່າງານນີ້ແຟນຄລັບຟິນໜັກ ສັງເກດໄດ້ຈາກສຽງກ້ອງສະໜັ່ນຄັບຫ້ອງສະແດງຂອງຫໍວັດທະນະທຳທີ່ດັງຂຶ້ນຢ່າງບໍ່ຂາດສາຍຈົນຈົບງານ. ຂໍຂອບໃຈ/ທີ່ມາ

Read More
ບັນເທີງ

ຟົດຟື້ນ! ໄວໜຸ່ມລາວແຕ່ງ “ຄອສເພຼ” ຮ່ວມງານ Cosplay Mini Contest

By ກຸ້ງຄຳ ແສນມະນີ
30/09/2019
in :  ບັນເທີງ
0
24

ພາຊົມບັນຍາກາດຈາກການແຂ່ງຂັນ Cosplay Mini Contest ເຊິ່ງຈັດຂຶ້ນເມື່ອທ້າຍອາທິດທີ່ຜ່ານມາ ໃນງານ ເທດສະການໄວໜຸ່ມ UYD Lao Youth Festival 2019 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍມີໄວໜຸ່ມລາວເປັນຈຳນວນຫຼາຍໃຫ້ຄວາມສົນໃຈ ຮ່ວມແຕ່ງຄອສເພຼ ເຂົ້າແຂ່ງຂັນ ແລະ ທ່ຽວພາຍໃນງານຢ່າງຄຶກຄື້ນ. ການແຂ່ງຂັນດັ່ງກ່າວນີ້ຈັດໂດຍງານເທດສະການໄວໜຸ່ມ ຮ່ວມກັບ ລາວ ໂອຕາກຸ ຄລັບ ແລະ ລາວນາວີ ໄອດໍ ໂປຣເຈັກ ເພື່ອລວມເອົາຄົນທີ່ຮັກກາຕູນ ແລະ ການຄອສເພຼ ໃຫ້ມາຮວມໂຕກັນ. ໂດຍຕົວລະຄອນທີ່ບັນດາໄວໜຸ່ມແຕ່ງຄອສເພຼມາຮ່ວມງານນັ້ນມີທັງຕົວລະຄອນຈາກກາຕູນ ແລະ ເກມຊື່ດ່ັງຕ່າງໆ ຕາມໄອເດຍສ້າງສັນຂອງແຕ່ລະຄົນ. ຈຸດເດັ່ນຂອງງານກໍຄືການປະກວດຊຸດຄອສເພຼ ໂດຍໄດ້ມີການມອບລາງວັນໃຫ້ແກ່ຊຸດທີ່ມີລາຍລະອຽດດີທີ່ສຸດ, ຊຸດທີ່ມີໄອເດຍດີທີ່ສຸດ ແລະ ຊຸດທີ່ມີການສະແດງນຳສະເໜີດີທີ່ສຸດ ເຊິ່ງງານນີ້ບໍ່ແມ່ນພຽງແຕ່ການແຂ່ງຂັນເພື່ອຊີງເງິນລາງວັນ ແຕ່ເປັນອີກໜຶ່ງກິດຈະກຳທີ່ເຮັດໃຫ້ຊາວໜຸ່ມໄດ້ມາແລກປ່ຽນ ແລະ ຮູ້ຈັກກັນໃນຊຸມຊົນຂອງ pop culture. muan.la ຈຶ່ງໄດ້ເກັບເອົາພາບບັນຍາກາດບາງສ່ວນມາໃຫ້ທຸກຄົນໄດ້ເບິ່ງກັນ. ຂໍຂອບໃຈ/ທີ່ມາ

Read More
ຂ່າວເດັ່ນ

ໃຜບາງຄົນ ຄວ້າມຸງກຸດ Miss World Laos 2019 ໄດ້ເປັນຕົວແທນສາວລາວໄປປະກວດຢູ່ລອນດອນ

By ກຸ້ງຄຳ ແສນມະນີ
29/09/2019
in :  ຂ່າວເດັ່ນ, ບັນເທີງ
0
44

ເນລະມິດ ໄຊປັນຍາ ຄວ້າມຸງກຸດ Miss World Laos 2019 ໃນການປະກວດເມື່ອຕອນຄໍ່າຂອງວັນທີ 19 ກັນຍາ 2019 ໄດ້ເປັນຕົວແທນສາວລາວໄປຢືນຢູ່ເທິງເວທີລະດັບໂລກຢູ່ລອນດອນ ປະເທດອັງກິດ ທ້າຍປີນີ້. ການປະກວດຮອບຕັດສິນຂອງ Miss World Laos 2019 ເພື່ອຄົ້ນຫາຜູ້ຄອງຕຳແໜ່ງຄົນທີ 3 ຂອງລາວ ຈັດຂຶ້ນທີ່ໂຮງແຮມແລນມາກ ແມ່ຂອງ ຣິເວີໄຊ ນະຄອນຫຼວງວຽງຈັນ. ສາວງາມ 19 ຄົນ ໄດ້ສະແດງຄວາມໝັ້ນໃຈ ແລະ ທັກສະຕ່າງໆຂອງຕົນເອງ ເພື່ອເອົາຊະນະໃຈກຳມະການ ເຊິ່ງຜູ້ທີ່ຊະນະໄດ້ມຸງກຸດໃນປີນີ້ໄປຄອງແມ່ນ ເນລະມິດ ໄຊປັນຍາໄວ 20 ປີ ໝາຍເລກ 01. ພ້ອມນີ້ ເນລະມິດ ຍັງໄດ້ຮັບລາງວັນ ຂວັນໃຈມະຫາຊົນຈາກ muan.la ອີກດ້ວຍ. ສ່ວນລາງວັນຮອງອັນດັບ 1 ໄດ້ແກ່ ໝາຍເລກ 18 ປານິດາ ບຸບຜາ ແລະ ຮອງອັນດັບ 2 ໄດ້ແກ່ ໝາຍເລກ 14 ຊະນິຕ້າ …

Read More
ບັນເທີງ

“ແອັບເປິ້ນ ສີຫາລາດ” ກັບຊຸດຖືພາຫຼາກຫຼາຍແບບ ເຖິງຈະເປັນແມ່ປຸ້ງແຕ່ກໍແຟຊັນຈັດເຕັມໄດ້

By ກຸ້ງຄຳ ແສນມະນີ
28/09/2019
in :  ບັນເທີງ
0
860

ຫາກເວົ້າເຖິງຊຸດແມ່ຍິງຖືພາຂອງຄົນທຳມະດາທົ່ວໄປ ຫຼາຍຄົນມັກຄິດເຖິງແບບລຽບໆ ທຳມະດາໜ້າຮັກ, ສີສັນ ແລະ ດີຊາຍບໍ່ເວີ້ ບໍ່ໂດດເດັ່ນຫຍັງແມ່ນບໍ່? ແຕ່ຖ້າເປັນຊຸດແມ່ມານຂອງວ່າທີ່ແມ່ທີ່ເປັນດາລາແລ້ວ ແນ່ນອນວ່າບໍ່ທຳມະດາຢ່າງແນ່ນອນ ແຖມຍັງມີຫຼາຍແບບທີ່ເຮົາບໍ່ເຄີຍເຫັນ. ມື້ນີ້ທີມຂ່າວບັນເທີງ muan.la ຈະພາສ່ອງແຟຊັນຂອງແມ່ປຸ້ງຄົນດັງຢ່າງ “ແອັບເປິ້ນ – ສີສະຫງຽນ ສີຫາລາດ” ເຊິ່ງຕອນນີ້ກໍຖືພາທ້ອງແກ່ໃກ້ຈະເກີດລູກໃນໄວໆນີ້ແລ້ວ ໂດຍສາວຄົນນີ້ເປັນພັນລະຍາຂອງໜຸ່ມດາລາດັງຂອງໄທຢ່າງ ຟຸກ – ຈິຣະ ດ່ານບະວອນກຽດ ດັ່ງທີ່ຫຼາຍຄົນຕ່າງກໍຄຸ້ນເຄີຍກັນດີ. ດ້ວຍລຸກທີ່ໃສໆ ໜ້າຮັກ ແລະ ໜ້າເດັກຫຼາຍ ຊຸດຕ່າງໆທີ່ແມ່ແອັບເປິ້ນໃສ່ຈຶ່ງເບິ່ງຄືວ່າມີຄວາມສົດໃສ ແລະ ໜ້າຮັກ ແຖມເມື່ອເປັນຊຸດທີ່ອອກງານກໍຍັງແຝງຄວາມເຊັກຊີບໍ່ໜ້ອຍກວ່າຕອນທີ່ບໍ່ໄດ້ຖືພາເລີຍ. ເວົ້າມາແລ້ວກໍໄປເບິ່ງກັນດີກວ່າວ່າມີຊຸດແປບບໃດກັນແດ່. ຂໍຂອບໃຈ ທີ່ມາຂ່າວ

Read More
ບັນເທີງ

“ກຽງໄກ ຊວ້ານສວນດາວ” ຄວ້າລາງວັນ “ໜຸ່ມຍິ້ມມີສະເໜ່” ຈາກເວທີ Mister Global 2019 ມາຝາກຊາວລາວ

By ກຸ້ງຄຳ ແສນມະນີ
28/09/2019
in :  ບັນເທີງ
0
301

ໜຸ່ມລາວ “ກຽງໄກ ຊວ້ານສວນດາວ” ຄວ້າລາງວັນໜຸ່ມຍິ້ມມີສະເໜ່ ເອົາຊະນະໜຸ່ມໆຈາກ 36 ປະເທດທົ່ວໂລກ ທີ່ເຂົ້າຮ່ວມການປະກວດເວທີ Mister Global 2019 ມາຝາກຊາວລາວ. ການປະກວດຮອບຕັດສິນຂອງເວທີດັ່ງກ່າວມີຂຶ້ນເມື່ອຄໍ່າຄືນວັນທີ 26 ກັນຍາ 2019 ທີ່ຜ່ານມາ ທີ່ບາງກອກ ປະເທດໄທ ໂດຍມີຜູ້ເຂົ້າປະກວດທັງໝົດ 37 ຄົນ ຈາກ 37 ປະເທດ ລວມທັງລາວ. ທັງນີ້ ກຽງໄກ ຊວ້ານສວນດາວ ຫຼື ອາເລັກ ອາຍຸ 19 ປີ ຕົວແທນຈາກລາວຜູ້ເຊິ່ງໄດ້ຮັບລາງວັນ Mister Charming Smile (ໜຸ່ມຍິ້ມມີສະເໜ໋) ປັດຈຸບັນສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ ຄະນະສະຖາປັດຕະຍະກໍາສາດ ປີ 2 ພາກວິຊາ ວິທະຍາການອາຄານ. ຂະນະທີ່ຜູ້ທີ່ຊະນະເລີດການປະກວດໃນປີນີ້ແມ່ນ ຈອງ ວູຄິມ ຈາກເກົາຫຼີໃຕ້ ເຊິ່ງຈະປະຕິບັດໜ້າທີ່ ແລະ ກິດຈະກຳຕ່າງໆຂອງກອງປະກວດເປັນເວລາ 1 ປີ ກ່ອນທີ່ຈະມີການປະກວດໃໝ່ອີກຄັ້ງໃນປີໜ້າ. ຂໍຂອບໃຈ ທີ່ມາຂ່າວ

Read More
12Page 1 of 2

Stay Connected

  • 256Posts
  • 1Comments
  • 2Members

Most Recent

ອາເຊມາ ຊີ້ແຈງການມອບຂັນເປຕັງ

ເຂີຍເມືອງຊຳ
1 ອາທິດ ago

ໄຟຟ້າເຊກະໝານ 1 ສ້າງທາງໃຫ້ເມືອງຊານໄຊ

ເຂີຍເມືອງຊຳ
2 ອາທິດ ago

ປກສ ເມືອງພູຄູນຈູດທຳລາຍເງິນປອມ

ເຂີຍເມືອງຊຳ
2 ອາທິດ ago
Load more

ກ່ຽວກັບພວກເຮົາ

ເວັບ LaoNews.net ບໍລິການ ຂ່າວສານ ຄວາມຮູ້ ວາໄລຕີ້ ສາລະບັນເທິງດີໆ ເພື່ອຄົນລາວ ບໍລິຫານໂດຍທີມງານ ຈາກນັກຂ່າວ ນັກຂຽນ ວົງການສື່ມວນຊົນທີ່ມີປະສົບການຂອງລາວ !

Line ID = laogroup

ຕິດຕາມເຮົາທີ່ນີ້:

ຂ່າວຍອດນິຍົມ

ນາງໝວຍສາລະພາບ ພົວພັນກັບກຸ່ມຄົນລາວນອກ

ເຂີຍເມືອງຊຳ
18/09/2019

ເຈ້ນາງບອກວ່າ ສາມີເຈ້ຖືກກ່າວຫາ

ເຂີຍເມືອງຊຳ
20/09/2019

ນາງ ໝວຍຖືກຈັບ ຂໍ້ຫາຕ້ານ ສປປ ລາວ

ເຂີຍເມືອງຊຳ
14/09/2019

ຄະດີສາວໝວຍ ຍັງຕ້ອງສືບສວນຕື່ມອີກກ່ອນ

ເຂີຍເມືອງຊຳ
21/09/2019

ຂ່າວໃໝ່ຫຼ້າສຸດ

  • 1 ອາທິດ ago

    ອາເຊມາ ຊີ້ແຈງການມອບຂັນເປຕັງ

  • 2 ອາທິດ ago

    ໄຟຟ້າເຊກະໝານ 1 ສ້າງທາງໃຫ້ເມືອງຊານໄຊ

  • 2 ອາທິດ ago

    ປກສ ເມືອງພູຄູນຈູດທຳລາຍເງິນປອມ

  • 2 ອາທິດ ago

    ໝວຍ ຖືກຕັດສິນລົງໂທດຂັ້ນສູງສຸດ

  • 2 ອາທິດ ago

    ລາວ-ຈີນ ຕ່າງກໍຍ້ອງຍໍຊົມເຊີຍເຊິ່ງກັນແລະກັນ

Top Tags ນາງງາມລາວ ລາວ ນ້ຳຖ້ວມ ຂ່າວບັນເທີງ ກິລາ ບັນເທີງ ເສດຖະກິດ ສປປ ລາວ ຂ່າວກິລາ ຂ່າວລາວ ຂ່າວປະຈໍາວັນ ຂ່າວພາຍໃນ ຂ່າວ laonews ຂ່າວຕ່າງປະເທດ
© Copyright 2018, All Rights Reserved Powered by LaoNews.net | Designed by Koungkam
Loading...