3 ວັນເສຍຊີວິດ 5 ຄົນ ໄລຍະສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ສາກົນ 2021
ພັທ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ປກສ ນວ ໃນວັນທີ 6 ມັງກອນ 2021 ວ່າ: ໃນໄລຍະສົ່ງທ້າຍປີເກົ່າ 2020 ຕ້ອນຮັບປີໃໝ່ສາກົນ 2021 ເລີ່ມແຕ່ວັນທີ 30-31 ທັນວາ 2020 ແລະ 1 ມັງກອນ 2021 ຢູ່ໃນນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນ 28 ເລື່ອງ, ມີຄົນໄດ້ຮັບບາດເຈັບ 29 ຄົນ ແລະ ເສຍຊີວິດ 5 ຄົນ, ພາຫະນະເປ່ເພ 56 ຄັນ, ເປ່ເພສົມຄວນ 36 ຄັນ (ຖ້າທຽບໃສ່ປີຜ່ານມາ ຄົນເສຍຊີວິດແມ່ນເພີ່ມຂຶ້ນ 4 ຄົນ). ສ່ວນສາເຫດຫຼັກຂອງການເກີດອຸບັດຕິເຫດ ແມ່ນຜູ້ໃຊ້ລົດ-ໃຊ້ຖະໜົນຖືເບົາ, ປະໝາດ, ຂາດສະຕິ ບໍ່ປະຕິບັດຕາມກົດລະບຽບການສັນຈອນຢ່າງເຂັ້ມງວດ ເປັນຕົ້ນ ດື່ມສິ່ງມືນເມົາແລ້ວຂັບຂີ່ລົດ, ຂັບຂີ່ໄວເກີນກຳນົດ, ປ່ຽນທິດທາງການສັນຈອນກະທັນຫັນ, ແຊງບໍ່ຮັບປະກັນຄວາມປອດໄພ ແລະ ອື່ນໆ …