ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net

ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net
  • ໜ້າທຳອິດ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວກິລາ
  • ບັນເທີງ
  • ທ່ອງທ່ຽວ
  • ນານາສາລະ
3 ໃໝ່ ບົດຄວາມ
  • 6 ຊົ່ວໂມງ ກ່ອນ ສຸດແປກ!​ ອ້າຍນ້ອງແຕ່ງດອງກັນເອງ ອ່ານແລ້ວເສົ້າ
  • 16 ຊົ່ວໂມງ ກ່ອນ ລັດຖະບານກຽມກວດກາ ເຂື່ອນໄຟຟ້າ 78 ແຫ່ງໃນລາວ​ທຸກໆ​ 5​ປີ
  • 20 ຊົ່ວໂມງ ກ່ອນ ທ່ານພົນເອກ ປຣະຢຸດ ຈັນໂອຊາ ສົ່ງສານຊົມເຊີຍທ່ານທອງລຸນ​ ສີສຸລິດ​ ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຂອງພັກ ສະໄໝທີ​ XI
ໜ້າຫຼັກ ຄັງຄຳຄົ້ນຫາ ນໍ້າຖ້ວມ

ຄັງຄຳຄົ້ນຫາ ນໍ້າຖ້ວມ

ຂ່າວທ້ອງຖິ່ນ

ຂໍສົ່ງແຮງໃຈແດ່ ເຈົ້າເມືອງເຊໂປນ

ຂຽນໂດຍ: ຈະຕຸວັນ ດາວິນ
19/10/2020
in :  ຂ່າວທ້ອງຖິ່ນ
0
65

ວັນທີ​ 18​ ຕຸລາ​ ທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງ​ເຊໂປນ​ ລົງຕິດຕາມສະພາບນໍ້າຖ້ວມ ສູ້ຄຽງບ່າຄຽງໄລ່ ອ້າຍນ້ອງເຈົ້າໜ້າທີ່ ແລະ ປະຊາຊົນຕະຫຼອດທັງເວັນ ແລະ​ຄືນ.​ ທ່ານໄດ້ລົງຕິດຕາມຕັ້ງແຕ່ສະພາບນໍ້າຖ້ວມຮອບທຳອິດ​ ຈົນມາເຖິງປັດຈຸບັນກໍບໍ່ໄດ້ທໍ້ຖອຍ. ຂໍໃຫ້ທຸກຄົນຈົ່ງປອດໄພ….

ອ່ານເພີ່ມ
ຂ່າວທ້ອງຖິ່ນ

ເສັ້ນທາງເຊໂປນ-ເມືອງນອງ​ຂາດ​ ​ແລະນໍ້າຖ້ວມ

ຂຽນໂດຍ: ຈະຕຸວັນ ດາວິນ
09/10/2020
in :  ຂ່າວທ້ອງຖິ່ນ
0
58

ວິທະຍຸກະຈາຍສຽງ ສະຫວັນນະເຂດ(Savannakhet Radio), ຝົນຍັງສືບຕໍ່ຕົກລິນຕະຫຼອດມື້ຕະຫຼອດຄືນເຊິ່ງໄດ້ຮັບອິດທິພົນຈາກ ພາຍຸ ດີເປຣຊັ້ນ ເລີ່ມແຕ່ວັນທີ​6 ຕຸລາ 2020 ຮອດປະຈຸບັນ,ມີຝົນຕົກລິນ,ຕົກແຮງບາງຄັ້ງເຮັດໃຫ້ເສັ້ນທາງລະຫວ່າງເມືອງກັບເມືອງ ແລະບ້ານຕໍ່ບ້ານຖືກຕັດຂາດ. ຈຸດຫົວຂົວຖືກນ້ຳເຊາະເຈື່ອນເຊິ່ງພົບຄວາມຫຍຸ້ງຍາກໃນການສັນຈອນໄປມາ ລົດໃຫຍ່ທຸກປະເພດແມ່ນບໍ່ສາມາດຂ້າມໄປມາໄດ້ເປັນຕົ້ນ:ເສັ້ນທາງແຕ່ບ້ານ ດົງສະຫວັນ ເມືອງເຊໂປນ ຫາເມືອງນອງ ການສັນຈອນຕ້ອງໄດ້ໃຊ້ເຮືອຫຼືບັກເທົ່ານັ້ນຂ້າມ. ສ່ວນເສັ້ນທາງລະຫວ່າງບ້ານຕໍ່ບ້ານຂອງເມືອງນອງຖຶກຕັດຂາດຫຼາຍບ່ອນເຊັ່ນ: ເຂດຈຸດສຸມແກ້ງລີ້ນມີເສັ້ນທາງແຕ່ບ້ານໄກສອນ-ຕັງອະຫາບ້ານແກ້ງລີ້ນ,ແຕ່ຈຸດສຸມແກ້ງລີ້ນຫາ ບ້ານປະຈະຕຽນ ຈຸດນ້ຳຖ້ວມຂັງແມ່ນຂົວຈົມເຊສະໝູນ ປະຊາຊົນຕ້ອງໄດ້ໃຊ້ເຮືອຂ້າມ,ເຂດຈຸດສຸມປະເລາະ-ອາສິງ​ເສັ້ນທາງຖືກຕັດຂາດໃນບໍລິເວນທີ່ເປັນຫ້ວຍມີ: ແຕ່ບ້ານອາສິງ ຫາບ້ານແສນ ແລະ ບ້ານອາສິງສາລີ​ ຄຸ້ມ1ຫາຄຸ້ມ​ 2,ໃນນັ້ນມີເສົາໄຟຟ້າຫັກໂຄ່ນລົງມາ​ 2​ ຫຼັກ ໄຟດັບ. ດັ່ງນັ້ນ,​ຈຶ່ງຂໍຝາກເຕືອນພໍແມ່ພີ່ນ້ອງປະຊາຊົນທຸກຂົງເຂດປະຊາຊົນຊາວເມືອງ ບ້ານທິ່ຕິດກັບແຄມເຊ, ສາຍນ້ຳນ້ອຍໃຫຍ່ຈົ່ງມີສະຕິລະວັງຕົວຢູ່ຕະຫຼອດເວລາ.

ອ່ານເພີ່ມ
ຂ່າວທ້ອງຖິ່ນ

ເມືອງເຊໂປນ ນ້ຳຖ້ວມໜັກ ກວມຫຼາຍກວ່າ 30 ບ້ານ,​ ເນື້ອທີ່ຜະລິດກະສິກຳຖ້ວມເກືອບ 2 ພັນເຮັກຕາ

ຂຽນໂດຍ: ຈະຕຸວັນ ດາວິນ
09/10/2020
in :  ຂ່າວທ້ອງຖິ່ນ
0
143

ສະພາບນ້ຳຖ້ວມເມືອງເຊໂປນ,​ ແຂວງສະຫວັນນະເຂດ ວັນທີ 09/10/2020 ສະພາບນໍ້າແມ່ນໄດ້ຖ້ວມສູງໃນລະດັບວິກິດ ເບື້ອງຕົ້ນ ແມ່ນໄດ້ຮັບຜົນກະທົບໜັກ ຫຼາຍກວ່າ 30 ບ້ານ ເຮືອນຊານປະຊາຊົນ ຖ້ວມແລ້ວ 869 ຫຼັງຄາ ໃນ 21 ບ້ານ ເນື້ອທີ່ທໍາການຜະລິດກະຊິກໍາ 1973 ເຮັກຕາ ລະດັບນໍ້າໃນປັດຈຸບັນ ແມ່ນໄດ້ຖ້ວມໄມ້ຫຼາວັດແທກ ເກີນ 18 ແມັດ ເຂດອັນຕະລາຍແມ່ນ 17 ແມັດ ຫຼາຍຈຸດໄດ້ຖືກຕັດກະແສໄຟຟ້າ ເພື່ອຄວາມປອດໄພ ຂ່າວ-ພາບ: ຖວທ ເມືອງເຊໂປນ.

ອ່ານເພີ່ມ
ຂ່າວທ້ອງຖິ່ນ

ລາຍງານດ່ວນ! ເກີດນໍ້າຖ້ວມຫຼາຍເຂດຂອງເມືອງເຊໂປນ ແລະ ວິລະບູລີ ແຂວງສະຫວັນນະເຂດ

ຂຽນໂດຍ: ຈະຕຸວັນ ດາວິນ
08/10/2020
in :  ຂ່າວທ້ອງຖິ່ນ
0
74

ຝົນທີ່ຕົກຕິດຕໍ່ກັນຫຼາຍມື້ ເຮັດໃຫ້ຫຼາຍເຂດຂອງເມືອງເຊໂປນ ແລະ ວິລະບູລີ ແຂວງສະຫວັນນະເຂດ ເກີດນໍ້າຖ້ວມສູງ; ຂະນະທີ່ກົມອຸຕຸນິຍົມແລະ ອຸທົກກະສາດ ໄດ້ແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໄສຢູ່ແຂວງພາກກາງ ແລະ ພາກໃຕ້ເຊັ່ນ: ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ເສົາໄຟຟ້າລົ້ມ, ເຮືອນເປ່ເພ, ນໍ້າຖ້ວມຊຸ, ດິນເຈື່ອນ ແລະ ນໍ້າຖ້ວມອັ່ງ. ໜ່ວຍກູ້ໄພ ສະຫວັນນະເຂດ Savannakhet Rescue ລາຍງານວ່າ: ສະພາບໂດຍລວມຂອງເມືອງເຊໂປນໃນປະຈຸບັນມີນໍ້າຖ້ວມແລ້ວຫຼາຍພື້ນທີ່ ຕາມແຄມສາຍເຊໂປນ,​ເຊບັ້ງຫຽງ,​ເຊກອກ ແມ່ນໄດ້ຮັບຜົນກະທົບໝົດ. ວອນຂໍຄວາມຊ່ວຍປະເພດນ້ຳດື່ມ ເຂົ້າສານອາຫານແຫ້ງ ທາງອາສາພວກເຮົາຈະລວບລວມສິ່ຂອງດັ່ງກ່າວ ໄປໃຫ້ປະຊາຊົນທີ່ຖືກກະທົບ ເຂດເມືອງເຊໂປນ ພ້ອມນຳທີມ ກູ້ໄພທາງນ້ຳ ແລະ ເຮືອ ອອກຊ່ວຍເຫຼືອປະຊາຊົນ. ນອກຈາກທີ່ເມືອງເຊໂປນແລ້ວ ເມືອງໃຫ້ຄຽງຢ່າງວິລະບູລີ ກໍໄດ້ຮັບຜົນກະທົບຈາກສະພາບນໍ້າຖ້ວມເຊັ່ນດຽວກັນ ອີງຕາມການລາຍງານຂອງເພຈ News Vilabouly-ຊ່ອງຂ່າວເມືອງວິລະບູລີ ໃຫ້ຮູ້ວ່າ: ເວລາ 8 : …

ອ່ານເພີ່ມ
ຂ່າວທ້ອງຖິ່ນ

ບໍລິຄັນ ອອກແຈ້ງການ ກຽມຮັບມືກັບໄພພິບັດນ້ຳຖ້ວມ

ຂຽນໂດຍ: ຈະຕຸວັນ ດາວິນ
06/08/2020
in :  ຂ່າວທ້ອງຖິ່ນ
0
108

ຈາກ​ສະ­ພາບ​ຝົນ­ຕົກ​ຕິດ­ຕໍ່​ກັນ​ຫຼາຍ​ວັນ ຍ້ອນ​ພາ­ຍຸ​ພັດ​ຜ່ານ ເຮັດ​ໃຫ້​ຫຼາຍ​ປະ­ເທດ​ຖືກ​ນ້ຳ​ຖ້ວມ ສະ ເພາະ ສປປ ລາວ ກໍ​ມີ​ສະ­ພາບ​ນ້ຳ​ຖ້ວມ​ຢູ່​ບາງ​ທ້ອງ­ຖິ່ນ ເປັນ­ຕົ້ນ​ຢູ່​ແຂວງ​ໄຊ​ຍະ​ບູ​ລີ ສ່ວນ​ພາກ​ກາງ ກໍ​ມີ​ບາງ​ແມ່­ນ້ຳ​ທີ່​ລະ­ດັບ​ນ້ຳ​ເພີ່ມ​ຂຶ້ນ​ເລື້ອຍໆ ໂດຍ​ສະ­ເພາະ​ເມືອງ​ບໍ​ລິ​ຄັນ ແຂວງ​ບໍ​ລິ​ຄຳ​ໄຊ ເຮັດ​ໃຫ້​ອຳ­ນາດ​ການ​ປົກ­ຄອງ​ເມືອງ ໄດ້​ອອກ​ແຈ້ງ​ການ​ໃຫ້​ເຝົ້າ​ລະ­ວັງ​ແມ່­ນ້ຳ ມາ​ຮອດ​ວັນ​ທີ 5 ສິງ­ຫາ 2020 ນ້ຳ​ໄດ້​ໄຫຼ​ເຂົ້າ​ເທດ­ສະ­ບານ​ເມືອງ​ດັ່ງກ່າວ​ບາງ​ຈຸດ ເປັນ­ຕົ້ນ​ເຂດ​ບ້ານ​ນາ​ແຫນ ສີ​ສະ­ຫວາດ ຫາດ​ດອນ​ຄູນ ແລະ ຈຸດ ອື່ນໆ​ທີ່​ຕ່ຳ ຈຶ່ງ​ຮຽກ­ຮ້ອງ​ທຸກ​ຄົນ​ມີ​ສະ­ຕິ​ກຽມ​ຍົກ­ຍ້າຍ​ເຄື່ອງ​ຂອງ ແລະ ສັດ­ລ້ຽງ​ອອກ​ຈາກ​ຈຸດ​ທີ່​ມີ​ຄວາມ​ສ່ຽງ. ເພື່ອ​ກຽມ­ພ້ອມ​ຕອບ​ໂຕ້ ແລະ ຮັບ​ມື​ກັບ​ໄພ­ພິ­ບັດ​ນ້ຳ​ຖ້ວມ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ­ຕໍ່­ໜ້າ ວັນ​ທີ 4 ສິງ­ຫາ 2020 ຫ້ອງ​ວ່າ­ການ​ປົກ­ຄອງ​ເມືອງ​ບໍ​ລິ​ຄັນ ໄດ້​ອອກ​ແຈ້ງ​ການ​ເຖິງ​ຫົວ­ໜ້າ​ຫ້ອງ­ການ ອົງ­ການ​ທຽບ​ເທົ່າ ກອງ​ບັນ­ຊາ​ການ ປກຊ ກອງ​ບັນ­ຊາ​ການ ປກສ ເມືອງ ນາຍບ້ານ ປະ­ຊາ­ຊົນ ແລະ ທຸກ​ພາກ­ສ່ວນ ຊາບ​ວ່າ: ວັນ​ທີ 3-10 ສິງ­ຫາ 2020 ຈະ​ເກີດ​ມີ​ຝົນ­ຕົກ​ເປັນ​ບໍ­ລິ­ເວນ​ກວ້າງ ພ້ອມ​ມີ​ລົມ​ພັດ​ແຮງ​ທົ່ວ​ແຂວງ ໂດຍ​ສະ­ເພາະ​ທົ່ວ​ເມືອງ​ບໍ​ລິ​ຄັນ ຈາກ​ການ​ລົງ​ກວດ­ກາ​ຕິດ­ຕາມ​ສະ­ພາບ​ນ້ຳ​ສາຍ​ຕ່າງໆ​ແມ່ນ​ເພີ່ມ​ຂຶ້ນ​ຫຼາຍ ແລະ ອາດ​ຈະ​ເພີ່ມ​ຂຶ້ນ​ຕື່ມ​ອີກ ຈຶ່ງ​ເຕືອນ​ໃຫ້​ທຸກ​ພາກ­ສ່ວນ​ມີ​ສະ­ຕິ​ລະ­ວັງ​ຕົວ​ຕໍ່​ພາ­ຍຸ​ລົມ​ແຮງ …

ອ່ານເພີ່ມ
ຂ່າວທ້ອງຖິ່ນ

ນໍ້າຍາງເມືອງເງິນ ລົ້ນຝັ່ງຖ້ວມພື້ນການຜະລິດ ແລະ ບ້ານປະຊາຊົນ

ຂຽນໂດຍ: ຈະຕຸວັນ ດາວິນ
03/08/2020
in :  ຂ່າວທ້ອງຖິ່ນ
0
113

ໃນວັນທີ 2-3 ສິງຫາ 2020 ນີ້ເມືອງເງິນ ແຂວງໄຊຍະບູລີ ໄດ້ເກີດມີຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນ ທັງເວັນ ແລະ ຄືນ ມາຮອດຕອນເຊົ້າເວລາ 5:30 ນາທີ ຂອງວັນທີ 3 ສິງຫາ 2020 ໄດ້ເຮັດໃຫ້ແມ່ນໍ້າຍາງ ເຊິ່ງເປັນແມ່ນໍ້າສາຍຫຼັກຂອງເມືອງ ບວກກັບນໍ້າປ່າໄຫຼເຂົ້າຖ້ວມ ທົ່ງນາ ຮົ້ວ-ສວນຂອງປະຊາຊົນເປັນຈໍານວນຫຼວງຫຼາຍ ແລະ ຖ້ວມບ້ານເຮືອນຂອງປະຊາຊົນບ້ານແກ້ວດອນຄູນ ປະຈຸບັນ ພໍ່ ແມ່ປະຊາຊົນ, ເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງໂດຍສະເພາະແມ່ນຄະນະກໍາມະການຕ້ານ ແລະ ສະກັດກັ້ນໄພພິບັດຂອງເມືອງກໍາລັງເລັ່ງໃຫ້ຄວາມຊ່ວຍເຫຼືອຂົນຍ້າຍເຄື່ອງຂອງ ແລະ ສັດລ້ຽງອອກຈາກເຂດດັ່ງກ່າວໄປໄວ້ໃນເຂດທີ່ປອດໄພ ສ່ວນມູນຄ່າການເສຍຫາຍຈະແຈ້ງໃຫ້ຊາບຕາມພາຍຫຼັງ. ໂດຍ: ອິນແປງ ແຫວນຄຳ

ອ່ານເພີ່ມ
ຂ່າວເດັ່ນ

ລັດຖະມົນຕີ ຮສສ ລົງຕິດຕາມ ແລະມອບເງິນແກ້ໄຂສຸກເສີນເບື້ອງຕົ້ນ 30 ລ້ານກີບ ໃຫ້ປະຊາຊົນ ບ້ານນໍ້າແອ່ງ ເມືອງວຽງພູຄາ ທີ່ຖືກນໍ້າໄຫຼຊຸ

ຂຽນໂດຍ: ຈະຕຸວັນ ດາວິນ
14/07/2020
in :  ຂ່າວເດັ່ນ
0
138

ໃນວັນທີ 13 ກໍລະກົດ 2020 ນີ້, ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ຮອງປະທານຜູ້ປະຈຳການຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ພ້ອມຄະນະ ໄດ້ຕິດຕາມພື້ນທີ່ຕົວຈິງທີ່ຖືກນໍ້າໄຫຼຊຸ ເຮືອນຊານບ້ານຊ່ອງ ແລະ ໄຮ່ນາຕາກ້າຂອງປະຊາຊົນ ຢູ່ບ້ານນໍ້າແອ່ງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ, ພ້ອມມອບເງິນສົດຈຳນວນ 30 ລ້ານກີບ ແລະ ເຄື່ອງອຸປະໂພກ, ບໍລິໂພກຈຳນວນໜຶ່ງ ໃຫ້ພໍ່ແມ່ປະຊາຊົນ ເພື່ອແກ້ໄຂສຸກເສີນເບື້ອງຕົ້ນ. ຈາກເຫດການຄັ້ງນີ້ສ້າງຄວາມເສຍຫາຍ ດັ່ງນີ້: ເຮືອນຖືກນໍ້າຖ້ວມ 51 ຫຼັງ, ນໍ້າໄຫຼຊຸເຮືອນ 2 ຫຼັງ, ເລົ້າເຂົ້າ 2 ຫຼັງ, ລົດໃຫຍ່ເສຍຫາຍ 1 ຄັນ, ລົດໄຖ່ນາ 4 ຄັນ, ລົດຈັກ 8 ຄັນ, ໂຮງສີເຂົ້າ 3 ເຄື່ອງ, ຈັກສູບນໍ້າ 10 ເຄື່ອງ, ເນື້ອທີ່ນາເສຍຫາຍ 9 ເຮັກຕາ, ຊົນລະປະທານເປ່ເພ 1 …

ອ່ານເພີ່ມ
ຂ່າວພາຍໃນ

ທ່ານນາຍົກ ທອງລຸນ ສີສຸລິດ​ສົ່ງສານສະແດງຄວາມເສົ້າເສຍໃຈຕໍ່ເຫດການນໍ້າຖ້ວມໄປຍັງຍີ່ປຸ່ນ

ຂຽນໂດຍ: ຈະຕຸວັນ ດາວິນ
07/07/2020
in :  ຂ່າວພາຍໃນ
0
97

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ພະ​ນະ​ທ່ານອາເບະ ຊິນໂຊນາຍົກລັດຖະມົນຕີ ແຫ່ງ ຍີ່​ປຸ່ນ ຕໍ່ເຫດການດິນເຈື່ອນ ແລະ ນ້ຳຖ້ວມຢູ່ ປະເທດ ຍີ່ປຸ່ນ ໃນວັນທີ 06 ກໍລະກົດ 2020, ເນື້ອໃນສານຂຽນວ່າ:​ ຂ້າ​ພະ​ເຈົ້າ ມີຄວາມ​ເສົ້າ​ສະ​ຫລົດ​ໃຈທີ່​ໄດ້​ຮັບ​ຊາບ​ຂ່າວເຫດການດິນເຈື່ອນ ແລະ ນໍ້າຖ້ວມ ຢູ່ພາກຕາເວັນຕົກສ່ຽງໃຕ້, ປະເທດຍີ່ປຸ່ນ ຍ້ອນຝົນຕົກໜັກຢ່າງຕໍ່ເນື່ອງ ນັບແຕ່​ວັນ​ທີ 4 ກໍລະກົດ 2020 ເປັນຕົ້ນມາ, ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານ​ຊີ​ວິດ ແລະ ຊັບ​ສິນຂອງປະຊາຊົນຢູ່​ເຂດ​ດັ່ງ​ກ່າວຢ່າງ​ໜັກ​ໜ່ວງ. ຂ້າພະເຈົ້າ ໃນນາມສ່ວນຕົວ ກໍຄືລັດ​ຖະ​ບານ ແລະ ປະ​ຊາ​ຊົນ ແຫ່ງ ສ​າ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ສະ​ແດງ​ຄວາມ​ເຫັນ​ໃຈ ແລະ ຂໍແບ່ງ​ເບົາ​ຄວາມ​ທຸກ​ໂສກມາ​ຍັງ​ ພະ​ນະ​ທ່ານ ແລະ ໂດຍຜ່ານ ​ພະ​ນະ​ທ່ານ ໄປ​ຍັງ ​ລັດ​ຖະ​ບານ ກໍ​ຄືປະ​ຊາ​ຊົນ​ຍີ່​ປຸ່ນ ໂດຍ​ສະ​ເພາະຕໍ່ຄອບ​ຄົວ​ຂອງ​ຜູ້​ທີ່ຖືກ​ເຄາະ​ຮ້າຍ ຈາກ​ເຫດ​ການ​ໄພ​ພິ​ບັດ​ທາງ​ທຳ​ມະ​ຊາດ​ ໃນ​ຄັ້ງ​ນີ້. ຂ້າ​ພະ​ເຈົ້າ ​ເຊື່ອ​ໝັ້ນວ່າ, ພາຍ​ໃຕ້​ການຊີ້ນໍາ-ນໍາພາຂອງພະນະທ່ານ ແລະ ດ້ວຍ​ຄວາມ​ສາ​ມັກ​ຄີເປັນຈິດໜຶ່ງໃຈດຽວກັນຂອງ​ປະ​ຊາ​ຊົນ​ຍີ່​ປຸ່ນ, …

ອ່ານເພີ່ມ
ຂ່າວຕ່າງປະເທດ

ຍອດຜູ້ເສຍຊີວິດຈາກນ້ຳຖ້ວມ ຍີ່ປຸ່ນ ເສຍຊີວິດແລ້ວ​ 34​ຄົນ

ຂຽນໂດຍ: ຈະຕຸວັນ ດາວິນ
06/07/2020
in :  ຂ່າວຕ່າງປະເທດ
0
263

ຍອດຜູ້ເສຍຊີວິດຈາກນ້ຳຖ້ວມ ຍີ່ປຸ່ນ ເພີ່ມຂື້ນ 30 ກວ່າຄົນ ຕາມແຫຼ່ງຂ່າວ ໂຕກຽວຂອງຍີ່ປຸ່ນ, ວັນທີ 5 ກໍລະກົດມີລາຍງານວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 34 ຄົນ ພາຍຫຼັງຝົນຕົກລົງມາຢ່າງໜັກ ຢູ່ແຂວງຄຸມາໂມໂຕະ, ເທິງເກາະຄີວຊູ ທາງຕາເວັນຕົກສຽງໃຕ້ຂອງຍີ່ປຸ່ນ, ເກີດນ້ຳຖ້ວມ, ດິນເຈື່ອນສົ່ງຜົນເຮືອນຊານປະຊາຊົນໄດ້ຮັບຄວາມ ເສຍຫາຍ ແລະອື່ນໆ. ປະຊາຊົນຫຼາຍກວ່າ 200.000 ຄົນ ໄດ້ອົບພະຍົບອອກຈາກທີ່ຢູ່ອາໄສໄປຍັງສະຖານທີ່ປອດໄພ, ປັດຈຸບັນເຈົ້າໜ້າທີ່ພວມເລັ່ງຊອກຫາຮ່າງຜູ້ສູນຫາຍຫຼາຍສິບຄົນ. ນອກຈາກນັ້ນ, ເຈົ້າໜ້າທີ່ສູນພັກອາໄສຊົ່ວຄາວ ຮຽກຮ້ອງໃຫ້ປະຊາຊົນເອົາໃຈໃສ່ປະຕິບັດຕາມແນວທາງເວັ້ນໄລຍະຫ່າງລະຫວ່າງກັນ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19./ ທີ່ມາ:ຂປລ

ອ່ານເພີ່ມ
ຂ່າວຕ່າງປະເທດ

ປະຊາຊົນອິນເດຍ 1 ລ້ານກວ່າຄົນໄດ້ຮັບຜົນກະທົບຈາກນ້ຳຖ້ວມ

ຂຽນໂດຍ: ຈະຕຸວັນ ດາວິນ
30/06/2020
in :  ຂ່າວຕ່າງປະເທດ
0
197

ຕາມ​ຂ່າວ​ຈາກ​ ທາງ​ການ​ອິນ​ເດຍ, ວັນ​ທີ 29ມິຖຸນາ, ປະຊາຊົນ ​ອິນ​ເດຍ 1 ລ້ານ​ກວ່າ​ຄົນ ບໍ່​ມີ​ທີ່ຢູ່​ອາໄສ ​ຈາກ​ຜົນ​ກະທົບ​​ ນ້ຳ​ຖ້ວມ​ຢ່າງ​ໜັກ ຫຼັງ​ຈາກ​ຝົນຕົກ​ໜັກ ​ຕໍ່​ເນື່ອງຫຼາຍ​ວັນ ​ເຮັດ​ໃຫ້​ເກີດ​ນ້ຳ​ຖ້ວມໃນ 23​ ເຂດ​ຈາກ​ທັງ​ໝົດ 33 ​ເຂດ​ຂອງ​ລັດ ອັດສສຳ(Assam)ກວມ​ເອົາ 2.000 ບ້ານ. ຂະນະ​ນີ້ ລະດັບ​ນ້ຳຍັງ​ເພີ່ມ​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ ​ແລະ ຄາດ​ວ່າ​ຈະ​ຍັງ​ຄົງ​ມີ​ຝົນຕົກ​ໜັກ​ອີກ​ໃນ​ໄລຍະ 3 ວັນ​ຕໍ່ໜ້າ.​ໃນ​ເບື້ອງ​ຕົ້ນ ​ເຈົ້າໜ້າ​ທີ່​ກູ້​ໄພອິນ​ເດຍ ພົບ​ຜູ້ຈົມ​ນ້ຳ ​ເສຍ​ຊີວິດ 2 ຄົນ ​ແລະ ພວມ​ໃຫ້ການ​ຊ່ວຍ​ເຫຼືອ​ ຜູ້​ເຄາະ​ຮ້າຍ ຢ່າງ​ຮີບ​ດ່ວນ. ທີ່ມາ:ຂປລ

ອ່ານເພີ່ມ
12ໜ້າ 1 ໃນ 2

Stay Connected

  • 1496Posts
  • 417ຄຳຄິດເຫັນ
  • 3ສະມາຊິກ

Most Recent

ສຸດແປກ!​ ອ້າຍນ້ອງແຕ່ງດອງກັນເອງ ອ່ານແລ້ວເສົ້າ

ຈະຕຸວັນ ດາວິນ
6 ຊົ່ວໂມງ ກ່ອນ

ລັດຖະບານກຽມກວດກາ ເຂື່ອນໄຟຟ້າ 78 ແຫ່ງໃນລາວ​ທຸກໆ​ 5​ປີ

ຈະຕຸວັນ ດາວິນ
16 ຊົ່ວໂມງ ກ່ອນ

ທ່ານພົນເອກ ປຣະຢຸດ ຈັນໂອຊາ ສົ່ງສານຊົມເຊີຍທ່ານທອງລຸນ​ ສີສຸລິດ​ ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຂອງພັກ ສະໄໝທີ​ XI

ຈະຕຸວັນ ດາວິນ
20 ຊົ່ວໂມງ ກ່ອນ
ເບິ່ງຕື່ມ

ກ່ຽວກັບພວກເຮົາ

ຂ່າວລາວ

ເວັບ LaoNews.net ບໍລິການ ຂ່າວສານ ຄວາມຮູ້ ວາໄລຕີ້ ສາລະບັນເທິງດີໆ ເພື່ອຄົນລາວ ບໍລິຫານໂດຍທີມງານ ຈາກນັກຂ່າວ ນັກຂຽນ ວົງການສື່ມວນຊົນທີ່ມີປະສົບການຂອງລາວ !

ອ່ານຂ່າວທາມລາຍ Line ID = @laonews

ຕິດຕໍ່/ສົ່ງຂ່າວ eMail  = laogroup@hotmail.com ຫຼື Line ID = @laonews ຫຼື INBOX Facebook

ຕິດຕາມເຮົາທີ່ນີ້:

ຂ່າວຍອດນິຍົມ

ອັບເດດຂ່າວ ຍິງກັນຕາຍຢູ່ໜ້າຕະຫຼາດເຊົ້າມື້ຄືນຜ່ານມາ​ເປັນເຫດວິສາມັນຄົນຮ້າຍ

ຈະຕຸວັນ ດາວິນ
22/08/2020

ພົບຄົນຕາຍໃນເຫດໄຟໄໝ້ຫຍ້າ ທີ່ຫາດດອນຈັນ

ເຂີຍເມືອງຊຳ
31/01/2020

ອີກແລ້ວ​ ອຸບັດເຫດທາງດ່ວນຢູ່ຈຸດສີເກີດ ນາຊາຍທອງ ນະຄອນຫຼວງວຽງຈັນ

ຈະຕຸວັນ ດາວິນ
4 ອາທິດ ກ່ອນ

ເພິ່ນຈະປິດປະເທດບໍ? ປະເທດລາວປິດແລ້ວ! ແຕ່ອ່ານໃຫ້ຈົບກ່ອນຈຶ່ງຄ່ອຍແຊກະໄດ້.

ຈະຕຸວັນ ດາວິນ
22/03/2020

ຂ່າວໃໝ່ຫຼ້າສຸດ

  • 6 ຊົ່ວໂມງ ກ່ອນ

    ສຸດແປກ!​ ອ້າຍນ້ອງແຕ່ງດອງກັນເອງ ອ່ານແລ້ວເສົ້າ

  • 16 ຊົ່ວໂມງ ກ່ອນ

    ລັດຖະບານກຽມກວດກາ ເຂື່ອນໄຟຟ້າ 78 ແຫ່ງໃນລາວ​ທຸກໆ​ 5​ປີ

  • 20 ຊົ່ວໂມງ ກ່ອນ

    ທ່ານພົນເອກ ປຣະຢຸດ ຈັນໂອຊາ ສົ່ງສານຊົມເຊີຍທ່ານທອງລຸນ​ ສີສຸລິດ​ ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຂອງພັກ ສະໄໝທີ​ XI

  • 2 ມື້ ກ່ອນ

    ໄລຍະກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຢູ່ ນວ ມີອຸບັດຕິເຫດເກີດຂຶ້ນ 17 ຄັ້ງ ແຕ່ບໍ່ມີຄົນເສຍຊີວິດ 

  • 2 ມື້ ກ່ອນ

    ຍີ່ປຸ່ນ ຊ່ວຍເຫຼືອ ສປປ ລາວ ດ້ານມາດຕະການຕໍ່ຕ້ານການກໍ່ການຮ້າຍ​ມູນຄ່າ​ 1,92​ ລ້ານໂດລາ

ຄຳຄົ້ນຫາຍອດນິຍົມ ບັນເທີງ ຂ່າວລາວ ຂ່າວ ຂ່າວບັນເທີງ ອຸບັດເຫດ ນໍ້າຖ້ວມ ທາງດ່ວນ ຂ່າວພາຍໃນ ຂ່າວປະຈໍາວັນ ຈີນ ອຸຕຸເຕືອນ ຂ່າວຕ່າງປະເທດ ເສດຖະກິດ ແຈ້ງການ ການຊ່ວຍເຫຼືອ
© Copyright 2018, All Rights Reserved Powered by LaoNews.net | Designed by Koungkam | ນະໂຍບາຍຄຸ້ມຄອງຂໍ້ມູນສ່ວນຕົວ | ເງື່ອນໄຂການໃຊ້ບໍລິການ