07 ເດືອນທັນວາ 2019

ຂ່າວ | ລາວ | ກີລາ  |ບັນເທິງ |ນານາສາລະ | ທ່ອງທ່ຽວ | ເຮົາແຊຣ໌ຂ່າວເພື່ອສັງຄົມ | laonews.net

ຂ່າວ | ລາວ | ກີລາ  |ບັນເທິງ |ນານາສາລະ | ທ່ອງທ່ຽວ | ເຮົາແຊຣ໌ຂ່າວເພື່ອສັງຄົມ | laonews.net
  • ໜ້າທຳອິດ
  • ຂ່າວພາຍໃນ
  • ຂ່າວກິລາ
  • ບັນເທີງ
  • ທ່ອງທ່ຽວ
  • ນານາສາລະ
  • ຮ້ານຂາຍເຄື່ອງ
  • ຕິດຕໍ່ພວກເຮົາ
3 New Articles
  • 1 ອາທິດ ago ອາເຊມາ ຊີ້ແຈງການມອບຂັນເປຕັງ
  • 2 ອາທິດ ago ໄຟຟ້າເຊກະໝານ 1 ສ້າງທາງໃຫ້ເມືອງຊານໄຊ
  • 2 ອາທິດ ago ປກສ ເມືອງພູຄູນຈູດທຳລາຍເງິນປອມ
Home Tag Archives: ດາລາໄທ

Tag Archives: ດາລາໄທ

ບັນເທີງ

“ແອັບເປິ້ນ” ” ຕີນບວມ””ຟຸກ” ອອກປາກຫ້າມບໍ່ໃຫ້ຍ່າງຫຼາຍ ບອກໃກ້ເກີດລູກແລ້ວ

By ກຸ້ງຄຳ ແສນມະນີ
02/10/2019
in :  ບັນເທີງ
0
1,456

ໂມເມັ້ນໜ້າຮັກໆຂອງຄູ່ຮັກດາລາວ ສາວລາວບ່າວໄທ “ແອັບເປິ້ນ – ສີສະຫງຽນ ສີຫາລາດ” ແລະ “ຟຸກ – ຈິຣະ ດ່ານບະວອນກຽດ” ທີ່ຝ່າຍຊາຍກົ້ມລົງລູບຕິນໃຫ້ຜູ້ເປັນພັນລະຍາ ເນື່ອງຈາກຕີນບວມ ພ້ອມອອກປາກຫ້າມບໍ່ໃຫ້ຍ່າງຫຼາຍ ແລະ ບໍ່ນວດໃຫ້ເພາະໃກ້ຈະເກີດລູກແລ້ວ. ໂດຍໜຸ່ມຟຸກ ໄດ້ໂພສວິດີໂອຄລິບສັ້ນໆດັ່ງກ່າວລົງໃນໄອຈີຂອງຕົນເອງເມື່ອບໍ່ດົນມານີ້ ໂດຍໃນຄລິບສາວແອັບເປິ້ນໄດ້ເວົ້າດ້ວຍສຽງອ້ອນສາມີໃຫ້ນວດຕີນໃຫ້ ເນື່ອງຈາກຕີນບວມ ແຕ່ຖືກປະຕິເສດຈາກຝ່າຍຊາຍ ພ້ອມໃຫ້ເຫດຜົນວ່າໃກ້ຈະເກີດລູກແລ້ວຈຶ່ງບໍ່ນວດຕີນໃຫ້ ເພາະຢ້ານເກີດລູກໄວ. ຂະນະທີ່ບັນດາແຟນຄລັບຕ່າງກໍເຂົ້າມາສະແດງຄວາມເຫັນໃຫ້ກຳລັງໃຈ ພ້ອມທັງກ່າວວ່າຢາກເຫັນໜ້າສາວນ້ອຍທີ່ຈະມືນຕາມາເບິ່ງໂລກໃນໄວໆນີ້ແລ້ວ. ຂະນະທີ່ບາງສ່ວນກໍແນະນຳວິທີບັນເທົາອາການຕີນບວມ ແລະ ຟິນກັບໂມເມັ້ນໜ້າຮັກໆຂອງໜຸ່ມຟຸກທີ່ດູແລສາວແອັບເປິ້ນເປັນຢ່າງດີ.   ຂໍຂອບໃຈ/ທີ່ມາ

Read More
ບັນເທີງ

“ເສນາລີງ” ແລະ “ກັນ ກັນຕະຖາວອນ” ພ້ອມໃຈກັນມາເຮັດບຸນໃນສະຖານທີ່ສັກສິດຂອງລາວ

By ກຸ້ງຄຳ ແສນມະນີ
01/10/2019
in :  ບັນເທີງ
0
65

ເມື່ອວັນທີ 28 ກັນຍາ 2019 ນີ້ ກັນ​ ກັນຕະຖາວອນ ແລະ​ ເສນາ​ລີງ​ ສົມກຽດ ພິທີກອນຄູ່ຫູ​ຈາກປະເທດໄທ ໃນລາຍການ “I Can see your voice” ທີ່ອອກອາກາດທາງຊ່ອງ​ “Workpoint” ໄດ້ເດີນທາງມາທ່ຽວຊົມສະຖານທີ່ສຳຄັນ ແລະ ສັກສິດຂອງ ສປປ ລາວ ໂດຍທັງສອງໄດ້ພ້ອມກັນຕັ້ງໃຈມາເຮັດບຸນຢູ່ທີ່ ​ວັດສີເມືອງ ນະຄອນຫຼວງ​ວຽງຈັນ​, ເຊິ່ງເປັນວັດເກົ່າແກ່​ ແລະ ​ມີສິລະປະກໍາທີ່ງົດງາມຂອງປະເທດລາວເຮົາ. ຈາກນັ້ນ, ຍັງໄດ້ໄປຢ້ຽມຊົມວັດໂຊກໃຫຍ່ ທີ່ເຊື່ອກັນວ່າເປັນວັດບ້ານເກີດຂອງແມ່ສີເມືອງ ອີກດ້ວຍ. ພ້ອມນັ້ນ ທັງສອງຍັງໄດ້ໃສ່ບາດຕາມຮີດຄອງວັດທະນະທຳຂອງລາວ ດ້ວຍສີໜ້າເບີກບານ, ມີຄວາມສຸກ ແລະ ອີ່ມບຸນອີ່ມໃຈ.   ຂໍຂອບໃຈ/ທີ່ມາ

Read More
ບັນເທີງ

ກ້ອງສະໜັ່ນ! ແຟນຄຼັບຊາວລາວຕ້ອນຮັບ SBFIVE ບອຍແບນຊື່ດັງຈາກໄທ ເຮັດເອົາຫໍວັດທະນະທຳແໜ້ນ

By ກຸ້ງຄຳ ແສນມະນີ
30/09/2019
in :  ບັນເທີງ
0
21

ກຸ່ມສິລະປິນ SBFIVE ຈາກໄທ ຈັດງານພົບປະແຟນຄລັບຢູ່ລາວເປັນຄັ້ງທຳອິດ ໄດ້ຮັບການຕອບຮັບເປັນຢ່າງດີ ມີຊາວລາວເຂົ້າຮ່ວມງານເປັນຈຳນວນຫຼາຍ ທີ່ຫໍວັດທະນະທຳແຫ່ງຊາດ ເມື່ອວັນອາທິດທີ່ຜ່ານມາ (29 ກັນຍາ 2019). ງານພົບປະດັ່ງກ່າວເປັນສ່ວນໜຶ່ງຂອງງານເທດສະການໄວໜຸ່ມ ປະຈຳປີ 2019 ທີ່ລວມເອົາກິດຈະກຳຫຼາຍຢ່າງສຳລັບໃຫ້ໄວໜຸ່ມໄດ້ມາພົບປະແລກປ່ຽນເຊິ່ງກັນ ແລະ ກັນ. ອີກໜຶ່ງຈຸດເດັ່ນໃນງານກໍຄືກັານພົບປະແບບສຸດພິເສດກັບໜຸ່ມໆ SBFIVE ເຊິ່ງເປັນພຣີເຊັນເຕີຂອງສາຫຼ່າຍ ເຖົ້າແກ່ນ້ອຍ ເຊິ່ງມີທັງການມອບໂພສເຕີພ້ອມລາຍເຊັນ, ເຮັດກິດຈະກຳປ້ອນສາຫຼ່າຍແບບໃກ້ຊິດ ລວມທັງຈັບມືທັງ 5 ໜຸ່ມ ບາສ, ຄິມມ່ອນ, ເຕ້, ຕີ໋ ແລະ ຄັອບເຕີ້ ແບບໂຕຕໍ່ໂຕ. ພ້ອມນີ້ ກໍມີມິນິຄອນເສີດປິດທ້າຍງານເທດສະການໄວໜຸ່ມໃນຄໍ່າຄືນຂອງມື້ດຽວກັນ ເຊິ່ງບອກເລີຍວ່າງານນີ້ແຟນຄລັບຟິນໜັກ ສັງເກດໄດ້ຈາກສຽງກ້ອງສະໜັ່ນຄັບຫ້ອງສະແດງຂອງຫໍວັດທະນະທຳທີ່ດັງຂຶ້ນຢ່າງບໍ່ຂາດສາຍຈົນຈົບງານ. ຂໍຂອບໃຈ/ທີ່ມາ

Read More
ບັນເທີງ

“ແອັບເປິ້ນ ສີຫາລາດ” ກັບຊຸດຖືພາຫຼາກຫຼາຍແບບ ເຖິງຈະເປັນແມ່ປຸ້ງແຕ່ກໍແຟຊັນຈັດເຕັມໄດ້

By ກຸ້ງຄຳ ແສນມະນີ
28/09/2019
in :  ບັນເທີງ
0
860

ຫາກເວົ້າເຖິງຊຸດແມ່ຍິງຖືພາຂອງຄົນທຳມະດາທົ່ວໄປ ຫຼາຍຄົນມັກຄິດເຖິງແບບລຽບໆ ທຳມະດາໜ້າຮັກ, ສີສັນ ແລະ ດີຊາຍບໍ່ເວີ້ ບໍ່ໂດດເດັ່ນຫຍັງແມ່ນບໍ່? ແຕ່ຖ້າເປັນຊຸດແມ່ມານຂອງວ່າທີ່ແມ່ທີ່ເປັນດາລາແລ້ວ ແນ່ນອນວ່າບໍ່ທຳມະດາຢ່າງແນ່ນອນ ແຖມຍັງມີຫຼາຍແບບທີ່ເຮົາບໍ່ເຄີຍເຫັນ. ມື້ນີ້ທີມຂ່າວບັນເທີງ muan.la ຈະພາສ່ອງແຟຊັນຂອງແມ່ປຸ້ງຄົນດັງຢ່າງ “ແອັບເປິ້ນ – ສີສະຫງຽນ ສີຫາລາດ” ເຊິ່ງຕອນນີ້ກໍຖືພາທ້ອງແກ່ໃກ້ຈະເກີດລູກໃນໄວໆນີ້ແລ້ວ ໂດຍສາວຄົນນີ້ເປັນພັນລະຍາຂອງໜຸ່ມດາລາດັງຂອງໄທຢ່າງ ຟຸກ – ຈິຣະ ດ່ານບະວອນກຽດ ດັ່ງທີ່ຫຼາຍຄົນຕ່າງກໍຄຸ້ນເຄີຍກັນດີ. ດ້ວຍລຸກທີ່ໃສໆ ໜ້າຮັກ ແລະ ໜ້າເດັກຫຼາຍ ຊຸດຕ່າງໆທີ່ແມ່ແອັບເປິ້ນໃສ່ຈຶ່ງເບິ່ງຄືວ່າມີຄວາມສົດໃສ ແລະ ໜ້າຮັກ ແຖມເມື່ອເປັນຊຸດທີ່ອອກງານກໍຍັງແຝງຄວາມເຊັກຊີບໍ່ໜ້ອຍກວ່າຕອນທີ່ບໍ່ໄດ້ຖືພາເລີຍ. ເວົ້າມາແລ້ວກໍໄປເບິ່ງກັນດີກວ່າວ່າມີຊຸດແປບບໃດກັນແດ່. ຂໍຂອບໃຈ ທີ່ມາຂ່າວ

Read More
ບັນເທີງ

“ອາລູນ້າ” ພາ “ລົດເມ ຄະນຶງນິດ” ດາລາສາວໄທເລາະທ່ຽວນະຄອນຫຼວງ ພາຊີມເຂົ້າປຸ້ນແຈ່ວຂີງ

By ກຸ້ງຄຳ ແສນມະນີ
28/09/2019
in :  ບັນເທີງ
0
405

ຜ່ານມາມີລາຍການທ່ອງທ່ຽວຂອງໄທໄດ້ມາຖ່າຍລາຍການຢູ່ລາວ ເຊິ່ງຫຼ້າສຸດກໍເປັນຄິວຂອງດາລາສາວໄທ “ລົດເມ ຄະນຶງນິດ” ທີ່ຍົກກອງຖ່າຍລາຍການ Follow Me ທ່ຽວໃສ ໄປກັນ ມາລຸຍທ່ຽວລາວ ເປີດທຣິບດ້ວຍການທ່ຽວນະຄອນຫຼວງວຽ=ຈັນ ເມືອງຫຼວງຂອງລາວ ໂດຍໄດ້ “ອາລູນ້າ ຖາວອນສຸກ” ນັກຮ້ອງຊື່ດັງເປັນພິທີກອນຮ່ວມ ພາເລາະທ່ຽວຊົມ, ຊື້ເຄື່ອງ ແລະ ຊິມອາຫານລາວ. ລາຍການດັ່ງກ່າວອອກອາກາດທາງຊ່ອງ Amarin TV ຂອງໄທເມື່ອບໍ່ດົນມານີ້ ໃນຕອນທີ່ພາທ່ຽວລາວ ສາວ ລົດເມໄດ້ທ່ຽວຫຼາຍບ່ອນຂອງລາວທັງ ປະຕູໄຊ, ພະທາດຫຼວງ, ພິພິທະພັນສິລະປະຮ່ວມສະໄໝ, ໄຫວ້ພະຂໍພອນທີ່ວັດສີອຳພອນ, ຊີມອາຫານລາວສຸດແຊບທີ່ຮ້ານມານະແມະ ແລະ ທີ່ສາວ ອາລູນ້າ ພາໄປກິນອາຫານລາວ ກໍເປັນເມນູທີ່ຂຶ້ນຊື່ຢ່າງ “ເຂົ້າປຸ້ນແຈ່ວຂີງ”. ນອກຈາກນະຄອນຫຼວງວຽງຈັນແລ້ວ, ລົດເມ ຍັງໄດ້ເດີນທາງໄປທາງພາກເໜືອຂອງລາວສູ່ແຂວງອຸດົມໄຊ ເພື່ອສຳຜັດບັນຍາກາດຂອງທຳມະຊາດທີ່ນໍ້າກັດຢໍລະປາ ພ້ອມທັງໄດ້ຮຽນຮູ້ວິຖີຊີວິດຂອງຊົນເຜົ່າກຶມມຸນຳອີກ. ຂໍຂອບໃຈ

Read More

Stay Connected

  • 256Posts
  • 1Comments
  • 2Members

Most Recent

ອາເຊມາ ຊີ້ແຈງການມອບຂັນເປຕັງ

ເຂີຍເມືອງຊຳ
1 ອາທິດ ago

ໄຟຟ້າເຊກະໝານ 1 ສ້າງທາງໃຫ້ເມືອງຊານໄຊ

ເຂີຍເມືອງຊຳ
2 ອາທິດ ago

ປກສ ເມືອງພູຄູນຈູດທຳລາຍເງິນປອມ

ເຂີຍເມືອງຊຳ
2 ອາທິດ ago
Load more

ກ່ຽວກັບພວກເຮົາ

ເວັບ LaoNews.net ບໍລິການ ຂ່າວສານ ຄວາມຮູ້ ວາໄລຕີ້ ສາລະບັນເທິງດີໆ ເພື່ອຄົນລາວ ບໍລິຫານໂດຍທີມງານ ຈາກນັກຂ່າວ ນັກຂຽນ ວົງການສື່ມວນຊົນທີ່ມີປະສົບການຂອງລາວ !

Line ID = laogroup

ຕິດຕາມເຮົາທີ່ນີ້:

ຂ່າວຍອດນິຍົມ

ນາງໝວຍສາລະພາບ ພົວພັນກັບກຸ່ມຄົນລາວນອກ

ເຂີຍເມືອງຊຳ
18/09/2019

ເຈ້ນາງບອກວ່າ ສາມີເຈ້ຖືກກ່າວຫາ

ເຂີຍເມືອງຊຳ
20/09/2019

ນາງ ໝວຍຖືກຈັບ ຂໍ້ຫາຕ້ານ ສປປ ລາວ

ເຂີຍເມືອງຊຳ
14/09/2019

ຄະດີສາວໝວຍ ຍັງຕ້ອງສືບສວນຕື່ມອີກກ່ອນ

ເຂີຍເມືອງຊຳ
21/09/2019

ຂ່າວໃໝ່ຫຼ້າສຸດ

  • 1 ອາທິດ ago

    ອາເຊມາ ຊີ້ແຈງການມອບຂັນເປຕັງ

  • 2 ອາທິດ ago

    ໄຟຟ້າເຊກະໝານ 1 ສ້າງທາງໃຫ້ເມືອງຊານໄຊ

  • 2 ອາທິດ ago

    ປກສ ເມືອງພູຄູນຈູດທຳລາຍເງິນປອມ

  • 2 ອາທິດ ago

    ໝວຍ ຖືກຕັດສິນລົງໂທດຂັ້ນສູງສຸດ

  • 2 ອາທິດ ago

    ລາວ-ຈີນ ຕ່າງກໍຍ້ອງຍໍຊົມເຊີຍເຊິ່ງກັນແລະກັນ

Top Tags ນາງງາມລາວ ບັນເທີງ ຂ່າວ ເສດຖະກິດ ຂ່າວປະຈໍາວັນ ຂ່າວກິລາ laonews ລາວ ກິລາ ຂ່າວພາຍໃນ ນ້ຳຖ້ວມ ຂ່າວລາວ ຂ່າວບັນເທີງ ຂ່າວຕ່າງປະເທດ ສປປ ລາວ
© Copyright 2018, All Rights Reserved Powered by LaoNews.net | Designed by Koungkam
Loading...