ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net

ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net
  • ໜ້າທຳອິດ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວກິລາ
  • ບັນເທີງ
  • ທ່ອງທ່ຽວ
  • ນານາສາລະ
3 ໃໝ່ ບົດຄວາມ
  • 05/09/2022 ອຸດົມໄຊ ຄາດຄະເນມູນຄ່າເສຍຫາຍ ແລະ ຄວາມຕ້ອງການງົບໃນການຟື້ນຟູປະມານ 60 ກ່ວາຕື້ກີບ
  • 04/09/2022 ຮອງ ລຕມ ປກສ ຮ່ວມສົ່ງສະການ ນາຍຕຳຫຼວດກ້າ​ ເສຍຊີວິດຍ້ອນຖືກຄົນຮ້າຍແກະລະເບີດໃສ່
  • 02/09/2022 ໜ້າເສົ້າ! ປາແດກອາຫານຍອດນິຍົມຂອງຄົນລາວ ກາຍເປັນສິນຄ້ານຳເຂົ້າ
ໜ້າຫຼັກ ຄັງຄຳຄົ້ນຫາ ວັກຊີນ

ຄັງຄຳຄົ້ນຫາ ວັກຊີນ

ຂ່າວພາຍໃນ

ລາວ ສາມາດຜະລິດຢາວັກຊີນ 10 ລ້ານເຂັມ ສະໜອງແກ່ຊາວກະສິກອນ ທົ່ວປະເທດ

ຂຽນໂດຍ: ຈະຕຸວັນ ດາວິນ
23/05/2022
in :  ຂ່າວພາຍໃນ, ສຸຂະພາບ
0
178

ປັດຈຸບັນ ສູນຜະລິດວັກຊີນສັດຕະວະແພດ, ກົມປະມົງ ແລະ ລ້ຽງສັດ, ກະຊວງກະສິກຳ ແລະ ປ່າໄມ້ ສາມາດຜະລິດວັກຊີນສັດໄດ້ທັງໝົດ 8 ຊະນິດ ຫລື ປະມານ 10 ລ້ານເຂັມຕໍ່ປີ ເພື່ອສະໜອງຢາກັນພະຍາດສັດໃຫ້ແກ່ຊາວກະສິກອນ ໃນຂອບເຂດທົ່ວປະເທດ. ໃນນີ້, ມີ 5 ຊະນິດສຳລັບສັດປີກ (ນິວຄາເຊີນ, ອະຫິວາເປັດ, ຫລອດລົມອັກເສບ, ໜາກສຸກສັດປີກ ແລະ ອະຫິວາສັດປີກ); ຢາກັນພະ ຍາດສັດໃຫຍ່ 2 ຊະນິດ (ເຕົ້າໂຮມເລືອດງົວ-ຄວາຍ ແລະ ໄຂ້ບວມ) ແລະ ຢາກັນພະຍາດໝູ 1 ຊະນິດ (ອະຫິວາໝູ). ນອກນີ້, ສູນຍັງມີການຜະລິດນ້ຳາກັ່ນສຳລັບປະສົມຢາ ແລະ ຜະລິດສັດທົດລອງ ເປັນຕົ້ນ ໝູຂາວ, ໝູສະເພົາ, ກະຕ່າຍ, ເປັດ, ໄກ່ ແລະ ຜະລິດໄຂ່ ເພື່ອຮັບໃຊ້ໃຫ້ແກ່ການຜະລິດ ແລະ ທົດລອງຢາອີກດ້ວຍ. ທ່ານ ນາງ ວິໄລພອນ ວໍລະພິມ, ຫົວໜ້າກົມລ້ຽງສັດ ແລະ …

ອ່ານເພີ່ມ
ຂ່າວພາຍໃນ

ການສັກວັກຊີນເຂັມກະຕຸ້ນຫຼາຍເກີນໄປ ອາດສົ່ງຜົນເຮັດໃຫ້ພຸມຕ້ານທານຫຼຸດລົງ

ຂຽນໂດຍ: ຈະຕຸວັນ ດາວິນ
25/01/2022
in :  ຂ່າວພາຍໃນ, ເກາະຕິດ COVID-19
0
125

ສໍານັກງານຢາແຫ່ງສະພາບເອີຣົບ (EMA) ເຕືອນວ່າ ການສັກວັກຊີນປ້ອງກັນໂຄວິດ-9 ເຂັມກະຕຸ້ນ ຫຼື ບູສເຕີໂດສ ຫຼາຍເກີນໄປອາດຈະເຮັດໃຫ້ພູມຄຸ້ມກັນຂອງຮ່າງກາຍອ່ອນແອລົງໄດ້ ເຊິ່ງໝາຍຄວາມວ່າ ວັກຊີນບູສເຕີ ເຂັມຕໍ່ໆໄປອາດໃຊ້ບໍ່ໄດ້ຜົນ. ທ່ານ ມາໂກ ຄາວາເລຣີ ຫົວໜ້າຝ່າຍຍຸດທະສາດ ວັກຊີນຂອງ ສໍານັກງານຢາແຫ່ງສະຫະພາບເອີຣົບກ່າວວ່າ: ການສັກວັກຊີນເຂັມບູສເຕີນັ້ນ ສາມາດສັກໄດ້ ໜຶ່ງ ຫຼື ສອງຄັ້ງ ໃນລັກສະນະດຽວກັນກັບການສັກວັກຊີນປ້ອງກັນໄຂ້ຫວັດໃຫຍ່ທີ່ສັກປີລະຄັ້ງ ແຕ່ບໍ່ຄວນສັກຖີ່ເກີນໄປ ແລະ ສັກຕໍ່ເນື່ອງ. ຄໍາເຕືອນດັ່ງກ່າວ ໝາຍເຖິງການສັກວັກຊີນປ້ອງກັນ ໂຄວິດ-19 ເຂັມທີ 4 ເຊິ່ງສອດຄ່ອງກັບຜູ້ຊ່ຽວຊານດ້ານສາທາລະນະສຸກຂອງອັງກິດທີ່ລະບຸວ່າຍັງບໍ່ມີຄວາມຈໍາເປັນທີ່ຈະສັກວັກຊີນເຂັມທີ 4 ໃຫ້ປະຊາຊົນພ້ອມຢືນຢັນວ່າ ວັກຊີນເຂັມທີ 3 ກໍສາມາດປ້ອງກັນອາການເຈັບປ່ວຍໜັກ ແລະ ປ້ອງກັນເສຍຊີວິດໄດ້ແລ້ວ ໃນຂະນະທີ່ອົງການອະນາໄມໂລກຢໍ້າວ່າ: ໂຄງການສັກວັກຊີນເຂັມກະຕຸ້ນແບບລັກສະນະຫວ່ານແຫ ໃນບັນດາປະເທດຮັ່ງມີ ອາດເຮັດໃຫ້ການແຜ່ລະບາດຂອງພະຍາດໂຄວິດຍືດເຍື້ອອອກໄປອີກເພາະພາລະກິດສໍາຄັນຄືການຫຼຸດອັດຕາການເສຍຊີວິດຈາກໂຄວິດ-19 ລົງ ແລະ ຊ່ວຍໃຫ້ປະເທດທຸກຍາກບັນລຸເປົ້າໝາຍການສັກວັກຊີນໃຫ້ປະຊາຊົນເສຍກ່ອນ. ຂໍ້ມູນ: ໜັງສືພິມເສດຖະກິດການຄ້າ

ອ່ານເພີ່ມ
ຂ່າວພາຍໃນ

ສສ ຫວຽດນາມ​ ຈະໃຫ້ການຊ່ວຍເຫຼືອວັກຊີນ 1 ລ້ານໂດສ

ຂຽນໂດຍ: ຈະຕຸວັນ ດາວິນ
09/01/2022
in :  ຂ່າວພາຍໃນ, ເກາະຕິດ COVID-19
0
281

ວັນທີ​ 9 ມັງກອນ​ 2022 ນີ້​ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ເຫັນດີນຳກັນວ່າ ສອງປະເທດຕ້ອງສືບຕໍ່ເພີ່ມທະວີການຮ່ວມມື, ໜູນຊ່ວຍເຊິ່ງກັນແລະກັນເພື່ອຮັບປະກັນການຮັກສາເອກະລາດ, ເປັນເຈົ້າຕົນເອງ, ໂດຍສະເພາະແມ່ນການເປັນເຈົ້າຕົນເອງໃນດ້ານເສດຖະກິດ. ສອງຝ່າຍຕ້ອງຊ່ວຍເຫຼືອເຊິ່ງກັນແລະກັນໃນການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ເພີ່ມທະວີການສົມທົບ, ລະດົມກຳລັງຈາກຄູ່ຮ່ວມມືສາກົນມາຮັບໃຊ້ກິດຈະການພັດທະນາປະເທດຊາດຂອງແຕ່ລະປະເທດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍກຽມພ້ອມໃຫ້ການຊ່ວຍເຫຼືອ ລາວ ຈົນສຸດຄວາມສາມາດຂອງຕົນເທົ່າທີ່ສາມາດເຮັດໄດ້ ເພື່ອປະກອບສ່ວນເຂົ້າໃນການແບ່ງປັນ, ຊ່ວຍເຫຼືອ ລາວ ແກ້ໄຂຄວາມຫຍຸ້ງຍາກ. ທ່ານນາຍົກລັດຖະມົນຕີກໍແຈ້ງໃຫ້ຊາບວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມອບວັກຊີນກັນພະຍາດໂຄວິດ – 19 ຈຳນວນ 1.000.000 ໂດສ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນ ລາວ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍສະເໜີໃຫ້ສອງຝ່າຍຍູ້ໄວການເຊື່ອມຕໍ່ໃນຂົງເຂດການຄົມມະນາຄົມຕາມທິດຕາເວັນອອກ – ຕາເວັນຕົກ ແລະ ເຊື່ອມຕໍ່ກັບບັນດາປະເທດ ອາຊຽນ, ພິເສດແມ່ນເສັ້ນທາງດ່ວນ ຮ່າໂນ້ຍ – ວຽງຈັນ, …

ອ່ານເພີ່ມ
ຂ່າວພາຍໃນ

ປະເທດໂປແລນຊ່ວຍເຫຼືອວັກຊີນແກ່ ສປປ ລາວ ຈຳນວນ 501.​600 ໂດສ

ຂຽນໂດຍ: ຈະຕຸວັນ ດາວິນ
08/01/2022
in :  ຂ່າວພາຍໃນ, ເກາະຕິດ COVID-19
0
120

ໃນວັນທີ​ 7 ມັງກອນ 2022​ ທີ່ກະຊວງ​ສາທາລະນະ​ສຸກ​ ໄດ້ມີພິທີມອບ-ຮັບ​ ຮັບວັກຊີນ Astra Zeneca ເພີ່ມຈາກປະເທດໂປແລນ ຈຳນວນ 501.​600 ໂດສ ໂດຍກ່າວຮັບຂອງທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ກ່າວມອບຂອງທ່ານ ນາງ ໄບບາ ຊາລີນາ ອຸປະທູດແຫ່ງສະຫະພາບເອີຮົບ ປະຈຳ ສປປ ລາວ. ມີຕາງໜ້າຈາກກະຊວງການຕ່າງປະເທດ, ກະຊວງສາທາລະນະສຸກ ແລະ ພະນັກງານຂອງສະຫະພາບເອີຮົບເຂົ້າຮ່ວມ. ໃນພິທີ ທ່ານ ລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວສະແດງຄວາມຍິນດີ ແລະ ຂອບໃຈ ຕໍ່ລັດຖະບານໂປແລນ ຕໍ່ກັບການປະກອບສ່ວນຢ່າງຕໍ່ເນື່ອງ ເຊິ່ງຈະເປັນການປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ລາວໃນເປົ້າໝາຍຂອງປະເທດທີ່ຈະສັກວັກຊິນໃຫ້ກວມໄດ້ຢ່າງໜ້ອຍ 70% ຂອງຈຳນວນປະຊາກອນທັງໝົດ. ໃນນີ້ ອຸປະທູດແຫ່ງສະຫະພາບເອີລົບ ປະຈຳ ສປປ ລາວ ໄດ້ກ່າວວ່າ ວັກຊີນເຫຼົ່ານີ້ແມ່ນຈະໄດ້ນຳໃຊ້ເປັນຕົ້ນເພື່ອໃຫ້ການປ້ອງກັນແກ່ຜູ້ທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອພະຍາດໂຄວິດ-19 ຂັ້ນຮ້າຍແຮງແຕ່ຍັງບໍ່ທັນໄດ້ຮັບວັກຊີນຄົບເຂັມເທື່ອ. ກຸ່ມບຸລິມະສິດສຳລັບການສັກວັກຊີນກັນພະຍາດໂຄວິດ-19 ແມ່ນປະກອບມີ: ພະນັກງານສາທາລະນະສຸກແຖວໜ້າ, ຜູ້ສູງອາຍຸ 60 ປີ ຂື້ນໄປ, ຄົນທີ່ມີພະຍາດປະຈຳຕົວ, ແມ່ຍິງຖືພາ ແລະ …

ອ່ານເພີ່ມ
ຂ່າວພາຍໃນ

ອົດສະຕາລີຊ່ວຍເຫຼືອວັກຊີນ Pfizer ແກ່ລາວ​ 905.580ໂດສ

ຂຽນໂດຍ: ຈະຕຸວັນ ດາວິນ
04/01/2022
in :  ຂ່າວພາຍໃນ, ເກາະຕິດ COVID-19
0
78

ວັກຊີນ Pfizer BioNTech” ຈາກລັດຖະບານອົດສະຕາລີຈຳນວນ: 905.​580ໂດສ ໄດ້ມາເຖິງສະໜາມບິນ ສາກົນວັດໄຕ ນະຄອນຫຼວງວຽງຈັນ ຕອນຄໍ່າວັນທີ 2 ມັງກອນ 2022, ຊຶ່ງເປັນການຊ່ວຍເຫຼືອສອງຝ່າຍຈາກລັດຖະບານອົດສະຕາລີ ໃຫ້ເເກ່ ລັດຖະບານ ສປປ ລາວ ໂດຍມີການຈັດສົ່ງຜ່ານ ອົງການຢູນິເຊັບ. ກະຊວງສາທາລະນະສຸກ ໄດ້ໃຫ້ກຽດຕ້ອນຮັບວັກຊີນເຫຼົ່ານີ້ທີ່ສະໜາມບິນສາກົນວັດໄຕ ພ້ອມດ້ວຍທ່ານ ແດນ ເຮວເດິນ, ອຸປະທູດອົດສະຕຣາລີ ແລະ ທ່ານນາງ ລີໂອເຕັສ ເຮລິນ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ. ໃນໄລຍະຜ່ານມາ ລັດຖະບານອົດສະຕາລີ ໄດ້ໃຫ້ການຊ່ວຍເຫຼືອວັກຊີນ AstraZeneca/Oxford”ຈຳນວນ:100,000ໂດສ ໃຫ້ແກ່ ລັດຖະບານ ສປປ ລາວ. ວັກຊີນ“Pfizer BioNTech” ຈໍານວນດັ່ງກ່າວນີ້, ຈະນໍາໄປສັກໃຫ້ ກຸ່ມຄົນອາຍຸແຕ່12 ຫາ17 ປີ, ເພຶ່ອເປັນການປະກອບສ່ວນເຂົ້າໃນວຽກງານສັກຢາປ້ອງກັນພະຍາດ ໂຄວິດ-19ໃຫ້ແກ່ກຸ່ມໄວໜຸ່ມເພື່ອໃຫ້ພວກເຂົາສາມາດສືບຕໍ່ການຮຽນຢູ່ໃນໂຮງຮຽນໄດ້ຢ່າງປອດໄພ, ໂດຍອີງຕາມແຜນປະຕິບັດການສັກວັກຊີນປ້ອງກັນພະຍາດໂຄວິດ-19 ແຫ່ງຊາດ. ນອກຈາກນີ້, ວັກຊີນ “Pfizer BioNTech” ເເມ່ນຍັງສືບຕໍ່ສັກໃຫ້ແກ່ຜູ້ມີອາຍຸ60 ປີຂຶ້ນໄປ, ກຸ່ມພະນັກງານສາທາລະນະສຸກໃນທົ່ວປະເທດ …

ອ່ານເພີ່ມ
ຂ່າວຕ່າງປະເທດ

Omicron​ ຄືວັກຊີນທຳມະຊາດ ເປັນຜົນດີຕໍ່ຜູ້ສັກວັກຊີນແລ້ວ​ ສາມາດຕ້ານເດລຕ້າໄດ້

ຂຽນໂດຍ: ຈະຕຸວັນ ດາວິນ
03/01/2022
in :  ຂ່າວຕ່າງປະເທດ, ເກາະຕິດ COVID-19
0
1,522

ອີງຕາມ​ໂພສ​ຂອງ​ ດຣ.​ ເຈດສະດາ​ ເດັ່ນດວງບໍລິພັນ ອາຈານປະຈຳພາກວິຊາຊີວະວິທະຍາມະຫາວິທະຍາໄລ ມະຫາຈຸລາລົງກອນ ປະເທດໄທໂພສວ່າ: ສຳລັບການລະບາດໂຄວິດ-19​ ສາຍພັນໂອໄມຄຣອນ ມີຄວາມແພ່ກະຈາຍຢ່າງໄວວາ ມີຜູ້ຕິດເຊື້ອແລ້ວຈຳນວນຫຼາຍແຕ່ລະປະເທດ ແຕ່ມີທ່າອ່ຽງວ່າມີຄວາມຮຸນແຮງໜ້ອຍກວ່າສາຍພັນເດລຕ້າ​ ເນື່ອງຈາກມີຜູ້ເຂົ້າຮັບການປິ່ນປົວຢູ່ໂຮງໝໍ​ ແລະ​ ເສຍຊີວິດໜ້ອຍກວ່າຫຼາຍເທົ່າ.​ ນອກຈາກນີ້​ “Omicron”​ ຍັງເປັນຂ່າວດີອີກ ເນື່ອງຈາກຜູ້ຕິດເຊື້ອສາຍພັນດັ່ງກ່າວນີ້ແລ້ວ ກາຍເປັນຜູ້ທີ່ມີພູມຕ້ານທານໃນຮ່າງກາຍ ສາມາດຕ້ານກັບສາຍພັນເດລຕ້າໄດ້ດີ​ ແຕ່ຕ້ອງແມ່ນຜູ້ທີ່ບໍ່ມີພະຍາດປະຈຳຕົວ​ ແລະ​ ເປັນຜູ້ທີ່ໄດ້ສັກວັກຊີນແລ້ວເທົ່ານັ້ນ ຈຶ່ງຈະມີພູມຕ້ານທານໄດ້.​ ທີ່ມາ: Jesada

ອ່ານເພີ່ມ
ຂ່າວເດັ່ນ

ອາເມລິກາ​ຊ່ວຍເຫຼືອ​ວັກຊີນ​ Pfizer​ ແກ່ລາວຈໍານວນ 799.110 ໂດສ

ຂຽນໂດຍ: ຈະຕຸວັນ ດາວິນ
02/01/2022
in :  ຂ່າວເດັ່ນ
0
91

ວັນທີ​ 2​ ມັງກອນ​ 2022​ ສປປ ລາວ ໄດ້ຮັບຢາວັກຊີນປ້ອງກັນພະຍາດ ໂຄວິດ-19 Pfizer BioNTech ຊຸດໃໝ່ ເຊິ່ງເປັນການຊ່ວຍເຫຼືອຈາກລັດຖະບານສະຫະລັດອາເມລິກາຜ່ານ COVAX Facility – ເຊິ່ງແມ່ນການຮ່ວມມືກັນລະຫວ່າງ ອົງການກາວີ (Gavi), ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI) ແລະ ອົງການອະນາໄມໂລກ (WHO), ໂດຍມີ ອົງການຢູນິເຊັບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ. ວັກຊີນ Pfizer BioNTech ໄດ້ຮັບຮອງວ່າປອດໄພ ແລະ ມີປະສິດທິພາບໂດຍອົງການອະນາໄມໂລກເເລ້ວ ເເລະ ຍັງເປັນວັກຊີນປ້ອງກັນພະຍາດ ໂຄວິດ-19 ທຳອິດທີ່ອະນຸມັດໂດຍ ອົງການອະນາໄມໂລກ ໃຫ້ນຳໃຊ້ກັບກຸ່ມຄົນອາຍຸ 12 ປີຂຶ້ນໄປ. ວັກຊີນເຫຼົ່ານີ້ຈະຊ່ວຍປົກປ້ອງຊີວິດປະຊາຊົນລາວ ແລະ ຊ່ວຍປ້ອງກັນການເເຜ່ລະບາດຂອງ ສາຍພັນໃໝ່ຂອງພະຍາດທີ່ ອັນຕະລາຍກ່ວາເກົ່າ. ການຈັດສົ່ງວັກຊີນລ້າສຸດນີ້ໂດຍ ສະຫະລັດອາເມລິກາ ເເມ່ນປະກອບດ້ວຍວັກຊີນ Pfizer BioNTech ຈໍານວນ 799.110 ໂດສ. ວັກຊີນຈຳນວນດັ່ງກ່າວເປັນຊຸດທໍາອິດຈາກຈຳນວນທັງໝົດຂອງການຊ່ວຍເຫຼືອວັກຊີນຄັ້ງຫຼ້າ​ສຸດຈາກ ສະຫະລັດອາເມລິກາ ໃຫ້ເເກ່ ສປປ ລາວ, ໂດຍຈຳນວນທັ້ງໝົດຂອງວັກຊີນທັ້ງສອງຊຸດແມ່ນ 1.​698.​840 …

ອ່ານເພີ່ມ
ຂ່າວພາຍໃນ

ຍີ່ປຸ່ນຊ່ວຍວັກຊີນຕື່ມ 320.200 ໂດສ​ ແລະ​ ອຸປະກອນຕ່າງໆລວມມູນຄ່າ 913.​141 ໂດລາ

ຂຽນໂດຍ: ຈະຕຸວັນ ດາວິນ
28/12/2021
in :  ຂ່າວພາຍໃນ, ເກາະຕິດ COVID-19
0
73

ວັນທີ່ 28ທັນວາ2021​ນີ້​ລັດຖະບານຍີ່ປຸ່ນໄດ້ມອບອຸປະກອນລະບົບຄວາມເຢັນເພື່ອເກັບຮັກສາ ແລະ ຂົນສົ່ງວັກຊີນ ມູນຄ່າລວມກວ່າ 900.​000 ໂດລາສະຫະລັດ ແລະ ວັກຊີນປ້ອງກັນພະຍາດໂຄວິດ-19 (AstraZeneca) ຈຳນວນ 320.200 ໂດສ ໃຫ້ແກ່ກະຊວງສາທາລະນະສຸກ. ເພື່ອເສີມສ້າງຄວາມເຂັ້ມແຂງໃນຂະບວນການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ໃນ ສປປ ລາວ. ສຳລັບອຸປະກອນກອບມີ: ຕູ້ແຊແຂງເພື່ອເກັບຮັກສາວັກຊີນ ແລະ ແທ່ງນໍ້າແຂງທຽມ ຈຳນວນ 208 ຕູ້. ຕູ້ນໍ້າເຢັນຈຳນວນ 480 ຕູ້. ອາໄຫຼ່ສຳລັບອຸປະກອນຕ່າງໆ ກ່ອງຂົນສົ່ງວັກຊິນ 500 ກ່ອງ. ກ່ອງເຢັນຈຳນວນ 100 ກ່ອງ ແລະ ແທ່ງນໍ້າແຂງທຽມຈຳນວນ 10.​000​ ແທ່ງ. ເຊິ່ງທັງໝົດນີ້ແມ່ນການຊ່ວຍເຫຼືອຈາກຍີ່ປຸ່ນໂດຍຜ່ານອົງການຢູ່ນິເຊບ ລວມເປັນມູນຄ່າແມ່ນ 913.​141 ໂດລາສະຫະລັດ. ການສະໝອງອຸປະກອນລະບົບຄວາມເຢັນໃນຄັ້ງນິ້ ແມ່ນເປັນສ່ວນໝຶ່ງຂອງໂຄງການທີ່ລັດຖະບານຍີ່ປຸ່ນພວມຈັດຕັ້ງປະຕິບັດເພື່ອສະໝັບສະໝູນ ສປປ ລາວ ໃນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຄວາມເຢັນສຳລັບການເກັບຮັກສາ ແລະ ຂົນສົ່ງວັກຊີນເພື່ອເປັນການປະກອບສ່ວນເຂົ້າໃນວຽກງານການຮັບມືກັບພະຍາດໂຄວິດ-19, ເຊິ່ງໂຄງການດັ່ງກ່າວມີມູນຄ່າລວມທັງໝົດ 1.1 ລ້ານໂດລາສະຫະລັດ.

ອ່ານເພີ່ມ
ຂ່າວພາຍໃນ

ວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 1.275.400 ໂດສ ຈາກ COVAX Facility.

ຂຽນໂດຍ: ຈະຕຸວັນ ດາວິນ
24/12/2021
in :  ຂ່າວພາຍໃນ, ເກາະຕິດ COVID-19
0
79

ວັນທີ​23 ທັນວາ 2021 ທີ່ສະໜາມບິນສາກົນວັດໄຕ ວັກຊີນທີ່ສົ່ງຈາກໂຄງການໂຄແວັກ ໄດ້ມາຮອດ ສປປ ລາວ ແລ້ວ​ ເຊິ່ງໃນນັ້ນປະກອບມີ: – ວັກຊີນ AstraZeneca ຈຳນວນ 192.​000 ໂດສ ຈາກປະເທດຝຣັ່ງ. – ວັກຊີນ AstraZeneca ຈຳນວນ 320.​200 ໂດສ ຈາກປະເທດຍີ່ປຸ່ນ. – ວັກຊີນ Johnson & Johnson ຈຳນວນ 320.​400 ໂດສ ຈາກປະເທດເກຣັກ. – ວັກຊີນ Johnson & Johnson ຈຳນວນ 460.​800 ໂດສ ຈາກປະເທດເນເທີ່ແລນ. ທີ່ມາ: ສູນຂ່າວສານການແພດສຸຂະສຶກສາ

ອ່ານເພີ່ມ
ຂ່າວພາຍໃນ

ລັດຖະບານໂປໂລຍ ໃຫ້ການຊ່ວຍເຫຼືອວັກຊີນ 501.600 ໂດສ ແກ່ ສປປ ລາວ

ຂຽນໂດຍ: ຈະຕຸວັນ ດາວິນ
22/12/2021
in :  ຂ່າວພາຍໃນ, ເກາະຕິດ COVID-19
0
125

ວັນທີ 21 ທັນວາ 2021, ສປປ ລາວ ໄດ້ຮັບວັກຊີນ AstraZeneca ຊ່ວຍເຫຼືອຈາກປະເທດໂປໂລຍ ຈໍານວນ 501.​600 ໂດສ. ໄດ້ມາຮອດລາວແລ້ວ ດ້ວຍການຂົນສົ່ງທາງບົກ ຂົວມິດຕະພາບ 1, ນະຄອນຫຼວງວຽງຈັຍ. ໂດຍການອອກຮັບຂອງຫ້ອງການກະຊວງສາທາລະນະສຸກ, ໂຄງການສັກຢາກັນພະຍາດ, ສູນສຸຂະພາບແມ່ ແລະ ເດັກ ແລະ ພາກສ່ວນທີ່ກ່ຽວຂ້ອງ. ‘ການບໍລິຈາກວັກຊີນຈາກ ປະເທດໂປໂລຍ ແມ່ນເປັນສ່ວນໜຶ່ງຂອງຄວາມສາມັກຄີໃນທົ່ວໂລກຂອງ ທີມເອີຣົບ ແລະ ຕໍ່ການສະໜັບສະໜູນໃຫ້ແກ່ ສປປ ລາວ ໃນການຕ້ານການແຜ່ລະບາດຂອງໂຄວິດ ແລະ ຜົນກະທົບຂອງມັນ. ພວກເຮົາດີໃຈທີ່ການປະກອບສ່ວນຄັ້ງນີ້ຈະຊ່ວຍໃຫ້ລັດຖະບານລາວເລັ່ງຂະບວນການສັກຢາວັກຊີນ ເພືອສ້າງພູມຄຸ້ມກັນໃຫ້ປະຊາຊົນໃຫ້ກວມເອົາຈຳນວນຫຼາຍຂຶ້ນ. ທີ່ມາ: ສູນຂ່າວສານການແພດສຸຂະສຶກສາ

ອ່ານເພີ່ມ
123...6ໜ້າ 1 ໃນ 6

Stay Connected

  • 2635Posts
  • 417ຄຳຄິດເຫັນ
  • 4ສະມາຊິກ

Most Recent

ອຸດົມໄຊ ຄາດຄະເນມູນຄ່າເສຍຫາຍ ແລະ ຄວາມຕ້ອງການງົບໃນການຟື້ນຟູປະມານ 60 ກ່ວາຕື້ກີບ

ຈະຕຸວັນ ດາວິນ
05/09/2022

ຮອງ ລຕມ ປກສ ຮ່ວມສົ່ງສະການ ນາຍຕຳຫຼວດກ້າ​ ເສຍຊີວິດຍ້ອນຖືກຄົນຮ້າຍແກະລະເບີດໃສ່

ຈະຕຸວັນ ດາວິນ
04/09/2022

ໜ້າເສົ້າ! ປາແດກອາຫານຍອດນິຍົມຂອງຄົນລາວ ກາຍເປັນສິນຄ້ານຳເຂົ້າ

ຈະຕຸວັນ ດາວິນ
02/09/2022
ເບິ່ງຕື່ມ

ກ່ຽວກັບພວກເຮົາ

ຂ່າວລາວ

ເວັບ LaoNews.net ບໍລິການ ຂ່າວສານ ຄວາມຮູ້ ວາໄລຕີ້ ສາລະບັນເທິງດີໆ ເພື່ອຄົນລາວ ບໍລິຫານໂດຍທີມງານ ຈາກນັກຂ່າວ ນັກຂຽນ ວົງການສື່ມວນຊົນທີ່ມີປະສົບການຂອງລາວ !

ອ່ານຂ່າວທາມລາຍ Line ID = @laonews

ຕິດຕໍ່/ສົ່ງຂ່າວ eMail  = [email protected] ຫຼື Line ID = @laonews ຫຼື INBOX Facebook

ຕິດຕາມເຮົາທີ່ນີ້:

ຂ່າວຍອດນິຍົມ

ອັບເດດຂ່າວ ຍິງກັນຕາຍຢູ່ໜ້າຕະຫຼາດເຊົ້າມື້ຄືນຜ່ານມາ​ເປັນເຫດວິສາມັນຄົນຮ້າຍ

ຈະຕຸວັນ ດາວິນ
22/08/2020

ພົບຄົນຕາຍໃນເຫດໄຟໄໝ້ຫຍ້າ ທີ່ຫາດດອນຈັນ

ເຂີຍເມືອງຊຳ
31/01/2020

ອີກແລ້ວ​ ອຸບັດເຫດທາງດ່ວນຢູ່ຈຸດສີເກີດ ນາຊາຍທອງ ນະຄອນຫຼວງວຽງຈັນ

ຈະຕຸວັນ ດາວິນ
26/12/2020

ຊົມເຊີຍ! 4​ ອ້າຍນ້ອງນາມສະກຸນ “ສີພັນດອນ” ໃນແວດວົງການເມືອງລາວປັດຈຸບັນ

ຈະຕຸວັນ ດາວິນ
26/03/2021

ຂ່າວໃໝ່ຫຼ້າສຸດ

  • 05/09/2022

    ອຸດົມໄຊ ຄາດຄະເນມູນຄ່າເສຍຫາຍ ແລະ ຄວາມຕ້ອງການງົບໃນການຟື້ນຟູປະມານ 60 ກ່ວາຕື້ກີບ

  • 04/09/2022

    ຮອງ ລຕມ ປກສ ຮ່ວມສົ່ງສະການ ນາຍຕຳຫຼວດກ້າ​ ເສຍຊີວິດຍ້ອນຖືກຄົນຮ້າຍແກະລະເບີດໃສ່

  • 02/09/2022

    ໜ້າເສົ້າ! ປາແດກອາຫານຍອດນິຍົມຂອງຄົນລາວ ກາຍເປັນສິນຄ້ານຳເຂົ້າ

  • 02/09/2022

    ຈີນມອງວ່າກໍລະນີອາເມລິກາຈະຂາຍອາວຸດໃຫ້ໄຕ້ຫວັນ ເປັນການຍຸແຍ່ຂັ້ນຮຸນແຮງ​

  • 31/08/2022

    ຜູ້ມີໃບຂັບຂີ່ທົ່ວປະເທດມີພຽງ​ 11% ຂອງຈຳນວນປະຊາກອນລາວທັງໝົດ

ຄຳຄົ້ນຫາຍອດນິຍົມ ຂ່າວລາວ ວັກຊີນ ຣັດເຊຍ ຂ່າວປະຈໍາວັນ ຂ່າວ ຂ່າວພາຍໃນ ໄທ ຂ່າວຕ່າງປະເທດ ແຮງງານລາວ ການຊ່ວຍເຫຼືອ ຣັສເຊຍ ຈີນ ທາງດ່ວນ ອຸບັດເຫດ ອາເມລິກາ
© Copyright 2018, All Rights Reserved Powered by LaoNews.net | Designed by Koungkam | ນະໂຍບາຍຄຸ້ມຄອງຂໍ້ມູນສ່ວນຕົວ | ເງື່ອນໄຂການໃຊ້ບໍລິການ