ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net

ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net
  • ໜ້າທຳອິດ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວກິລາ
  • ບັນເທີງ
  • ທ່ອງທ່ຽວ
  • ນານາສາລະ
3 ໃໝ່ ບົດຄວາມ
  • 6 ຊົ່ວໂມງ ກ່ອນ ສຸດແປກ!​ ອ້າຍນ້ອງແຕ່ງດອງກັນເອງ ອ່ານແລ້ວເສົ້າ
  • 16 ຊົ່ວໂມງ ກ່ອນ ລັດຖະບານກຽມກວດກາ ເຂື່ອນໄຟຟ້າ 78 ແຫ່ງໃນລາວ​ທຸກໆ​ 5​ປີ
  • 20 ຊົ່ວໂມງ ກ່ອນ ທ່ານພົນເອກ ປຣະຢຸດ ຈັນໂອຊາ ສົ່ງສານຊົມເຊີຍທ່ານທອງລຸນ​ ສີສຸລິດ​ ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຂອງພັກ ສະໄໝທີ​ XI
ໜ້າຫຼັກ ຄັງຄຳຄົ້ນຫາ ສະຫະລັດອາເມລິກາ

ຄັງຄຳຄົ້ນຫາ ສະຫະລັດອາເມລິກາ

ພັນທະມິດສະຫະລັດອາເມລິກາ ພະຍາຍາມຕີຕົວອອກຫ່າງກໍລະນີອີຣານ
ຂ່າວຕ່າງປະເທດ

ພັນທະມິດສະຫະລັດອາເມລິກາ ພະຍາຍາມຕີຕົວອອກຫ່າງກໍລະນີອີຣານ

ຂຽນໂດຍ: ກຸ້ງຄຳ ແສນມະນີ
09/01/2020
in :  ຂ່າວຕ່າງປະເທດ
0
10,935

ປະເທດ​ພັນທະມິດ​ຂອງສະຫະລັດອາເມລິກາເລີ່ມ​ອອກ​ມາ​ປະຕິເສດ​ວ່າ ​ບໍ່​ຮູ້​ມາ​ກ່ອນ​ວ່າ ສະຫະລັດ ຈະ​ສັງ​ຫານ​ນາຍ​ພົນ​ໂຊ​ເລ​ມາ​ນີ​ຂອງ​ອີຣານ ເພາະ​ບໍ່​ຢາກ​ຕົກ​ເປັນ​ເປົ້າ​ການ​ໂຈມ​ຕີ​ຈາກ​ອີຣານ​ ແລະ ​ພັນທະມິດ. ປະເທດ​ພັນທະມິດ​ຂອງສະຫະລັດ ຫຼາຍ​ປະເທດ​ທີ່​ເຄີຍ​ສະໜັບ​ສະໜຸນ​ໃຫ້ສະຫະລັດ ໃຊ້​ມາດຕະການ​ທີ່​ຮຸນແຮງ​ຂຶ້ນ​ໃນ​ການ​ຮັບ​ມື​ກັບ​ອີຣານ ຊໍ້າພັດ​ເລີ່ມ​ຕີ​ຕົວ​ອອກ​ຫ່າງ​ຈາກສະຫະລັດ ດ້ວຍ​ການ​ອອກ​ມາ​ປະກາດວ່າ ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ ແລະ​ ບໍ່​ຮູ້​ມາ​ກ່ອນ​ວ່າ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ສັ່ງ​ການ​ໃຫ້​ກອງທັບສະຫະລັດ ສັງ​ຫານ ພົນຕີ ​ກັດ​ຊິມ ໂຊ​ເລ​ມາ​ນີ ຜູ້​ບັນ​ຊາ​ການ​ກອງ​ກຳ​ລັງ​ກຸດ​ສ​໌ ກອງ​ກຳ​ລັງ​ສຳຄັນ​ຂອງ​ກອງທັບ​ພິ​ທັກປະຕິວັດອີຣານ ດ້ວຍ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຈາກ​ໂດ​ຣນ​ທີ່ນະຄອນຫຼວງ​ແບກ​ແດດ​ຂອງ​ອີຣັກ​ເມື່ອ​ວັນທີ 3 ມັງກອນ ທີ່​ຜ່ານມາ. ປະເທດ​ພັນທະມິດ​ຂອງສະຫະລັດ ຫຼາຍ​ປະເທດ​ພະຍາຍາມ​ຈະ​ບໍ່ຫຍຸ້ງ​ກັບ​ຄວາມ​ຂັດ​ແຍ້ງ​ລະຫວ່າງສະຫະລັດ ແລະ​ ອີຣານ​ໃນ​ເທື່ອ​ນີ້ ເພາະ​ຢ້ານ​ວ່າ​ຈະ​ຕົກ​ເປັນ​ເປົ້າ​ການ​ໂຈມ​ຕີ​ຂອງ​ອີຣານ ​ແລະ ​ພັນທະມິດ​ໄປ​ນຳ ໂດຍ​ສະເພາະ​ຫຼັງ​ຈາກ​ທີ່​ອີຣານ​ຍິງ​ຂີປະ​ນາ​ວຸດ​ຫຼາຍ​ສິບຫົວ​ຖະຫຼົ່ມ​ຖານ​ທັບສະຫະລັດ 2 ແຫ່ງ​ໃນ​ອີຣັກ. ອິດ​ສະຣາ​ເອລ ​ແລະ ​ອົ​ງ​ການ​ສົນ​ທິ​ສັນຍາ​ແອັດ​ແລນ​ຕິກ​ເໜືອ ຫຼື ນາ​ໂຕ (NATO) ຢ້ຳ​ວ່າ ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ໂຈມ​ຕີ​ຂອງສະຫະລັດແຕ່​ຢ່າງ​ໃດ. ຂະນະ​ທີ່ ອັງ​ກິດ, ຝ​ຣັ່ງ, ເຢຍລະມັນ, ຊາ​ອຸ​ດີ​ອາ​ຣະ​ເບຍ ແລະ ​ອັນ​ໂຕນິ​ອູ ກູ​ແຕ​​ຣີສ ເລ​ຂາ​ທິ​ກາ​ນສະ​ຫະ​ປະ​ຊາ​ຊາດ (UN) ​ຕ່າງ​ກໍ​ຮຽກ​ຮ້ອງ​ໃຫ້ສະຫະລັດອົດ​ກັ້ນ ໂດຍ​ສະເພາະ​ຢ່າງຍິ່ງ ຫຼັງ​ຈາກ​ທີ່​ທ່ານ …

ອ່ານເພີ່ມ
ສະພາອາເມຣິກາກຽມໂຫວດ “ຈຳກັດອຳນາດຂອງທຣັມ” ກໍລະນີໃຊ້ມາດຕະການທະຫານກັບອີຣ່ານ
ຂ່າວຕ່າງປະເທດ

ສະພາອາເມຣິກາກຽມໂຫວດ “ຈຳກັດອຳນາດຂອງທຣັມ” ກໍລະນີໃຊ້ມາດຕະການທະຫານກັບອີຣ່ານ

ຂຽນໂດຍ: ກຸ້ງຄຳ ແສນມະນີ
09/01/2020
in :  ຂ່າວຕ່າງປະເທດ
1
1,949

ສະພາລຸ່ມຂອງອາເມຣິກາກຽມຍື່ນ ແລະ ໂຫວດຄະແນນເພື່ອຈຳກັດອຳນາດໃນການໃຊ້ມາດຕະການທາງທະຫານຕໍ່ອີຣ່ານຂອງປະທານາທິບໍດີ ໂດນັລ ທຣັມ ຫຼັງເກີດຄວາມເຄັ່ງຕຶງໃນຕາເວັນອອກກາງເພີ່ມຂຶ້ນເລື້ອຍໆ. ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 7 ມັງກອນຜ່ານມາວ່າ: ທ່ານ ນາງ ແນນຊີ ເພໂຣຊີ ປະທານສະພາລຸ່ມຈະຍື່ນຢັດຕິເພື່ອຈຳກັດອຳນາດຂອງປະທານາທິບໍດີ ໂດນັລ ທຣັມ ໃນການໃຊ້ມາດຕະການທາງທະຫານກັບອີຣ່ານ, ເນື່ອງຈາກຄວາມເຄັ່ງຕຶງລະຫວ່າງສອງປະເທດທະວີຄວາມຮຸນແຮງຂຶ້ນເລື້ອຍໆນັບແຕ່ ທ່ານ ທຣັມ ສັ່ງໂຈມຕີທາງອາກາດໃນການສັງຫານ ທ່ານ ຄາເຊມ ໂຊໄລມານີ ຂອງອີຣ່ານເມື່ອບໍ່ດົນມານີ້. ທ່ານ ນາງ ເພໂຣຊີ ໄດ້ລະບຸໃນຈົດໝາຍຊຶ່ງສົ່ງໃຫ້ແກ່ສະມາຊິກພັກເດໂມແຄຣັດໃນສະພາຜູ້ແທນຣາຊະດອນວ່າ: ການຍຸຍົງ ແລະ ໂຈມຕີທາງອາກາດໃນທາງທີ່ບໍ່ເໝາະສົມຕໍ່ ໂຊໄລມານີ ເຮັດໃຫ້ເຈົ້າໜ້າທີ່, ນັກການທູດ ແລະ ອື່ນໆເປັນອັນຕະລາຍຈາກຄວາມເຄັ່ງຕຶງກັບອີຣ່ານທີ່ທະວີຄວາມຮຸນແຮງຂຶ້ນນັບມື້. ທັງນີ້ ຢັດຕິດັ່ງກ່າວທີ່ຈະມີການຍື່ນ ແລະ ໂຫວດໃນອາທິດນີ້ຈະກຳນົດໃຫ້ມາດຕະການທາງທະຫານທີ່ຈະເປັນສັດຕູກັບອີຣ່ານຈະຕ້ອງຢຸດຕິລົງພາຍໃນ 30 ວັນ, ຍົກເວັ້ນກໍລະນີທີ່ສະພາຄອງເກຣສຈະອະນຸຍາດໃຫ້ໃຊ້ມາດຕະການເຊັ່ນ: ການປະກາດສົງຄາມ… ຮຽບຮຽງ: ເພັງສະຫວັນ ທີ່ມາຂ່າວ   ***ລຳດັບເຫດການ/ລວມຂ່າວພິພາດສະຫະລັດອາເມລິກາ-ອີຣານ*** ພັນທະມິດສະຫະລັດອາເມລິກາ ພະຍາຍາມຕີຕົວອອກຫ່າງກໍລະນີອີຣານ ສະພາອາເມຣິກາກຽມໂຫວດ “ຈຳກັດອຳນາດຂອງທຣັມ” ກໍລະນີໃຊ້ມາດຕະການທະຫານກັບອີຣ່ານ ອີຣານເປີດສາກລ້າງແຄ້ນ ຍິງຂີປະນາວຸດ 10 ຫົວໃສ່ຖານທັບສະຫະລັດໃນອີຣັກ ອີຣານປະກາດຫຼຸດລະດັບຄວາມຜູກພັນພາຍໃຕ້ຂໍ້ຕົກລົງນິວເຄຼຍ …

ອ່ານເພີ່ມ
ອີຣານເປີດສາກລ້າງແຄ້ນ ຍິງຂີປະນາວຸດ 10 ຫົວໃສ່ຖານທັບສະຫະລັດໃນອີຣັກ
ຂ່າວຕ່າງປະເທດ

ອີຣານເປີດສາກລ້າງແຄ້ນ ຍິງຂີປະນາວຸດ 10 ຫົວໃສ່ຖານທັບສະຫະລັດໃນອີຣັກ

ຂຽນໂດຍ: ກຸ້ງຄຳ ແສນມະນີ
08/01/2020
in :  ຂ່າວຕ່າງປະເທດ, ຂ່າວເດັ່ນ
1
698

(8 ມັງກອນ 2020) ກະຊວງ​ປ້ອງກັນປະເທດສະຫະລັດອາເມລິກາ ເປີດ​ເຜີຍ​ວ່າ ຊ່ວງ​ເວລາ​ປະ​ມານ 01:30 ໂມງ ຕາມ​ເວລາ​ທ້ອງ​ຖິ່ນ​ໃນ​ອີຣັກ, ອີຣານ​ເປີດ​ສາກ​ຍິງ​ຂີປະນາວຸດ​ຫຼາຍກວ່າ 10 ຫົວ ຂ້າມ​ຝັ່ງ​ມາຍັງ​ຖານ​ທັບ​ອາ​ກາດ​ອັລ-​ອັດ​ຊາດ (Al-Asad) ແລະ​ ຖານ​ທັບ​ອາ​ກາດ​ອີ​ບິນ​ໃນ​ອີຣັກ ທີ່​ກອງທັບ​ຂອງ​ສະຫະລັດອາເມລິກາ​ ແລະ ​ຊາດ​ພັນ​ທະ​ມິດ​ຕັ້ງ​ກຳ​ລັງ​ຢູ່ ໂດຍ​ຫຼ້າ​ສຸດ​ຍັງ​ບໍ່​ມີ​ລາຍ​ງານ​ຄວາມ​ເສຍ​ຫາຍ. ຂະນະ​ທີ່​ກອງ​ກຳ​ລັງ​ພິ​ທັກ​ການ​ປະຕິວັດ​ອິດ​ສະລາມ​ອີຣານ ອອກ​ມາ​ອ້າງ​ຄວາມ​ຮັບ​ຜິດຊອບ​ໃນ​ການ​ໂຈມ​ຕີ​ເທື່ອ​ນີ້ ໂດຍ​ເປັນ​ປະຕິບັດການ​ຊື່​ວ່າ “Martyr Soleimani” ເພື່ອ​ເປັນ​ການ​ຕອບ​ໂຕ້​ທີ່ສະຫະລັດອາເມລິກາ​ສັງ​ຫານ ພົນຕີ ຄາ​ເຊມ ໂຊ​ເລ​ມາ​ນີ ອ​ະດີດ​ຜູ້​ບັນຊາ​ການ​ກອງ​ກຳ​ລັງ​ຄຸດ​ສ​໌ ພ້ອມ​ຂູ່​ວ່າ​ຈະ​ຕອບ​ໂຕ້​ໃຫ້​ຮຸນແຮງ​ກວ່າ​ເກົ່າ ແລະ ​ຂະຫຍາຍ​ວົງ​ກວ້າງ​ໄປ​ທົ່ວ​ພາກພື້ນ​ຕາເວັນ​ອອກ​ກາງ ຫາກ​ສະຫະລັດອາເມລິກາ​ເປີດ​ສາກ​ໂຈມ​ຕີ​ອີກ. ນອກ​ຈາກ​ນີ້ ຍັງລະ​ບຸ​ວ່າ ໃຫ້​ສະຫະລັດອາເມລິກາ​ຖອນ​ກຳ​ລັງ​ທະຫານ​ອອກຈາກ​ພາກພື້ນ​ນີ້. ນອກ​ຈາກ​ນີ້ ສຳ​ນັກ​ຂ່າວ​ເພຣສ ທີ​ວີ (Press TV) ລາຍ​ງານ​ວ່າ ​ເມື່ອ​ເວລາ 23:30 ໂມງ ຕາມ​ເວລາ​ທ້ອງ​ຖິ່ນ ກອງ​ກຳ​ລັງ​ພິ​ທັກ​ການ​ປະຕິວັດ​ອິດສະ​ລາມ (IRGC) ຍິງ “ຂີປະນາວຸດ​ຈາກ​ພື້ນ​ສູ່​ພື້ນ (surface-to-surface missile) ເກີນ​ສິບ​ຫົວ ”ໂຈມ​ຕີ​ຖານ​ທັບ​ອາ​ກາດສະ​ຫະລັດ ໃນ​ແຂວງ​ອັນ​ບາ​ (Anbar) ທາງ​ຕາເວັນ​ຕົກ​ຂອງ​ອີຣັກ ເພື່ອ​ຕອບ​ໂຕ້​ການ​ທີ່ສະຫະລັດສັງ​ຫານ​ນາຍ​ພົນ ​ຄາ​ເຊມ …

ອ່ານເພີ່ມ
ອີຣານປະກາດຫຼຸດລະດັບຄວາມຜູກພັນພາຍໃຕ້ຂໍ້ຕົກລົງນິວເຄຼຍ ຫຼັງນາຍພົນຖືກສັງຫານ
ຂ່າວຕ່າງປະເທດ

ອີຣານປະກາດຫຼຸດລະດັບຄວາມຜູກພັນພາຍໃຕ້ຂໍ້ຕົກລົງນິວເຄຼຍ ຫຼັງນາຍພົນຖືກສັງຫານ

ຂຽນໂດຍ: ກຸ້ງຄຳ ແສນມະນີ
08/01/2020
in :  ຂ່າວຕ່າງປະເທດ
1
1,564

ເຕ​ຫະ​ຣານ, 5 ມັງກອນ (ຊິນ​ຫົວ) — ເມື່ອວັນ​ອາທິດ (5 ມັງກອນ) ສຳ​ນັກ​ຂ່າວ​ທາງ​ການ​ອີຣານ (IRNA) ລາຍ​ງານ​ວ່າ ອີຣານ​ໄດ້​ປະ​ກາດ​ຈະຫຼຸດລະ​ດັບ​ຄວາມ​ຜູກ​ພັນ​ພາຍໃຕ້​ຂໍ້​ຕົກລົງ​ນິວເຄຼຍອີຣານ​ປີ 2015 ຂັ້ນ​ທີ 5 ຊຶ່ງ​ເປັນ​ຂັ້ນ​ສຸດ​ທ້າຍ. ສຳ​ນັກ​ຂ່າວ​ທ້ອງ​ຖິ່ນ ລາຍ​ງານ​ຖະແຫຼງການຂ​ອງ​ລັດຖະບານ​ອີຣານ​ທີ່​ລະບຸ​ວ່າ “ສາທາລະນະລັດ​ອິດສະ​ລາມ​ໄດ້ຫຼຸດ​ຂໍ້​ຈຳ​ກັດ​ສຳຄັນ​ສຸດ​ທ້າຍ​ຕາມ​ຂັ້ນ​ທີ 5 ຂອງ​ການ​ຖອນຕົວ​ຈາກ​ຂໍ້​ຜູກ​ພັນ​ດັ່ງ​ກ່າວ ນັ້ນ​ຄື ‘ຂໍ້​ຈຳ​ກັດ​ກ່ຽວກັບ​ຈຳນວນ​ເຄື່ອງ​ໝຸນ​ຫວ່ຽງ​ວັດ​ສະດຸ​ນິວ​ເຄຼຍ (centrifuge) ທີ່​ອີຣານ​ມີ. ໂຄງ​ການ​ນິວ​ເຄຼຍຂ​ອງ​ອີຣານ​ຈະ​ບໍ່​ປະຕິບັດ​ຕາມ​ຂໍ້​ຈຳ​ກັດ​ໃນທາງ​ປະຕິບັດ​ໃດ​ໆອີກ​ຕໍ່ໄປ ຮວມທັງລະ​ດັບ​ຄວາມ​ບໍລິສຸດ ​ແລະ ​ການ​ເສີມ​ສະ​ມັດຖະ​ນະມວນ​ຂອງ​ວັດສະ​ດຸ​ເສີມ​ສະ​ມັດຖະ​ນະ ຮວມ​ທັງ​ກິດຈະກຳ​ການ​ວິ​ໄຈ ​ແລະ ​ພັດທະນາ​ຕ່າງ​ໆ,” ຖະແຫຼງການຂ​ອງ​ລັດຖະບານ​ອີຣານ​ລະບຸ. “ນັບ​ຈາກ​ນີ້​ໄປ​ໂຄງ​ການ​ນິວເຄຼຍຂອງອີຣານ​ຈະ​ເດີນໜ້າ​ຕາມ​ຂໍ້​ກຳນົດ​ທາງ​ເຕັກ​ນິກ​ຂອງຕົວ​ເອງ”. ອີຣານ​ໄດ້​ດຳ​ເນີນ​ການ​ຕ່າງ​ໆ ຢ່າງ​ເປັນ​ຂັ້ນ​ເປັນ​ຕອນ ເພື່ອ​ຕອບສະໜອງ​ຕໍ່​ການ​ຖອນຕົວ​ຂອງ​ສະຫະລັດ ຈາກ​ຂໍ້​ຕົກລົງ​ນິວເຄຼຍອີຣານ​ປີ 2015 ໃນ​ເດືອນ​ພຶດສະພາ 2018 ແລະ​ການຂວໍ້າບາດຫຼາຍ​ເທື່ອ​ຫຼັງ​ຈາກ​ນັ້ນ. ອີກ​ທັງ​ເພື່ອ​ຕອບສະໜອງ​ຕໍ່​ຄວາມຫຼ້າ​ຊ້າ​ຂອງ​ຢຸ​ໂຣບ​ໃນ​ການ​ອຳ​ນວຍ​ຄວາມສະດວກ​ແກ່​ການເຮັດ​ທຸລະ​ກຳ​ທາງ​ທະ​ນາ​ຄານ ​ແລະ​ ການ​ສົ່ງ​ອອກ​ນ້ຳ​ມັນ​ຂອງ​ອີຣານ ແລະ ​ທ້າຍ​ທີ່ສຸດ​ຄື​ເພື່ອ​ປົດ​ປ່ອຍ​ຕົນເອງ​ຈາກ​ພັນ​ທະ​ສັນຍາ​ນິວ​ເຄຼຍ. ອີຣານ​ເຄີຍ​ຖະແຫຼງໄວ້​ວ່າ​ ການຫຼຸດ​ພາລະ​ຜູກ​ພັນ​ຕາມ​ຂໍ້​ຕົກລົງ​ນິວເຄຼຍປີ 2015 ຖື​ເປັນ “ການ​ປຸກ” ຝ່າຍ​ອື່ນ​ໆ ທີ່​ກ່ຽວ​ຂ້ອງ​ກັບ​ຂໍ້​ຕົກລົງ ເພື່ອ​ປົກ​ປ້ອງ​ຜົນ​ປະໂຫຍດ​ທາງ​ເສດຖະກິດ​ຂອງ​ອີຣານ. “ດັ່ງ​ເຊັ່ນ​ກ່ອນ​ໜ້າ​ນີ້ ອີຣານ​ຈະ​ຍັງ​ຄົງ​ຮ່ວມ​ມື​ກັບ​ອົງການ​ພະລັງ​ງານ​ປະລະ​ມາ​ນູ​ລະຫວ່າງ​ປະເທດ (IAEA) ຕໍ່ໄປ,” ອີຣານ​ປະ​ກາດ​ເມື່ອ​ວັນ​ອາທິດ​ທີ່​ຜ່ານມາ. …

ອ່ານເພີ່ມ
ປະທານາທິບໍດີສະຫະລັດຂູ່ຂວໍ້າບາດອີຣັກ ຖ້າຫາກໄລ່ກອງທັບອອກນອກປະເທດ
ຂ່າວຕ່າງປະເທດ

ປະທານາທິບໍດີສະຫະລັດຂູ່ຂວໍ້າບາດອີຣັກ ຖ້າຫາກໄລ່ກອງທັບອອກນອກປະເທດ

ຂຽນໂດຍ: ກຸ້ງຄຳ ແສນມະນີ
07/01/2020
in :  ຂ່າວຕ່າງປະເທດ, ຂ່າວເດັ່ນ
0
3,946

ປະທານາທິບໍດີສະຫະລັດ ຂູ່​ວ່າ​ ຈະ​ຂວໍ້າບາດອີຣັກ ຫາກອີຣັກ​ໄລ່​ກອງທັບສະຫະລັດອອກ​ນອກ​ປະເທດ ນອກ​ຈາກວ່າ ອີຣັກ​ຈະ​ຍອມ​ຈ່າຍ​ຄ່າ​ສ້າງ​ຖານ​ທັບ​ອາ​ກາດ​ຫຼາຍ​ຕື້ໂດລາ​ຄືນ​ໃຫ້. ໂດນັລ ທຣຳ ປະທານາທິບໍດີສະຫະລັດ ກ່າວ​ວ່າ ອີຣັກ​ຄວນ​ຈະ​ກຽມ​ໂຕ​ຮັບ​ມື​ກັບ​ການ​ຂວໍ້າບາດ​ທີ່​ໜັກ​ຢ່າງ​ທີ່​ບໍ່​ເຄີຍ​ເຫັນ​ມາ​ກ່ອນ​ຈາກສະຫະລັດ ຫາກ​ລ​ົງມະ​ຕິ​ໃຫ້​ຂັບ​ໄລ່​ກອງທັບ​ຕ່າງ​ຊາດ​ອອກຈາກອີຣັກ. ທຣຳ ລະ​ບຸ​ວ່າ “ເຮົາ​ມີ​ຖານ​ທັບ​ອາ​ກາດ​ທີ່​ແພງ​ມະຫາ​ສານ​ຢູ່ບ່ອນນັ້ນ ໃຊ້​ງົບ​ສ້າງ​ຫຼາຍຕື້ໂດລາ​ຕັ້ງ​ແຕ່​ຂ້າພະເຈົ້າຍັງ​ບໍ່​ຢູ່ໃນ​ຕຳແໜ່ງ. ເຮົາ​ຈະ​ບໍ່​ອອກ ນອກ​​ຈາກ​ພວກ​ທ່ານ​ຈະ​ຈ່າຍ​ເງິນ​ຄືນ​ໃຫ້​ພວກ​ເຮົາ”. ທ່ານຍັງ​ຂູ່​ຕໍ່ວ່າ ຫາກອີຣັກ​ສະແດງ​ທ່າ​ທີ​ເປັນ​ປໍລະປັກ ແລະ ສະຫະລັດເຫັນ​ວ່າ​ບໍ່​ເໝາະ​ສົມ “ສະຫະລັດຈະ​ຂວໍ້າບາດອີຣັກ​ຢ່າງ​ໜັກ ແບບ​ທີ່​ເຮັດໃຫ້​ການ​ຂວໍ້າບາດ​ອີຣານ​ເບິ່ງ​ເປັນ​ເລື່ອງ​ນ້ອຍໆ​ໄປເລີຍ.” ອ່ານຂ່າວທີ່ກ່ຽວຂ້ອງ = ປະທານາທິບໍດີສະຫະລັດຊີ້ແຈງເຫດສັງຫານ “ນາຍພົນໂຊເລມານີ” ຂອງອີຣານ ແມ່ນເພື່ອຢຸດສົງຄາມ ອີຣານຕັ້ງຄ່າຫົວ “ປະທານາທິບໍດີສະຫະລັດ 80 ລ້ານໂດລາ” ພ້ອມຂູ່ໂຈມຕີທຳນຽບຂາວໄດ້ທຸກເວລາ ທ່າ​ທີ​ດັ່ງ​ກ່າວ​ມີ​ຂຶ້ນ​ຫຼັງ​ຈາກ​ທີ່​ລັດຖະສະພາອີຣັກ​ລ​ົງມ​ະຕິ​ໃຫ້ຢຸດຕິ​ຂໍ້​ຕົກລົງ​ທີ່​ເຄີຍ​ເຮັດ​ໄວ້​ກັບ​ລັດຖະບານສະຫະລັດ ເມື່ອ​ປີ 2014 ຊຶ່ງ​ເປັນ​ຂໍ້​ຕົກລົງ​ວ່າສະຫະລັດ ຈະ​ສົ່ງ​ທະຫານ​ໄປ​ຊ່ວຍອີຣັກ​ຕໍ່ສູ້​ກັບ​ກຸ່ມ​ກໍ່​ການ​ຮ້າຍໄອເອສ ໂດຍ​ໃຫ້​ເຫດ​ຜົນວ່າ ຂໍ້​ຕົກລົງ​ດັ່ງ​ກ່າວ​ເປັນ​ຂໍ້​ຕົກລົງ​ທີ່​ອະນຸຍາດ​ໃຫ້​ກອງທັບ​ຕ່າງ​ຊາດ​ເຂົ້າໄປ​ຕໍ່ສູ້​ກັບ​ກຸ່ມໄອເອສ ຊຶ່ງ​ປັດຈຸບັນ​ໄດ້​ຫຼົ້ມສະຫຼາຍ​ໄປ​ແລ້ວ ແລະ ​ລັດຖະບານອີຣັກ​ຕ້ອງ​ຢຸດຕິ​ບໍ່​ໃຫ້​ກອງທັບ​ຕ່າງ​ຊາດ​ເຂົ້າ​ມາ​ໃຊ້​ຜືນ​ແຜ່ນດິນອີຣັກ, ໃຊ້​ນ່ານ​ຟ້າ ຫຼື ນ່ານນ້ຳ​ຂອງອີຣັກ​ຫາ​ປະໂຫຍດ​ໃດ​ໆ. ຢ່າງໃດ​ກໍ​ຕາມ ມ​ະຕິ​ດັ່ງ​ກ່າວຍັງ​ເປີດ​ທາງ​ໃຫ້​ກອງທັບ​ຕ່າງ​ຊາດ​ປະຈຳ​ການ​ຢູ່ໃນອີຣັກ​ໄດ້ ຫາກ​ເປັນ​ການ​ປະຈຳ​ການ​ເພື່ອ​ຊ່ວຍ​ຝຶກ​ຝົນ​ທະຫານອີຣັກ ແຕ່​ຄູຝຶກ​ຊາວ​ຕ່າງ​ຊາດ​ມີ​ຄວາມ​ຈຳ​ເປັນ​ຕ້ອງລາຍ​ງານ​ຕົວ​ກັບ​ທາງ​ການອີຣັກ​ອີກດ້ວຍ. ຄວາມ​ເຄັ່ງຕຶງ​​ລະຫວ່າງສະຫະລັດ ແລະ ອີຣັກ​ເພີ່ມ​ຂຶ້ນ​ນັບ​ຕັ້ງ​ແຕ່​ທີ່​ກອງທັບສະຫະລັດ ສັງ​ຫານ​ພົນຕີ ກັດ​ຊິມ ໂຊ​ເລ​ມາ​ນີ ຜູ້​ບັນ​ຊາ​ການ​ກອງ​ກຳ​ລັງ​ກຸດ​ສ​໌ ກອງ​ກຳ​ລັງ​ສຳຄັນ​ຂອງ​ກອງທັບ​ພິ​ທັກປະຕິວັດ​ອີຣານ …

ອ່ານເພີ່ມ
ອີຣານຕັ້ງຄ່າຫົວ "ປະທານາທິບໍດີສະຫະລັດ 80 ລ້ານໂດລາ" ພ້ອມຂູ່ໂຈມຕີທຳນຽບຂາວໄດ້ທຸກເວລາ
ຂ່າວຕ່າງປະເທດ

ອີຣານຕັ້ງຄ່າຫົວ “ປະທານາທິບໍດີສະຫະລັດ 80 ລ້ານໂດລາ” ພ້ອມຂູ່ໂຈມຕີທຳນຽບຂາວໄດ້ທຸກເວລາ

ຂຽນໂດຍ: ກຸ້ງຄຳ ແສນມະນີ
07/01/2020
in :  ຂ່າວຕ່າງປະເທດ, ຂ່າວເດັ່ນ
2
3,440

ອີຣານປະ​ກາດ​ຕັ້ງ​ຄ່າຫົວ ໂດນັລ ທຣຳ 80 ລ້ານໂດລາ ຫຼື ປະມານ 708 ຕື້ກີບ ດ້ານ​ສະມາຊິກ​ລັດຖະ​ສະພາ​ຂູ່ ອີຣານສາມາດ​ໂຈມ​ຕີ​ທຳນຽບ​ຂາວ​ໄດ້​ທຸກ​ເມື່ອ. ລະຫວ່າງ​ການ​ຈັດ​ງານ​ພິທີ​ສົບ​ຂອງ ພົນຕີ ກັດ​ຊິມ ໂຊ​ເລ​ມາ​ນີ ຜູ້​ບັນ​ຊາ​ການ​ກອງ​ກຳ​ລັງ​ກຸດ​ສ​໌ ກອງ​ກຳ​ລັງ​ສຳຄັນ​ຂອງ​ກອງທັບ​ພິ​ທັກປະຕິວ​ັ​ດ​ອີຣານເມື່ອ​ວານ​ນີ້ (5 ມັງກອນ) ອີຣານໄດ້​ປະ​ກາດ​ຜ່ານ​ສ​ະຖາ​ນີ​ໂທລະພາບ​ແຫ່ງ​ຊາດ ຮຽກ​ຮ້ອງ​ໃຫ້​ປະຊາຊົນ​ທັງ 80 ກວ່າ​ລ້ານ​ຄົນ​ຊ່ວຍ​ກັນ​ບໍລິຈາກ​ເງີນ​ຄົນ​ລະ 1 ໂດລາ ເພື່ອ​ລະ​ດົມ​ທຶນ​ເປັນ​ເງິນ​ຄ່າຫົວ​ ທ່ານ ​ໂດນັລ ທຣຳ ປະ​ທາ​ນາ​ທິບໍ​ດີສະ​ຫະລັດ ໂດຍ​ຈະ​ມອບ​ໃຫ້​ກັບ​ໃຜ​ກໍ​ຕາມ​ທີ່​ສາມາດ​ຈັບ​ຕົວ​ທ່ານ ​ທຣຳ ​ມາ​ໄດ້. ອ່ານຂ່າວທີ່ກ່ຽວຂ້ອງ = ປະທານາທິບໍດີສະຫະລັດຊີ້ແຈງເຫດສັງຫານ “ນາຍພົນໂຊເລມານີ” ຂອງອີຣານ ແມ່ນເພື່ອຢຸດສົງຄາມ ຄວາມ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ເກີດ​ຂຶ້ນ​ຫຼັງ​ຈາກ​ທີ່​ກອງທັບ​ສະ​ຫະລັດ​ສັງ​ຫານ​ພົນຕີ ກັດ​ຊິມ ໂຊ​ເລ​ມາ​ນີ ດ້ວຍ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຈາກ​ໂດ​ຣນ​ທີ່ນະຄອນຫຼວງແບກ​ແດດ​ຂອງ​ອິີຣັກ​ເມື່ອ​ວັນທີ 3 ມັງກອນ ທີ່​ຜ່ານມາ ຊຶ່ງ​ສຳ​ນັກ​ຂ່າວ Iranian Labour News Agency ຍັງ​ໄດ້​ລາຍ​ງານ​ດ້ວຍ​ວ່າ ໜຶ່ງ​ໃນ​ສະມາຊິກ​ລັດຖະ​ສະພາປະ​ກາດ​ ພ້ອມ​ຖະຫຼົ່ມ​ທຳນຽບ​ຂາວ​ໄດ້​ທຸກ​ເມື່ອ. “ເຮົາ​ສາມາດ​ໂຈມ​ຕີ​ທຳນຽບ​ຂາວ​ໄດ້ ເຮົາ​ສາມາດ​ຕອບ​ໂຕ້​ຊາວ​ອ​າເມ​ລິກາ​ເທິງ​ຜືນ​ດິນ​ຂອງ​ພວກ​ເຂົາ​ໄດ້. ເຮົາ​ມີ​ພະລະ​ກຳ​ລັງ ຕາມ​ພະປະສົງ​ຂອງ​ພະ​ເຈົ້າ. ເຮົາ​ຈະ​ຕອບ​ໂຕ້​ໃນ​ເວລາ​ທີ່​ເໝາະ​ສົມ​ທີ່ສຸດ. ເມື່ອ​ມີ​ໃຜ​ປະ​ກາດ​ສົງຄາມ …

ອ່ານເພີ່ມ
ຊີ້ແຈງເຫດສັງຫານ "ນາຍພົນໂຊເລມານີ" ຂອງອີຣານ
ຂ່າວຕ່າງປະເທດ

ປະທານາທິບໍດີສະຫະລັດຊີ້ແຈງເຫດສັງຫານ “ນາຍພົນໂຊເລມານີ” ຂອງອີຣານ ແມ່ນເພື່ອຢຸດສົງຄາມ

ຂຽນໂດຍ: ກຸ້ງຄຳ ແສນມະນີ
06/01/2020
in :  ຂ່າວຕ່າງປະເທດ, ຂ່າວເດັ່ນ
0
5,759

ຊີ້ແຈງເຫດສັງຫານ “ນາຍພົນໂຊເລມານີ” ຂອງອີຣານ ປະທານາທິບໍດີ ໂດນັລ ທຣຳ ກ່າວ​ວ່າ ປະຕິບັດການ​ຂອງ​ສະຫະລັດ ທີ່​ສັງ​ຫານ ພົນຕີ ກັດ​ຊິມ ໂຊ​ເລ​ມາ​ນີ ນາຍ​ທະຫານ​ຄົນ​ສຳຄັນ​ຂອງອີຣານ​ເມື່ອ​ເຊົ້າວັນ​ສຸກ​ຕາມ​ເວລາ​ທ້ອງ​ຖິ່ນ ມີ​ຈຸດປະສົງ​ເພື່ອຢຸດ​ສົງຄາມ. ປະທານາທິບໍດີ​ ທຣຳ ກ່າວ​ວ່າ “ຄວາມ​ແຂງກະດ້າງ​ຂອງອີຣານ​ໃນພາກພື້ນ ຊຶ່ງລວມທັງ​ການ​ໃຊ້​ນັກຮົບ​ຕົວ​ແທນ​ເພື່ອ​ສັ່ນ​ຄອນ​ຄວາມໝັ້ນຄົງ​ຂອງ​ປະເທດ​ເພື່ອນ​ບ້ານ​ຕ້ອງ​ຢຸດຕິ​ລົງ” ໂດຍ​ທັນ​ທີ. ທ່ານ​ຖະແຫຼງ​ຂ່າວ​ນີ້​ຕໍ່​ສື່​ທີ່​ສະຖານ​ຕາກ​ອາ​ກາດ​ຂອງ​ຄອບຄົວ​ ທຣຳ ມາ​-​ອາ​-​ລາ​ໂກ ໃນ​ລັດ​ຟ​ລໍ​ຣິ​ດາ ສະຫະລັດອາເມລິກາ. ກ່ອນ​ໜ້າ​ໃນ​ມື້​ດຽວ​ກັນ ຜູ້​ນຳ​ສະຫະລັດ​ກ່າວ​ສະໜັບ​ສະໜຸນ ປະຕິບັດການ​ຂອງ​ກອງທັບ​ສະຫະລັດ​ໃນ​ການ​ສັງ​ຫານ​ຜູ້​ບັນ​ຊາ​ການ​ທະຫານ​ຄົນ​ສຳຄັນ​ຂອງອີຣານ​ລາຍ​ນີ້ ໃກ​ສະໜ​າມ​ບິນ​ໃນນະຄອນ​ແບກ​ແດດ​ປະເທດ​ອິ​ຣັກ, ຂະນະ​ທີ່​ລັດຖະບານອີຣານ​ຂູ່​ວ່າ​ຈະ “ແກ້​ເ​ເຄ້ນ​ຢ່າງ​ຮຸນແຮງ”. ຜູ້​ນຳ​ສະຫະລັດ​ກ່າວ​ວ່າ ພົນຕີ ກັດ​ຊິມ ໂຊ​ເລ​ມາ​ນີ ແຫ່ງ​ກອງ​ກຳ​ລັງ​ກຸດ​ສ໌ ຂອງອີຣານ ມີ​ສ່ວນ​ເຮັດໃຫ້​ຄ​ົນອາເມ​ລິ​ກາ ລວມທັງ​ຊາວ​ອີຣັກ ​ແລະ ​ຊາວອີຣານ​ຫຼາຍ​ພັນ​ຄົນ​ເສຍຊີວິດ ​ແລະ ​ບາດ​ເຈັບ. ປະທານາທິບໍດີ​ ທຣຳ ​ກ່າວອີກ​ວ່າ ປະຕິບັດການ​ປິດ​ຊີບ​ຂຸນ​ພົນ​ຄົນ​ສຳຄັນ​ຂອງ​ກອງທັບອີຣານ​ເທື່ອ​ນີ້ ຄວນ​ຈະ​ເກີດ​ຂຶ້ນ​ກ່ອນ​ໜ້າ​ນີ້​ຫຼາຍ​ປີ​ດ້ວຍ​ຊ້ຳ. ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ສະຫະລັດ ມີ​ຜູ້​ເສຍຊີວິດ​ຢ່າງ​ໜ້ອຍ 7 ລາຍ ຊຶ່ງ​ລວມທັງ ພົນຕີ ໂຊ​ເລ​ມາ​ນີ. ຜູ້​ນຳ​ສະຫະລັດ ຂຽນ​ຜ່ານ​ທະວິດ​ເຕີ​ໃນ​ວັນ​ສຸກ​ທີ່ຜ່ານມາ​ວ່າ ນາຍ​ພົນ​ຜູ້​ນີ້​ກຳ​ລັງ​ວາງ​ແຜນ​ສັງ​ຫານ​ຄົ​ນອາ​ເມ​ລິກາ​ເພີ່ມ​ອີກ​ຈຳນວນ​ຫຼາຍ. ກະ​ຊວງ​ປ້ອງກັນປະເທດ​ສະຫະລັດລະ​ບຸ​ວ່າ​ປະຕິບັດການ​ສັງ​ຫານ ພົນຕີ …

ອ່ານເພີ່ມ
ຂ່າວຕ່າງປະເທດ

ຈີນຮ້ອງຟ້ອງສະຫະລັດຂຶ້ນຫາ ສະພາການຄ້າໂລກ(WTO)

ຂຽນໂດຍ: ກຸ້ງຄຳ ແສນມະນີ
04/09/2019
in :  ຂ່າວຕ່າງປະເທດ
0
137

ຈີນໄດ້ຍື່ນຄຳຮ້ອງຟ້ອງຂຶ້ນຫາສະພາການຄ້າໂລກ ໃນເລື່ອງສະຫະລັດຂຶ້ນອັດຕາພາສີ 300 ຕື້ໂດລາ ຕໍ່ສິນຄ້ານຳເຂົ້າຈາກຈີນ- (ອີງຕາມຂໍ້ມູນຂອງກະຊວງການຄ້າ ຈີນ). .ໃນວັນທີ 2 ກັນຍານີ້, ໂຄສົກກະຊວງການຄ້າຈີນ, ໄດ້ອອກແຈ້ງການວ່າ: “ ຈີນຕັດສິນໃຈຮ້ອງຟ້ອງສະຫະລັດ ກໍເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ, ເພຶ້ອປົກປັກຮັກສາລະບົບການຄ້າຫຼາຍທິດ ຫຼາຍຝ່າຍ ແລະ ສະຖຽນລະພາບການຄ້າຂອງໂລກໃຫ້ມີຄວາມໝັ້ນຄົງ, ໃຫ້ສອດຄ່ອງກັບການກຳນົດຂອງການຈັດຕັ້ງການຄ້າໂລກ (WTO) ” ຄຳຖະແຫຼງດັ່ງກ່າວ, ມີຂຶ້ນພາຍຫຼັງໜຶ່ງວັນກ່ອນຈະມີການຕອບໂຕ້ຊຶ່ງກັນ ແລະ ກັນລະຫ່ວາງສະຫະລັດ ແລະ ຈີນ ໃນການຂຶ້ນພາສີ, ຊຶ່ງຈະມີຜົນບັງຄັບໃຊ້ໄດ້ໃນວັນທີ 1 ກັນຍານີ້, ຊຶ່ງເປັນຂີດໝາຍແຫ່ງການປີນຂັ້ນໄດຄັ້ງໃໝ່ໃນສົງຄາມການຄ້າແກ່ຍາວມາເປັນເວລາ 14 ເດືອນ. ເສື້ອຜ້າ, ທັນຍາຫານ, ເຄື່ອງອຸປະໂພກ ແລະ ບໍລິໂພກ, ເຄື່ອງຟັງຫູ Bluetooth ແລະ ໂທລະທັດ ຊຶ່ງເປັນສິນຄ້າໃຊ້ສອຍຂອງຈີນ ໃນມູນຄ່າ 110 ຕື້ໂດລາ, ຖືກສະຫະລັດຂຶ້ນອັດຕາພາສີໃໝ່ 15% ນັບແຕ່ວັນທີ 1 ກັນຍາ ເປັນຕົ້ນໄປ. ອັດຕາພາສີຄັ້ງໃໝ່ຈະປະຕິບັດໃນວັນທີ 15 ທັນວາ ທີ່ຈະມາເຖິງ, ໝາຍຄວາມວ່າ ສະຫະລັດໄດ້ຂຶ້ນອັດຕາພາສີຕໍ່ທຸກໆສິນຄ້າຂອງຈີນສ່ວນທີ່ຍັງເຫຼືອ. ຈີນກໍໄດ້ຕອບໂຕ້ຄືນດ້ວຍການຂຶ້ນພາສີຈາກ …

ອ່ານເພີ່ມ
ຂ່າວຕ່າງປະເທດ

ສະຫະລັດອາເມລິກາຈະເປີດໂຕ ກອງບັນຊາການອະວະກາດ ໃນວັນພະຫັດນີ້

ຂຽນໂດຍ: ກຸ້ງຄຳ ແສນມະນີ
03/09/2019
in :  ຂ່າວຕ່າງປະເທດ, ຂ່າວໄອທີ
0
115

ກອງທັບ​ສະຫະລັດ ຈະ​ເປີດໂຕ​ກອງ​ບັນຊາ​ການອະວະກາດ ຫຼື Space Command ຢ່າງ​ເປັນ​ທາງ​ການ​ໃນວັນພະຫັດ​ນີ້ ຊຶ່ງ​ຖື​ເປັນ​ກອງ​ບັນຊາ​ການ​ໃໝ່​ແຫ່ງ​ທຳອິດຂອງສະຫະລັດ ໃນຮອບ 10 ປີ ນັບ​ຕັ້ງ​ແຕ່​ການ​ກໍ່​ຕັ້ງ​ກອງ​ບັນຊາ​ການ​ໄຊເບີ ຫຼື Cyber Command​ ເມື່ອ 10 ປີ​ກ່ອນ. ພິທີ​ເປີດ​ໂຕ​ກອງ​ບັນຊາ​ກາ​ນອະວະກາດ​ຈະ​ຈັດ​ຂຶ້ນ​ທີ່​ທຳນຽບ​ຂາວ ໂດຍ​ມີປະທານາທິບໍດີ ໂດນັລ ທຣຳ ແລະ ​ຮອງປະທານາທິບໍດີ ໄມ​ ເພັນ​ ເປັນ​ປະ​ທານ ແລະ ​ມີລັດຖະມົນຕີກະຊວງປ້ອງກັນປະເທດ ມາ​ກ ເອສ​ເປີ ຮວມທັງ​ນາຍ​ທະຫານ​ລະ​ດັບ​ສູງ​ຂອງ​ກອງທັບ​ສະຫະລັດເຂົ້າ​ຮ່ວມ. ກ່ອນ​ໜ້າ​ນີ້ ກອງທັບ​ສະຫະລັດ ເຄີຍ​ມີກ​ອງ​ບັນຊາ​ການອະວະກາດ​ມາ​ແລ້ວ ແຕ່​ຖືກ​ຍຸບ​ໄປຮວມ​ກັບ​ກອງ​ບັນຊາ​ການ​ດ້ານ​ຍຸດທະສາດ​ຂອງ​ສະຫະລັດ ເມື່ອ​ປີ ຄ​.ສ​. 2002. ການ​ຈັດ​ຕັ້ງ​ກອງ​ບັນຊາ​ການອະວະກາດ ຖື​ເປັນ​ຄວາມ​ພະຍາຍາມ​ຈັດ​ລະບຽບ​ດ້ານ​ເຕັກໂນໂລຊີ​ທາງ​ທະຫານ​ສຳລັບ​ກິດຈະການ​ໃນ​ອະວະກາດ​ຂອງ​ສະຫະລັດ​ໃໝ່ ຈາກ​ປັດຈຸບັນ​ທີ່​ຢູ່​ພາຍໃຕ້​ການ​ເບິ່ງ​ແຍງ​ຂອງ​ກອງທັບ​ອາ​ກາດ ​ແລະ ​ກອງ​ບັນຊາ​ການ​ດ້ານ​ຍຸດທະສາດ ຊຶ່ງ​ໄດ້ຮັບ​ຄວາມ​ສົນ​ໃຈ​ນ້ອຍ​ລົງ​ໄປ. ປັດຈຸບັນ ກະຊວງປ້ອງກັນປະເທດສະຫະລັດ ມີກ​ອງ​ບັນຊາ​ການ​ທາງ​ທະຫານ​ຢູ່​ທັງ​ໝົດ 10 ແຫ່ງ​ນຳກັນ ຊຶ່ງ​ການ​ກໍ່​ຕັ້ງ​ກອງ​ບັນຊາ​ການ​ທີ 11 ຄື ກອງ​ບັນຊາ​ກາ​ນອະວະກາດ​ນີ້ ຖືກ​ເຫັນ​ວ່າ​ເປັນ​ກ້າວ​ສຳຄັນ​ທີ່​ຈະ​ນຳ​ໄປ​ສູ່​ການ​ຈັດ​ຕັ້ງ​ກອງທັບ​ໃໝ່​ຂອງ​ສະຫະລັດ ຄື ກອງທັບ​ອະວະກາດ ທີ່ປະທານາທິບໍດີ ໂດນັລ ທຣຳ ເປັນ​ຜູ້​ປະ​ກາດ​ແນວ​ຄິດ​ນີ້​ເມື່ອ​ປີ​ກ່ອນ. …

ອ່ານເພີ່ມ
ອາຊຽນເປີດສາກຝຶກຊ້ອມຮົບທາງທະເລຮ່ວມກັບສະຫະລັດອາເມລິກາ ເປັນຄັ້ງທຳອິດ
ຂ່າວຕ່າງປະເທດ

ອາຊຽນເປີດສາກຝຶກຊ້ອມຮົບທາງທະເລຮ່ວມກັບສະຫະລັດອາເມລິກາ ເປັນຄັ້ງທຳອິດ

ຂຽນໂດຍ: ກຸ້ງຄຳ ແສນມະນີ
03/09/2019
in :  ຂ່າວຕ່າງປະເທດ
0
44

ໄທ​ເປັນ​ປະ​ທານ​ຮ່ວມ​ຝຶກ​ຊ້ອມ​ຮົບ​ທາງ​ທະ​ເລ ‘ເທື່ອທຳອິດ’ ລະຫວ່າງ 10 ປະເທດ​ສະມາຊິກ​ອາ​ຊຽນ​-​ສະຫະລັດອາເມລິກາ ເລີ່ມ​ຢ່າງ​ເປັນ​ທາງ​ການ​ມື້​ນີ້ (2 ກັນຍາ 2019) ແລະ​ຈະ​ດຳ​ເນີນ​ຕໍ່ໄປ​ອີກ 5 ມື້ ຈົນ​ເຖິງ​ກຳນົດ​ຈົບ​ພາລະ​ກິດ 7 ກັນຍາ. ການ​ຝຶກ​ຊ້ອມ​ຮົບ​ທາງ​ທະ​ເລ​ຮ່ວມ​ກັນ​ເທື່ອ​ນີ້ ເລີ່ມ​ຂຶ້ນ​ທີ່​ຖານ​ທັບ​ເຮືອ​ໃນ​ແຂວງ​ຊົນ​ບຸ​ຣີ​ຂອງ​ໄທ ເພາະ​ປັດຈຸບັນ​ປະເທດ​ໄທ​ເປັນ ‘ປະ​ທານ​ອາ​ຊຽນ’ ເຮັດໃຫ້​ໄທ​ໄດ້ຮັບ​ຕຳແໜ່ງ ‘ປະ​ທານ​ຮ່ວມ’ ຂອງ​ການ​ຝຶກ​ຊ້ອມ​ຮົບ​ເທື່ອ​ນີ້​ໄປ​ນຳ ແລະ ​ນັກ​ວິ​ເຄາະ​ຕ່າງ​ປະເທດຄິດ​ວ່າ ການ​ຝຶກ​ຊ້ອມ​ຮົບ​ເທື່ອ​ນີ້ ມີ​ຄວາມ​ສຳຄັນ​ທາງ​ຍຸດທະສາດ​ຄວາມໝັ້ນຄົງ, ການ​ຮ່ວມ​ມື​ທາງ​ການ​ທະຫານ ແລະ​ ການ​ຄ້າ​ລະຫວ່າງ​ປະເທດ​ໃນ​ເອ​ເຊຍ​ປາ​ຊິ​ຟິກ. ທີ່​ຜ່ານມາ ສະຫະລັດ ຮວມທັງ​ປະເທດ​ອາ​ຊຽນ ເຄີຍ​ຝຶກ​ຊ້ອມ​ຮົບ​ຮ່ວມ​ກັນ​ມາ​ກ່ອນ​ແລ້ວ ທັງ​ແບບ​ສະ​ເທີນ​ນ້ຳ​ສະ​ເທີນ​ບົກ ແລະ​ ການ​ຝຶກ​ປະສົມ​ໃນ​ດ້ານ​ຕ່າງ​ໆ ບໍ່​ວ່າ​ຈະ​ເປັນ​ຄໍບ​ຣາ​ໂກ​ລ, ກະ​ຣັດ ແລະ ​ຊີ​ແຄດ (SEACAT). ແຕ່​ການ​ຝຶກ​ຊ້ອມ​ຮົບ​ທາງ​ທະ​ເລ​ຮ່ວມ​ກັນ ຖື​ວ່າ​ເທື່ອ​ນີ້​ເປັນ​ເທື່ອທຳອິດ. ຫຼັງ​ຈາກ​ເປີດ​ສາກ​ທີ່​ປະເທດ​ໄທ​ໄປ​ແລ້ວ ການ​ຝຶກ​ຊ້ອມ​ທາງ​ທະ​ເລ​ຕໍ່​ຈາກ​ນັ້ນ​ຈະ​ເຄື່ອນ​ໄປ​ຈັດ​ທີ່​ນ່ານ​ນ້ຳ​ທະ​ເລ​ຫວຽດ​ນາມ ຕິດ​ກັບ​ເມືອງ ‘ກ່າ​ເມົາ’ ເພາະ​ຫວຽດ​ນາມ​ຈະ​ຮັບ​ຕຳແໜ່ງ ‘ປະ​ທານ​ອາ​ຊຽນ’ ຕໍ່​ຈາກ​ໄທ​ໃນ​ປີ​ໜ້າ. ສ່ວນ​ການ​ຝຶກ​ຊ້ອມ​ຮົບ​ທາງ​ທະ​ເລ​ທີ່​ຫວຽດ​ນາມ​ຈະ​ເປັນ​ການ​ຈຳ​ລອງ​ສະຖານະການ​ເພື່ອ​ໃຫ້​ທະຫານ​ທີ່​ເຂົ້າ​ຮ່ວມ​ຝຶກ​ໄດ້​ທົດລອງ​ວາງ​ແຜນ​ຍຸດທະສາດ​ ແລະ ​ປະຕິບັດການຈຳລອງ ໂດຍ​ຈະ​ມີ​ເຮືອ​ຮົບ​ຈາກ​ປະເທດ​ຕ່າງ​ໆ ເຂົ້າ​ຮ່ວມ ຮວມທັງ ‘ມຽນ​ມາ’. ສ່ວນຖະແຫຼງການ​ຮ່ວມ​ຂອງ​ກອງທັບ​ສະຫະລັດ ແລະ ​ໄທ …

ອ່ານເພີ່ມ

Stay Connected

  • 1496Posts
  • 417ຄຳຄິດເຫັນ
  • 3ສະມາຊິກ

Most Recent

ສຸດແປກ!​ ອ້າຍນ້ອງແຕ່ງດອງກັນເອງ ອ່ານແລ້ວເສົ້າ

ຈະຕຸວັນ ດາວິນ
6 ຊົ່ວໂມງ ກ່ອນ

ລັດຖະບານກຽມກວດກາ ເຂື່ອນໄຟຟ້າ 78 ແຫ່ງໃນລາວ​ທຸກໆ​ 5​ປີ

ຈະຕຸວັນ ດາວິນ
16 ຊົ່ວໂມງ ກ່ອນ

ທ່ານພົນເອກ ປຣະຢຸດ ຈັນໂອຊາ ສົ່ງສານຊົມເຊີຍທ່ານທອງລຸນ​ ສີສຸລິດ​ ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຂອງພັກ ສະໄໝທີ​ XI

ຈະຕຸວັນ ດາວິນ
20 ຊົ່ວໂມງ ກ່ອນ
ເບິ່ງຕື່ມ

ກ່ຽວກັບພວກເຮົາ

ຂ່າວລາວ

ເວັບ LaoNews.net ບໍລິການ ຂ່າວສານ ຄວາມຮູ້ ວາໄລຕີ້ ສາລະບັນເທິງດີໆ ເພື່ອຄົນລາວ ບໍລິຫານໂດຍທີມງານ ຈາກນັກຂ່າວ ນັກຂຽນ ວົງການສື່ມວນຊົນທີ່ມີປະສົບການຂອງລາວ !

ອ່ານຂ່າວທາມລາຍ Line ID = @laonews

ຕິດຕໍ່/ສົ່ງຂ່າວ eMail  = laogroup@hotmail.com ຫຼື Line ID = @laonews ຫຼື INBOX Facebook

ຕິດຕາມເຮົາທີ່ນີ້:

ຂ່າວຍອດນິຍົມ

ອັບເດດຂ່າວ ຍິງກັນຕາຍຢູ່ໜ້າຕະຫຼາດເຊົ້າມື້ຄືນຜ່ານມາ​ເປັນເຫດວິສາມັນຄົນຮ້າຍ

ຈະຕຸວັນ ດາວິນ
22/08/2020

ພົບຄົນຕາຍໃນເຫດໄຟໄໝ້ຫຍ້າ ທີ່ຫາດດອນຈັນ

ເຂີຍເມືອງຊຳ
31/01/2020

ອີກແລ້ວ​ ອຸບັດເຫດທາງດ່ວນຢູ່ຈຸດສີເກີດ ນາຊາຍທອງ ນະຄອນຫຼວງວຽງຈັນ

ຈະຕຸວັນ ດາວິນ
4 ອາທິດ ກ່ອນ

ເພິ່ນຈະປິດປະເທດບໍ? ປະເທດລາວປິດແລ້ວ! ແຕ່ອ່ານໃຫ້ຈົບກ່ອນຈຶ່ງຄ່ອຍແຊກະໄດ້.

ຈະຕຸວັນ ດາວິນ
22/03/2020

ຂ່າວໃໝ່ຫຼ້າສຸດ

  • 6 ຊົ່ວໂມງ ກ່ອນ

    ສຸດແປກ!​ ອ້າຍນ້ອງແຕ່ງດອງກັນເອງ ອ່ານແລ້ວເສົ້າ

  • 16 ຊົ່ວໂມງ ກ່ອນ

    ລັດຖະບານກຽມກວດກາ ເຂື່ອນໄຟຟ້າ 78 ແຫ່ງໃນລາວ​ທຸກໆ​ 5​ປີ

  • 20 ຊົ່ວໂມງ ກ່ອນ

    ທ່ານພົນເອກ ປຣະຢຸດ ຈັນໂອຊາ ສົ່ງສານຊົມເຊີຍທ່ານທອງລຸນ​ ສີສຸລິດ​ ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຂອງພັກ ສະໄໝທີ​ XI

  • 2 ມື້ ກ່ອນ

    ໄລຍະກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຢູ່ ນວ ມີອຸບັດຕິເຫດເກີດຂຶ້ນ 17 ຄັ້ງ ແຕ່ບໍ່ມີຄົນເສຍຊີວິດ 

  • 2 ມື້ ກ່ອນ

    ຍີ່ປຸ່ນ ຊ່ວຍເຫຼືອ ສປປ ລາວ ດ້ານມາດຕະການຕໍ່ຕ້ານການກໍ່ການຮ້າຍ​ມູນຄ່າ​ 1,92​ ລ້ານໂດລາ

ຄຳຄົ້ນຫາຍອດນິຍົມ ເສດຖະກິດ ຂ່າວຕ່າງປະເທດ ຂ່າວປະຈໍາວັນ ອຸບັດເຫດ ທາງດ່ວນ ຂ່າວພາຍໃນ ອຸຕຸເຕືອນ ແຈ້ງການ ການຊ່ວຍເຫຼືອ ບັນເທີງ ຈີນ ຂ່າວ ຂ່າວລາວ ຂ່າວບັນເທີງ ນໍ້າຖ້ວມ
© Copyright 2018, All Rights Reserved Powered by LaoNews.net | Designed by Koungkam | ນະໂຍບາຍຄຸ້ມຄອງຂໍ້ມູນສ່ວນຕົວ | ເງື່ອນໄຂການໃຊ້ບໍລິການ