07 ເດືອນທັນວາ 2019

ຂ່າວ | ລາວ | ກີລາ  |ບັນເທິງ |ນານາສາລະ | ທ່ອງທ່ຽວ | ເຮົາແຊຣ໌ຂ່າວເພື່ອສັງຄົມ | laonews.net

ຂ່າວ | ລາວ | ກີລາ  |ບັນເທິງ |ນານາສາລະ | ທ່ອງທ່ຽວ | ເຮົາແຊຣ໌ຂ່າວເພື່ອສັງຄົມ | laonews.net
  • ໜ້າທຳອິດ
  • ຂ່າວພາຍໃນ
  • ຂ່າວກິລາ
  • ບັນເທີງ
  • ທ່ອງທ່ຽວ
  • ນານາສາລະ
  • ຮ້ານຂາຍເຄື່ອງ
  • ຕິດຕໍ່ພວກເຮົາ
3 New Articles
  • 1 ອາທິດ ago ອາເຊມາ ຊີ້ແຈງການມອບຂັນເປຕັງ
  • 2 ອາທິດ ago ໄຟຟ້າເຊກະໝານ 1 ສ້າງທາງໃຫ້ເມືອງຊານໄຊ
  • 2 ອາທິດ ago ປກສ ເມືອງພູຄູນຈູດທຳລາຍເງິນປອມ
Home Tag Archives: ສປປ ລາວ

Tag Archives: ສປປ ລາວ

ຂ່າວພາຍໃນ

ຜ່າຕັດແກ່ນຕາຂຸ້ນໂດຍບໍ່ເສຍຄ່າ ສໍາລັບຜູ້ທຸກຍາກ ເລີ່ມລົງທະບຽນ 4-9 ຕຸລານີ້

By ກຸ້ງຄຳ ແສນມະນີ
05/10/2019
in :  ຂ່າວພາຍໃນ, ສຸຂະພາບ
0
22

ສະພາອຸດສະຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ຮ່ວມກັບ ສະມາຄົມທຸລະກິດສິງກະໂປຢູ່ໃນລາວ ໄດ້ເປີດໂອກາດໃຫ້ ປະຊາຊົນຜູ້ທຸກຍາກໃນນະຄອນຫຼວງວຽງຈັນ ແລະ ບັນດາແຂວງທີ່ໃກ້ຄຽງເຂົ້າຮ່ວມເພື່ອກວດເຊັກສຸຂະພາບຕາ ແລະ ຜ່າຕັດແກ່ນຕາຂຸ້ນ ໂດຍບໍ່ໄດ້ເສຍຄ່າ ໃນລະຫວ່າງວັນທີ 11-13 ຕຸລາ 2019 ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາທົ່ງປົ່ງ ນະຄອນຫຼວງວຽງຈັນ ການຜ່າຕັດໃຊ້ເວລາພຽງ 5 ນາທີ ໂດຍການຜ່າຕັດທີ່ມີຄຸນນະພາບ ໂດຍທີມງານທ່ານໝໍຈາກປະເທດສິງກະໂປ. ສໍາລັບການຄັດເລືອກ ແລະ ລົງທະບຽນ ສໍາລັບບຸກຄົນທົ່ວໄປທີ່ຕ້ອງການປິ່ນປົວບໍ່ເສຍຄ່າ ຈະຈັດຂຶ້ນວັນທີ 4 ຫາ ວັນທີ 9 ຕຸລາ 2019 ທີ່ໂຮງໝໍ 9 ເມືອງໃນນະຄອນຫຼວງວຽງຈັນ ແລະ ໂຮງໝໍປົວຕາທົ່ງປົ່ງ ສໍາລັບຜູ້ລົງທະບຽນຜ່າຕັດທີ່ໂຮງໝໍປົວຕາທົ່ງປົ່ງ ຈະມີທີ່ພັກ, ອາຫານ ແລະ ນໍ້າດື່ມໃຫ້ຜູ້ທີ່ຜ່າຕັກທຸກຄົນ ເຊິ່ງຜູ້ທີ່ຜ່າຕັດແກ່ນຕາແມ່ນຈະໄດ້ຜ່າຕັດໃນໜຶ່ງມື້ ແລະ ຈະເປີດຕາໄດ້ໃນມື້ທີ່ສອງ ຫຼັງຈາກຜ່າຕັດ ທາງມູນນິທິ ເອີນີວວິເຊິນ ຈະໜອງຢາ ເລນສ ຢາຍອດຕາ ໃຫ້ແກ່ຜູ້ທຸກຍາກທີ່ມາປິ່ນປົວອີກດ້ວຍ. ທ່ານໃດມີຄວາມສົນໃຈຮັບການປິ່ນປົວ ຕິດຕໍ່ໄດ້ ໂທ: 030 …

Read More
ຂ່າວພາຍໃນ

ລາວ​ໃຫ້​ສັດ­ຕະ­ຍາ­ບັນ​ຕໍ່​ສົນ­ທິ­ສັນ­ຍາ ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ອາ­ວຸດ​ນິວ​ເຄຼຍ

By ກຸ້ງຄຳ ແສນມະນີ
03/10/2019
in :  ຂ່າວພາຍໃນ
0
35

​ໂອ­ກາດ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ສະ­ມັດ­ຊາ​ໃຫຍ່ ຂອງ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ (ສປຊ) ສະ­ໄໝ​ທີ 74 ທີ່​ນິວ​ຢອກ ສະຫະ​ລັດ​ອາ​ເມລິ​ກາ, ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ໄດ້​ຕາງ­ໜ້າ​ໃຫ້​ລັດ­ຖະ­ບານ​ລາວ​ຍື່ນ​ສານ​ເຂົ້າ​ຮ່ວມ​ເປັນ​ພາ­ຄີ​ສົນ­ທິ­ສັນ­ຍາ​ສະ­ຫະ​ປະ­ຊາ​ຊາດ ວ່າ​ດ້ວຍ​ສັນ­ຍາ​ຊື້-ຂາຍ​ສິນ­ຄ້າ​ລະ­ຫວ່າງ​ປະ­ເທດ ແລະ ຍື່ນ​ສານ​ໃຫ້​ສັດ­ຕະ­ຍາ­ບັນ​ຕໍ່​ສົນ­ທິ­ສັນ­ຍາ ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ອາ­ວຸດ​ນິວ​ເຄຼຍ ໃຫ້​ແກ່​ທ່ານ Miguel de Serpa Soares ຮອງ​ເລ­ຂາ­ທິ­ການ​ໃຫຍ່ ສປຊ ຜູ້​ຮັບ­ຜິດ­ຊອບ​ວຽກ​ງານ​ກົດ­ໝາຍ ທັງ​ເປັນ​ທີ່​ປຶກ­ສາ​ທາງ​ດ້ານ​ກົດ­ໝາຍ​ຂອງ​ອົງ­ການ ສປຊ ໃນ​ວັນ​ທີ 24 ແລະ 26 ກັນ­ຍາ 2019 ຕາມ​ລຳ­ດັບ. ສົນ­ທິ­ສັນ­ຍາ​ສະ­ຫະ​ປະ­ຊາ​ຊາດ ວ່າ​ດ້ວຍ​ສັນ­ຍາ ຊື້-ຂາຍ​ສິນ­ຄ້າ​ລະ­ຫວ່າງ​ປະ­ເທດ ມີ​ຈຸດ­ປະ­ສົງ​ເພື່ອ​ກຳ­ນົດ​ລະ­ບຽບ​ການ ຊື້-ຂາຍ ສິນ­ຄ້າ​ລະ ຫວ່າງ​ປະ­ເທດ ລວມ​ທັງ​ພັນ­ທະ​ຂອງ​ຜູ້​ຊື້-ຜູ້​ຂາຍ ປັດ­ຈຸ­ບັນ ມີ​ປະ­ເທດ​ເຂົ້າ​ເປັນ​ພາ­ຄີ​ທັງ​ໝົດ 89 ປະ­ເທດ ເນື່ອງ​ຈາກ​ເປັນ​ໂອ­ກາດ​ດີ​ໃຫ້​ບັນ­ດາ​ປະ­ເທດ​ພາ­ຄີ​ສາ­ມາດ​ນຳ​ໃຊ້​ບົດ​ບັນ­ຍັດ​ພາຍ​ໃຕ້​ສົນ­ທິ­ສັນ­ຍາ​ດັ່ງ­ກ່າວ​ເປັນ​ພື້ນ­ຖານ ແລະ ເປັນ​ບ່ອນ​ອີງ​ໃນ​ການ​ເຮັດ​ສັນ­ຍາ​ຊື້-ຂາຍ​ລະ­ຫວ່າງ​ປະ­ເທດ ເຊິ່ງ​ຈະ​ຫຼຸດ­ຜ່ອນ​ຄວາມ​ຫຍຸ້ງ­ຍາກ ແລະ ຄວາມ​ສ່ຽງ​ໃນ​ການ​ເລືອກ​ໃຊ້​ກົດ­ໝາຍ ຫຼື ສັນ­ຍາ​ທີ່​ບໍ່​ເປັນ​ມາດ­ຕະ­ຖານ​ດຽວ​ກັນ​ລະ­ຫວ່າງ ຜູ້​ຊື້-ຜູ້​ຂາຍ ນອກ​ນັ້ນ ຈະ​ເຮັດ​ໃຫ້​ລາວ​ເຮົາ​ປັບ­ປຸງ​ລະ­ບົບ​ກົດ­ໝາຍ​ຂອງ​ຕົນ​ໃຫ້​ເປັນ​ສາ­ກົນ​ຫຼາຍ​ຂຶ້ນ ດ້ວຍ​ການ​ນຳ​ໃຊ້​ມາດ­ຕະ­ຖານ​ດຽວ​ກັນ​ຂອງ​ຄູ່​ສັນ­ຍາ ໂດຍ​ສະ­ເພາະ ປັດ­ຈຸ­ບັນ​ທີ່​ລາວ​ຍັງ​ບໍ່​ທັນ​ມີ​ກົດ­ໝາຍ​ສະ­ເພາະ​ກ່ຽວ​ກັບ​ການ​ຊື້-ຂາຍ​ລະ­ຫວ່າງ​ປະ­ເທດ ເປັນ­ຕົ້ນ …

Read More
mister international laos,ນາງງາມຂັກກະວານ,ຂ່າວປະຈໍາວັນ,ຂ່າວບັນເທີງ,ບັນເທີງ
ບັນເທີງ

ເປີດວາບ 2 ໜຸ່ມຫຼໍ່ ຈາກ Mister International Laos 2019 – ໜຸ່ມນັກແຂ່ງລົດຈັກວິບາກ ໜຸ່ມທະນາຄານ

By ກຸ້ງຄຳ ແສນມະນີ
03/10/2019
in :  ບັນເທີງ
0
44

ໃກ້ຈະຮອດໂຄ້ງສຸດທ້າຍແລ້ວ ສຳລັບເວທີ Mister International Laos 2019, ມາຮູ້ຈັກກັບອີກ 2 ໜຸ່ມຫຼໍ່ ທີ່ຜ່ານເຂົ້າຮອບ 20 ຄົນສຸດທ້າຍ ໜຶ່ງຄົນເປັນໜຸ່ມນັກແຂ່ງລົດຈັກວິບາກ ສ່ວນອີກໜຶ່ງໜຸ່ມເປັນໜຸ່ມນ້ອຍບ່າວທະນາຄານ. ຄົນທຳອິດ ຂໍແນະນຳ ທ້າວ ອານັນດາ ພະສະຫວັດ “ໂຈອິ້” ໝາຍເລກ MR06, ອາຍຸ 22ປີ. ຈົບຊັ້ນສູງຈາກປະເທດເພື່ອນບ້ານ ແລະ ກຳລັງເຊື່ອມຕໍ່ປະລິນຍາຕີທີ່ ຄວສ ມະຫາວິທະຍາໄລແຫ່ງຊາດລາວ, ທັງຍັງມີດີກີເປັນນັກແຂ່ງລົດຈັກວິບາກລາວນໍາອີກ. ປະຈຸບັນ, ແມ່ນຕາມຫາອີກໜຶ່ງຄວາມຝັນກັບການຈະກ້າວເຂົ້າສູງວົງການນາຍແບບລາວ ກັບການໄດ້ຮ່ວມເປັນ 20 ຄົນສຸດທ້າຍຂອງ Mister international Laos 2019. ວາບ IG ຕິດຕາມທີ່ @Joey_Phasavath ອີກໜຶ່ງໜຸ່ມນ້ອຍ ທ້າວ ແມັກກີ້ ສິງຫາລາດ “ແມັກກີ້” ໝາກເລກ MR13, ໜຸ່ມນ້ອຍອາຍຸພຽງ 18 ປີ ເຊິ່ງຍັງເປັນ ໜຸ່ມທະນາຄານ ເອຊີລີດາ. ໜຸ່ມນ້ອຍໜ້າຕາດີ ອານາຄົດໄກ ທີ່ເປັນອີກໜຶ່ງໜຸ່ມທີ່ມີຄວາມຕັ້ງໃຈ ແລະ …

Read More
ຂ່າວພາຍໃນ

ອັດຕະປື ຕ້ອງການງົບ 52 ຕື້ກວ່າກີບ ຟື້ນຟູຫຼັງນໍ້າຖ້ວມ

By ກຸ້ງຄຳ ແສນມະນີ
03/10/2019
in :  ຂ່າວພາຍໃນ, ເສດຖະກິດ
0
19

ປັດຈຸບັນອໍານາດການປົກຄອງແຂວງອັດຕະປື ໄດ້ເປັນເຈົ້າການຮີບຮ້ອນແຈກຍາຍເຄື່ອງບໍລິຈາກ ທີ່ໄດ້ຈາກພາກສ່ວນຕ່າງໆນໍາມາມອບ ເພື່ອໄປມອບໃຫ້ກັບປະຊາຊົນທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມໃນຕົ້ນເດືອນກັນຍາ 2019 ຜ່ານມາ. ໃນນັ້ນກໍໄດ້ມີການສໍາຫຼວດເກັບກໍາຄອບຄົວຜູ້ທີ່ໄດ້ຮັບຄວາມເສຍຫາຍໜັກ ແລະ ຂາດເຂີນກ່ອນໝູ່ເພື່ອໃຫ້ການຊ່ວຍເຫຼືອຢ່າງເລັ່ງດ່ວນ. ຂະນະດຽວກັນກໍຍັງສືບຕໍ່ເປີດຮັບບໍລິຈາກການຊ່ວຍເຫຼືອຕ່າງໆ. ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື, ປະທານຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດໄດ້ໃຫ້ສໍາພາດໃນວັນທີ 2 ຕຸລາ 2019ວ່າ: ສະພາບເກີດອຸທົກ ກະໄພນໍ້າຖ້ວມຢູ່ແຂວງອັດຕະປື ແມ່ນໄດ້ສົ່ງຜົນກະທົບກວມເອົາ 5 ເມືອງ 89 ບ້ານ 15.164 ຄອບ ຄົວ. ມີເຮືອນຊານຂອງປະຊາຊົນໄດ້ຮັບຄວາມເສຍຫາຍຈໍານວນ 34 ຫຼັງ ແລະ ຖືກນໍ້າພັດໄຫຼ 12 ຫຼັງ ແລະ ມີຜູ້ເສຍຊີວິດ 4 ຄົນ ຢູ່ເມືອງສາມັກຄີໄຊ 1 ຄົນ, ຊານໄຊ 3 ຄົນ, ໃນນັ້ນພື້ນຖານໂຄງລ່າງເປັນຕົ້ນຖະໜົນຫົນທາງ, ໂຮງ ຮຽນ, ສາທາບລະນະສຸກ, ເນື້ອທີ່ການຜະລິດ ແລະ ສັດລ້ຽງ ຄາດຄະເນມູນຄ່າເສຍຫາຍທັງໝົດ 82 ຕື້ກວ່າກີບ ໃນນັ້ນມູນຄ່າຄວາມຕ້ອງການໃນການນໍາໄປຊ່ວຍເຫຼືອຟື້ນຟູຄັ້ງນີ້ປະມານ 52 ຕື້ກີບ. …

Read More
ຂ່າວກິລາ

ນັກແລ່ນກວ່າ 1,000 ຄົນກຽມຮ່ວມງານແລ່ນ RUN FOR HER 2019 ທ້າຍເດືອນຕຸລານີ້

By ກຸ້ງຄຳ ແສນມະນີ
03/10/2019
in :  ຂ່າວກິລາ, ຂ່າວພາຍໃນ, ສຸຂະພາບ
0
9

ຜູ້ຈັດງານແລ່ນຊູເປີມິນິມາຣາທອນ RUN FOR HER 2019 ເປີດເຜີຍ ຕອນນີ້ມີນັກແລ່ນສະໝັກເຂົ້າຮ່ວມແລ່ນແລ້ວກວ່າ 1,000 ຄົນ ເຊິ່ງງານດັ່ງກ່າວນີ້ຈະຈັດຂຶ້ນໃນວັນທີ 27 ຕຸລາ 2019 ນີ້ທີ່ນະຄອນຫຼວງວຽງຈັນ. ພິທີຖະແຫຼງຂ່າວງານແລ່ນ Run For Her 2019 ມີຂຶ້ນເມື່ອຕອນເຊົ້າຂອງວັນທີ 2 ຕຸລາ 2019 ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍມີຜູ້ຈັດງານ, ຜູ້ສະໜັບສະໜຸນ, ນັກແລ່ນ ແລະ ສື່ມວນຊົນເຂົ້າຮ່ວມຮັບຟັງຂໍ້ມູນຕ່າງໆກ່ຽວກັບງານແລ່ນໃນຄັ້ງນີ້. Run For Her ຈັດຂຶ້ນໂດຍວາລະສານຂວັນໃຈອອນລາຍ ແລະ ສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບສະຫະພັນແລ່ນ-ລານແຫ່ງຊາດລາວ ໂດຍມີຈຸດປະສົງເພື່ອປູກຈິດສຳນຶກໃຫ້ຄົນໃນສັງຄົມເຫັນຄວາມສຳຄັນ ແລະ ຮ່ວມກັນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ. ທັງນີ້ ງານດັ່ງກ່າວນີ້ເກີດຂຶ້ນຕໍ່ເນື່ອງຈາກງານ Bike For Her ເຊິ່ງເປັນງານປັ່ນລົດຖີບ ແຕ່ເນື່ອງຈາກທາງຜູ້ຈັດຕ້ອງການໃຫ້ຄົນທົ່ວໄປສາມາດເຂົ້າຮ່ວມກິດຈະກຳໄດ້ໂດຍໃຊ້ອຸປະກອນກີລາທີ່ໜ້ອຍທີ່ສຸດ ຈຶ່ງປ່ຽນຮູບແບບກາຍມາເປັນງານແລ່ນໃນປີນີ້, ທ່ານ ນາງ ເກດສະຫວັນ ປັນຍາທິບ ຮອງຜູ້ອຳນວຍການ ວາລະສານຂວັນໃຈ ອອນລາຍ ກ່າວ. ສຳລັບໄລຍະທາງໃນງານດັ່ງກ່າວນີ້ແບ່ງອອກເປັນ …

Read More
ຂ່າວພາຍໃນ

ບໍລິສັດ ພູເບ້ຍ ມອບເຄື່ອງວັດແທກຄຸນນະພາບນໍ້າ ໃຫ້ແຂວງໄຊສົມບູນ

By ກຸ້ງຄຳ ແສນມະນີ
31/08/2019
in :  ຂ່າວພາຍໃນ
0
42

ໃນບໍ່ດົນມານີ້, ບໍລິສັດ ພູເບ້ຍ ມາຍນິງ ຈໍາກັດ ໄດ້ມອບເຄື່ອງວັດແທກ ຄຸນນະພາບນໍ້າ 2 ເຄື່ອງ ໃຫ້ແກ່ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງໄຊສົມບູນ ເພື່ອຊ່ວຍສະໜັບສະໜູນ ການຄຸ້ມຄອງຄຸນນະພາບນໍ້າ. ອຸປະກອນດັ່ງກ່າວ ມີມູນຄ່າຫລາຍກວ່າ 8.000 ໂດລາສະຫະລັດ ເຊິ່ງມອບໂດຍ ທ່ານ ປີເຕີ ເບລີສ ຜູ້ຈັດການຝ່າຍສິ່ງແວດລ້ອມ ແລະ ການປິດບໍ່ຂອງບໍລິສັດ ພູເບ້ຍ ມາຍນິງ ແລະ ກ່າວຮັບໂດຍ ທ່ານ ແສງປັນຍາ ລັດຕະນະວົງ ຫົວໜ້າພະແນກຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງໄຊສົມບູນ.       ເຄື່ອງວັດແທກຄຸນນະພາບນໍ້າກ່າວ ຈະຊ່ວຍເຮັດໃຫ້ແຂວງໄຊສົມບູນ ສາມາດຄຸ້ມຄອງຄຸນນະພາບນໍ້າທີ່ຢູ່ໃກ້ກັບ ໂຮງງານຂຸດຄົ້ນ-ປຸງແຕ່ງ ທອງ-ຄໍາ ພູຄໍາ ແລະ ໂຮງງານຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ຢ່າງຕໍ່ເນື່ອງ. ໃນຂະນະດຽວກັນ, ບໍລິສັດ ຍັງຈະໄດ້ສືບຕໍ່ສະໜັບສະໜູນ ດ້ານການຝຶກອົບຮົມຢ່າງຕໍ່ເນື່ອງ ແລະ ໃຫ້ການດູແລຮັກສາ ເຄື່ອງວັດແທກຄຸນນະພາບນໍ້າ ດັ່ງກ່າວເປັນເວລາ 1 ປີ. ໂອກາດດັ່ງກ່າວ, ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ …

Read More
ຂ່າວພາຍໃນ

ລາວ-ໄທ-ມຽນມາ ເສີມທັກສະກຽມພ້ອມ ບັງຄັບໃຊ້ກົດໝາຍວ່າດ້ວຍ ສັດນໍ້າ-ສັດປ່າ

By ກຸ້ງຄຳ ແສນມະນີ
29/08/2019
in :  ຂ່າວພາຍໃນ, ເສດຖະກິດ
0
42

ຂປລ. ຂປລ.ແຫລ່ງຂ່າວຈາກ ອົງການກອງທຶນອານຸລັກ ສັດປ່າໂລກ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 26-30 ສິງຫາ 2019 ທີ່ຊຽງແສນແຂວງຊຽງລາຍ ປະເທດໄທ, ເຈົ້າໜ້າທີ່ກວດກາປ່າໄມ້ ແລະ ກ່ຽວຂ້ອງກັບສັດນໍ້າ-ສັດປ່າ ຈາກປະເທດລາວ, ໄທ ແລະ ມຽນມາ ໄດ້ເຂົ້າຮ່ວມຝຶກອົບຮົມ ກ່ຽວກັບການການວາງແຜນ, ວິທີການ ແລະ ພັດທະນາທັກສະເສີມ ເພື່ອກຽມພ້ອມຂອງວຽກງານບັງຄັບໃຊ້ກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ໃຫ້ມີຜົນໄດ້ຮັບທີ່ດີຂຶ້ນ. ປັດຈຸບັນ, ການຄ້າ-ຂາຍ ສັດນໍ້າ-ສັດປ່າ ທີ່ຜິດກົດໝາຍ ຖືວ່າເປັນວຽກໜຶ່ງອັນຮີບດ່ວນ ແລະຈໍາຕ້ອງໄດ້ຮັບການແກ້ໄຂຢ່າງຈິງຈັງໃນນັ້ນລວມເຖິງການຄ້າຂາຍສັດປ່າ ທັງພາຍໃນ ແລະ ຂ້າມຊາດ, ຊິ້ນສ່ວນ ຫລື ຜະລິດຕະພັນ ທີ່ເຮັດຈາກສັດປ່າທີ່ຫວງຫ້າມ ເຊິ່ງເປັນເຫດຜົນທີ່ຫລາຍພາກ ສ່ວນທັງພາກລັດ ແລະ ອົງການຈັດຕັ້ງສາກົນ ໄດ້ໃຫ້ຄວາມສໍາຄັນ ກ່ອນສັດປ່າຈະສູນພັນ ແລະ ກ່ອນຂະບວນອາຊະຍາກໍາສັດປ່າຂ້າມຊາດ ຈະມີການເຄື່ອນໄຫວຮ້າຍແຮງ ແລະ ເປັນວົງກວ້າງໄປກວ່ານີ້. ພາຍໃຕ້ກົດໝາຍຂອງ ສປປ ລາວ, ຫາກບຸກຄົນໃດມີການຊື້-ຂາຍ, ເປັນເຈົ້າຂອງ ຫລື ເກັບຮັກສາໄວ້, ຂ້າ ຫລື ປຸງແຕ່ງ, ນໍາເຂົ້າ-ສົ່ງອອກ, ສົ່ງອອກຄືນ ຫລື ນໍາຜ່ານ ສັດປ່າຫວງຫ້າມ ລວມທັງຊິ້ນສ່ວນ ແລະ ຜະລິດຕະພັນຂອງສັດປ່າດັ່ງກ່າວ ຈະຖືກລົງໂທດຕາມຄວາມເສຍຫາຍ ຂອງມູນຄ່າສິນຄ້າ, ເປັນມູນຄ່າປັບໄໝສູງ ຫລື ຖືກຕັດອິດສະລະພາບໄລຍະຍາວ. ປະເພດສັດປ່າທີ່ຫວງຫ້າມປະກອບດ້ວຍ ຜະລິດຕະພັນທີ່ເຮັດຈາກ ຊ້າງ, ເສືອ, ໝີ, ລິ່ນ, ກວາງ ແລະ ຊິ້ນສັດປ່າ ທີ່ຜິດກົດໝາຍ. ການກະທໍາດັ່ງກ່າວ ບໍ່ພຽງແຕ່ຈະຜິດກົດໝາຍ ແຕ່ຍັງເປັນເຫດຜົນຫລັກ ທີ່ສົ່ງຜົນກະທົບທີ່ນໍາໄປສູ່ການສູນພັນຂອງສັດປ່າຫວງຫ້າມອີກດ້ວຍ. ອົງການກອງທຶນອານຸລັກ …

Read More
ສປປ ລາວ
ຂ່າວພາຍໃນ

ຂ່າວດີ ທະນາຄານກະສິກອນໄທມອບ 70 ລ້ານໂດລາໃຫ້ໂຄງການກໍ່ສ້າງໂຮງໝໍກະເສມລາດ

By ກຸ້ງຄຳ ແສນມະນີ
18/06/2019
in :  ຂ່າວພາຍໃນ, ຂ່າວເດັ່ນ, ເສດຖະກິດ
0
54

ເມື່ອວັນທີ 14 ມິຖຸນາຜ່ານມາທີ່ໄດ້ຈັດພິທີລົງນາມສະໜັບສະໜູນເງິນຈຳນວນ 70 ລ້ານໂດລາໃຫ້ແກ່ການກໍ່ສ້າງໂຮງໝໍກະເສມລາດ ອິນເຕີເນເຊິນແນວ ວຽງຈັນ ຊຶ່ງຢູ່ໃນເຄືອຂອງບໍລິສັດບາງກອກ ເຊັນ ຮອສປີໂຕ ຈຳກັດ ລະຫວ່າງ ທ່ານ ຮສ ດຣ ສະເຫຼີມ ຫານພານິດ ຜູ້ອຳນວຍການໃຫຍ່ໂຮງໝໍກະເສມລາດ ແລະ ທ່ານ ພັດທະນະພົງ ຕັນສົມບູນ ປະທານສະພາບໍລິຫານທະນາຄານກະສິກອນໄທ ຈຳກັດ ໃຫ້ກຽດເຂົ້າຮ່ວມເປັກສັກຂີພິຍານໂດຍ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈຳສຳນັກ ງານນາຍົກລັດຖະມົນຕີ ທ່ານ ນາງ ຍານີ ສີມີໄຊ ອັກຄະລັດຖະທູດຝ່າຍການຄ້າ ສະຖານທູດໄທປະຈຳ ສປປ ລາວ ພ້ອມດ້ວຍບັນດາແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວທ່ານປະທານສະພາບໍລິຫານທະນາຄານກະສິກອນໄທໄດ້ກ່າວວ່າ ທະນາຄານກະສິກອນໄທເຫັນເຖິງໂອກາດ ແລະ ທ່າແຮງຂອງ ສປປ ລາວ ທີ່ມີອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຢ່າງໄວວາ ທັງນີ້ ການຂະຫຍາຍຖານລູກຄ້າໃນປະເພດທຸລະກິດຕ່າງໆກໍຖືເປັນເປົ້າໝາຍຫຼັກຂອງກະສິກອນໄທທີ່ຈະຊ່ວຍໃຫ້ຜູ້ປະກອບການສາມາດດຳເນີນທຸລະກິດໄດ້ຢ່າງຕໍ່ເນື່ອງ ສຳລັບການສະໜັບສະໜູນທຶນໃຫ້ແກ່ໂຄງການດັ່ງກ່າວຖືເປັນໂຄງການໃນເຄືອຂອງບໍລິສັດບາງກອກ ເຊັນ ຮອສປີໂຕ ມະຫາຊົນ (BCH) ຊຶ່ງພວມດຳເນີນການກໍ່ສ້າງຢູ່ໃນຂະນະນີ້ໃນມູນຄ່າ 70 ລ້ານໂດລາ. ສຳລັບແຜນການກໍ່ສ້າງແມ່ນຈະໃຫ້ສຳເລັດພາຍໃນປີ 2020 …

Read More
ຂ່າວກິລາ

“ເປ້ຍ ເຫຼົາພັກດີ” ເລັ່ງຝຶກຊ້ອມຢ່າງໜັກ ກຽມຮ່ວມຊີງແຊ້ມໂລກ ທີ່ກາຊັກສະຖານ

By ກຸ້ງຄຳ ແສນມະນີ
20/04/2019
in :  ຂ່າວກິລາ
0
46

ທ້າວ ເປ້ຍ ເຫຼົາ​ພັກ​ດີ ນັກ​ກີລາ​ຍົກ​ນໍ້າໜັກຄົນ​ພິ​ການ​ທີມ​ຊາດ​ລາວ ເຈົ້າ​ຂອງ​ຫຼຽນ​ຄໍາ ຮຸ່ນນໍ້າໜັກ 49 ກິ​ໂລກ​ຣາມ ງານ​ມະ​ຫາ​ກໍາ​ກິ​ລາ​ອາຊີ​ພາ​ຣາ​ເກມ ຄັ້ງ​ທີ 12 ທີ່​ປະ​ເທດ​ອິນ​ໂດ​ເນ​ເຊຍ ຮັບ​ກຽດ​ເປັນ​ເຈົ້າ​ພາບ ເມື່ອປີ 2018 ສືບ​ຕໍ່​ເກັບ​ຕົວ​ຝຶກ​ຊ້ອມ​ໜັກ​ຂຶ້ນກວ່າ​ເກົ່າ ເພື່ອ​ຝຶກ​ຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃຫ້​ມີ​ຄວາມ​​ແຂງແກ່ນ, ສາ​ມາດ​ຮັບ​ປະ​ກັນ​ບັນ​ລຸ​ຄາດ​ໝາຍຕິດ 1 ໃນ 8 ​​ໃນ​ການ​ເຂົ້າ​ຮ່ວມ​ລາຍ​ການ​ຊີງ​ແຊ້ມ​ໂລກ ທີ່​ເມືອງ​ອັດ​ຕາ​ນາ ປະ​ເທດ​ກາ​ຊັກ​ສະ​ຖານ ໃນ​ເດືອນ​ກໍ​ລະ​ກົດ 2019. ຫວັງຄວ້າ​ໂຄ​ຕ້າ​ເຂົ້າ​ຮ່ວມ​ແຂ່ງ​ຂັນ​ງານ​ມະ​ຫາກໍາ​ກີລາ​ພາ​ຣາ​ລິມ​ປິກ​ເກມ ທີ່​ນະ​ຄອນ​ຫຼວງ​ໂຕ​ກຽວ ປະ​ເທດ​ຍີ່​ປຸ່ນ ເປັນ​ເຈົ້າ​ພາບ ໃນປີ 2020. ຕາມ​ການ​ໃຫ້​ສໍາ​ພາດ​ຂອງ ​ທ້າວ ເປ້ຍ ເຫຼົາ​ພັກ​ດີ ນັກ​ກີ​ລາ​ຍົກ​ນໍ້າໜັກຄົນ​ພິ​ການ​ທີມ​ຊາດ​ລາວ ເມື່ອ​ວັນ​ທີ 4 ເມ​ສາ ຜ່ານ​ມາ ໃນ​ງານ​ພິ​ທີ​ສະ​ຫຼຸບ​ຜົນ​ງານ​ຂອງ​ທັບ​ນັກ​ກີ​ລາ​ຄົນ​ພິ​ການ​ທີມ​ຊາດ​ລາວ ໃນ​ງານ​ມະ​ຫາ​ກໍາ​ກີ​ລາ​ອາ​ຊີ​ພາ​ຣາ​ເກມ ຄັ້ງ​ທີ 12 ທີ່​ປະ​ເທດ​ອິນ​ໂດ​ເນ​ເຊຍ ໃຫ້​ຮູ້​ວ່າ: ພາຍ​ຫຼັງ​ທີ່​ສາ​ມາດ​ສ້າງ​ຜົນ​ງານ​ຄັ້ງ​ປະ​ຫວັດ​ສາດ​ໃຫ້​ແກ່​ປະ​ເທດ​ຊາດ ດ້ວຍ​ການ​ຄວ້າ​ຫຼຽນ​ຄໍາ ຮຸ່ນນໍ້າໜັກ 49 ກິ​ໂລກ​ຣາມ ຈາກ​ງານ​ມະ​ຫາກໍາ​ກີ​ລາ​ອາຊີ​ພາ​ຣາ​ເກມ ຄັ້ງ​ທີ 12 ທີ່​ປະ​ເທດ​ອິນ​ໂດ​ເນ​ເຊຍ ເມື່ອກັບ​ມາ​ເຖິງ​ນະ​ຄອນ​ຫຼວງວຽງ​ຈັນ ກໍ​ໄດ້​ສືບ​ຕໍ່​ພາ​ລະ​ກິດ​ຂອງ​ຕົນ​ເອງ​ຢ່າງເປັນ​ປົກ​ກະ​ຕິ​ ແລະ ໄດ້ຕັ້ງ​ໜ້າ​ບຸກ​ບືນ​ເກັບ​ໂຕ​ຝຶກ​ຊ້ອມ​ໜັກ​ຂຶ້ນກວ່າ​ເກົ່າ …

Read More

Stay Connected

  • 256Posts
  • 1Comments
  • 2Members

Most Recent

ອາເຊມາ ຊີ້ແຈງການມອບຂັນເປຕັງ

ເຂີຍເມືອງຊຳ
1 ອາທິດ ago

ໄຟຟ້າເຊກະໝານ 1 ສ້າງທາງໃຫ້ເມືອງຊານໄຊ

ເຂີຍເມືອງຊຳ
2 ອາທິດ ago

ປກສ ເມືອງພູຄູນຈູດທຳລາຍເງິນປອມ

ເຂີຍເມືອງຊຳ
2 ອາທິດ ago
Load more

ກ່ຽວກັບພວກເຮົາ

ເວັບ LaoNews.net ບໍລິການ ຂ່າວສານ ຄວາມຮູ້ ວາໄລຕີ້ ສາລະບັນເທິງດີໆ ເພື່ອຄົນລາວ ບໍລິຫານໂດຍທີມງານ ຈາກນັກຂ່າວ ນັກຂຽນ ວົງການສື່ມວນຊົນທີ່ມີປະສົບການຂອງລາວ !

Line ID = laogroup

ຕິດຕາມເຮົາທີ່ນີ້:

ຂ່າວຍອດນິຍົມ

ນາງໝວຍສາລະພາບ ພົວພັນກັບກຸ່ມຄົນລາວນອກ

ເຂີຍເມືອງຊຳ
18/09/2019

ເຈ້ນາງບອກວ່າ ສາມີເຈ້ຖືກກ່າວຫາ

ເຂີຍເມືອງຊຳ
20/09/2019

ນາງ ໝວຍຖືກຈັບ ຂໍ້ຫາຕ້ານ ສປປ ລາວ

ເຂີຍເມືອງຊຳ
14/09/2019

ຄະດີສາວໝວຍ ຍັງຕ້ອງສືບສວນຕື່ມອີກກ່ອນ

ເຂີຍເມືອງຊຳ
21/09/2019

ຂ່າວໃໝ່ຫຼ້າສຸດ

  • 1 ອາທິດ ago

    ອາເຊມາ ຊີ້ແຈງການມອບຂັນເປຕັງ

  • 2 ອາທິດ ago

    ໄຟຟ້າເຊກະໝານ 1 ສ້າງທາງໃຫ້ເມືອງຊານໄຊ

  • 2 ອາທິດ ago

    ປກສ ເມືອງພູຄູນຈູດທຳລາຍເງິນປອມ

  • 2 ອາທິດ ago

    ໝວຍ ຖືກຕັດສິນລົງໂທດຂັ້ນສູງສຸດ

  • 2 ອາທິດ ago

    ລາວ-ຈີນ ຕ່າງກໍຍ້ອງຍໍຊົມເຊີຍເຊິ່ງກັນແລະກັນ

Top Tags ກິລາ ຂ່າວລາວ ຂ່າວກິລາ ຂ່າວພາຍໃນ ຂ່າວ ຂ່າວປະຈໍາວັນ laonews ນ້ຳຖ້ວມ ລາວ ນາງງາມລາວ ເສດຖະກິດ ຂ່າວບັນເທີງ ຂ່າວຕ່າງປະເທດ ສປປ ລາວ ບັນເທີງ
© Copyright 2018, All Rights Reserved Powered by LaoNews.net | Designed by Koungkam
Loading...