ຣັດເຊຍ ໂຈະການສົ່ງອາຍແກັສໃຫ້ ໂປໂລຍ-ບູນກາລີຍ້ອນບໍ່ຈ່າຍເປັນເງິນຣູບ
ສຳນັກຂ່າວ CNN,ວັນທີ27ເມສາ 2022 ນີ້ໃຫ້ຮູ້ວ່າ: ຣັດເຊຍ ໂຈະການສົ່ງອອກ ອາຍແກັສທຳມະຊາດ ໄປຍັງປະເທດ ໂປໂລຍ ແລະ ບູນກາລີ ເນື່ອງຈາກທັງສອງປະເທດປະຕິເສດທີ່ຈະຈ່າຍເປັນສະກຸນເງິນຣູບຂອງຣັດເຊຍ ສ້າງຄວາມເຄັ່ງຮ້ອນ ເພີ່ມຂຶ້ນກັບປະເທດຕາເວັນຕົກ. ຂະນະທີ່ ໂປໂລຍ ມີສັນຍາ ການນຳເຂົ້ານ້ຳມັນຈາກບໍລິສັດ ແກັສ ພຣອມ (Gaxporm)ປີລະ 10,2 ຕື້ແມັດກ້ອນກວມເອົາເຄິ່ງໜຶ່ງຂອງການບໍລິໂພກທັງໝົດປະເທດ. ແກັສພຣອມ ເປັນຜູ້ຜະລິດ ແກັສທຳມະຊາດ ໃນຣັດເຊຍ ທີ່ໃຫຍ່ສຸດໃນໂລກມີຄວາມຕັ້ງໃຈໂຈະການ ຈັດສົ່ງແກັສທັງໝົດ ພາຍໃຕ້ ສັນຍາທໍ່ສົ່ງແກັສ ຢາມາ(Yamal) ມີຜົນນັບແຕ່ ວັນທີ27 ເມສາ ເປັນຕົ້ນໄປ. ຂ່າວ: ຂປລ