ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net

ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net
  • ໜ້າທຳອິດ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວກິລາ
  • ບັນເທີງ
  • ທ່ອງທ່ຽວ
  • ນານາສາລະ
3 ໃໝ່ ບົດຄວາມ
  • 05/09/2022 ອຸດົມໄຊ ຄາດຄະເນມູນຄ່າເສຍຫາຍ ແລະ ຄວາມຕ້ອງການງົບໃນການຟື້ນຟູປະມານ 60 ກ່ວາຕື້ກີບ
  • 04/09/2022 ຮອງ ລຕມ ປກສ ຮ່ວມສົ່ງສະການ ນາຍຕຳຫຼວດກ້າ​ ເສຍຊີວິດຍ້ອນຖືກຄົນຮ້າຍແກະລະເບີດໃສ່
  • 02/09/2022 ໜ້າເສົ້າ! ປາແດກອາຫານຍອດນິຍົມຂອງຄົນລາວ ກາຍເປັນສິນຄ້ານຳເຂົ້າ
ໜ້າຫຼັກ ຄັງຄຳຄົ້ນຫາ ຂ່າວ

ຄັງຄຳຄົ້ນຫາ ຂ່າວ

ຂ່າວທ້ອງຖິ່ນ

ມອບ-ຮັບເງິນນະໂຍບາຍອຸດໜູນເສຍສະຫຼະຊີວິດໃນປາງສົງຄາມ

ຂຽນໂດຍ: ກຸ້ງຄຳ ແສນມະນີ
07/02/2021
in :  ຂ່າວທ້ອງຖິ່ນ
0
137

ພິທີມອບ-ຮັບເງິນນະໂຍບາຍອຸດໜູນ ເສຍສະຫຼະຊີວິດໃນປາງສົງຄາມ ປະຈໍາງວດ III ປີ2020 ໄດ້ຈັດຂຶ້ນໃນວັນທີ 5 ກຸມພາ 2021 ນີ້ ທີ່ຫ້ອງປະຊຸມ ພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ ໂດຍການໃຫ້ກຽດມອບ ຂອງທ່ານ ສຸລິສັກ ພົມມາລີ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ, ມີຜູ້ຕ່າງໜ້າກຸ່ມເປົ້າໝາຍຈາກ 9 ເມືອງ 1 ນະຄອນ ຂຶ້ນຮັບ ໂດຍຊ້ອງໜ້າແຂກຖືກເຊີນເຂົ້າຮ່ວມ. ຈຳນວນເງິນທີ່ມອບ ໃນຄັ້ງນີ້ ມີທັງໝົດ 573 ລ້ານກວ່າກີບ ໃນຈຳນວນ 27 ທ່ານ, ໃນນັ້ນ ເມືອງພູຄູນ 7 ທ່ານ, ວຽງຄຳ 2 ທ່ານ, ຊຽງເງິນ 4 ທ່ານ, ນໍ້າບາກ 5 ທ່ານ, ປາກແຊງ 3 ທ່ານ, ໂພນທອງ 1 ທ່ານ, ໂພນໄຊ 1 ທ່ານ, ເມືອງນານ 1 ທ່ານ, ເມືອງງອຍ …

ອ່ານເພີ່ມ
ຂ່າວພາຍໃນ

ບໍ່ແກ້ວແຈ້ງແຮງງານມຽນມາທີ່ຈັດສົ່ງກັບຄືນປະເທດກວດພົບໂຄວິດ-19

ຂຽນໂດຍ: ກຸ້ງຄຳ ແສນມະນີ
11/07/2020
in :  ຂ່າວພາຍໃນ, ເສດຖະກິດ
0
316

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວ ແຈ້ງການກ່ຽວກັບການຈັດສົ່ງແຮງງານມຽນມາທີ່ເຂົ້າມາອອກແຮງງານ ຢູ່ເຂດເສດຖະກິດສາມຫຼ່ຽມຄໍາກັບຄືນປະເທດແລ້ວກວດພົບເຊື້ອພະຍາດໂຄວິດ-19 ຢູ່ນະຄອນຢາງກຸ້ງ ສ.ມຽນມາ ຕາມເວັບໄຊກະຊວງສາທາລະນະສຸກ ສ.ມຽນມາ. ອີງຕາມແຈ້ງການສະບັບເລກທີ 279/ສພກ.ບກ, ລົງວັນທີ 10 ກໍລະກົດ 2020 ຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນວັນທີ 24 ມິຖຸນາ 2020 ຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ຈັດສົ່ງແຮງງານມຽນມາທີ່ເຂົ້າມາອອກແຮງງານຢູ່ເຂດເສດຖະກິດພິເສດສາມລ່ຽມຄໍາກັບຄືນປະເທດຈໍານວນ 184 ຄົນ, ຍິງ 66 ຄົນ. ຜ່ານການມອບ-ຮັບຢ່າງເປັນທາງການ ໂດຍຊ້ອງໜ້າເຈົ້າໜ້າທີ່ທັງສອງຝ່າຍ ທີ່ດ່ານສາບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ຫຼັງຈາກນັ້ນຝ່າຍມຽນມາກໍ່ໄດ້ນໍາຕົວແຮງງານທັງໝົດ ກັກບໍລິເວນ ຕາມມາດຕະການທາງການມຽນມາກໍານົດ ຢູ່ເມືອງກໍາມະຍຸດ ນະຄອນຢາງກຸ້ງ ສ.ມຽນມາ ຈົນຮອດວັນທີ 4 ກໍລະກົດ 2020 ພະແນກການຕ່າງປະເທດແຂວງບໍ່ແກ້ວ ໄດ້ຮັບຂໍ້ມູນຈາກທາງການມຽນມາວ່າ: ມີແຮງງານທີ່ກັບຈາກເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຕິດເຊື້ອໂຄວິດ-19 ຊື່ ທ້າວ ອຸມິນມິນ ອາຍຸ 43 …

ອ່ານເພີ່ມ
ຂ່າວທ້ອງຖິ່ນ

ຊົມເຊີຍ! ປະກາດເມືອງທົ່ງມີໄຊ ແຂວງໄຊຍະບູລີ ເປັນເມືອງສາມັກຄີປອງດອງ

ຂຽນໂດຍ: ກຸ້ງຄຳ ແສນມະນີ
10/07/2020
in :  ຂ່າວທ້ອງຖິ່ນ, ຂ່າວພາຍໃນ
0
278

ພິທີປະກາດເມືອງທົ່ງມີໄຊ ແຂວງໄຊຍະບູລີ ເປັນເມືອງຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຈັດຂຶ້ນວັນທີ 9 ກໍລະກົດ 2020 ນີ້ ທີ່ສະໂມສອນຂອງເມືອງດັ່ງກ່າວ ເປັນກຽດເຂົ້າຮ່ວມມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ຄໍາສິງ ສໍລະສຸກ ປະທານແນວລາວສ້າງຊາດແຂວງ, ມີພະນັກງານຫຼັກແຫຼ່ງຂອງເມືອງ, ພະນັກງານບໍານານ – ອາວຸໂສ, ປະທານແນວແຕ່ລະບ້ານ ແລະ ແຂກຮັບເຊີນຈາກເມືອງປາກລາຍເຂົ້າຮ່ວມຢ່າງຫຼວງຫຼາຍ. ທ່ານ ອາລຸນສັກ ລິນທະວົງ ຮອງເລຂາພັກເມືອງ ໄດ້ກ່າວວ່າ: ການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງແມ່ນໄດ້ເຄື່ອນໄຫວເປັນສອງໄລຍະ ຄື: ໄລຍະປະຕິບັດໂຄງການພັດທະນາກ້ອນກໍາລັງມະຫາສາມັກຄີທົ່ວປວງຊົນ ມີ 6 ເນື້ອໃນ, ໄລຍະທີ່ສອງແມ່ນການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ, ຜ່ານການແຂ່ງຂັນເຫັນວ່າ ມີ 13 ບ້ານ ທີ່ຈັດຕັ້ງປະຕິບັດ ແລະ ໄດ້ປະກາດເປັນບ້ານສາມັກຄີປອງດອງແລ້ວ 13 ບ້ານ. ພາບປະກອບຂ່າວເທົ່ານັ້ນ ຈໍານວນຄອບຄົວທີ່ໄດ້ກວດກາທັງໝົດ 1.998 ຄອບຄົວ ຂອງຄອບຄົວທັງໝົດ 2.015 ຄອບຄົວ, ຄອບຄົວຖືກຮັບຮອງເປັນຄອບຄົວສາມັກຄີປອງດອງ …

ອ່ານເພີ່ມ
ນານາສາລະ

ໄກ້ ແລະ ໃກ້ ຂຽນຄືກັນ ແຕ່ຕ່າງຄວາມໝາຍ : ເວລາໃດຈຶ່ງຂຽນດ້ວຍ ໄx ແລະ ໃx?

ຂຽນໂດຍ: ກຸ້ງຄຳ ແສນມະນີ
06/07/2020
in :  ນານາສາລະ, ພາສາ-ວັນນະກຳ
0
639

ພາສາລາວແມ່ນພາສາລາວທີ່ຄົນລາວໃຊ້ຕິດຕໍ່ສື່ສານ, ຄົບຄ້າສະມາຄົມອາລົມຈິດນຳກັນໃນສັງຄົມ. ເຮົາໃຊ້ພາສາສື່ສານກັນຜ່ານການເວົ້າ ແລະການຂຽນ, ໃນການເວົ້າອາດຈະບໍ່ຈໍາເປັນມີກົດເກນຈໍາກັດ ຕາຍຕົວຫຼາຍ ແຕ່ໃນການຂຽນພັດບໍ່ແມ່ນແນວນັ້ນ. ພາສາທີ່ສື່ສານຜ່ານການຂຽນຖືເປັນພາສາ ທີ່ໃຊ້ໃນການສື່ສານໃນລະດັບທີ່ຕ້ອງມີຄວາມຖືກຕ້ອງແນ່ນອນດ້ານອັກຂະຫຼະວິທີ ຫຼື ວິທີການຂຽນໃຫ້ ເປັນໄປຕາມຫຼັກໄວຍາກອນຂອງພາສາເຊິ່ງໄດ້ກຳນົດໄວ້. ມື້ນີ້, ພວກເຮົາຈະມາແນະນຳບາງບັນຫາທີ່ພົບໃນການຂຽນພາສາລາວ ນັ້ນກໍແມ່ນບັນຫາຂອງການຂຽນຄຳສັບດ້ວຍສະຫຼະ ໄx ແລະ ໃx. ຫຼາຍຄົນຄົງຢາກບອກວ່າ ເປັນຫຍັງຈຶ່ງບໍ່ເລືອກເອົາອັນໃດອັນໜຶ່ງ ເພື່ອຂຽນຈຶ່ງບໍ່ຍາກໃນການຂຽນ ແຕ່ດ້ານພາສາສາດ ການນໍາໃຊ້ ໄx ແລະ ໃx ມີການກໍານົດຢ່າງຄັກແນ່ ວ່າເວລາໃດຂຽນດ້ວຍ ໄx ແລະ ໃx? ດັ່ງນີ້: ການໃຊ້ ໄx (ໄອໄມ້ມາຍ) ເອີ້ນວ່າ ໄອໄມ້ມາຍເພາະວ່າຫາງຂອງມັນມາຍອອກ. ການໃຊ້ ໄx ມີຢູ່ 4 ຫຼັກການສຳຄັນຄື: 1. ຄຳລາວຄຳໃດທີ່ຜັນປ່ຽນມາຈາກພາສາປາລີ-ສັນສະກິດເຊິ່ງມີຕົວ ຍ ຢູ່ຫຼັງທີ່ ອ່ານອອກສຽງເປັນ ອະຍະ ຫຼື ເອຍຍະ ໃນພາສາປາລີ ເວລາຂຽນຄວາມລາວໃຫ້ຂຽນດ້ວຍ ໄx (ໄອໄມ້ມາຍ). ຕົວຢ່າງ: ສມຍ ເປັນ ສມັຍ ເປັນ ສະໄໝ …

ອ່ານເພີ່ມ
ອື່ນໆ ທີ່ບໍ່ມີໝວດໝູ່

ສົງຄາມຍັງບໍ່ຈົບ ຢ່າຟ້າວນັບສົບຄົນຕາຍ

ຂຽນໂດຍ: ເຂີຍເມືອງຊຳ
23/04/2020
in :  ອື່ນໆ ທີ່ບໍ່ມີໝວດໝູ່
0
470

ເສິກບໍ່ແລ້ວ ຢ່າຟ້າວນັບສົບ, ຮົບບໍ່ແລ້ວ ຢ່າຟ້າວ ສະຫລອງໄຊ ເດີ ພີ່ນ້ອງເຮົາເອີຍ ແມ່ນຢູ່ 10 ວັນລຽນຕິດແລ້ວທີ່ປະເທດເຮົາ ບໍ່ມີກໍລະນີຕິດເຊື້ອ ຊຶ່ງເລື່ອງນີ້ກໍ່ຍໍມືສາທຸນຳແລ້ວ ແລະກໍ່ ຂໍພາວະນາໃຫ້ມັນເປັນແນວນິ້ຕໍ່ໆໄປຈົນກວ່າວົງຈອນອຸບາດໂກວິດ-19 ນີ້ມັນດັບສູນຈາກໂລກໄປ ຈຶ່ງຄ່ອຍໄວ້ວາງໃຈເດີ. ແນວໃດກໍ່ດີສະພາບປັດຈຸບັນ ຍັງບໍ່ແນ່ນອນ ແລະ ບໍ່ຄວນລະເຫລີງ ເຮົາຍັງຕ້ອງ ເອົາກໍລະນີຂອງ 2 ປະເທດ ຄື ຍີ່ປຸ່ນ ແລະ ສິງກະໂປ ເປັນບົດຮຽນເຕືອນໃຈ ພວກເຮົາຢູ່ສະເໝີ. ພາຍຫລັງວົງການວິຊາສະເພາະ ກໍ່ຄືຫາງສຽງໂລກ ໄດ້ອອກມາຍົກຍ້ອງຊົມເຊີຍ 2 ປະເທດນີ້ວ່າ ໄດ້ມີມາດຕະການເດັດຂາດຕ້ານໂກວິດ-19 ຢ່າງດີເລີດໃນອາທິດຜ່ານມາ,ແຕ່ແລ້ວທາງການຂອງຍີ່ປຸ່ນ ແລະ ສິງກະໂປ ຈຳຕ້ອງກັບມາເພີ່ມມາດຕະການຕອບໂຕ້ໂກວິດ-19 ຄືນໃໝ່ ເນື່ອງຈາກຕົວເລກຄົນຕິດເຊື້ອ ເພີ່ມຂຶ້ນຢ່າງໜັກໜ່ວງ, ຂະນະທີ່ຈຳນວນຄົນຕາຍກໍ່ເພີ່ມ ໂດຍໃນວັນທີ 21 ເມສາ2020, ປະເທດຍີ່ປຸ່ນ ມີຜູ້ຕິດເຊື້ອເພີ່ມຂຶ້ນ 347 ກໍລະນີລວມທັງໝົດ 11.154 ກໍລະນີ, ເສຍຊີວິດອີກ 25 ຄົນ ລວມເສຍຊີວິດ 263 ຄົນ.ຂະນະທີ່ຕອນແລງມື້ດຽວກັນ,ຢູ່ ສິງກະໂປ …

ອ່ານເພີ່ມ
ນ້ຳຂອງແຫ້ງໄວ! ແທກໄດ້ພຽງ 0,75 ແມັດ
ຂ່າວພາຍໃນ

ນ້ຳຂອງແຫ້ງໄວ! ແທກໄດ້ພຽງ 0,75 ແມັດ

ຂຽນໂດຍ: ກຸ້ງຄຳ ແສນມະນີ
25/01/2020
in :  ຂ່າວພາຍໃນ
0
306

ນັບແຕ່ກາງປີ 2019 ຜ່ານມາ ພາກເໜືອຫາພາກກາງປະເຊີນໜ້າກັບໄພແລ້ງ ເຮັດໃຫ້ແມ່ນ້ຳສາຂາຂອງແມ່ນ້ຳຂອງເຫືອດແຫ້ງໜັກສຸດ ໃນຮອບ 50 ກວ່າປີ, ມາຮອດຕົ້ນອາທິດນີ້ລະດັບນ້ຳຂອງຢູ່ເຂດຫຼັກ 4 ນະຄອນຫຼວງວຽງຈັນ ແທກໄດ້ 0,75 ແມັດ, ຢູ່ແຂວງສະຫວັນນະເຂດ ຢູ່ທີ່ 0,40 ແມັດ. ດ້ານກົມອຸຕຸນິຍົມ ແລະ ອຸທົກກະສາດເຕືອນໃນໄລຍະ 3 ເດືອນຕໍ່ໜ້າ ພາກເໜືອຕ້ອງວາງແຜນໃຊ້ນ້ຳຢ່າງປະຢັດ ເພາະຝົນຈະໜ້ອຍ. ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນ ແລະ ທຳມະຊາດ ໄດ້ຄາດຄະເນສະພາບອາກາດແຕ່ນີ້ຮອດເດືອນມີນາ ວ່າ: ໃນໄລຍະວັນທີ 20 ຫາ 25 ມັງກອນ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ໂດຍສະເພາະຢູ່ໃນເຂດພາກເໜືອດ້ານຕາເວັນອອກລົງຫາພາກກາງ ແລະ ພາກໃຕ້, ຄາດຄະເນສະພາບອຸນຫະພູມສະເລ່ຍປະຈໍາເດືອນມັງກອນ 2020 ຈະສູງ ກວ່າເກນປົກກະຕິ ແລະ ປະລິມານນໍ້າຝົນຈະສູງກວ່າເກນປົກກະຕິໃນເຂດພາກເໜືອດ້ານຕາເວັນອອກ ແລະ ເຂດພາກກາງ, ສ່ວນເຂດພາກເໜືອດ້ານຕາເວັນຕົກ ແລະ ເຂດພາກໃຕ້ຈະຫຼຸດເກນປົກກະຕິ. ສ່ວນຄາດຄະເນສະພາບອຸນຫະພູມສະເລ່ຍປະຈໍາເດືອນກຸມພາ 2020 ຈະສູງກວ່າເກນປົກກະຕິໃນເຂດພາກກາງ ແລະ ພາກໃຕ້, ສ່ວນພາກເໜືອຈະໃກ້ຄຽງເກນປົກກະຕິ. ສໍາລັບປະລິມານນໍ້າຝົນປະຈໍາເດືອນກຸມພາ …

ອ່ານເພີ່ມ
ລັດຖະບານພິຈາລະນາບັນຫາການເຝົ້າລະວັງພະຍາດຕິດແປດ, ອັດຕາແລກປ່ຽນເງິນຕາ ແລະ ອື່ນໆ
ຂ່າວພາຍໃນ

ລັດຖະບານພິຈາລະນາບັນຫາການເຝົ້າລະວັງພະຍາດຕິດແປດ, ອັດຕາແລກປ່ຽນເງິນຕາ ແລະ ອື່ນໆ

ຂຽນໂດຍ: ກຸ້ງຄຳ ແສນມະນີ
25/01/2020
in :  ຂ່າວພາຍໃນ, ສຸຂະພາບ, ເສດຖະກິດ
0
295

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມັງກອນ 2020 ໄດ້ພິຈາລະນາຫຼາຍບັນຫາສຳຄັນ ເຊັ່ນ: ແຜນວຽກຈຸດສຸມ ເດືອນກຸມພາ 2020, ຮັບຟັງລາຍງານຫຍໍ້ຈາກຂະແໜງການທີ່ກ່ຽວຂ້ອງກັບສະພາບພົ້ນເດັ່ນຂອງພາກພື້ນ ແລະ ສາກົນ, ການສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນ, ການເຝົ້າລະວັງພະຍາດຕິດແປດຕ່າງໆ, ອັດຕາແລກປ່ຽນເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າ, ສະພາບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ສະພາບຫາງສຽງສັງຄົມ. ກອງປະຊຸມດັ່ງກ່າວມີຂຶ້ນໃນວັນທີ 22-23 ມັງກອນນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ແລະ ມີຄວາມເປັນເອກະພາບສູງ ເພື່ອກໍານົດມາດຕະການແກ້ໄຂ ເປັນຕົ້ນ: ກະຊວງການຕ່າງປະເທດ: ໃຫ້ເປັນເຈົ້າການສືບຕໍ່ຕິດຕາມຢ່າງໃກ້ຊິດ, ກຽມພ້ອມຮັບມືຮອບດ້ານກັບບັນຫາຕ່າງໆ ທີ່ອາດຈະເກີດຂຶ້ນ ເພື່ອສືບຕໍ່ຮັກສາຄວາມສະຫງົບ ແລະ ຄວາມມີສະຖຽນລະພາບທາງດ້ານການເມືອງ ໃຫ້ໜັກແໜ້ນ ແລະ ໝັ້ນຄົງ ແລະ ມີການລາຍງານລັດຖະບານ ຢ່າງເປັນປົກກະຕິ. ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ເອົາໃຈໃສ່ເພີ່ມທະວີ ຄວາມເປັນເຈົ້າການຕິດຕາມສະພາບປະກົດການຫຍໍ້ທໍ້ທາງສັງຄົມ, ປຸ້ນຈີ້ຊີງຊັບ, ຂີ້ລັກງັດແງະ, ການລັກລອບຄ້າຂາຍສິ່ງຜິດກົດໝາຍ, …

ອ່ານເພີ່ມ
ນາຍ​ຕຳຫລວດ​
ຂ່າວພາຍໃນ

ລາວ​ເລື່ອນ​ຊັ້ນພັນ​ຕີ​ຂຶ້ນພັນ​ໂທ​ໃຫ້​ນາຍ​ຕຳຫລວດ​ຫລາຍ​ກວ່າ 400 ສະຫາຍ

ຂຽນໂດຍ: ກຸ້ງຄຳ ແສນມະນີ
07/01/2020
in :  ຂ່າວພາຍໃນ
0
796

ພິທີ​ປະກາດ​ເລື່ອນ​ຊັ້ນພັນ​ຕີ​ຂຶ້ນ ​ເປັນ​ພັນ​ໂທ​ໃຫ້​ນາຍ​ຕຳຫລວດ​ທົ່ວ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ ທ້ອງ​ຖິ່ນ (ປກສ) ຈຳນວນ 412 ສະຫາຍ ​ໄດ້​ຈັດ​ຂຶ້ນ​ເມື່ອທ້າຍ​ອາທິດ​ຜ່ານ​ມາ​ນີ້ ​ໂດຍ​ການ​ເຂົ້າຮ່ວມ ​ແລະ ປະດັບຊັ້ນຂອງ​ທ່ານ ພົນ​ຕີ ວັນ​ທອງ ກອງ​ມະນີ ຫົວໜ້າ​ກົມ​​ໃຫຍ່​ການ​ເມືອງ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ເຊິ່ງການ​ເລື່ອນ​ຊັ້ນ​ໃຫ້​ນາຍ​ຕຳຫລວດ​ຄັ້ງນີ້ ​ເພື່ອ​ປະຕິບັດ​ນະ​ໂຍບາຍ​ຂອງ​ພັກ-ລັດຖະບານ​ທີ່​ມີ​ຕໍ່​ນາຍ​ຕຳຫລວດ​ຜູ້​ທີ່​ມີ​ຜົນງານ​ໃນ​ການ​ປະຕິບັດ​ໜ້າ​ທີ່​ວຽກ​ງານ ​ແລະ ຜູ້​ມີ​ມາດຖານ​ເງື່ອນ​ໄຂ​ຂອງ​ການ​ເລື່ອນ​ຊັ້ນຕາມ​ກົດໝາຍ​ວ່າ​ດ້ວຍ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ກຳນົດ. ​ໃນ​ໂອກາດ​ນີ້, ທ່ານ​ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ ປກສ ​ໄດ້​ໂອ້​ລົມ​ຊີ້​ນຳ​ຕໍ່​ຜູ້​ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນຄັ້ງນີ້​ໃຫ້​ສືບ​ຕໍ່​ເພີ່ມ​ທະວີ​ຍົກ​ສູງ​ຄວາມ​ເປັນ​ແບບຢ່າງ​ນຳ​ໜ້າ, ​ເອົາ​ໃຈ​ໃສ່​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ຕົນ​ໃຫ້​ສົມ​ຄູ່​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ວຽກ​ງານ​ໃນ​ໄລຍະ​ໃໝ່, ມີ​ຄວາມ​ເດັດດ່ຽວ​ແກ້​ໄຂ​ຂໍ້ຄົງຄ້າງ​ຕ່າງໆ, ຕັ້ງໜ້າ​ຝຶກ​ຝົນ​ຫລໍ່​ຫລອມ​ຕົນ​ເອງ​ທາງ​ດ້ານ​ຄຸນສົມ​ບັດ​ສິນ​ທຳ​ປະຕິວັດ​ໃຫ້​ໜັກ​ແໜ້ນ, ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່ໜ້າ​ທີ່​ວຽກ​ງານ​ທີ່​ພັກ-ລັດ ​ແລະ ປະຊາຊົນ​ມອບ​ໝາຍ​ໃຫ້​ມີ​ຜົນສຳ​ເລັດ​ເປັນ​ຢ່າງ​ດີ. ທີ່ມາຂ່າວ

ອ່ານເພີ່ມ
ສອບເສັງລັດຖະກອນ
ການສືກສາ

ຮຽກຮ້ອງ​ໃຫ້​ທຸກຂະ​ແໜງ​ສອບ​ເສັງຄັດເລືອກລັດຖະກອນໃໝ່ດ້ວຍ​ຄວາມ​ໂປ່​ງ​ໃສ ​ແລະ ຍຸຕິ​ທຳ

ຂຽນໂດຍ: ກຸ້ງຄຳ ແສນມະນີ
03/01/2020
in :  ການສືກສາ, ຂ່າວພາຍໃນ, ຂ່າວເດັ່ນ
0
405

ພາຍຫລັງລັດຖະບານ ໄດ້ອອກຂໍ້ຕົກລົງແບ່ງຕົວເລກລັດຖະກອນໃໝ່ ປະຈໍາປີ 2020 ຈໍານວນ 2.000 ຄົນຮຽບຮ້ອຍແລ້ວ ໂດຍແມ່ນກະຊວງ ສຶກສາທິການ ແລະ ກິລາ ແລະ ກະຊວງ ສາທາລະນະສຸກ ໄດ້ຮັບໂກຕ້າຫລາຍກ່ວາໝູ່. ​ ຕໍ່​ບັນຫາ​ດັ່ງກ່າວ​ນີ້, ທ່ານຫົວໜ້າກົມຄຸ້ມຄອງລັດຖະກອນ ກະຊວງພາຍໃນ ໃຫ້ຮູ້ວ່າ: ແຕ່ລະປີພາຍຫລັງລັດຖະບານໄດ້ອອກຂໍ້ຕົກລົງວ່າດ້ວຍການແບ່ງຕົວເລກລັດຖະກອນໃໝ່, ກະຊວງພາຍໃນ ໄດ້ອອກຄໍາແນະນໍາຈັດຕັ້ງປະຕິບັດເພື່ອເປັນບ່ອນອີງໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນຈັດຕັ້ງປະຕິບັດຕາມຮ່າງແຜນແຈກຢາຍ ແລະ ບັນຈຸລັດຖະກອນໃໝ່ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມວິຊາສະເພາະ, ສ່ວນຂະບວນການສອບເສັງແມ່ນປະຕິບັດຕາມຄໍາແນະນໍາເລກທີ 11/ພນ, ລົງວັນທີ 7 ກັນຍາ 2016 ກ່ຽວກັບການສອບເສັງເຂົ້າເປັນລັດຖະກອນ ໂດຍປະຕິບັດຕາມຫລັກການ ແລະ ຂັ້ນຕອນ ເປັນຕົ້ນ: ແຕ່ງຕັ້ງຄະນະຊີ້ນໍາລວມ ແລະ ຄະນະວິຊາການຮັບຜິດຊອບການສອບເສັງ, ຄັດເລືອກລັດຖະກອນຂັ້ນກະຊວງ, ຂັ້ນແຂວງ ແລະ ຂັ້ນເມືອງ ເພື່ອຈັດຕັ້ງການສອບເສັງຕາມລະບຽບການ ນັບແຕ່ການປະກາດຮັບສະໝັກ, ການຄັດເລືອກຟອມສະໝັກ, ການຈັດການສອບເສັງ ແລະ ການພິຈາລະນາປະກາດຜົນການສອບເສັງ, ສ່ວນຢູ່ຂັ້ນທ້ອງຖິ່ນໄດ້ມອບໃຫ້ພະແນກພາຍໃນແຂວງເຂົ້າຮ່ວມ ແລະ ຕິດຕາມກວດກາຂະບວນການສອບເສັງ. ພາຍຫລັງສອບເສັງຄັດເລືອກລັດຖະກອນໃໝ່ສໍາເລັດ, ປະຫວັດລັດຖະກອນໃໝ່ທຸກຂະແໜງການ ຕ້ອງມາຜ່ານກະຊວງ …

ອ່ານເພີ່ມ
ໂຄງການອາຫານທ່ຽງ,ກະຊວງສຶກສາທິການ ແລະ ກີລາ,ອົງການບັນເທົາທຸກກາໂຕຼລິກ,ລາວ-ອາເມຣິກາ,ຂ່າວ
ການສືກສາ

ກະຊວງສຶກສາ-ອົງການບັນເທົາທຸກກາໂຕຼລິກ ຫາລືການມອບໂອນໂຄງການອາຫານທ່ຽງໃນໂຮງຮຽນ

ຂຽນໂດຍ: ກຸ້ງຄຳ ແສນມະນີ
02/01/2020
in :  ການສືກສາ, ຂ່າວພາຍໃນ
0
504

ກະຊວງສຶກສາທິການ ແລະ ກີລາ (ສສກ) ແລະ ອົງການບັນເທົາທຸກກາໂຕຼລິກປະຈຳລາວ ໄດ້ປຶກສາຫາລືການມອບໂອນໂຄງການອາຫານທ່ຽງໃນໂຮງຮຽນທີ່ອົງການດັ່ງກ່າວໄດ້ຈັດຕັ້ງປະຕິບັດຢູ່ 7 ເມືອງຂອງແຂວງສະຫວັນນະເຂດ, ຊຶ່ງໄດ້ໃຫ້ການຊ່ວຍເຫຼືອ ໂຮງ​ຮຽນ​ທີ່​ຕັ້ງຢູ່​​​ໃນຊົນ​ນະ​ບົດ ແລະ ເຂດ​ຫ່າງ​ໄກ​ສອກ​ຫຼີກ, ເມື່ອບໍ່ດົນມານີ້ທີ່ສໍານັກກະຊວງສຶກສາທິການ ແລະ ກີລາ, ທ່ານ ຮສ.ປອ ພຸດ ສິມມາລາວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງທ່ານ ນາງ ໂຮນ​ລີ ແຄນ​ຕູ​ບາ ຫົວຫນ້າ​ອົງ​ການ​ບັນ​ເທົາ​ທຸກ​ກາ​ໂຕ​ລິກ ປະ​ຈຳ ສ​ປ​ປ ລາວ, ພ້ອມດ້ວຍຄະນະ, ໂດຍມີຄະນະຮັບຜິດຊອບວຽກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ. ການເຂົ້າພົບປະຄັ້ງນີ້, ແມ່ນເພື່ອເປັນການປຶກສາຫາລືກ່ຽວກັບການມອບໂອນໂຄງການອາຫານທ່ຽງໃນໂຮງຮຽນທີ່ອົງການບັນເທົາທຸກກາໂຕຣລິກ ປະຈໍາ ສປປ ລາວ ຈັດຕັ້ງປະຕິບັດຢູ່ທີ່ 7 ເມືອງ ໃນແຂວງສະຫວັນນະເຂດ ປະກອບມີ ເມືອງອາດສະພອນ, ອຸທຸມພອນ, ພະລານ, ພິນ, ວິລະບູລີ, ເຊໂປນ ແລະ ເມືອງນອງ, ຊຶ່ງອົງການດັ່ງກ່າວໄດ້ໃຫ້ການຊ່ວຍເຫຼືອເລີ່ມ​ແຕ່​ປີ 2013 ເປັນ​ຕົ້ນ​ມາ ໂດຍ​ສະ​ເພາະໃນໂຮງ​ຮຽນ​ທີ່​ຕັ້ງຢູ່​​​ໃນຊົນ​ນະ​ບົດ ເຂດ​ຫ່າງ​ໄກ​ສອກ​ຫຼີກ. ນອກ​ຈາກ​ການ​ຊ່ວຍ​ເຫຼື​ອ​ດ້ານອາ​ຫານ​ແລ້ວ ທ່ານ​ຍັງ​ໄດ້​ສົ່ງ​ນັກ​ວິ​ຊາ​ການມາ​ສ້າງ​ຄວາມ​ເຂັ້ມ​ແ​​ຂງ​ກ່​ຽວ​ກັບ​ການ​ຄຸ້ມ​ຄອງ ແລະ ບໍ​ລິ​ຫານ​ອາ​ຫານ​ທ່ຽງ​ໃນ​ໂຮງ​ຮຽນ​ໃຫ້​ແກ່​ຜູ້​ບໍ​ລິ​ຫານ​ລະ​ດັບຂັ້ນ​ກະ​ຊວງ, …

ອ່ານເພີ່ມ
123...6ໜ້າ 1 ໃນ 6

Stay Connected

  • 2635Posts
  • 417ຄຳຄິດເຫັນ
  • 4ສະມາຊິກ

Most Recent

ອຸດົມໄຊ ຄາດຄະເນມູນຄ່າເສຍຫາຍ ແລະ ຄວາມຕ້ອງການງົບໃນການຟື້ນຟູປະມານ 60 ກ່ວາຕື້ກີບ

ຈະຕຸວັນ ດາວິນ
05/09/2022

ຮອງ ລຕມ ປກສ ຮ່ວມສົ່ງສະການ ນາຍຕຳຫຼວດກ້າ​ ເສຍຊີວິດຍ້ອນຖືກຄົນຮ້າຍແກະລະເບີດໃສ່

ຈະຕຸວັນ ດາວິນ
04/09/2022

ໜ້າເສົ້າ! ປາແດກອາຫານຍອດນິຍົມຂອງຄົນລາວ ກາຍເປັນສິນຄ້ານຳເຂົ້າ

ຈະຕຸວັນ ດາວິນ
02/09/2022
ເບິ່ງຕື່ມ

ກ່ຽວກັບພວກເຮົາ

ຂ່າວລາວ

ເວັບ LaoNews.net ບໍລິການ ຂ່າວສານ ຄວາມຮູ້ ວາໄລຕີ້ ສາລະບັນເທິງດີໆ ເພື່ອຄົນລາວ ບໍລິຫານໂດຍທີມງານ ຈາກນັກຂ່າວ ນັກຂຽນ ວົງການສື່ມວນຊົນທີ່ມີປະສົບການຂອງລາວ !

ອ່ານຂ່າວທາມລາຍ Line ID = @laonews

ຕິດຕໍ່/ສົ່ງຂ່າວ eMail  = [email protected] ຫຼື Line ID = @laonews ຫຼື INBOX Facebook

ຕິດຕາມເຮົາທີ່ນີ້:

ຂ່າວຍອດນິຍົມ

ອັບເດດຂ່າວ ຍິງກັນຕາຍຢູ່ໜ້າຕະຫຼາດເຊົ້າມື້ຄືນຜ່ານມາ​ເປັນເຫດວິສາມັນຄົນຮ້າຍ

ຈະຕຸວັນ ດາວິນ
22/08/2020

ພົບຄົນຕາຍໃນເຫດໄຟໄໝ້ຫຍ້າ ທີ່ຫາດດອນຈັນ

ເຂີຍເມືອງຊຳ
31/01/2020

ອີກແລ້ວ​ ອຸບັດເຫດທາງດ່ວນຢູ່ຈຸດສີເກີດ ນາຊາຍທອງ ນະຄອນຫຼວງວຽງຈັນ

ຈະຕຸວັນ ດາວິນ
26/12/2020

ຊົມເຊີຍ! 4​ ອ້າຍນ້ອງນາມສະກຸນ “ສີພັນດອນ” ໃນແວດວົງການເມືອງລາວປັດຈຸບັນ

ຈະຕຸວັນ ດາວິນ
26/03/2021

ຂ່າວໃໝ່ຫຼ້າສຸດ

  • 05/09/2022

    ອຸດົມໄຊ ຄາດຄະເນມູນຄ່າເສຍຫາຍ ແລະ ຄວາມຕ້ອງການງົບໃນການຟື້ນຟູປະມານ 60 ກ່ວາຕື້ກີບ

  • 04/09/2022

    ຮອງ ລຕມ ປກສ ຮ່ວມສົ່ງສະການ ນາຍຕຳຫຼວດກ້າ​ ເສຍຊີວິດຍ້ອນຖືກຄົນຮ້າຍແກະລະເບີດໃສ່

  • 02/09/2022

    ໜ້າເສົ້າ! ປາແດກອາຫານຍອດນິຍົມຂອງຄົນລາວ ກາຍເປັນສິນຄ້ານຳເຂົ້າ

  • 02/09/2022

    ຈີນມອງວ່າກໍລະນີອາເມລິກາຈະຂາຍອາວຸດໃຫ້ໄຕ້ຫວັນ ເປັນການຍຸແຍ່ຂັ້ນຮຸນແຮງ​

  • 31/08/2022

    ຜູ້ມີໃບຂັບຂີ່ທົ່ວປະເທດມີພຽງ​ 11% ຂອງຈຳນວນປະຊາກອນລາວທັງໝົດ

ຄຳຄົ້ນຫາຍອດນິຍົມ ທາງດ່ວນ ຂ່າວປະຈໍາວັນ ຂ່າວຕ່າງປະເທດ ອຸບັດເຫດ ວັກຊີນ ການຊ່ວຍເຫຼືອ ຂ່າວລາວ ຂ່າວພາຍໃນ ຣັດເຊຍ ແຮງງານລາວ ຣັສເຊຍ ໄທ ຈີນ ຂ່າວ ອາເມລິກາ
© Copyright 2018, All Rights Reserved Powered by LaoNews.net | Designed by Koungkam | ນະໂຍບາຍຄຸ້ມຄອງຂໍ້ມູນສ່ວນຕົວ | ເງື່ອນໄຂການໃຊ້ບໍລິການ