ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net

ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net
  • ໜ້າທຳອິດ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວກິລາ
  • ບັນເທີງ
  • ທ່ອງທ່ຽວ
  • ນານາສາລະ
3 ໃໝ່ ບົດຄວາມ
  • 05/09/2022 ອຸດົມໄຊ ຄາດຄະເນມູນຄ່າເສຍຫາຍ ແລະ ຄວາມຕ້ອງການງົບໃນການຟື້ນຟູປະມານ 60 ກ່ວາຕື້ກີບ
  • 04/09/2022 ຮອງ ລຕມ ປກສ ຮ່ວມສົ່ງສະການ ນາຍຕຳຫຼວດກ້າ​ ເສຍຊີວິດຍ້ອນຖືກຄົນຮ້າຍແກະລະເບີດໃສ່
  • 02/09/2022 ໜ້າເສົ້າ! ປາແດກອາຫານຍອດນິຍົມຂອງຄົນລາວ ກາຍເປັນສິນຄ້ານຳເຂົ້າ
ໜ້າຫຼັກ ຄັງຄຳຄົ້ນຫາ ຂ່າວພາຍໃນ

ຄັງຄຳຄົ້ນຫາ ຂ່າວພາຍໃນ

ຂ່າວພາຍໃນ

120 ຮ້ານຈະເຂົ້າຮ່ວມເທດສະການອາຫານລາວ

ຂຽນໂດຍ: ກຸ້ງຄຳ ແສນມະນີ
08/02/2021
in :  ຂ່າວພາຍໃນ, ທ່ອງທ່ຽວ, ເສດຖະກິດ
0
575

ສະມາຄົມນັກທຸລະກິດແມ່ຍິງລາວຮ່ວມກັບສູນກາງສະຫະພັນແມ່ຍິງລາວຈັດພິທີຖະແຫຼງຂ່າວເທສະການອາຫານລາວ ປະຈໍາປີ 2021 ຂຶ້ນໃນວັນທີ 5 ກຸມພາຜ່ານມາທີ່ຮ້ານອາຫານເລີປາແດກນະຄອນຫຼວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານ ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ,ປະທານຄະນະກໍາມະການກ່ຽວກັບການຈັດງານເທສະການອາຫານລາວ 2021 ທ່ານນາງ ບົວຈັນ ສີຫານາດ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ຈັນທະຈອນ ວົງໄຊ ກ່າວວ່າ: ເທສະການອາຫານລາວຈັດຂຶ້ນທຸກໆ ປີໂດຍເລີ່ມແຕ່ປີ 2006 ເປັນຕົ້ນມາ ແລະປີນີ້ຈະຈັດ 5 ມື້, ແຕ່ວັນທີ 23-27 ກຸມ ພາ 2021 ໂດຍຈຸດປະສົງ 1) ເພື່ອສ້າງໃຫ້ຮູ້ເຖິງແນວຄວາມຄິດ ແລະບັນຍາກາດອັນໃໝ່ໃນການອະນຸລັກອາຫານ, ການກິນຢູ່, ດໍາລົງຊີວິດໃຫ້ເປັນແບບວັດທະນະທໍາ, ຮີດຄອງປະເພນີດັ້ງເດີມ ແລະປັບໃຫ້ເຂົ້າກັບຍຸກສະໄໝຂອງຄົນລາວ, ເພື່ອເສີມສ້າງໃຫ້ເປັນບັນຍາກາດແບບສັງຄົມພື້ນເມືອງລາວທີ່ເຄີຍມີມາ; 2) ສືບຕໍ່ຊຸກຍູ້, ສົ່ງເສີມແມ່ຍິງຜູ້ຜະລິດ, ຜູ້ປູກຝັງ, ລ້ຽງສັດທີປຸງແຕ່ງໃນຮ້ານອາຫານ, ໂຮງແຮມ, ຮ້ານຂາຍຍ່ອຍຈາກທ້ອງຖິ່ນຕ່າງໆ ແລະຈາກນະຄອນຫຼວງວຽງຈັນໄດ້ມາວາງສະແດງ ແລະ ຄ້າຂາຍແລກປ່ຽນນໍາກັນ; 3) ເພື່ອປຸກລະດົມເຊີນຊວນຜູ້ປະກອບການແມ່ຍິງໃນການຜະລິດເປັນສິນຄ້າໃຫ້ສາມາດສ້າງເຄືອຂ່າຍການຄ້າຢ່າງກວ້າງ ຂວາງໃນຂອບເຂດທົ່ວປະເທດ ແລະພາກພື້ນ, ເພື່ອສົ່ງເສີມນະໂຍບາຍລາວທ່ຽວລາວ ແລະເພື່ອສາມາດຕອບສະໜອງສິນຄ້າຢ່າງພຽງພໍໃຫ້ແກ່ຜູ້ມາທ່ຽວຊົມໄດ້ຈັບຈ່າຍຊື້ຂາຍຢ່າງສະດວກສະບາຍ; 4) ເພື່ອໂຄສະນາເຜີຍແຜ່ການຫຼຸດຜ່ອນພາວະໃຊ້ຖົງຢາງພາສະຕິກ, …

ອ່ານເພີ່ມ
ຂ່າວພາຍໃນ

ບໍ່ແກ້ວແຈ້ງແຮງງານມຽນມາທີ່ຈັດສົ່ງກັບຄືນປະເທດກວດພົບໂຄວິດ-19

ຂຽນໂດຍ: ກຸ້ງຄຳ ແສນມະນີ
11/07/2020
in :  ຂ່າວພາຍໃນ, ເສດຖະກິດ
0
316

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວ ແຈ້ງການກ່ຽວກັບການຈັດສົ່ງແຮງງານມຽນມາທີ່ເຂົ້າມາອອກແຮງງານ ຢູ່ເຂດເສດຖະກິດສາມຫຼ່ຽມຄໍາກັບຄືນປະເທດແລ້ວກວດພົບເຊື້ອພະຍາດໂຄວິດ-19 ຢູ່ນະຄອນຢາງກຸ້ງ ສ.ມຽນມາ ຕາມເວັບໄຊກະຊວງສາທາລະນະສຸກ ສ.ມຽນມາ. ອີງຕາມແຈ້ງການສະບັບເລກທີ 279/ສພກ.ບກ, ລົງວັນທີ 10 ກໍລະກົດ 2020 ຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນວັນທີ 24 ມິຖຸນາ 2020 ຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ຈັດສົ່ງແຮງງານມຽນມາທີ່ເຂົ້າມາອອກແຮງງານຢູ່ເຂດເສດຖະກິດພິເສດສາມລ່ຽມຄໍາກັບຄືນປະເທດຈໍານວນ 184 ຄົນ, ຍິງ 66 ຄົນ. ຜ່ານການມອບ-ຮັບຢ່າງເປັນທາງການ ໂດຍຊ້ອງໜ້າເຈົ້າໜ້າທີ່ທັງສອງຝ່າຍ ທີ່ດ່ານສາບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ຫຼັງຈາກນັ້ນຝ່າຍມຽນມາກໍ່ໄດ້ນໍາຕົວແຮງງານທັງໝົດ ກັກບໍລິເວນ ຕາມມາດຕະການທາງການມຽນມາກໍານົດ ຢູ່ເມືອງກໍາມະຍຸດ ນະຄອນຢາງກຸ້ງ ສ.ມຽນມາ ຈົນຮອດວັນທີ 4 ກໍລະກົດ 2020 ພະແນກການຕ່າງປະເທດແຂວງບໍ່ແກ້ວ ໄດ້ຮັບຂໍ້ມູນຈາກທາງການມຽນມາວ່າ: ມີແຮງງານທີ່ກັບຈາກເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຕິດເຊື້ອໂຄວິດ-19 ຊື່ ທ້າວ ອຸມິນມິນ ອາຍຸ 43 …

ອ່ານເພີ່ມ
ຂ່າວພາຍໃນ

ເຕືອນອີກຮອບ! ກະຊວງ ອຄ ອອກແຈ້ງການ ຫ້າມຂຶ້ນລາຄາ ຫຼື ກັກຕຸນສິນຄ້າຖ້າລະເມີດຈະຖືກປັບໃໝ

ຂຽນໂດຍ: ກຸ້ງຄຳ ແສນມະນີ
23/04/2020
in :  ຂ່າວພາຍໃນ, ເກາະຕິດ COVID-19, ເສດຖະກິດ
0
331

ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ອອກແຈ້ງການ ເລກທີ 0412/ອຄ.ກຄພນ ລົງວັນທີ 21 ເມສາ 2020 ກ່ຽວກັບການສືບຕໍ່ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າຖ້າພົບເຫັນຂາຍສິນຄ້າແພງກວ່າຄວາມເປັນຈິງໃຫ້ປັບໃໝທັນທີ ສູງສຸດ 3ລ້ານກີບຕໍ່ລາຍການ ແລະ ຖ້າພົບເຫັນກັກຕຸນລາຄາສິນຄ້າກໍ່ປັບໃໝສູງເຖິງ 50 ລ້ານກີບ. ເນື່ອງຈາກວ່າ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຫຼາຍປະເທດ ຍັງສືບຕໍ່ເພີ່ມຂຶ້ນ ແລະ ພາຍໃນ ສປປ ລາວ ຍັງມີຄວາມສ່ຽງຂອງການລະບາດ ລັດຖະບານ ຈຶ່ງໄດ້ອອກແຈ້ງການ ການຕໍ່ເວລາ ແລະ ແນະນໍາເພີ່ມເຕີມ ການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ່ 06/ນຍ, ລົງວັນທີ 29 ມີນາ 2020. ດ້ວຍເຫດນັ້ນ ເພື່ອໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີ ມາດຕະການສະກັດກັ້ນ ການແຜ່ລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ສະບັບ ເລກທີ 06/ນຍ, ລົງວັນທີ 29 ເມສາ 2020. ລັດຖະມົນຕີກະຊວງ ອຄ ອອກແຈ້ງການ: …

ອ່ານເພີ່ມ
ລັດຖະບານພິຈາລະນາບັນຫາການເຝົ້າລະວັງພະຍາດຕິດແປດ, ອັດຕາແລກປ່ຽນເງິນຕາ ແລະ ອື່ນໆ
ຂ່າວພາຍໃນ

ລັດຖະບານພິຈາລະນາບັນຫາການເຝົ້າລະວັງພະຍາດຕິດແປດ, ອັດຕາແລກປ່ຽນເງິນຕາ ແລະ ອື່ນໆ

ຂຽນໂດຍ: ກຸ້ງຄຳ ແສນມະນີ
25/01/2020
in :  ຂ່າວພາຍໃນ, ສຸຂະພາບ, ເສດຖະກິດ
0
295

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມັງກອນ 2020 ໄດ້ພິຈາລະນາຫຼາຍບັນຫາສຳຄັນ ເຊັ່ນ: ແຜນວຽກຈຸດສຸມ ເດືອນກຸມພາ 2020, ຮັບຟັງລາຍງານຫຍໍ້ຈາກຂະແໜງການທີ່ກ່ຽວຂ້ອງກັບສະພາບພົ້ນເດັ່ນຂອງພາກພື້ນ ແລະ ສາກົນ, ການສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນ, ການເຝົ້າລະວັງພະຍາດຕິດແປດຕ່າງໆ, ອັດຕາແລກປ່ຽນເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າ, ສະພາບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ສະພາບຫາງສຽງສັງຄົມ. ກອງປະຊຸມດັ່ງກ່າວມີຂຶ້ນໃນວັນທີ 22-23 ມັງກອນນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ແລະ ມີຄວາມເປັນເອກະພາບສູງ ເພື່ອກໍານົດມາດຕະການແກ້ໄຂ ເປັນຕົ້ນ: ກະຊວງການຕ່າງປະເທດ: ໃຫ້ເປັນເຈົ້າການສືບຕໍ່ຕິດຕາມຢ່າງໃກ້ຊິດ, ກຽມພ້ອມຮັບມືຮອບດ້ານກັບບັນຫາຕ່າງໆ ທີ່ອາດຈະເກີດຂຶ້ນ ເພື່ອສືບຕໍ່ຮັກສາຄວາມສະຫງົບ ແລະ ຄວາມມີສະຖຽນລະພາບທາງດ້ານການເມືອງ ໃຫ້ໜັກແໜ້ນ ແລະ ໝັ້ນຄົງ ແລະ ມີການລາຍງານລັດຖະບານ ຢ່າງເປັນປົກກະຕິ. ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ເອົາໃຈໃສ່ເພີ່ມທະວີ ຄວາມເປັນເຈົ້າການຕິດຕາມສະພາບປະກົດການຫຍໍ້ທໍ້ທາງສັງຄົມ, ປຸ້ນຈີ້ຊີງຊັບ, ຂີ້ລັກງັດແງະ, ການລັກລອບຄ້າຂາຍສິ່ງຜິດກົດໝາຍ, …

ອ່ານເພີ່ມ
3 ບໍລິສັດຈັບມື ທຸ່ມງົບ 30 ລ້ານໂດລາ ສ້າງໂຮງງານແປຮູບຂີ້ເຫຍື້ອ ຜະລິດເປັນພະລັງງານທົດແທນ
ຂ່າວພາຍໃນ

3 ບໍລິສັດຈັບມື ທຸ່ມງົບ 30 ລ້ານໂດລາ ສ້າງໂຮງງານແປຮູບຂີ້ເຫຍື້ອ ຜະລິດເປັນພະລັງງານທົດແທນ

ຂຽນໂດຍ: ກຸ້ງຄຳ ແສນມະນີ
21/01/2020
in :  ຂ່າວພາຍໃນ, ເສດຖະກິດ
0
581

3 ບໍລິສັດໄດ້ຈັບມືກັນ ສ້າງໂຮງງານແປຮູບຂີ້ເຫຍື້ອຜະລິດເປັນພະລັງງານທົດແທນຂຶ້ນຢູ່ສະໜາມບໍາບັດຂີ້ເຫຍື້ອຫຼັກ 32 ບ້ານຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈະນຳໃຊ້ຂີ້ເຫຍື້ອຈາກຊຸມຊົນ 400 ໂຕນ/ວັນ ເພື່ອເປັນວັດຖຸດິບຜະລິດກະແສໄຟຟ້າ 6 MW. ພິທີວາງສີລາລືກດັ່ງກ່າວ ຈັດຂຶ້ນວັນທີ 9 ມັງກອນ 2020 ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ, ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ, ທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ແລະ ທ່ານ ນາງ ອຸຣະວະດີ ສິພິຣົມ ອັກຄະລະຣາຊະທູດ ແຫ່ງຣາຊອານາຈັກໄທ ປະຈໍາລາວ ຕະຫຼອດຮອດຫົວໜ້າພະແນກການກ່ຽວຂ້ອງ ຫົວໜ່ວຍທຸລະກິດ ແລະ ແຂກຖືກເຊີນເຂົ້າຮ່ວມ. ທ່ານ ຄໍາຫຼ້າ ນາກຄະວົງ ປະທານບໍລິສັດ ຂວັນເມືອງ ກຣຸບ ຈໍາກັດຜູ້ດຽວ ທັງເປັນຜູ້ອໍານວຍການ ບໍລິສັດ ວຽງຈັນ …

ອ່ານເພີ່ມ
ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສືບຕໍ່​ເຄື່ອນໄຫວຢ້ຽມຢາມແຂວງຢຸນນານ ສປ ຈີນ
ຂ່າວພາຍໃນ

ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສືບຕໍ່​ເຄື່ອນໄຫວຢ້ຽມຢາມແຂວງຢຸນນານ ສປ ຈີນ

ຂຽນໂດຍ: ກຸ້ງຄຳ ແສນມະນີ
10/01/2020
in :  ຂ່າວພາຍໃນ
0
283

ການເຄຶ່ອນໄຫວຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ຂອງຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ, ໃນລະຫວ່າງວັນທີ 05-09 ມັງກອນ 2020, ໃນຕອນເຊົ້າຂອງວັນທີ 09 ມັງກອນ 2020, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຊົມ ກຸ່ມບໍລິສັດກະສິກຳ ຢຸນນານ, ຊຶ່ງບໍລິສັດດັ່ງກ່າວໄດ້ສ້າງຕັ້ງແຕ່ປີ 1951 ແລະ ກໍໄດ້ຮັບການພັດທະນາປັບປຸງການຄຸ້ມຄອງບໍລິຫານມາໂດຍຕະຫຼອດ. ເລີ່ມແຕ່ປີ 2014 ເປັນຕົ້ນມາ, ກຸ່ມບໍລິສັດນີ້ ໄດ້ແຍກອອກຈາກກຸ່ມບໍລິສັດໃຫຍ່ເຂົ້າສູ່ລະບົບເສດຖະກິດ ຢ່າງເປັນເອກະລາດ ແລະ ໄດ້ດຳເນີນກິດຈະການທາງດ້ານກະສິກຳຢູ່ແຂວງຢຸນນານ ໂດຍໄດ້ເປັນບໍລິສັດວິສາຫະກິດລະດັບຊາດ ໃນຂົງເຂດກະສິກຳ ເຊັ່ນ: ການພັດທະນາຜະ ລິດຕະພັນສີຂຽວ, ຊັບພະຍາກອນກະສິກຳ ແລະ ປ່າໄມ້, ການບໍລິການດ້ານກະສິກຳ. ຄະນະ ໄດ້ສືບຕໍ່ຢ້ຽມຢາມສະ​ຖາບັນວິຊາຊີບ ແລະ ເຕັກນິກທາງລົດໄຟຄຸນໝິງ, ຊຶ່ງເປັນສະຖາບັນແຫ່ງດຽວຂອງລັດໃນແຂວງຢຸນນານ. ສະຖາບັນດັ່ງກ່າວ ໄດ້ສ້າງເປັນສູນສ້າງບຸກຄະລາກອນຂັ້ນວິຊາຊີບ ກ່ຽວກັບ ທາງລົດໄຟ ແລະ ລົດໄຟທີ່ນຳໃຊ້ພາຍໃນຕົວເມືອງ​ຄຸນໝິງ ໂດຍໄດ້ຮັບການຊີ້ນຳໂດຍກົງຈາກພະແນກສຶກສາຂອງແຂວງຢຸນນານ. …

ອ່ານເພີ່ມ
ນາຍ​ຕຳຫລວດ​
ຂ່າວພາຍໃນ

ລາວ​ເລື່ອນ​ຊັ້ນພັນ​ຕີ​ຂຶ້ນພັນ​ໂທ​ໃຫ້​ນາຍ​ຕຳຫລວດ​ຫລາຍ​ກວ່າ 400 ສະຫາຍ

ຂຽນໂດຍ: ກຸ້ງຄຳ ແສນມະນີ
07/01/2020
in :  ຂ່າວພາຍໃນ
0
796

ພິທີ​ປະກາດ​ເລື່ອນ​ຊັ້ນພັນ​ຕີ​ຂຶ້ນ ​ເປັນ​ພັນ​ໂທ​ໃຫ້​ນາຍ​ຕຳຫລວດ​ທົ່ວ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ ທ້ອງ​ຖິ່ນ (ປກສ) ຈຳນວນ 412 ສະຫາຍ ​ໄດ້​ຈັດ​ຂຶ້ນ​ເມື່ອທ້າຍ​ອາທິດ​ຜ່ານ​ມາ​ນີ້ ​ໂດຍ​ການ​ເຂົ້າຮ່ວມ ​ແລະ ປະດັບຊັ້ນຂອງ​ທ່ານ ພົນ​ຕີ ວັນ​ທອງ ກອງ​ມະນີ ຫົວໜ້າ​ກົມ​​ໃຫຍ່​ການ​ເມືອງ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ເຊິ່ງການ​ເລື່ອນ​ຊັ້ນ​ໃຫ້​ນາຍ​ຕຳຫລວດ​ຄັ້ງນີ້ ​ເພື່ອ​ປະຕິບັດ​ນະ​ໂຍບາຍ​ຂອງ​ພັກ-ລັດຖະບານ​ທີ່​ມີ​ຕໍ່​ນາຍ​ຕຳຫລວດ​ຜູ້​ທີ່​ມີ​ຜົນງານ​ໃນ​ການ​ປະຕິບັດ​ໜ້າ​ທີ່​ວຽກ​ງານ ​ແລະ ຜູ້​ມີ​ມາດຖານ​ເງື່ອນ​ໄຂ​ຂອງ​ການ​ເລື່ອນ​ຊັ້ນຕາມ​ກົດໝາຍ​ວ່າ​ດ້ວຍ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ກຳນົດ. ​ໃນ​ໂອກາດ​ນີ້, ທ່ານ​ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ ປກສ ​ໄດ້​ໂອ້​ລົມ​ຊີ້​ນຳ​ຕໍ່​ຜູ້​ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນຄັ້ງນີ້​ໃຫ້​ສືບ​ຕໍ່​ເພີ່ມ​ທະວີ​ຍົກ​ສູງ​ຄວາມ​ເປັນ​ແບບຢ່າງ​ນຳ​ໜ້າ, ​ເອົາ​ໃຈ​ໃສ່​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ຕົນ​ໃຫ້​ສົມ​ຄູ່​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ວຽກ​ງານ​ໃນ​ໄລຍະ​ໃໝ່, ມີ​ຄວາມ​ເດັດດ່ຽວ​ແກ້​ໄຂ​ຂໍ້ຄົງຄ້າງ​ຕ່າງໆ, ຕັ້ງໜ້າ​ຝຶກ​ຝົນ​ຫລໍ່​ຫລອມ​ຕົນ​ເອງ​ທາງ​ດ້ານ​ຄຸນສົມ​ບັດ​ສິນ​ທຳ​ປະຕິວັດ​ໃຫ້​ໜັກ​ແໜ້ນ, ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່ໜ້າ​ທີ່​ວຽກ​ງານ​ທີ່​ພັກ-ລັດ ​ແລະ ປະຊາຊົນ​ມອບ​ໝາຍ​ໃຫ້​ມີ​ຜົນສຳ​ເລັດ​ເປັນ​ຢ່າງ​ດີ. ທີ່ມາຂ່າວ

ອ່ານເພີ່ມ
ໂຄງການອາຫານທ່ຽງ,ກະຊວງສຶກສາທິການ ແລະ ກີລາ,ອົງການບັນເທົາທຸກກາໂຕຼລິກ,ລາວ-ອາເມຣິກາ,ຂ່າວ
ການສືກສາ

ກະຊວງສຶກສາ-ອົງການບັນເທົາທຸກກາໂຕຼລິກ ຫາລືການມອບໂອນໂຄງການອາຫານທ່ຽງໃນໂຮງຮຽນ

ຂຽນໂດຍ: ກຸ້ງຄຳ ແສນມະນີ
02/01/2020
in :  ການສືກສາ, ຂ່າວພາຍໃນ
0
504

ກະຊວງສຶກສາທິການ ແລະ ກີລາ (ສສກ) ແລະ ອົງການບັນເທົາທຸກກາໂຕຼລິກປະຈຳລາວ ໄດ້ປຶກສາຫາລືການມອບໂອນໂຄງການອາຫານທ່ຽງໃນໂຮງຮຽນທີ່ອົງການດັ່ງກ່າວໄດ້ຈັດຕັ້ງປະຕິບັດຢູ່ 7 ເມືອງຂອງແຂວງສະຫວັນນະເຂດ, ຊຶ່ງໄດ້ໃຫ້ການຊ່ວຍເຫຼືອ ໂຮງ​ຮຽນ​ທີ່​ຕັ້ງຢູ່​​​ໃນຊົນ​ນະ​ບົດ ແລະ ເຂດ​ຫ່າງ​ໄກ​ສອກ​ຫຼີກ, ເມື່ອບໍ່ດົນມານີ້ທີ່ສໍານັກກະຊວງສຶກສາທິການ ແລະ ກີລາ, ທ່ານ ຮສ.ປອ ພຸດ ສິມມາລາວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງທ່ານ ນາງ ໂຮນ​ລີ ແຄນ​ຕູ​ບາ ຫົວຫນ້າ​ອົງ​ການ​ບັນ​ເທົາ​ທຸກ​ກາ​ໂຕ​ລິກ ປະ​ຈຳ ສ​ປ​ປ ລາວ, ພ້ອມດ້ວຍຄະນະ, ໂດຍມີຄະນະຮັບຜິດຊອບວຽກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ. ການເຂົ້າພົບປະຄັ້ງນີ້, ແມ່ນເພື່ອເປັນການປຶກສາຫາລືກ່ຽວກັບການມອບໂອນໂຄງການອາຫານທ່ຽງໃນໂຮງຮຽນທີ່ອົງການບັນເທົາທຸກກາໂຕຣລິກ ປະຈໍາ ສປປ ລາວ ຈັດຕັ້ງປະຕິບັດຢູ່ທີ່ 7 ເມືອງ ໃນແຂວງສະຫວັນນະເຂດ ປະກອບມີ ເມືອງອາດສະພອນ, ອຸທຸມພອນ, ພະລານ, ພິນ, ວິລະບູລີ, ເຊໂປນ ແລະ ເມືອງນອງ, ຊຶ່ງອົງການດັ່ງກ່າວໄດ້ໃຫ້ການຊ່ວຍເຫຼືອເລີ່ມ​ແຕ່​ປີ 2013 ເປັນ​ຕົ້ນ​ມາ ໂດຍ​ສະ​ເພາະໃນໂຮງ​ຮຽນ​ທີ່​ຕັ້ງຢູ່​​​ໃນຊົນ​ນະ​ບົດ ເຂດ​ຫ່າງ​ໄກ​ສອກ​ຫຼີກ. ນອກ​ຈາກ​ການ​ຊ່ວຍ​ເຫຼື​ອ​ດ້ານອາ​ຫານ​ແລ້ວ ທ່ານ​ຍັງ​ໄດ້​ສົ່ງ​ນັກ​ວິ​ຊາ​ການມາ​ສ້າງ​ຄວາມ​ເຂັ້ມ​ແ​​ຂງ​ກ່​ຽວ​ກັບ​ການ​ຄຸ້ມ​ຄອງ ແລະ ບໍ​ລິ​ຫານ​ອາ​ຫານ​ທ່ຽງ​ໃນ​ໂຮງ​ຮຽນ​ໃຫ້​ແກ່​ຜູ້​ບໍ​ລິ​ຫານ​ລະ​ດັບຂັ້ນ​ກະ​ຊວງ, …

ອ່ານເພີ່ມ
ຂ່າວພາຍໃນ

ເນັ້ນຂະແໜງການຕ່າງປະເທດຕ້ອງເພີ່ມທະວີການຈັດຕັ້ງປະຕິບັດຍຸດທະສາດ “ເພີ່ມມິດຫຼຸດຜ່ອນສັດຕູ”

ຂຽນໂດຍ: ກຸ້ງຄຳ ແສນມະນີ
14/12/2019
in :  ຂ່າວພາຍໃນ
0
335

ເມື່ອວັນທີ 13 ທັນວາຜ່ານມາທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC) ນະຄອນຫຼວງ​ວຽງ​ຈັນ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ​ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່​ກອງ​ປະຊຸມ​ວຽກ​ງານ​ການ​ຕ່າງປະ​ເທດ ​ຄັ້ງ​ທີ 14 ພາຍ​ໃຕ້​ຄຳຂວັນ “ການ​ທູດ​ປ້ອງ​ກັນ​ປະ​ເທດ ​ແລະ ບຸກທະລຸເພື່ອ​ປົກປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ ​ເພື່ອ​ເພີ່​ມປະສິດທິພາບ​ການຈັດ​ຕັ້ງປະຕິບັດຜົນ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ໃຫ້​ປາກົດ​ຜົນ​ເປັນ​ຮູບ​ປະ​ທຳ”, ທ່ານປະທານ​ປະ​ເທດ​ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ, ຕີລາຄາສູງຕໍ່ຜົນສຳເລັດຂອງວຽກງານການຕ່າງປະເທດໄລຍະ 3 ປີ ຜ່ານມາ, ພ້ອມ​ທັງເສີມຂະຫຍາຍຈຸດດີ, ແກ້ໄຂຂໍ້ຄົງຄ້າງ ເພື່ອເຮັດໃຫ້ວຽກງານໃນແຕ່ລະດ້ານມີຜົນສຳເລັດ, ຕ້ອງມີການປະສານສົມທົບກົມກຽວລະຫວ່າງກະຊວງ ອົງການຈັດຕັ້ງທູດຢູ່ຕ່າງປະເທດໃຫ້ມີຄວາມອ່ອນໂຍນແຕ່ບໍ່ອ່ອນແອ. ໂອກາດດັ່ງກ່າວ, ທ່ານ ບຸນ​ຍັງ ວໍລະ​ຈິດ ​ໄດ້​ເນັ້ນ​ໃຫ້​ຂະ​ແໜງ​ການ​ຕ່າງປະ​ເທດເພີ່ມທະວີ​ເອົາ​ໃຈ​ໃສ່ຈັດຕັ້ງປະຕິບັດຍຸດທະສາດ “ເພີ່ມມິດຫຼຸດຜ່ອນສັດຕູ” ​ໂດຍມີ​ການ​ພົວພັນຮ່ວມມືລະຫວ່າງ​ບັນດາບັນດາ​ທູດ​ປະ​ເທ​ດ​ເພື່ອນ​ມິດໃຫ້ມີ​ຄວາມ​ສະໜິດ​ແໜ້ນ​ກົມ ກຽວ​ກັນ ​ແລະ ຍາດແຍ່ງເອົາການຊ່ວຍເຫຼືອສະໜັບສະໜູນຈາກຕ່າງປະເທດ, ເພີ່ມທະວີຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຕ່າງໆທີ່ໄດ້ເຊັນຂໍ້ຕົກລົງກັບບັນດາປະເທດໃຫ້ມີໝາກຜົນ, ເສີມຂະຫຍາຍວຽກງານການຕ່າງປະເທດໃຫ້ກວ້າງຂວາງ, ສືບຕໍ່ປະບັດແນວທາງເປັນເອກະລາດສັນຕິພາບ ປະຊາ​ຕິ​ປະ​ໄຕ ຕາມແນວທາງການຕ່າງປະເທດຢ່າງສະເໝີຕົ້ນສະເໝີປາຍ, ເພີ່ມທະວີການພົວພັນຮ່ວມມືກັບປະ​ເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ ໂດຍສະເພາະ ສສ ຫວຽດນາມ ​ແລະ ເສີມຂະຫຍາຍຍຸດທະສາດການ​ຮ່ວມ​ມື​ໃຫ້ໝັ້ນຄົງຍາວນານ “ລາວ-ຈີນ” ຕາມທິດ “4 ດີ” ໃຫ້ເກີດດອກອອກຜົນໃນແຕ່ລະດ້ານ, ເພີ່ມທະວີເຄື່ອນໄຫວໃນອາຊຽນ …

ອ່ານເພີ່ມ
ຂ່າວກິລາ

ນັກແລ່ນກວ່າ 1,000 ຄົນກຽມຮ່ວມງານແລ່ນ RUN FOR HER 2019 ທ້າຍເດືອນຕຸລານີ້

ຂຽນໂດຍ: ກຸ້ງຄຳ ແສນມະນີ
03/10/2019
in :  ຂ່າວກິລາ, ຂ່າວພາຍໃນ, ສຸຂະພາບ
0
110

ຜູ້ຈັດງານແລ່ນຊູເປີມິນິມາຣາທອນ RUN FOR HER 2019 ເປີດເຜີຍ ຕອນນີ້ມີນັກແລ່ນສະໝັກເຂົ້າຮ່ວມແລ່ນແລ້ວກວ່າ 1,000 ຄົນ ເຊິ່ງງານດັ່ງກ່າວນີ້ຈະຈັດຂຶ້ນໃນວັນທີ 27 ຕຸລາ 2019 ນີ້ທີ່ນະຄອນຫຼວງວຽງຈັນ. ພິທີຖະແຫຼງຂ່າວງານແລ່ນ Run For Her 2019 ມີຂຶ້ນເມື່ອຕອນເຊົ້າຂອງວັນທີ 2 ຕຸລາ 2019 ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍມີຜູ້ຈັດງານ, ຜູ້ສະໜັບສະໜຸນ, ນັກແລ່ນ ແລະ ສື່ມວນຊົນເຂົ້າຮ່ວມຮັບຟັງຂໍ້ມູນຕ່າງໆກ່ຽວກັບງານແລ່ນໃນຄັ້ງນີ້. Run For Her ຈັດຂຶ້ນໂດຍວາລະສານຂວັນໃຈອອນລາຍ ແລະ ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບສະຫະພັນແລ່ນ-ລານແຫ່ງຊາດລາວ ໂດຍມີຈຸດປະສົງເພື່ອປູກຈິດສຳນຶກໃຫ້ຄົນໃນສັງຄົມເຫັນຄວາມສຳຄັນ ແລະ ຮ່ວມກັນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ. ທັງນີ້ ງານດັ່ງກ່າວນີ້ເກີດຂຶ້ນຕໍ່ເນື່ອງຈາກງານ Bike For Her ເຊິ່ງເປັນງານປັ່ນລົດຖີບ ແຕ່ເນື່ອງຈາກທາງຜູ້ຈັດຕ້ອງການໃຫ້ຄົນທົ່ວໄປສາມາດເຂົ້າຮ່ວມກິດຈະກຳໄດ້ໂດຍໃຊ້ອຸປະກອນກີລາທີ່ໜ້ອຍທີ່ສຸດ ຈຶ່ງປ່ຽນຮູບແບບກາຍມາເປັນງານແລ່ນໃນປີນີ້, ທ່ານ ນາງ ເກດສະຫວັນ ປັນຍາທິບ ຮອງຜູ້ອຳນວຍການ ວາລະສານຂວັນໃຈ ອອນລາຍ ກ່າວ. ສຳລັບໄລຍະທາງໃນງານດັ່ງກ່າວນີ້ແບ່ງອອກເປັນ …

ອ່ານເພີ່ມ
123ໜ້າ 1 ໃນ 3

Stay Connected

  • 2635Posts
  • 417ຄຳຄິດເຫັນ
  • 4ສະມາຊິກ

Most Recent

ອຸດົມໄຊ ຄາດຄະເນມູນຄ່າເສຍຫາຍ ແລະ ຄວາມຕ້ອງການງົບໃນການຟື້ນຟູປະມານ 60 ກ່ວາຕື້ກີບ

ຈະຕຸວັນ ດາວິນ
05/09/2022

ຮອງ ລຕມ ປກສ ຮ່ວມສົ່ງສະການ ນາຍຕຳຫຼວດກ້າ​ ເສຍຊີວິດຍ້ອນຖືກຄົນຮ້າຍແກະລະເບີດໃສ່

ຈະຕຸວັນ ດາວິນ
04/09/2022

ໜ້າເສົ້າ! ປາແດກອາຫານຍອດນິຍົມຂອງຄົນລາວ ກາຍເປັນສິນຄ້ານຳເຂົ້າ

ຈະຕຸວັນ ດາວິນ
02/09/2022
ເບິ່ງຕື່ມ

ກ່ຽວກັບພວກເຮົາ

ຂ່າວລາວ

ເວັບ LaoNews.net ບໍລິການ ຂ່າວສານ ຄວາມຮູ້ ວາໄລຕີ້ ສາລະບັນເທິງດີໆ ເພື່ອຄົນລາວ ບໍລິຫານໂດຍທີມງານ ຈາກນັກຂ່າວ ນັກຂຽນ ວົງການສື່ມວນຊົນທີ່ມີປະສົບການຂອງລາວ !

ອ່ານຂ່າວທາມລາຍ Line ID = @laonews

ຕິດຕໍ່/ສົ່ງຂ່າວ eMail  = [email protected] ຫຼື Line ID = @laonews ຫຼື INBOX Facebook

ຕິດຕາມເຮົາທີ່ນີ້:

ຂ່າວຍອດນິຍົມ

ອັບເດດຂ່າວ ຍິງກັນຕາຍຢູ່ໜ້າຕະຫຼາດເຊົ້າມື້ຄືນຜ່ານມາ​ເປັນເຫດວິສາມັນຄົນຮ້າຍ

ຈະຕຸວັນ ດາວິນ
22/08/2020

ພົບຄົນຕາຍໃນເຫດໄຟໄໝ້ຫຍ້າ ທີ່ຫາດດອນຈັນ

ເຂີຍເມືອງຊຳ
31/01/2020

ອີກແລ້ວ​ ອຸບັດເຫດທາງດ່ວນຢູ່ຈຸດສີເກີດ ນາຊາຍທອງ ນະຄອນຫຼວງວຽງຈັນ

ຈະຕຸວັນ ດາວິນ
26/12/2020

ຊົມເຊີຍ! 4​ ອ້າຍນ້ອງນາມສະກຸນ “ສີພັນດອນ” ໃນແວດວົງການເມືອງລາວປັດຈຸບັນ

ຈະຕຸວັນ ດາວິນ
26/03/2021

ຂ່າວໃໝ່ຫຼ້າສຸດ

  • 05/09/2022

    ອຸດົມໄຊ ຄາດຄະເນມູນຄ່າເສຍຫາຍ ແລະ ຄວາມຕ້ອງການງົບໃນການຟື້ນຟູປະມານ 60 ກ່ວາຕື້ກີບ

  • 04/09/2022

    ຮອງ ລຕມ ປກສ ຮ່ວມສົ່ງສະການ ນາຍຕຳຫຼວດກ້າ​ ເສຍຊີວິດຍ້ອນຖືກຄົນຮ້າຍແກະລະເບີດໃສ່

  • 02/09/2022

    ໜ້າເສົ້າ! ປາແດກອາຫານຍອດນິຍົມຂອງຄົນລາວ ກາຍເປັນສິນຄ້ານຳເຂົ້າ

  • 02/09/2022

    ຈີນມອງວ່າກໍລະນີອາເມລິກາຈະຂາຍອາວຸດໃຫ້ໄຕ້ຫວັນ ເປັນການຍຸແຍ່ຂັ້ນຮຸນແຮງ​

  • 31/08/2022

    ຜູ້ມີໃບຂັບຂີ່ທົ່ວປະເທດມີພຽງ​ 11% ຂອງຈຳນວນປະຊາກອນລາວທັງໝົດ

ຄຳຄົ້ນຫາຍອດນິຍົມ ຂ່າວປະຈໍາວັນ ຣັດເຊຍ ຂ່າວຕ່າງປະເທດ ວັກຊີນ ແຮງງານລາວ ທາງດ່ວນ ຣັສເຊຍ ຂ່າວ ໄທ ຂ່າວລາວ ຈີນ ການຊ່ວຍເຫຼືອ ອາເມລິກາ ອຸບັດເຫດ ຂ່າວພາຍໃນ
© Copyright 2018, All Rights Reserved Powered by LaoNews.net | Designed by Koungkam | ນະໂຍບາຍຄຸ້ມຄອງຂໍ້ມູນສ່ວນຕົວ | ເງື່ອນໄຂການໃຊ້ບໍລິການ