ຈີນທຸ່ມງົບ 1 ຕື້ຢວນເພື່ອສຶກສາຄວາມເປັນໄປໄດ້ໂຄງການຟື້ນຟູປ່າໄມ້ ຢູ່ເມືອງສະໜາມໄຊ
ໃນວັນທີ 7 ເມສາ 2021 ບໍລິສັດເອກະຊົນຈີນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ໂຄງການຟື້ນຟູປ່າໄມ້ ແລະ ພັດທະນາລະບົບນິເວດກະສິກຳທັນສະໄໝຄົບວົງຈອນຢູ່ເມືອງສະໜາມໄຊ, ແຂວງອັດຕະປື ໃນເນື້ອທີ່ 5.000 ເຮັກຕາ ຕາມໃບມອບສິດຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ສະບັບເລກທີ 58/ນຍ ລົງວັນທີ 30 ມີນາ 2021 ມອບສິດໃຫ້ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເປັນຜູ້ຕາງໜ້າໃຫ້ແກ່ລັດຖະບານເຊັນສັນຍາໃນຄັ້ງນີ້ ຕາງໜ້າໂດຍ ທ່ານ ນາງ ຄຳຈັນ ວົງແສງບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ Xie Fei ປະທານບໍລິສັດ ເຈ່ຍລັນ ພັດທະນາກະສິກຳ ຈຳກັດ ແລະ ເຂົ້າຮ່ວມ ແລະ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ …