ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net

ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net
  • ໜ້າທຳອິດ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວກິລາ
  • ບັນເທີງ
  • ທ່ອງທ່ຽວ
  • ນານາສາລະ
3 ໃໝ່ ບົດຄວາມ
  • 05/09/2022 ອຸດົມໄຊ ຄາດຄະເນມູນຄ່າເສຍຫາຍ ແລະ ຄວາມຕ້ອງການງົບໃນການຟື້ນຟູປະມານ 60 ກ່ວາຕື້ກີບ
  • 04/09/2022 ຮອງ ລຕມ ປກສ ຮ່ວມສົ່ງສະການ ນາຍຕຳຫຼວດກ້າ​ ເສຍຊີວິດຍ້ອນຖືກຄົນຮ້າຍແກະລະເບີດໃສ່
  • 02/09/2022 ໜ້າເສົ້າ! ປາແດກອາຫານຍອດນິຍົມຂອງຄົນລາວ ກາຍເປັນສິນຄ້ານຳເຂົ້າ
ໜ້າຫຼັກ ຄັງຄຳຄົ້ນຫາ ຣັດເຊຍ

ຄັງຄຳຄົ້ນຫາ ຣັດເຊຍ

ຂ່າວຕ່າງປະເທດ

ມິຄາອິລ ກໍບາຊອບ ຜູ້ນຳຄົນສຸດທ້າຍຂອງສະຫະພາບໂຊວຽດ ເສຍຊີວິດ​ໃນ​ໄວ​ 91​ ປີອາການປ່ວຍຊຳເຮືອ

ຂຽນໂດຍ: ຈະຕຸວັນ ດາວິນ
31/08/2022
in :  ຂ່າວຕ່າງປະເທດ, ຊີວິດແລະຄວາມຮັກ, ປະຫວັດສາດ
0
99

ສຳນັກຂ່າວ RT ລາຍງານໃຫ້ຮູ້ວ່າ: ມີຄາອິລ ກໍບາຊອບ ເສຍຊີວິດ​ໃນວັນທີ​ 30​ ສິງຫາ​ 2022 ໃນໄວ 91 ປີ​ຍ້ອນການປ່ວຍຊຳເຮື້ອ ມິຄາອິລ​ ກໍບາຊອບ​ ເປັນຜູ້ນຳຄົນສຸດທ້າຍໃນສະຫະພາບໂຊວຽດ ຫຼື​ ລະບອບສັງຄົມນິຍົມໂຊວຽດ,​ ເປັນຜູ້ໜຶ່ງທີ່ມີບົດບາດສຳຄັນໃນການຢຸດສົງຄາມເຢັນ,​ ເປັນນັກການເມືອງທີ່ໄດ້ຮັບການຍົກຍ້ອງຈາກນະໂຍບາຍperestroika, ເປັນຜູ້ນຳທີ່ມີຄວາມກ້າວໜ້າຈົນໄດ້ຮັບລາງວັນໂນເບລສາຂາສັນຕິພາບໃນປີ​ 1990.​ ສະແດງຄວາມເສຍໃຈກັບເຫດການຄັ້ງນີ້ດ້ວຍ.​

ອ່ານເພີ່ມ
ຂ່າວຕ່າງປະເທດ

ປະທານາທິບໍດີ ປູຕິນ ອອກດຳລັດ ສະເໜີໃຫ້ສັນຊາດຣັດເຊຍແກ່ຊາວຢູເຄຣນ

ຂຽນໂດຍ: ຈະຕຸວັນ ດາວິນ
12/07/2022
in :  ຂ່າວຕ່າງປະເທດ
0
50

ຊາວຢູເຄຣນທັງໝົດ ບັດນີ້ສາມາດຂໍສັນຊາດຣັດເຊຍໄດ້ຢ່າງວ່ອງໄວ ອີງຕາມດຳລັດທີ່ໄດ້ລົງນາມໂດຍປະທານາທິບໍດີຣັດເຊຍ ວລາດີເມຍ ປູຕິນ ໃນວັນຈັນວານນີ້. ກ່ອນໜ້ານີ້ ທາງເລືອກອັນນີ້ ໄດ້ເປີດໃຫ້ແກ່ພຽງພົນລະເມືອງຊາວຢູເຄຣນ ຢູ່ໃນເຂດ​ໂດເນັສ ທາງພາກຕາເວັນອອກ ແລະໃນຂົງເຂດລູຮານສ໌ ເທົ່ານັ້ນ ພ້ອມດ້ວຍພົນລະເມືອງໃນເຂດຊາໂປຣີສເຊຍ ທາງພາກໃຕ້ ແລະຂົງເຂດເຄີຊອນ ຊຶ່ງເປັນພື້ນທີ່ສ່ວນໃຫຍ່ ທີ່ຄວບຄຸມໂດຍຣັດເຊຍ. ມັນບໍ່ເປັນທີ່ຈະແຈ້ງວ່າ ມີຈັກຄົນທີ່ໄດ້ຍື່ນເອກະສານຂໍສັນຊາດຣັດເຊຍ ແຕ່ໃນລະຫວ່າງປີ 2019 ເມື່ອພົນລະເມືອງຂອງເຂດໂດເນັສ ແລະລູຮານສ໌ ໄດ້ຮັບຂໍ້ສະເໜີດັ່ງກ່າວນັ້ນ ແລະໃນປີ 2022 ນີ້ ມີພົນລະເມືອງປະມານ 18 ເປີເຊັນ ໃນພື້ນທີ່ດັ່ງກ່າວ ຂອງຢູເຄຣນ ທີ່ຄຸ້ມຄ້ອງໂດຍພວກກະບົດ ກໍໄດ້ຮັບໜັງສືເດີນທາງຂອງຣັດເຊຍ. ໃນເດືອນພຶດສະພາຜ່ານມາ ໂຄງການດັ່ງກ່າວໄດ້ຖືກຂະຫຍາຍອອກໄປໃຫ້ພົນລະເມືອງໃນຂົງເຂດ ຊາໂປຣີສເຊຍ ແລະເຄີຊອນ ນຳດ້ວຍ. ບັນດາເຈົ້າໜ້າທີ່ຂອງຢູເຄຣນ ຍັງບໍ່ທັນໄດ້ໃຫ້ຄຳເຫັນໃດໆ ກ່ຽວກັບດຳລັດຂອງທ່ານປູຕິນ. Cr.​VOA

ອ່ານເພີ່ມ
ຂ່າວຕ່າງປະເທດ

ຝ່າຍຕາເວັນຕົກລົງໂທດຣັດເຊຍ​ ອາດເຮັດໃຫ້ຕະຫຼາດພະລັງງານທົ່ວໂລກພົບຄວາມຫຍຸ້ງຍາກ

ຂຽນໂດຍ: ຈະຕຸວັນ ດາວິນ
09/07/2022
in :  ຂ່າວຕ່າງປະເທດ
0
49

ຕາມຂ່າວCRI ລາຍງານວັນທີ 8 ກໍລະກົດ​ 2022 ນີ້, ທ່ານວະລາດີເມຍ ປູຕິນ, ປະທານາທິບໍດີຣັດເຊຍ ໄດ້ກ່າວໃນກອງປະຊຸມເທື່ອໜຶ່ງຂອງລັດຖະບານຣັດເຊຍວ່າ,ຖ້າວ່າຝ່າຍຕາເວັນຕົກສືບຕໍ່ດຳເນີນການລົງໂທດຕໍ່ຣັດເຊຍ,ອາດຈະເຮັດໃຫ້ຕະຫຼາດພະລັງງານທົ່ວໂລກເກີດມີຜົນຮ້າຍທີ່ມີເປັນໄພພິບັດ. ທ່ານວະລາດີເມຍ ປູຕິນກ່າວວ່າ, ສົງຄາມແບບກະທັນຫັນດ້ານເສດຖະກິດທີ່ແນໃສ່ ຣັດເຊຍໄດ້ປະລາໄຊ,ແຕ່ວ່າການລົງໂທດຕໍ່ຣັດເຊຍຈາກຝ່າຍຕາເວັນຕົກກຳລັງທຳລາຍເສດຖະກິດຂອງຣັດເຊຍ, “ພວກເຮົາຕ້ອງມີຄວາມໝັ້ນໃຈ, ແຕ່ວ່າສຳລັບບາງຂະແໜງການ ແລະຕະຫຼາດແຮງງານ, ຄວາມສ່ຽງຍັງຄົງຕົວຢູ່. ” ທ່ານຍັງກ່າວວ່າ, ຣັດເຊຍກຳລັງ ຄົ້ນຄວ້າກ່ຽວກັບແຜນການການຂົນສົ່ງທາງລົດໄຟ,ທາງທະເລແລະພື້ນຖານໂຄງລ່າງທໍ່ສົ່ງ,ເພື່ອສະໜອງນ້ຳມັນແລະຜະລິດຕະພັນນ້ຳມັນຂອງຣັດເຊຍໃຫ້ແກ່ປະເທດທີ່ມີໄມຕີຈິດມິດຕະພາບກັບຣັດເຊຍ.

ອ່ານເພີ່ມ
ຂ່າວຕ່າງປະເທດ

ຣັດເຊຍຊໍ້າເຕີມວິກິດຢູໂຣບ! ລະງັບປະຕິບັດການທໍ່ລໍາລຽງນ້ຳມັນຈາກຄາຊັກສະຖານ

ຂຽນໂດຍ: ຈະຕຸວັນ ດາວິນ
07/07/2022
in :  ຂ່າວຕ່າງປະເທດ, ເສດຖະກິດ
0
89

ເມື່ອມໍ່ໆມານີ້ມີຄຳສັ່ງຈາກສານຣັດເຊຍໃຫ້ລະງັບປະຕິບັດການຂອງທໍ່ລຳລຽງແຄສະປຽນ ໄປໄລ ຄອນຊໍທຽມ ເປນເວລາ 30ວັນ ສ້າງຄວາມວິຕົກກັງວົນຕໍ່ອຸປະທານພະລັງງານໃນຢູໂຣບແລະທົ່ວໂລກ ເນື່ອງຈາກມັນລໍາລຽງນໍ້າມັນຈາກຄາຊັກສະຖານສູ່ທະເລດຳຜ່ານໜື່ງໃນທໍ່ລຳລຽງທີ່ມີຂະໜາດໃຫຍ່ທີ່ສຸດຂອງໂລກ. ສໍານັກຂ່າວຮັດເຊຍ ລາຍງານວ່າຄຳສັ່ງລະງັບຂົນສົ່ງດັ່ງກ່າວມີຄວາມຈຳເປັນສືບເນື່ອງຈາກບັນຫາທາງເທັກນິກທີ່ພົບໂດຍສຳນັກງານກຳກັບດູແລສະຫວັດດີພາບແລະຄຸ້ມຄອງຜູ້ບໍລິໂພກຂອງຣັດເຊຍ. ທາງຜູ້ບໍລິຫານທໍ່ລຳລຽງແຄປຽນ ໄປໄລ ຄອນຊໍທຽມ ລະບຸວ່າຄຳສັ່ງລະງັບປະຕິບັດການກ່ຽວຂ້ອງກັບງານເອກະສານໃນດ້ານການຮົ່ວໄຫຼຂອງນ້ຳມັນ ແລະ ທາງ CPC ຕ້ອງປະຕິບັດຕາມຄຳຕັດສິນຂອງສານ. ທາງບໍລິສັດເນັ້ນຢໍ້າອີກວ່າພວກເຂົາໄດ້ຢື່ນອຸທອນຕໍ່ສານໃນເມືອງໂນໂວຣອດຊີ ເປັນທີ່ຮຽບຮ້ອຍແລ້ວ ໂດຍຂໍໃຫ້ເລື່ອນບັງຄັບໃຊ້ຄຳສັ່ງອອກໄປ ເພື່ອຫຼີກລ່ຽງການຢຸດສະງັດຂອງປະຕິບັດການ ເຊິ່ງອາດກໍ່ຜົນກະທົບທີ່ບໍ່ອາດແກ້ໄຂໄດ້ກັບເຄື່ອງໄມ້ເຄື່ອງມືຂອງທໍ່ລຳລຽງ ແນວໃດກໍຕາມ ມີການອ້າງວ່າມີຄວາມໃກ້ຊິດກັບປະຕິບັດການຂອງສະຖານີ ນ້ຳມັນລະບຸວ່າການສົ່ງອອກນ້ຳມັນຈາກສະຖານີ CPC ໃນທະເລດຳ ຍັງຄົງເປັນໄປຕາມປົກກະຕິ ສ່ວນແຫຼ່ງຂ່າວອື່ນໆໃນເຂດອຸດສາຫະກຳ ກໍຢືນຢັນເຊັ່ນດຽວກັນວ່າການສະໜອງນ້ຳມັນຈາກບໍ່ຕ່າງໆໆທີ່ປ້ອນສູ່ທໍ່ລຳລຽງ CPC ບໍ່ປະສົບບັນຫາຕິດຂັດໃດໆ.

ອ່ານເພີ່ມ
ຂ່າວຕ່າງປະເທດ

ຈີນ-ຣັດເຊຍ ເປີດຂົວຂ້າມຊາຍແດນຮ່ວມກັນ

ຂຽນໂດຍ: ຈະຕຸວັນ ດາວິນ
12/06/2022
in :  ຂ່າວຕ່າງປະເທດ
0
146

ຕາມ​ຂ່າວ ​ຈາກ​ຈີນ, ວັນ​ທີ11​ ມິຖຸນາ​ 2022​ນີ້, ຈີນ ​ແລະ ຣັດ​ເຊຍ ຮ່ວມ​ຈັດ ​ພິທີ ເປີດ​ຂົວຂ້າມ​ຊາຍ​ແດນ​ແຫ່ງ​ໃໝ່ຂ້າມ​ແມ່​ນ້ຳ​ ອາ​ມູຣ(Amur) ​ເຊື່ອມ​ຕໍ່ລະຫວ່າງເມືອງ​ບລາ​ໂກ ​ເວສ​ເຊ​ນ (Blagoveshchensk)​ ໃນ​ພາກ​ຕາ​ເວັນ​ອອກ​ໄກ​ ຂອງຣັດ​ເຊຍ ກັບ​ເມືອງ ​ເຮ່ຍ​ເຫີ (Heihe)​ ແຂວງ ​ເຮ​ຍ​ຫລົງຈຽງ (Heilongjiang)​ ຂອງ​ຈີນມີ​ຄວາມ​ຍາວ​ ກວ່າ1​ ກິ​ໂລ​ແມັດ ​ໃຊ້​ງົບປະມານ ​ໃນ​ການ​ກໍ່ສ້າງ 342 ລ້ານ​ໂດ​ລາ​ ສະຫະລັດ ຫລັງ​ຈາກ​ ໄດ້​ກໍ່ສ້າງ​ເມື່ອ​ປີ 2016 ​ແລະ ສຳ​ເລັດ ​ເດືອນ​ພຶດສະພາ 2020 ​ແຕ່​ການ​ເປີດ​ຂົວ​ ຊັກ​ຊ້າ​ອອກ​ໄປຍ້ອນ​ການແພ່​ລະບາດ ​ໂຄ​ວິດ-19. ສຳລັບຂົວ​ແຫ່ງ​ນີ້ຈະ​ຊ່ວຍ​ຫລຸດຜ່ອໄລຍະ​ທາງ ​ໃນ​ການ​ເດີນທາງ ​ແລະ ຂົນ​ສົ່ງ​ ສິນຄ້າ ຂ້າມ​ຊາຍ​ແດນລະຫວ່າງ​ຈີນກັບ ຣັດ​ເຊຍ ​ໄດ້​ເຖິງ 1.500 ກິ​ໂລ​ແມັດ ​ແລະ​ ຖື​ເປັນ​ເສັ້ນທາງ ສຳຄັນຂອງຣັດ​ເຊຍ ​ໃນ​ການ​ຄ້າ​ຂາຍກັບ​ຈີນ ​ແລະ ຈະ​ຊ່ວຍ​ເພີ່ມ​ມູນ​ຄ່າສິນຄ້າກັບ​ຈີນ ​ໄດ້​ເຖິງ 200 ຕື້​ໂດ​ລາ​ສະຫະລັດ …

ອ່ານເພີ່ມ
ຂ່າວຕ່າງປະເທດ

ສະຫະພາບເອີຣົບຈະຫຼຸດການນຳເຂົ້ານໍ້າມັນເຊື້ອໄຟຈາກຣັດເຊຍເຫຼືອ10%

ຂຽນໂດຍ: ຈະຕຸວັນ ດາວິນ
05/06/2022
in :  ຂ່າວຕ່າງປະເທດ, ເສດຖະກິດ
0
78

ວັນທີ 3 ມິຖຸນາ​ 2022 ນີ້, ຄະນະກຳມາທິການສະຫະພາບເອີຣົບໄດ້ເປີດເຜີຍມາດຕະການລົງໂທດຣັດເຊຍຮອບທີ 6, ໃນນັ້ນລວມທັງການຫ້າມຂົນສົ່ງນ້ຳມັນເຊື້ອໄຟຈຳນວນໜຶ່ງ, ການລົງໂທດກຳປັ່ນຂົນສົ່ງນ້ຳມັນເຊື້ອໄຟຣັດເຊຍ, ທະນາຄານຣັດເຊຍ ແລະອື່ນໆ. ຄະນະກຳມາທິການສະຫະພາບເອີຣົບໄດ້ອອກຖະແຫຼງການໃນມື້ດຽວກັນວ່າ: ມາດຕະການລົງໂທດດັ່ງກ່າວມີຜົນບັງຄັບໃຊ້ໃນທັນທີ ແລະຈະຫຼຸດລົງການນຳເຂົ້ານ້ຳມັນເຊື້ອໄຟຈາກຣັດເຊຍເປັນກ້າວໆ. ສະຫະພາບເອີຣົບຈະຢຸດຕິການຈັດຊື້ນ້ຳມັນດິບທີ່ຂົນສົ່ງທາງທະເລຈາກຣັດເຊຍພາຍໃນ 6 ເດືອນ ແລະຈະຢຸດຕິການຈັດຊື້ຜະລິດຕະພັນນ້ຳມັນເຊື້ອໄຟຂອງຣັດເຊຍພາຍໃນ 8 ເດືອນ. ເມື່ອຮອດທ້າຍປີ 2022, ນ້ຳມັນເຊື້ອໄຟທີ່ສະຫະພາບເອີຣົບນຳເຂົ້າຈາກຣັດເຊຍຈະຫຼຸດລົງ 90%. ຖະແຫຼງການສະບັບນີ້ຍັງລະບຸວ່າ: ຫ້າມບໍ່ໃຫ້ບໍລິສັດຂອງສະຫະພາບເອີຣົບອຳນວຍການປະກັນໄພແລະການຕໍ່ການປະກັນໄພໃຫ້ກັບກຳປັ່ນການຄ້າທີ່ຂົນສົ່ງນ້ຳມັນເຊື້ອໄຟຂອງຣັດເຊຍ. ມື້ດຽວກັນ, ສະຫະພາບເອີຣົບຍັງໄດ້ປັດປ່າຍທະນາຄານຣັດເຊຍ 3 ແຫ່ງ ແລະທະນາຄານເບລາຣູຊີ 1 ແຫ່ງໃຫ້ອອກຈາກລະບົບສະມາຄົມໂທລະຄົມມະນາຄົມລະຫວ່າງທະນາຄານທົ່ວໂລກຫຼື SWIFT.

ອ່ານເພີ່ມ
ຂ່າວຕ່າງປະເທດ

ຣັດເຊຍປະກາດທີ່ຫ້າມຊາວອາເມລິກາ ເຂົ້າແດນຣັດເຊຍຖາວອນ​ 963 ຄົນ ລວມທັງທ່ານໂຈ ໄບເດັນ

ຂຽນໂດຍ: ຈະຕຸວັນ ດາວິນ
22/05/2022
in :  ຂ່າວຕ່າງປະເທດ
0
525

ວັນທີ 21 ພຶດສະພາ​ 2022 ນີ້ຕາມເວລາທ້ອງຖິ່ນ, ຣັດເຊຍໄດ້ປະກາດບັນຊີລາຍຊື່ຊາວອາເມຣິກາ 963 ຄົນທີ່ຫ້າມບໍ່ໃຫ້ເຂົ້າແດນຣັດເຊຍແບບຖາວອນ ລວມທັງທ່ານໂຈ ໄບເດັນປະທານາທິບໍດີອາເມລິກາ ແລະ ທ່ານຮັນເຕີ ໄບເດັນ ລູກຂອງທ່ານໂຈ ໄບເດັນດ້ວຍ. ກະຊວງການຕ່າງປະເທດຣັດເຊຍກ່າວເນັ້ນວ່າ: ນີ້ແມ່ນການຕອບໂຕ້ຕໍ່ການກະທຳຂອງ ອາເມລິກາ, ຣັດເຊຍຈະສືບຕໍ່ມີການຕອບໂຕ້ທີ່ສົມຄູ່ກັນຕໍ່ການປະພຶດເປັນປໍລະປັກກັນ ຂອງອາເມລິກາ. ຣັດເຊຍຈຳເປັນຕ້ອງໃຊ້ມາດຕະການຕອບໂຕ້ ເພື່ອຊຸກຍູ້ໃຫ້ລັດຖະບານອາເມລິກາປ່ຽນແປງ “ລະບຽບຂອງໂລກ” ທີ່ມີສີສັນລ່າເມືອງຂຶ້ນແບບໃໝ່ ທີ່ອາເມລິກາຂືນເຕັງໃສ່ໂລກ. ຣັດເຊຍບໍ່ຢາກເປັນປໍລະປັກກັນ ແລະ ມີທ່າທີເປີດກວ້າງຕໍ່ການສົນທະນາກັນ. ຣັດເຊຍຈະປະຕິບັດຕໍ່ລັດຖະບານແລະປະຊາຊົນອາເມລິກາ ທີ່ຍຸແຍ່ແລະປຸກປັ່ນ “ຄວາມຢ້ານກົວຕໍ່ຣັດເຊຍ” ຢ່າງມີຄວາມຈຳແນກ. Cr.​CRI

ອ່ານເພີ່ມ
ຂ່າວຕ່າງປະເທດ

ຈີນ ນຳເຂົ້ານ້ຳມັນຈາກ ຣັດເຊຍ ເກືອບ2ລ້ານຖັງ ໃນເດືອນພຶດສະພານີ້

ຂຽນໂດຍ: ຈະຕຸວັນ ດາວິນ
21/05/2022
in :  ຂ່າວຕ່າງປະເທດ
0
196

ສປ ຈີນ ຊື້​ນ້ຳມັນຈາກຣັດ​ເຊຍ ​ໃນ​ລາຄາຖືກ​ກວ່າ​ປະ​ເທດ​ອື່ນ ຄິດ​ເປັນ​ປະລິມານເກືອບ 2 ລ້ານ​ຖັງ​ໃນ​ເດືອນພຶດສະພາ​ນີ້ ກວມ​ເອົາ 15% ຂອງ​ຄວາມ​ຕ້ອງການນຳ​ໃຊ້​ໃນ​ຈີນ.​ ​ໂດຍອີງ​ຕາມ ຂໍ້ມູນຈາກບໍລິສັດ Vortesa Analytics ຊຶ່ງ​ເປັນ​ ຜູ້​ໃຫ້​ບໍລິການວິ​ເຄາະຂໍ້​ມູນກ່ຽວ​ກັບການ​ຂົນ​ສົ່ງ​ນ້ຳມັນ ​ແລະ ອາຍ​ແກັສ ສາກົນ​ ​ເມື່ອ​ບໍ່​ດົນ​ມາ​ນີ້ ລະບຸ​ວ່າ: ຈີນນຳ​ເຂົ້ານ້ຳມັນ ​ຈາກຣັດ​ເຊຍຜ່ານ​ການ​ຂົນ​ສົ່ງ ທາງ​ທະ​ເລ 1,1 ລ້ານ​ຖັງ​ຕໍ່​ວັນໃນ​ເດືອນ​ພຶດສະພາເພີ່ມ​ຈາກ 750.000 ຖັງ​ຕໍ່​ວັນໃນ​ໄລຍະ ​​ໄຕ​ມາດ​ທຳ​ອິດ ​ແລະ ​ເພີ່ມ​ຂຶ້ນ​ຈາກສະຖິຕິ​ວັນ​ລະ 800.000 ຖັງ​ຕໍ່​ວັນ ​ເມື່ອ​ປີ​ກາຍ. ປັດຈຸບັນ ຣັດ​ເຊຍຂາຍ​ນ້ຳມັນໃນ​ລາຄາຕ່ຳ​ກວ່າກ່ອນ​ເກີດ ​ສົງຄາມກັບ​ຢູເຄຣນ 29​ ​ໂດ​ລາ​ສະຫະລັດ. ນອກ​ເໜືອ​ຈາກ​ ການ​ນຳ​ເຂົ້າ ດ້ວຍ​ເຮືອບັນທຸກສິນຄ້າ​ແລ້ວ ຈີນ ຍັງ​ຊື້​ນ້ຳມັນຈາກຣັດ​ເຊຍແບບ​ສົ່ງຜ່ານ​ທໍ່ອີກ​ປະມານ 800.000 ຖັງ. Cr.​ຂປລ

ອ່ານເພີ່ມ
ຂ່າວຕ່າງປະເທດ

ເອີຣົບບໍ່ບັນລຸຄວາມເປັນເອກະພາບ ການຫ້າມນຳເຂົ້ານ້ຳມັນເຊື້ອໄຟຈາກຣັດເຊຍ

ຂຽນໂດຍ: ຈະຕຸວັນ ດາວິນ
17/05/2022
in :  ຂ່າວຕ່າງປະເທດ, ເສດຖະກິດ
0
151

ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດສະຫະພາບເອີຣົບໄດ້ໄຂຂຶ້ນຢູ່ ນະຄອນຫຼວງບຣຸກແຊນ ປະເທດແບນຊິກໃນວັນທີ 16 ພຶດສະພາ​ 2022​ນີ້, ເນື່ອງຈາກຮົງກາຣີມີຄວາມເຫັນຄັດຄ້ານ, ທີ່ປະຊຸມຈຶ່ງບໍ່ໄດ້ບັນລຸຄວາມເຫັນທີ່ເປັນເອກະພາບ ກັນກ່ຽວກັບຍັດຕິວ່າດ້ວຍມາດຕະການລົງໂທດຣັດເຊຍຮອບທີ 6 ເຊິ່ງລວມທັງການຫ້າມນຳເຂົ້ານ້ຳມັນເຊື້ອໄຟຈາກຣັດເຊຍ. ທ່ານໂຈເຊັຟ ໂບເຣວ ຟອນເທວ ຜູ້ຕາງໜ້າ ຂັ້ນສູງກ່ຽວກັບວຽກງານການຕ່າງປະເທດແລະນະໂຍບາຍຄວາມໝັ້ນຄົງຂອງສະຫະພາບເອີຣົບໄດ້ຖະແຫຼງຕໍ່ສື່ມວນຊົນຫຼັງຈາກກອງປະຊຸມສິ້ນສຸດລົງວ່າ: ສະຫະພາບ ເອີຣົບຈະຊ່ວຍເຫຼືອເງິນອີກ 500 ລ້ານຢູໂຣໃຫ້ອູແກຼນເພື່ອນຳໃຊ້ເຂົ້າໃນການຊື້ອາວຸດ, ກໍຫມາຍຄວາມວ່າສະຫະພາບເອີຣົບໄດ້ຊ່ວຍເຫຼືອອູແກຼນທາງການທະຫານລວມ ທັງໝົດໄດ້ມີເຖິງ2 ຕື້ຢູໂຣ. ປະເທດຮົງກາຣີອາໄສການນຳເຂົ້າພະລັງງານຈາກຣັດເຊຍເປັນຈຳນວນຫຼວງຫຼາຍ, ການນຳເຂົ້ານ້ຳມັນເຊື້ອໄຟຈາກຮັດເຊຍກວມ 60%ຂຶ້ນໄປແລະ ອາຍແກັສທຳມະຊາດກວມ85%. ວັນທີ 4 ພຶດສະພານີ້, ຄະນະກຳມາທິການສະຫະພາບເອີຣົບ ໄດ້ຍື່ນຍັດຕິວ່າດ້ວຍການລົງໂທດຣັດເຊຍຮອບທີ 6, ໃນນີ້ລວມທັງການຫ້າມນຳ ເຂົ້ານ້ຳມັນເຊື້ອໄຟຈາກຣັດເຊຍຢ່າງຮອບດ້ານກ່ອນທ້າຍປີນີ້. ຫຼັງຈາກນັ້ນ, ປະເທດຮົງກາຣີ ໄດ້ຄັດຄ້ານທັນທີ ທັງກ່າວຢືນຢັນວ່າ ປະເທດຕົນຢາກໄດ້ເງິນຊົດເຊີຍເປັນຈຳນວນ ຫຼວງຫຼາຍຈາກສະຫະພາບເອີຣົບ ເພື່ອຊົດເຊີຍຜົນເສຍຫາຍທີ່ເກີດຈາກການຢຸດການນຳເຂົ້ານ້ຳມັນເຊື້ອໄຟຈາກຣັດເຊຍ. ທີ່ມາ​:CRI

ອ່ານເພີ່ມ
ຂ່າວຕ່າງປະເທດ

ຣັດເຊຍແລະອາເມຣິກາສົນທະນາກັນຄັ້ງທຳອິດຕັ້ງແຕ່ເກີດການຕໍ່ສູ້ກັນລະຫວ່າງຣັດເຊຍແລະຢູເຄຣນ

ຂຽນໂດຍ: ຈະຕຸວັນ ດາວິນ
14/05/2022
in :  ຂ່າວຕ່າງປະເທດ
0
254

ວັນທີ 13 ພຶດສະພາ​ 2022 ນີ້, ທ່ານເຊີເກ ໂຊຍກູ ລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍ ແລະທ່ານໂລຍດ໌ ອອັສຕິນ ລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາໄດ້ສົນທະນາກັນຜ່ານທາງໂທລະສັບ. ນີ້ເປັນການສົນທະນາທາງໂທລະສັບຄັ້ງທຳອິດລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດຂອງຣັດເຊຍແລະອາເມຣິກາ ນັບແຕ່ຣັດເຊຍເລີ່ມດຳເນີນການເຄື່ອນໄຫວທາງການທະຫານພິເສດຢູ່ຢູເຄຣນເປັນຕົ້ນມາ. ກະຊວງປ້ອງກັນປະເທດຣັດເຊຍໄດ້ອອກຖະແຫຼງການວ່າ: ວັນທີ 13 ພຶດສະພານີ້, ທ່ານເຊີເກ ໂຊຍກູໄດ້ສົນທະນາທາງໂທລະສັບກັບທ່ານໂລຍດ໌ ອອັສຕິນຕາມນັດ. ສອງຝ່າຍໄດ້ປຶກສາຫາລືກັນກ່ຽວກັບບັນຫາຈຸດສຸມຕ່າງໆດ້ານຄວາມປອດໄພສາກົນ ເຊິ່ງລວມທັງສະຖານະການຢູເຄຣນ. ໃນມື້ດຽວກັນ, ທ່ານຈອນ ເຄີບີ ໂຄສົກກະຊວງປ້ອງກັນປະເທດອາເມຣິກາກໍໄດ້ອອກຖະແຫຼງການວ່າ: ໃນການສົນທະນາ, ທ່ານໂລຍດ໌ ອອັສຕິນໄດ້ຮຽກຮ້ອງໃຫ້ຢຸດຍິງກັນຢູ່ຢູເຄຣນໃນທັນທີ ແລະກ່າວເນັ້ນເຖິງຄວາມສຳຄັນຂອງການຮັກສາຄວາມສະດວກໃນການສື່ສານລະຫວ່າງກອງທັບອາເມຣິກາແລະຣັດເຊຍ. ທ່ານຍັງກ່າວວ່າ: ການທົນທະນາທາງໂທລະສັບເທື່ອກ່ອນລະຫວ່າງທ່ານໂລຍດ໌ ອອັສຕິນກັບທ່ານເຊີເກ ໂຊຍກູ ແມ່ນໄດ້ດຳເນີນໃນວັນທີ 18 ກຸມພາປີນີ້. ຂ່າວ: CRI

ອ່ານເພີ່ມ
123ໜ້າ 1 ໃນ 3

Stay Connected

  • 2635Posts
  • 417ຄຳຄິດເຫັນ
  • 4ສະມາຊິກ

Most Recent

ອຸດົມໄຊ ຄາດຄະເນມູນຄ່າເສຍຫາຍ ແລະ ຄວາມຕ້ອງການງົບໃນການຟື້ນຟູປະມານ 60 ກ່ວາຕື້ກີບ

ຈະຕຸວັນ ດາວິນ
05/09/2022

ຮອງ ລຕມ ປກສ ຮ່ວມສົ່ງສະການ ນາຍຕຳຫຼວດກ້າ​ ເສຍຊີວິດຍ້ອນຖືກຄົນຮ້າຍແກະລະເບີດໃສ່

ຈະຕຸວັນ ດາວິນ
04/09/2022

ໜ້າເສົ້າ! ປາແດກອາຫານຍອດນິຍົມຂອງຄົນລາວ ກາຍເປັນສິນຄ້ານຳເຂົ້າ

ຈະຕຸວັນ ດາວິນ
02/09/2022
ເບິ່ງຕື່ມ

ກ່ຽວກັບພວກເຮົາ

ຂ່າວລາວ

ເວັບ LaoNews.net ບໍລິການ ຂ່າວສານ ຄວາມຮູ້ ວາໄລຕີ້ ສາລະບັນເທິງດີໆ ເພື່ອຄົນລາວ ບໍລິຫານໂດຍທີມງານ ຈາກນັກຂ່າວ ນັກຂຽນ ວົງການສື່ມວນຊົນທີ່ມີປະສົບການຂອງລາວ !

ອ່ານຂ່າວທາມລາຍ Line ID = @laonews

ຕິດຕໍ່/ສົ່ງຂ່າວ eMail  = [email protected] ຫຼື Line ID = @laonews ຫຼື INBOX Facebook

ຕິດຕາມເຮົາທີ່ນີ້:

ຂ່າວຍອດນິຍົມ

ອັບເດດຂ່າວ ຍິງກັນຕາຍຢູ່ໜ້າຕະຫຼາດເຊົ້າມື້ຄືນຜ່ານມາ​ເປັນເຫດວິສາມັນຄົນຮ້າຍ

ຈະຕຸວັນ ດາວິນ
22/08/2020

ພົບຄົນຕາຍໃນເຫດໄຟໄໝ້ຫຍ້າ ທີ່ຫາດດອນຈັນ

ເຂີຍເມືອງຊຳ
31/01/2020

ອີກແລ້ວ​ ອຸບັດເຫດທາງດ່ວນຢູ່ຈຸດສີເກີດ ນາຊາຍທອງ ນະຄອນຫຼວງວຽງຈັນ

ຈະຕຸວັນ ດາວິນ
26/12/2020

ຊົມເຊີຍ! 4​ ອ້າຍນ້ອງນາມສະກຸນ “ສີພັນດອນ” ໃນແວດວົງການເມືອງລາວປັດຈຸບັນ

ຈະຕຸວັນ ດາວິນ
26/03/2021

ຂ່າວໃໝ່ຫຼ້າສຸດ

  • 05/09/2022

    ອຸດົມໄຊ ຄາດຄະເນມູນຄ່າເສຍຫາຍ ແລະ ຄວາມຕ້ອງການງົບໃນການຟື້ນຟູປະມານ 60 ກ່ວາຕື້ກີບ

  • 04/09/2022

    ຮອງ ລຕມ ປກສ ຮ່ວມສົ່ງສະການ ນາຍຕຳຫຼວດກ້າ​ ເສຍຊີວິດຍ້ອນຖືກຄົນຮ້າຍແກະລະເບີດໃສ່

  • 02/09/2022

    ໜ້າເສົ້າ! ປາແດກອາຫານຍອດນິຍົມຂອງຄົນລາວ ກາຍເປັນສິນຄ້ານຳເຂົ້າ

  • 02/09/2022

    ຈີນມອງວ່າກໍລະນີອາເມລິກາຈະຂາຍອາວຸດໃຫ້ໄຕ້ຫວັນ ເປັນການຍຸແຍ່ຂັ້ນຮຸນແຮງ​

  • 31/08/2022

    ຜູ້ມີໃບຂັບຂີ່ທົ່ວປະເທດມີພຽງ​ 11% ຂອງຈຳນວນປະຊາກອນລາວທັງໝົດ

ຄຳຄົ້ນຫາຍອດນິຍົມ ອຸບັດເຫດ ຂ່າວລາວ ທາງດ່ວນ ຂ່າວ ການຊ່ວຍເຫຼືອ ຂ່າວປະຈໍາວັນ ຣັສເຊຍ ອາເມລິກາ ຣັດເຊຍ ຂ່າວຕ່າງປະເທດ ແຮງງານລາວ ຈີນ ວັກຊີນ ຂ່າວພາຍໃນ ໄທ
© Copyright 2018, All Rights Reserved Powered by LaoNews.net | Designed by Koungkam | ນະໂຍບາຍຄຸ້ມຄອງຂໍ້ມູນສ່ວນຕົວ | ເງື່ອນໄຂການໃຊ້ບໍລິການ