ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net

ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net
  • ໜ້າທຳອິດ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວກິລາ
  • ບັນເທີງ
  • ທ່ອງທ່ຽວ
  • ນານາສາລະ
3 ໃໝ່ ບົດຄວາມ
  • 3 ນາທີ ກ່ອນ ສາເຫດທີ່ອຸໂມງທາງດ່ວນມືດ ເນື່ອງຈາກມີຜູ້ມາລັກສາຍໄຟຊໍາຊ້ອນຫຼາຍຄັ້ງ
  • 3 ຊົ່ວໂມງ ກ່ອນ ອຸທາຫອນ! ສາກແບັດແລ້ວນອນທັບຖືກໄຟຊັອດເສຍຊີວິດທີ່ປະເທດໄທ
  • 1 ມື້ ກ່ອນ ອຸບັດເຫດ​ເສຍຊີວິດ​ ​30​ ຄົນ​ໄລຍະປີໃໝ່
ໜ້າຫຼັກ ຄັງຄຳຄົ້ນຫາ ທາງດ່ວນ

ຄັງຄຳຄົ້ນຫາ ທາງດ່ວນ

ຂ່າວພາຍໃນ

ສາເຫດທີ່ອຸໂມງທາງດ່ວນມືດ ເນື່ອງຈາກມີຜູ້ມາລັກສາຍໄຟຊໍາຊ້ອນຫຼາຍຄັ້ງ

ຂຽນໂດຍ: ຈະຕຸວັນ ດາວິນ
3 ນາທີ ກ່ອນ
in :  ຂ່າວພາຍໃນ
0
3

ໄລຍະຜ່ານມານີ້ມີຜູ້ຂັບຂີ່ທີ່ນຳໃຊ້ທາງດ່ວນ ນະຄອນຫຼວງວຽງຈັນ – ວັງວຽງ ໄດ້ສອບຖາມພະນັກງານບໍລິຫານທາງດ່ວນວ່າ “ເປັນຫຍັງອຸໂມງທາງດ່ວນມືດຕະຫຼອດ, ໄຟຄືບໍ່ເປີດ” ຄວາມຈິງຄື: ອຸໂມງມິດຕະພາບຂອງ ທາງດ່ວນນະຄອນຫຼວງວຽງຈັນ – ວັງວຽງ ຕັ້ງຢູ່ຈຸດກິໂລແມັດ K63+380. ບັນດາສາຍໄຟ, ສາຍສົ່ງສັນຍານການສື່ສານ, ອຸປະກອນໃນຕູ້ກະຈາຍໄຟທີ່ຢູ່ໃນອຸໂມງຕ່າງໆຖືກລັກ ແລະ ທຳລາຍ ເພາະອຸປະກອນໃນອຸໂມງສ່ວນໃຫຍ່ແມ່ນສາຍໄຟ, ເປັນໂລຫະທີ່ມີມູນຄ່າສູງເຊັ່ນ: ທອງແດງ, ທາດເຫຼັກ ແລະ ອື່ນໆ. ສະນັ້ນ, ຈຶ່ງມີການຖືກລັກຊໍ້າຊ້ອນຫຼາຍຄັ້ງ. ສາຍໄຟໃນອຸໂມງທີ່ຖືກລັກ ຈະພາໃຫ້ມີບັນຫາດັ່ງລຸ່ມນີ້: 1. ເນື່ອງຈາກສາຍໄຟຖືກລັກຂະໂມຍ ຈຶ່ງບໍ່ສາມາດສະໜອງໄຟພາຍໃນອຸໂມງໄດ້, ເຮັດໃຫ້ບໍ່ມີແສງສະຫວ່າງ. ສະນັ້ນ, ອຸໂມງຈະມືດຢູ່ຕະຫຼອດເວລາ ຈະມີຄວາມສ່ຽງສູງຕໍ່ຍານພາຫະນະທີ່ສັນຈອນໄປມາ. 2. ສາຍສົ່ງສັນຍານການສື່ສານຖືກລັກຂະໂມຍ, ກ້ອງວົງຈອນປິດທີ່ຢູ່ອ້ອມຂ້າງອຸໂມງຈະບໍ່ສາມາດໃຊ້ງານໄດ້ ເຊິ່ງເຮັດໃຫ້ພະນັກງານບໍລິຫານທາງດ່ວນບໍ່ສາມາດພົບເຫັນອຸບັດເຫດທີ່ເກີດຂຶ້ນຢູ່ຕາມຂອບເຂດໃກ້ຄຽງອຸໂມງໄດ້ທັນເວລາ, ຫາກວ່າມີອຸປະຕິເຫດເກີດຂຶ້ນຂອບເຂດໃກ້ຄຽງອຸໂມງ, ຈະບໍ່ສະດວກຕໍ່ການກູ້ໄພຢ່າງທັນການ. 3. ສາຍໄຟຖືກລັກ, ອຸປະກອນດັບເພີງໃນອຸໂມງຈະບໍ່ສາມາດໃຊ້ງານຕາມປົກກະຕິໄດ້, ຫາກວ່າໃນອຸໂມງເກີດເຫດໄຟໄໝ້ ຈະບໍ່ສາມາດດັບໄຟໄດ້ຢ່າງທັນເວລາ. ທັງນີ້, ເພື່ອການສັນຈອນທີ່ປອດໄພຂອງປະຊາຊົນທັງຫຼາຍ, ພວກຂ້າພະເຈົ້າຂໍປະຊາສຳພັນມາຍັງພໍ່ແມ່ປະຊາຊົນທັງຫຼາຍ “ກະລຸນາຢ່າທຳລາຍ ແລະ ລັກອຸປະກອນຕາມເສັ້ນທາງດ່ວນ”. Cr: ທາງດ່ວນວຽງຈັນ-ວັງວຽງ

ອ່ານເພີ່ມ
ຂ່າວພາຍໃນ

ທາງດ່ວນ! ເມື່ອຍແລ້ວຂັບໄວ ຕໍາຮົ້ວຂ້າງທາງດ່ວນ ແຈ້ງການກ່ຽວກັບອຸປະຕິເຫດ!!

ຂຽນໂດຍ: ຈະຕຸວັນ ດາວິນ
7 ມື້ ກ່ອນ
in :  ຂ່າວພາຍໃນ
0
116

ໃນວັນທີ 12 ເມສາ 2021 ໄດ້ເກີດອຸປະຕິເຫດຢູ່ລະຫວ່າງຊ່ວງທາງສະຖານີນ້ຳງື່ມໄປຫາສະຖານີຫີນເຫີບ, ສາເຫດຂອງການເກີດອຸປະຕິເຫດໃນຄັ້ງນີ້ແມ່ນເນື່ອງມາຈາກຜູ້ຂັບຂີ່ມີອາການອິດເມື່ອຍ, ປະກອບກັບການຂັບລົດໄວເກີນກຳນົດ ແລະ ບັນທຸກຜູ້ໂດຍສານເກີນມາດຕະຖານ, ຈຶ່ງເຮັດໃຫ້ລົດເສຍການຄວບຄຸມຕຳເຂົ້າກັບຮົ້ວກັ້ນຂອງທາງດ່ວນ, ອຸປະຕິເຫດຄັ້ງນີ້ແມ່ນບໍ່ມີຜູ້ໄດ້ຮັບບາດເຈັບ. ນອກນັ້ນ, ຜູ້ໂດຍສານນັ່ງມາ 6 ຄົນເຊິ່ງເກີນກວ່າທີ່ມາດຕະຖານກຳນົດ.

ອ່ານເພີ່ມ
ຂ່າວພາຍໃນ

ຂັບໄວເກີນກຳນົດ ຕຳທ້າຍກັນຢູ່ທາງດ່ວນ

ຂຽນໂດຍ: ຈະຕຸວັນ ດາວິນ
1 ອາທິດ ກ່ອນ
in :  ຂ່າວພາຍໃນ
0
218

ວັນທີ​ 10 ເມສາ​ 2021​ ເວລາ​ປະມານ 20:30​ ນາທີ​ ເກີດອຸບັດເຫດທາງດ່ວນ ວຽງຈັນ-ວັງວຽງ, ລະຫວ່າງສະຖານີ ບ້ານບົວ-ນາຊອນ ຈຸດກິໂລແມັດທີ (K10+000). ລົດເກັງຄັນສີແດງໄດ້ຕໍາເອົາທ້າຍລົດປະເພດSUV , ພ້ອມກັນນັ້ນລົດເກັງຄັນສີແດງຍັງໄດ້ໄປຕໍາເຂົ້າກັບຮົ້ວກັ້ນຂອງທາງດ່ວນອີກ, ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບພຽງເລັກໜ້ອຍຈຳນວນ 1 ຄົນ. ຜູ້ກ່ຽວໄດ້ຂັລົດດ້ວຍຄວາມໄວປະມານ 160 ກິໂລແມັດຕໍ່ຊົ່ວໂມງ, ໃນຂະນະທີ່ຈະເກີດເຫດຜູ້ກ່ຽວຕ້ອງການຫຼີກເວັ້ນລົດຄັນອື່ນ, ຈຶ່ງໄດ້ຫັກຫຼີກລົດຢ່າງກະທັນຫັນ ແລະ ດ້ວຍການຂັບຂີ່ທີ່ໄວຈຶ່ງບໍ່ສາມາດຄວບຄຸມລົດໄດ້, ເຮັດໃຫ້ລົດໄປຕໍາເອົາທ້າຍລົດປະເພດSUV ທີ່ຂັບມາໂດຍປົກກະຕິ. ນອກຈາກນັ້ນຜູ້ຂັບຂີ່ຍັງໄດ້ສວມໃສ່ເກີບແຕະທີ່ເຮັດໃຫ້ຂັບຂີ່ບໍ່ສະດວກ ແລະ ໃນລົດເກັງຄັນສີແດງກໍຍັງມີການບັນທຸກທີ່ເກີນກຳນົດ ເຊິ່ງມີຜູ້ໂດຍສານທັງໝົດຈໍານວນ 9 ຄົນ, ໃນນັ້ນມີເດັກນ້ອຍອີກຈໍານວນ 3 ຄົນ. ບໍລິສັດທາງດ່ວນ ວຽງຈັນ-ວັງວຽງ ຂໍເຕືອນມາຍັງນັກຂັບຂີ່ທຸກທ່ານ, ອຸປະຕິເຫດຄັ້ງນີ້ເຮັດໃຫ້ພວກເຮົາຮຽນຮູ້ວ່າ: 1​ ຫ້າມໃຊ້ຄວາມໄວເກີນກຳນົດໃນການຂັບຂີ່ເທິງທາງດ່ວນ 2. ​ເພື່ອຄວາມປອດໄພຂອງຜູ້ຂັບຂີ່ ແລະ ຜູ່ໂດຍສານ, ກະລຸນາບໍ່ສວມໃສ່ເກີບແຕະທີ່ເຮັດໃຫ້ຂັບລົດບໍ່ສະດວກ. 3. ຫ້າມບໍ່ໃຫ້ມີຜູ້ໂດຍສານເກີນກຳນົດ.

ອ່ານເພີ່ມ
ຂ່າວພາຍໃນ

ເມົາແລ້ວຂັບ!​ ເກີດອຸບັດເຫດຢູ່ທາງດ່ວນວຽງຈັນ-ວັງວຽງ.

ຂຽນໂດຍ: ຈະຕຸວັນ ດາວິນ
1 ອາທິດ ກ່ອນ
in :  ຂ່າວພາຍໃນ
0
169

ໃນວັນທີ​ 9​ ເມສາ​ 2021​ ເວລາ​ປະມານ 19:52​ ນາທີ ໄດ້ເກີດອຸບັດເຫດຢູ່ເທິງທາງດ່ວນວຽງຈັນ-ວັງວຽງ, ລະຫວ່າງສະຖານີນະຄອນຫຼວງ-ບ້ານບົວ ມີລົດເກັງສີຂາວຄັນໜຶ່ງໄດ້ປະສົບອຸປະຕິເຫດຕຳເຂົ້າກັບຮົ້ວກັ້ນຂອງສະຖານີເກັບເງິນນາຊອນ, ໃກ້ກັບຈຸດກິໂລແມັດທີ K11+730 ໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບ ແຕ່ລົດໄດ້ຮັບຄວາມເສຍຫາຍຫລາຍສົມຄວນ. ພາຍຫລັງເກີດເຫດ ຕຳຫຼວດຈະລາຈອນ ແລະ​ ພະນັກງານບໍລິຫານຄຸ້ມຄອງທາງດ່ວນໄດ້ໄປກວດສອບຈຸດເກີດເຫດ ເບື່ອງຕົ້ນຮູ້ວ່າສາເຫດພາໃຫ້ເກີດອຸປະຕິເຫດຄັ້ງນີ້ແມ່ນອີງຕາມການໃຫ້ການຂອງຜູ້ຂັບຂີ່ສາລະພາບວ່າໄດ້ດື່ມສິ່ງມຶນເມົາແລ້ວຂັບລົດ.

ອ່ານເພີ່ມ
ຂ່າວພາຍໃນ

ຜູ້ຮັບຜິດຊອບທາງດ່ວນຍອມຮັບວ່າຍັງຂາດສິ່ງອຳນວຍຄວາມສະດວກ ແລະພົບບັນຫາການມ້າງຮົ້ວ 135 ຈຸດ

ຂຽນໂດຍ: ຈະຕຸວັນ ດາວິນ
1 ອາທິດ ກ່ອນ
in :  ຂ່າວພາຍໃນ
0
2,531

ທ່ານ ມາຫົງຫວາງ ຮອງປະທານຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ, ໄດ້ລາຍງານກ່ຽວກັບການຄຸ້ມຄອງບໍລິຫານທາງດ່ວນວ່າໄດ້ພົບບັນຫາຕ່າງໆ ເຊິ່ງສົ່ງຜົນກະທົບຕໍ່ການບໍລິການແກ່ປະຊາຊົນ ໃນກອງປະຊຸມພົບປະແລກປ່ຽນຄຳເຫັນ ແລະ ປຶກສາຫາລືກ່ຽວກັບການໂຄສະນາ ຂໍ້ມູນຂ່າວສານທາງດ່ວນ​ລະຫວ່າງເຈົ້າຂອງໂຄງການ ແລະສື່ມວນຊົນ​ວັນທີ 8 ເມສາ 2021​ນີ້ວ່າ: ນັບແຕ່ທາງດ່ວນໄດ້ເປີດນໍາໃຊ້ຕັ້ງແຕ່ວັນທີ 20 ທັນວາ 2020 ຈົນເຖິງປັດຈຸບັນ ມີຮົ້ວອ້ອມ 135 ຈຸດທີ່ຖືກມ້າງເພທໍາລາຍ ເຮັດໃຫ້ສັດເຂົ້າໄປໃນທາງດ່ວນ, ມີການລັກສາຍໄຟ, ເກີດມີບັນຫາການລາຍງານຂ່າວທາງສື່ອອນລາຍທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ ແລະ ອອກຂ່າວໃນຮູບແບບໃສ່ຮ້າຍປ້າຍສີທາງດ່ວນ, ສ້າງຜົນເສຍຫາຍຕໍ່ພາບພົດຂອງລັດຖະບານລາວ ພ້ອມນີ້ ທ່ານກໍຍອມຮັບວ່າ ການແກ້ໄຂບັນຫາທາງດ່ວນຕາມການສະເໜີຂອງລັດຖະບານ ແລະປະຊາຊົນຮຽກນັ້ນຍັງ​ປະສົບກັບຄວາມຫຍຸ້ງຍາກ,​ ສິ່ງອຳນວຍຄວາມສະດວກ ດ້ານຈຸດພັກລົດຍັງ​ ,ຫ້ອງນໍ້າ,​ ປໍ້າ​ນໍ້າມັນ​ຍັງບໍ່ມີ​(ຄືວີດີໂອໂີສະນາ)​, ມ​າດຕະການປັບໃໝຜູ້ລະເມີດກໍບໍ່ທັນປະຕິບັດ,​ ນັກຂັບຂີ່ໄວກາຍກຳນົດ ກໍຍັງພົບເຫັນ ດັ່ງນັ້ນບໍລິສັດຈະສືບຕໍ່ປັບປຸງແກ້ໄຂໃຫ້ແທດເໝາະ ແລະ ດີຂຶ້ນ. ທີ່ມາ: ຂ່າວ​ເສດຖະກິດ​-ການຄ້າ​ ແລະ​ຂປລ

ອ່ານເພີ່ມ
ຂ່າວພາຍໃນ

ເມົາແລ້ວ​ຂັບ! ຕຳກັບຮົ້ວກັ້ນທາງດ່ວນ ໂຊກດີບໍ່​ມີຜູ້​ບາດເຈັບ​ ແຕ່ໂຊກຮ້າຍຈະຖືກປັບໃໝ

ຂຽນໂດຍ: ຈະຕຸວັນ ດາວິນ
2 ອາທິດ ກ່ອນ
in :  ຂ່າວພາຍໃນ
0
170

ສະພາບການເກີດອຸປະຕິເຫດ: ໃນວັນທີ 4 ເມສາ 2021, ເວລາປະມານ 20:10. ຢູ່ສະຖານີບ້ານບົວ ທາງດ່ວນ ວຽງຈັນ-ວັງວຽງ ໄດ້ກັກລົດເກັ໋ງຄັນໜຶ່ງ, ເຊິ່ງພາຍນອກຂອງລົດມີຮອຍຕຳຢ່າງເຫັນໄດ້ຊັດເຈນ, ປະກອບກັບໂຕຂອງຜູ້ຂັບຂີ່ກໍມີກິ່ນເຫຼົ້າ ແລະ ເວົ້າຈາບໍ່ຈະແຈ້ງ, ສະແດງໃຫ້ເຫັນວ່າຜູ້ຂັບຂີ່ທ່ານນີ້ແມ່ນໄດ້ດື່ມສິ່ງມຶນເມົາແລ້ວຂັບລົດ. ຜ່ານການສືບສວນສອບສວນຈຶ່ງໄດ້ຮູ້ວ່າ: ພາຍຫຼັງທີ່ຜູ້ຂັບຂີ່ດື່ມສິ່ງມຶນເມົາແລ້ວບໍ່ສາມາດຄວບຄຸມລົດໄດ້, ຈຶ່ງເຮັດໃຫ້ຕຳກັບຮາວກັນຕົກຕໍ່ໜ້າສະຖານີບ້ານບົວ (ຈຸດ K28+100). ພາຍຫຼັງທີ່ຜູ້ຂັບຂີ່ມີສະຕິແລ້ວ, ຕຳຫຼວດຈະລະຈອນຈະດຳເນີນການລົງໂທດຕາມກົດລະບຽບ.

ອ່ານເພີ່ມ
ຂ່າວພາຍໃນ

ຕຳກັນ​ 4​ ຄັນຊ້ອນຢູ່ທາງດ່ວນ​ເຂດບ້ານບົວ ນາຊາຍທອງ

ຂຽນໂດຍ: ຈະຕຸວັນ ດາວິນ
3 ອາທິດ ກ່ອນ
in :  ຂ່າວພາຍໃນ
0
314

ວັນທີ 28 ມີນາ 2021 ເວລາປະມານ 8 ໂມງປາຍ​ເກີດອຸບັດເຫດຕຳທ້າຍກັນຫລາຍ 4 ຄັນຊ້ອນຢູ່ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ຈຸດເກີດເຫດແມ່ນເຂດບ້ານບົວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ,​ ຊ່ອງທາງຊ່ອງຂັບໄວ. ຕາມການລາຍງານຂ່າວຜູ້ເຫດເຫດການເບື້ອງຕົ້ນໃຫ້ຮູ້ວ່າລົດກະບະ 2 ຄັນໄດ້ຕຳທ້າຍກັນ ເວລາຈອດລໍຖ້າເຈົ້າໜ້າທີ່ ແລະ ກູ້ໄພ ມາເຄື່ອນຍ້າຍລົດໄດ້ມີລົດແລ່ນມາຕຳເພີ່ມອີກ 2 ຄັນ. ເບື້ອງຕົ້ນ​ພົບຜູ້​ບາດເຈັບ​ 3​ ຄົນ​ດ້ວຍອາການມຶນເມົາ

ອ່ານເພີ່ມ
ຂ່າວພາຍໃນ

ລັດໃຫ້ເວລາ 120 ວັນແກ່ເຈົ້າຂອງທາງດ່ວນ ແກ້ໄຂບັນທີ່ຍັງຂັດກັບກົດໝາຍ ສປປລາວ

ຂຽນໂດຍ: ຈະຕຸວັນ ດາວິນ
17/02/2021
in :  ຂ່າວພາຍໃນ
0
1,508

ກະຊວງແຜນການ ແລະ ລົງທຶນ ໄດ້ອອກໜັງສືເລກທີ 043/ຫລປ.ລທ5 ລົງວັນທີ 4 ກຸມພາ 2021 ເຖິງ ບໍລິສັດ ຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈໍາກັດ ເພື່ອໃຫ້ປັບປຸງການກໍານົດ ອັດຕາການການຄ່າຜ່ານທາງ ແລະ ອັດຕາແລກປ່ຽນ ໃນໂຄງການສໍາປະທານທາງດ່ວນ ແຕ່ນະຄອນຫຼວງວຽງຈັນ ຫາ ວັງວຽງ. ເຊິ່ງມີຫຼາຍບັນຫາທີ່ຕ້ອງໄດ້ແກ້ໄຂ ແລະ ໃຫ້ປະຕິບັດຕາມກົດໝາຍຂອງ ສປປລາວ. ລາຍລະອຽດຕາມແຈ້ງການຂ້າງລຸ່ມ

ອ່ານເພີ່ມ
ຂ່າວພາຍໃນ

ດ່ວນ! ອຸບັດເຫດ​ຕຳງົວຢູ່​ທາງດ່ວນ​ຈຸດ​ນາຊອນ ​ເສຍຊີວິດ​2​ຄົນ

ຂຽນໂດຍ: ຈະຕຸວັນ ດາວິນ
14/02/2021
in :  ຂ່າວພາຍໃນ
0
52,105

ເສຍຊີວິດຄາທີ່ 2 ຄົນ ອີງຕາມໄລສົດຂອງໜ່ວຍກູ້ໄພ​ 1623​ ເວລາ​20​ໂມງວັນທີ​ 14/2/2021ໃຫ້ຮູ້ວ່າ: ເກີດອຸປະຕິເຫດ​ຕຳງົວ​ ຢູ່ທາງດ່ວນ ວຽງຈັນ-ວັງວຽງ ເສຍຊີວິດ 2 ຄົນ ຕອນນີ້ຫນ່ວຍກູ້ໄພກຳລັງໃຊ້ເຄື່ອງຕັດງັດ ຄົນອອກຈາກລົດ ທ່ານທີ່ເດີນທາງມາຈາກວັງວຽງຈະເຂົ້າສູ່ນະຄອນຫລວງວຽງຈັນໃຫ້ອອກທາງສະຖານີນາຊອນ ເພື່ອຫຼີກເວັ້ນລົດຕິດ.​ ແຊຣ໌ຫາຍາດພີ່ນ້ອງດ່ວນ

ອ່ານເພີ່ມ
ຂ່າວພາຍໃນ

ຖືກປັບໃໝ19ລ້ານກີບ​ ເຫດລົດເສຍຫຼັກທີ່ທາງດ່ວນຕໍາຮາວຂ້າງທາງ​ ແລະນໍ້າມັນເຮ່ຍ

ຂຽນໂດຍ: ຈະຕຸວັນ ດາວິນ
18/01/2021
in :  ຂ່າວພາຍໃນ
0
1,168

ບົດຮຽນຈາກ ຜູ້ຂັບຂີ່ ທີ່ເກີດອຸບັດຕິເຫດເສຍຫຼັກ ໃນວັນທີ 16 ມັງກອນ 2021 ຜ່ານມາ ທີ່ເຂດທາງດ່ວນວຽງຈັນວັງວຽງ, ເຮັດໃຫ້ຮາວກັ້ນທາງເພ ແລະ ນໍ້າມັນເຮ່ຍໃສ່ທາງ, ຖືກປັບໃໝ 19 ລ້ານກີບ! ເຫດຄືລາວຂີ່ລົດຢູ່ທາງດ່ວນ ເຮັດລົດເສຍຫຼັກໄປຕຳເອົາຮາວ ກະນ້ຳມັນກະປຸກເກຍ ຍ້ອຍໃສ່ພື້ນທາງເພິ່ນ, ທາງວິຊາການຈີນເພີ່ນໃໝນ້ອງ 19.​000.000 ແອັດມາ, ຮາວບຸ້ມມນ້ອຍດຽວເອີ້ນ 6.​000.000ນ້ຳມັນຍ້ອຍໃສ່ທາງທຳອິດເພີ່ນເອີ້ນ 13.000.000. ໂດຍໃຫ້ເຫດຜົນວ່າຕ້ອງຂຸດແລ້ວເຮັດໃໝ່.​

ອ່ານເພີ່ມ
123ໜ້າ 1 ໃນ 3

Stay Connected

  • 1736Posts
  • 417ຄຳຄິດເຫັນ
  • 4ສະມາຊິກ

Most Recent

ສາເຫດທີ່ອຸໂມງທາງດ່ວນມືດ ເນື່ອງຈາກມີຜູ້ມາລັກສາຍໄຟຊໍາຊ້ອນຫຼາຍຄັ້ງ

ຈະຕຸວັນ ດາວິນ
3 ນາທີ ກ່ອນ

ອຸທາຫອນ! ສາກແບັດແລ້ວນອນທັບຖືກໄຟຊັອດເສຍຊີວິດທີ່ປະເທດໄທ

ຈະຕຸວັນ ດາວິນ
3 ຊົ່ວໂມງ ກ່ອນ

ອຸບັດເຫດ​ເສຍຊີວິດ​ ​30​ ຄົນ​ໄລຍະປີໃໝ່

ຈະຕຸວັນ ດາວິນ
1 ມື້ ກ່ອນ
ເບິ່ງຕື່ມ

ກ່ຽວກັບພວກເຮົາ

ຂ່າວລາວ

ເວັບ LaoNews.net ບໍລິການ ຂ່າວສານ ຄວາມຮູ້ ວາໄລຕີ້ ສາລະບັນເທິງດີໆ ເພື່ອຄົນລາວ ບໍລິຫານໂດຍທີມງານ ຈາກນັກຂ່າວ ນັກຂຽນ ວົງການສື່ມວນຊົນທີ່ມີປະສົບການຂອງລາວ !

ອ່ານຂ່າວທາມລາຍ Line ID = @laonews

ຕິດຕໍ່/ສົ່ງຂ່າວ eMail  = laogroup@hotmail.com ຫຼື Line ID = @laonews ຫຼື INBOX Facebook

ຕິດຕາມເຮົາທີ່ນີ້:

ຂ່າວຍອດນິຍົມ

ອັບເດດຂ່າວ ຍິງກັນຕາຍຢູ່ໜ້າຕະຫຼາດເຊົ້າມື້ຄືນຜ່ານມາ​ເປັນເຫດວິສາມັນຄົນຮ້າຍ

ຈະຕຸວັນ ດາວິນ
22/08/2020

ພົບຄົນຕາຍໃນເຫດໄຟໄໝ້ຫຍ້າ ທີ່ຫາດດອນຈັນ

ເຂີຍເມືອງຊຳ
31/01/2020

ອີກແລ້ວ​ ອຸບັດເຫດທາງດ່ວນຢູ່ຈຸດສີເກີດ ນາຊາຍທອງ ນະຄອນຫຼວງວຽງຈັນ

ຈະຕຸວັນ ດາວິນ
26/12/2020

ຊົມເຊີຍ! 4​ ອ້າຍນ້ອງນາມສະກຸນ “ສີພັນດອນ” ໃນແວດວົງການເມືອງລາວປັດຈຸບັນ

ຈະຕຸວັນ ດາວິນ
3 ອາທິດ ກ່ອນ

ຂ່າວໃໝ່ຫຼ້າສຸດ

  • 3 ນາທີ ກ່ອນ

    ສາເຫດທີ່ອຸໂມງທາງດ່ວນມືດ ເນື່ອງຈາກມີຜູ້ມາລັກສາຍໄຟຊໍາຊ້ອນຫຼາຍຄັ້ງ

  • 3 ຊົ່ວໂມງ ກ່ອນ

    ອຸທາຫອນ! ສາກແບັດແລ້ວນອນທັບຖືກໄຟຊັອດເສຍຊີວິດທີ່ປະເທດໄທ

  • 1 ມື້ ກ່ອນ

    ອຸບັດເຫດ​ເສຍຊີວິດ​ ​30​ ຄົນ​ໄລຍະປີໃໝ່

  • 1 ມື້ ກ່ອນ

    ພະທາດທ່າພະນົມ​ ຫຼື​ ພະທາດພະນົມນ້ອຍ​ອາຍຸ​ 1326 ປີ

  • 1 ມື້ ກ່ອນ

    ຂ່າວໃຫຍ່ໃນວົງການ! Miss Universe Laos​ ແສບາງເພຈເປີດຮັບບໍລິຈາກ

ຄຳຄົ້ນຫາຍອດນິຍົມ ຂ່າວລາວ ອຸຕຸເຕືອນ ຂ່າວເສດຖະກິດ ການຊ່ວຍເຫຼືອ ຂ່າວປະຈໍາວັນ ເສດຖະກິດ ໄທ ທາງດ່ວນ ຂ່າວພາຍໃນ ຂ່າວ ອຸບັດເຫດ ບັນເທີງ ຈີນ ຂ່າວຕ່າງປະເທດ ຂ່າວບັນເທີງ
© Copyright 2018, All Rights Reserved Powered by LaoNews.net | Designed by Koungkam | ນະໂຍບາຍຄຸ້ມຄອງຂໍ້ມູນສ່ວນຕົວ | ເງື່ອນໄຂການໃຊ້ບໍລິການ