ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net

ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net
  • ໜ້າທຳອິດ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວກິລາ
  • ບັນເທີງ
  • ທ່ອງທ່ຽວ
  • ນານາສາລະ
3 ໃໝ່ ບົດຄວາມ
  • 05/09/2022 ອຸດົມໄຊ ຄາດຄະເນມູນຄ່າເສຍຫາຍ ແລະ ຄວາມຕ້ອງການງົບໃນການຟື້ນຟູປະມານ 60 ກ່ວາຕື້ກີບ
  • 04/09/2022 ຮອງ ລຕມ ປກສ ຮ່ວມສົ່ງສະການ ນາຍຕຳຫຼວດກ້າ​ ເສຍຊີວິດຍ້ອນຖືກຄົນຮ້າຍແກະລະເບີດໃສ່
  • 02/09/2022 ໜ້າເສົ້າ! ປາແດກອາຫານຍອດນິຍົມຂອງຄົນລາວ ກາຍເປັນສິນຄ້ານຳເຂົ້າ
ໜ້າຫຼັກ ຄັງຄຳຄົ້ນຫາ ອາເມລິກາ

ຄັງຄຳຄົ້ນຫາ ອາເມລິກາ

ຂ່າວຕ່າງປະເທດ

ຄົນລາວຢູ່ອາເມລິກາເປັນຫ່ວງ ຍ້ອນຄວາມຮຸນແຮງ ແລະ​ ອາຊະຍາກຳນັບມື້ຍິ່ງເພີ່ມຂຶ້ນ

ຂຽນໂດຍ: ຈະຕຸວັນ ດາວິນ
23/08/2022
in :  ຂ່າວຕ່າງປະເທດ, ຊີວິດແລະຄວາມຮັກ
0
77

ສຳນັກຂ່າວ VOA ລາຍງານ​ວັນທີ​ 19 ສິງຫາ​ 2022 ຜ່ານມານີ້ໃຫ້ຮູ້ວ່າ: ຄວາມ​ຮຸນ​ແຮງ​ໃນ​ສະ​ຫະ​ລັດ ແມ່ນ​ເກີດ​ຂຶ້ນ​ຢູ່​ທຸກມື້​ໃນ​ແຕ່​ລະ​ລັດ. ດ້ວຍ​ບັນ​ຫາ​ຄວາມ​ຮຸນ​ແຮງ​ພາຍ​ໃນ​ຄອບ​ຄົວ, ການ​ທຳ​ຮ້າຍ​ຜູ້​ຄົນ​ຢູ່​ຕາມ​ຫົ​ນ​ທາງ, ຄວາມ​ຮຸນ​ແຮງ​ຈາກ​ພວກ​ແບ່ງ​ແຍກ​ເຊື້ອ​ຜິວ​ພັນ ​ແມ່ນ​ພົບ​ເຫັນຫຼາຍ ​ໃນ​ເວ​ລານີ້ ແລະ ອີກ​ຄວາມ​ເປັນ​ຫ່ວງ​ນຶ່ງ ທີ່​ກຳ​ລັງ​ຮຸນ​ແຮງຂຶ້ນ ​ກໍ​ແມ່ນ​ຄວາມ​ຮຸນ​ແຮງ​ ທາງ​ດ້ານ​ການ​ເມືອງ ​ຈາກ​ພວກ​ຜູ້​ສະ​ໜັບ​ສະ​ໜູນ​ອະ​ນຸ​ລັກ​ນິ​ຍົມ​ຫົວ​ຈັດ. ​ຄົນ​ລາວ​ທ່ານ​ນຶ່ງ​ຈາກ​ລັດ​ຟ​ລໍ​ຣິ​ດາ ໄດ້​ໃຫ້​ຄຳ​ເຫັນ​ ກ່ຽວ​ກັບ ພວ​ກອະ​ນຸ​ລັກ​ນິ​ຍົມ​ຫົວ​ຮຸນ​ແຮງ​ວ່າ “ພວກນີ້​ເຂົາ​ມີ​ປືນໃດ ແລະເຮົາ​ກະ​ຮູ້​ເນາະ​ວ່າ​ພວກ​ນີ້​ເຂົາ​ສະ​ໜັບ​ສະ​ໜູນ​ການ​ໃຊ້​ປືນ ແລະ ເຂົາ​ກະ​ບໍ່​ຢ້ານດອກ​ຕຳຫຼວດ ຫຼື​ຊິ​ຖືກ​ລົງ​ໂທດ​ໜັກ​ຄື​ຄົນ​ສີ​ຜິວ​ອື່ນ ເພາະ​ວ່າ​ເຂົາ​ເປັນ​ຄົນ​ຜິວ​ຂາວ ແລະ ຄິດ​ວ່າ​ເຂົາ​ມີ​ສິດ​ມີ​ອຳ​ນາດຫຼາຍກວ່າ​ໝູ່. ດຽວນີ້ ​ຢ້ານ​ເຂົາ​ອອກ​ມາ​ກໍ່​ຄວາມ​ຮຸ​ນ​ແຮງ​ເພາະ​ວ່າຕຳຫຼວດ​ FBI ບຸກ​ຄົ້ນ​ເຮືອນ​ຂອງ​ທ່ານ ທ​ຣຳ.” ຫຼັງ​ຈາກ​ຕຳຫຼວດ FBI ໄດ້​ບຸກກວດ​ຄົ້ນ​ຄະ​ລື​ຫາດ Mar-a-Lago ຂອງ​ທ່ານ ທ​ຣຳ ໃນ​ລັດ​ຟ​ລໍ​ຣິ​ດາ ມັນ​ໄດ້​ເຮັດ​ໃຫ້​ພວກ​ຂວາ​ຈັດ​ມີ​ຄວາມ​ຄຽດ​ແຄ້ນ. ບໍ່​ດົນຫຼັງ​ຈາກ​ການ​ບຸກກວດ​ຄົ້ນ​ທີ່​ວ່າ​ນັ້ນ, ພວກ​ຂວາ​ຈັດ​ ກໍ​ໄດ້​ໃຊ້​ຄຳ​ເວົ້າ​ທີ່​ເປັນ​ຄວາມ​ຮຸ​ນ​ແຮງຫຼາຍ​ຂຶ້ນ, ໂດຍ​ບາງ​ຄົນ​ໄດ້​ຂຽນ​ຂໍ້​ຄວາມ​ລົງ​ໃນ​ສື່​ສັງ​ຄົມ​ຮຽກ​ຮ້ອ​ງ​ໃຫ້​ເຮັດສົງ​ຄາມ​ກາງ​ເມືອງ ແລະ ປະ​ຕິ​ຍານ​ທີ່​ຈະ​ໃຊ້​ອາ​ວຸດ, ອີກ​ຂໍ້​ຄວາມ​ນຶ່ງ​ໄດ້​ກ່າວ​ວ່າ “ຂ້າ​ພວກ FBI ຢູ່​ກັບ​ທີ່​ໂລດ.” ບັນ​ດາ​ເຈົ້າ​ໜ້າ​ທີ່​ບັງ​ຄັບ​ໃຊ້​ກົດ​ໝາຍ​ ແມ່ນ​ມີ​ຄວາມ​ເປັນ​ຫ່ວງຢ່າງ​ຍິ່ງ ແລະ ໄດ້​ຕິດ​ຕາມ​ຜູ້​ທີ່​ຂຽນ​ຂໍ້​ຄວາມ​ຍຸ​ແຍ່​ໃຫ້​ເກີດຄວາມ​ຮຸນ​ແຮງ​ໃນ​ສື່​ສັງ​ຄົມ ເພື່ອ​ທຳ​ການ​ສະ​ກັດ​ກັ້ນ.

ອ່ານເພີ່ມ
ຂ່າວຕ່າງປະເທດ

ເຟດປັບຂຶ້ນອັດຕາດອກເບ້ຍ 0,75% ສອງຮອບຕິດຕໍ່ກັນ

ຂຽນໂດຍ: ຈະຕຸວັນ ດາວິນ
28/07/2022
in :  ຂ່າວຕ່າງປະເທດ, ເສດຖະກິດ
0
32

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 27 ກໍລະກົດທີ່ຜ່ານມານີ້, ຄະນະກຳມະການກຳນົດນະໂຍບາຍການເງິນ (FONC) ຂອງທະນາຄານກາງອາເມຣິກາ (ເຟດ) ໄດ້ມີມະຕິເຫັນດີເປັນເອກະພາບກັນປັບຂຶ້ນອັດຕາດອກເບ້ຍນະໂຍບາຍ 0,75% ສູ່ລະດັບ 2,25%-2,50% ຫຼັງຈາກເຂົ້າສູ່ປີ 2022 ດ້ວຍອັດຕາດອກເບ້ຍ 0% ໂດຍເນັ້ນໃສ່ເປົ້າໝາຍສະກັດກັ້ນພາວະເງິນເຟີ້ທີ່ສູງຂຶ້ນຢ່າງຕໍ່ເນື່ອງໃນປະເທດຂະນະນີ້. ທ່ານ ເຈີໂຣມ ພາວເວວ ປະທານເຟດໄດ້ອອກຖະແຫຼງການວ່າ FONC ຍັງຄົງຢືນຢັນຢ່າງແນ່ນອນທີ່ຈະດຶງໂຕເລກເງິນເຟີ້ໃຫ້ຢູ່ທີ່ເປົ້າໝາຍ 2% ໃຫ້ໄດ້ ແລະ ຄາດວ່າ ການເລີ່ມປັບຂຶ້ນອັດຕາດອກເບ້ຍຢ່າງຕໍ່ເນື່ອງທີ່ດຳເນີນຢູ່ຂະນະນີ້ຖືວ່າເໝາະສົມແລ້ວ ແຕ່ອາດຈະຫຼຸດຄວາມຖີ່ໃນການປັບຂຶ້ນອັດຕາດອກເບ້ຍໃນອະນາຄົດ. ຖະແຫຼງການຂອງ FONC ລະບຸວ່າ ຕົວຊີ້ວັດກ່ຽວກັບການຈັບຈ່າຍຂອງຜູ້ບໍລິໂພກ ແລະ ພາກການຜະລິດເມື່ອບໍ່ດົນມານີ້ ໄດ້ອ່ອນກຳລັງລົງພ້ອມທັງລະບຸວ່າ ອັດຕາເງິນເຟີ້ທີ່ຍັງຄົງສູງຂຶ້ນ ສະທ້ອນເຖິງຄວາມບໍ່ສົມດູນລະຫວ່າງການສະໜອງ ແລະ ຄວາມຕ້ອງການ ຊຶ່ງເປັນຜົນສືບເນື່ອງມາຈາກການແຜ່ລະບາດຂອງພະຍາດໂຄວິດ-19, ລາຄາອາຫານ ແລະ ພະລັງງານທີ່ສູງຂຶ້ນ ລວມເຖິງແຮງກົດດັນດ້ານລາຄາທີ່ຂະຫຍາຍວົງກວ້າງຂຶ້ນ. ທັງນີ້, ເຟດໄດ້ປະກາດປັບຂຶ້ນອັດຕາດອກເບ້ຍ 0,75% ເປັນຄັ້ງທີ 2 ຕິດຕໍ່ກັນ ຫຼັງຈາກປັບຂຶ້ນອັດຕາດຽວກັນສູ່ລະດັບ 1,5%-1,75% ໃນກອງປະຊຸມເມື່ອກາງເດືອນມິຖຸນາທີ່ຜ່ານມາ ຂະນະທີ່ອັດຕາເງິນເຟີ້ໃນອາເມຣິກາຍັງຢູ່ໃນລະດັບທີ່ສູງ ແລະ ຖືວ່າເປັນການປັບຂຶ້ນອັດຕາດອກເບ້ຍຄັ້ງທີ 4 ຂອງເຟດໃນໄລຍະ 5 …

ອ່ານເພີ່ມ
ຂ່າວຕ່າງປະເທດ

ຣັດເຊຍປະກາດທີ່ຫ້າມຊາວອາເມລິກາ ເຂົ້າແດນຣັດເຊຍຖາວອນ​ 963 ຄົນ ລວມທັງທ່ານໂຈ ໄບເດັນ

ຂຽນໂດຍ: ຈະຕຸວັນ ດາວິນ
22/05/2022
in :  ຂ່າວຕ່າງປະເທດ
0
525

ວັນທີ 21 ພຶດສະພາ​ 2022 ນີ້ຕາມເວລາທ້ອງຖິ່ນ, ຣັດເຊຍໄດ້ປະກາດບັນຊີລາຍຊື່ຊາວອາເມຣິກາ 963 ຄົນທີ່ຫ້າມບໍ່ໃຫ້ເຂົ້າແດນຣັດເຊຍແບບຖາວອນ ລວມທັງທ່ານໂຈ ໄບເດັນປະທານາທິບໍດີອາເມລິກາ ແລະ ທ່ານຮັນເຕີ ໄບເດັນ ລູກຂອງທ່ານໂຈ ໄບເດັນດ້ວຍ. ກະຊວງການຕ່າງປະເທດຣັດເຊຍກ່າວເນັ້ນວ່າ: ນີ້ແມ່ນການຕອບໂຕ້ຕໍ່ການກະທຳຂອງ ອາເມລິກາ, ຣັດເຊຍຈະສືບຕໍ່ມີການຕອບໂຕ້ທີ່ສົມຄູ່ກັນຕໍ່ການປະພຶດເປັນປໍລະປັກກັນ ຂອງອາເມລິກາ. ຣັດເຊຍຈຳເປັນຕ້ອງໃຊ້ມາດຕະການຕອບໂຕ້ ເພື່ອຊຸກຍູ້ໃຫ້ລັດຖະບານອາເມລິກາປ່ຽນແປງ “ລະບຽບຂອງໂລກ” ທີ່ມີສີສັນລ່າເມືອງຂຶ້ນແບບໃໝ່ ທີ່ອາເມລິກາຂືນເຕັງໃສ່ໂລກ. ຣັດເຊຍບໍ່ຢາກເປັນປໍລະປັກກັນ ແລະ ມີທ່າທີເປີດກວ້າງຕໍ່ການສົນທະນາກັນ. ຣັດເຊຍຈະປະຕິບັດຕໍ່ລັດຖະບານແລະປະຊາຊົນອາເມລິກາ ທີ່ຍຸແຍ່ແລະປຸກປັ່ນ “ຄວາມຢ້ານກົວຕໍ່ຣັດເຊຍ” ຢ່າງມີຄວາມຈຳແນກ. Cr.​CRI

ອ່ານເພີ່ມ
ຂ່າວຕ່າງປະເທດ

ຣັດເຊຍແລະອາເມຣິກາສົນທະນາກັນຄັ້ງທຳອິດຕັ້ງແຕ່ເກີດການຕໍ່ສູ້ກັນລະຫວ່າງຣັດເຊຍແລະຢູເຄຣນ

ຂຽນໂດຍ: ຈະຕຸວັນ ດາວິນ
14/05/2022
in :  ຂ່າວຕ່າງປະເທດ
0
254

ວັນທີ 13 ພຶດສະພາ​ 2022 ນີ້, ທ່ານເຊີເກ ໂຊຍກູ ລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍ ແລະທ່ານໂລຍດ໌ ອອັສຕິນ ລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາໄດ້ສົນທະນາກັນຜ່ານທາງໂທລະສັບ. ນີ້ເປັນການສົນທະນາທາງໂທລະສັບຄັ້ງທຳອິດລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດຂອງຣັດເຊຍແລະອາເມຣິກາ ນັບແຕ່ຣັດເຊຍເລີ່ມດຳເນີນການເຄື່ອນໄຫວທາງການທະຫານພິເສດຢູ່ຢູເຄຣນເປັນຕົ້ນມາ. ກະຊວງປ້ອງກັນປະເທດຣັດເຊຍໄດ້ອອກຖະແຫຼງການວ່າ: ວັນທີ 13 ພຶດສະພານີ້, ທ່ານເຊີເກ ໂຊຍກູໄດ້ສົນທະນາທາງໂທລະສັບກັບທ່ານໂລຍດ໌ ອອັສຕິນຕາມນັດ. ສອງຝ່າຍໄດ້ປຶກສາຫາລືກັນກ່ຽວກັບບັນຫາຈຸດສຸມຕ່າງໆດ້ານຄວາມປອດໄພສາກົນ ເຊິ່ງລວມທັງສະຖານະການຢູເຄຣນ. ໃນມື້ດຽວກັນ, ທ່ານຈອນ ເຄີບີ ໂຄສົກກະຊວງປ້ອງກັນປະເທດອາເມຣິກາກໍໄດ້ອອກຖະແຫຼງການວ່າ: ໃນການສົນທະນາ, ທ່ານໂລຍດ໌ ອອັສຕິນໄດ້ຮຽກຮ້ອງໃຫ້ຢຸດຍິງກັນຢູ່ຢູເຄຣນໃນທັນທີ ແລະກ່າວເນັ້ນເຖິງຄວາມສຳຄັນຂອງການຮັກສາຄວາມສະດວກໃນການສື່ສານລະຫວ່າງກອງທັບອາເມຣິກາແລະຣັດເຊຍ. ທ່ານຍັງກ່າວວ່າ: ການທົນທະນາທາງໂທລະສັບເທື່ອກ່ອນລະຫວ່າງທ່ານໂລຍດ໌ ອອັສຕິນກັບທ່ານເຊີເກ ໂຊຍກູ ແມ່ນໄດ້ດຳເນີນໃນວັນທີ 18 ກຸມພາປີນີ້. ຂ່າວ: CRI

ອ່ານເພີ່ມ
ຂ່າວຕ່າງປະເທດ

ອາເມລິກາປະກາດລົງໂທດຣັດເຊຍຮອບໃໝ່

ຂຽນໂດຍ: ຈະຕຸວັນ ດາວິນ
09/05/2022
in :  ຂ່າວຕ່າງປະເທດ
0
250

ວັນທີ 8 ພຶດສະພາ​ 2022 ຜ່ານມານີ້​ ນີ້ຂ່າວທີ່ທຳນຽບປະທານາທິບໍດີອາເມລິກາເປີດເຜີຍນັ້ນ, ອາເມລິກາຈະລົງໂທດສະຖານີໂທລະພາບແຫ່ງຊາດ 3 ແຫ່ງຂອງຣັດເຊຍທີ່ມີຜູ້ຊົມເບິ່ງຫຼາຍທີ່ສຸດ, ລວມທັງຊ່ອງ 1 ຣັດເຊຍ, ໂທລະພາບຊ່ອງ 1 ຣັດເຊຍແລະບໍລິສັດກະຈາຍສຽງ NTV ຂອງຣັດເຊຍ. ພ້ອມກັນນັ້ນ, ອາເມລິກາຍັງຈະຫ້າມບໍ່ໃຫ້ບໍລິສັດແລະປະຊາຊົນຣັດເຊຍນຳໃຊ້ການ, ການຈຳໜ່າຍແລະການໃຫ້ຄຳປຶກສາຂອງອາເມລິກາ. ນອກນີ້, ເນື້ອໃນການລົງໂທດຍັງລວມເຖິງຂໍ້ຈຳກັດດ້ານການອອກວິຊາໃຫ້ເຈົ້າໜ້າທີ່ຣັດເຊຍແລະເບລາຣູຊີ 2600 ຄົນ, ພ້ອມທັງລົງໂທດຕໍ່ເຈົ້າໜ້າທີ່ຊັ້ນສູງຂອງທະນາຄານຣັດເຊຍຕື່ມອີກ. ມາດຕະການລົງໂທດເຫຼົ່ານີ້ຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 9 ພຶດສະພາ​ 2022​ ນີ້ເປັນຕົ້ນໄປ. ຂ່າວ: CRI

ອ່ານເພີ່ມ
ຂ່າວຕ່າງປະເທດ

ອີຣານກ່າວວ່າ: ອາເມລິກາບໍ່ມີສິດເປັນຕຳຫຼວດໂລກ ຜູ້ພິພາກສາຫຼືຄະນະຜູ້ພິພາກສາ

ຂຽນໂດຍ: ຈະຕຸວັນ ດາວິນ
27/04/2022
in :  ຂ່າວຕ່າງປະເທດ
0
696

ວັນທີ 25 ເມສາ 2022 ນີ້,ທ່ານຊາອິດ ຄາຕິບຊາເດ ໂຄສົກກະຊວງການ ຕ່າງປະເທດອີຣານໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບສະຖານະການລະຫວ່າງຣັດເຊຍ-ຢູເຄຣນ,ຄວາມຄືບໜ້າຂອງການເຈລະຈາກ່ຽວກັບສັນຍານິວເຄລຍອີຣານທີ່ນະຄອນຫຼວງວຽນ,ສາຍພົວພັນສອງຝ່າຍລະຫວ່າງອີຣານແລະຊາອູດິດ ອາຣັບບີແລະອື່ນໆ. ໃນເວລາກ່າວເຖິງສະຖານະການລະຫວ່າງຣັດເຊຍ-ອູແກຣນ,ທ່ານຄາຕິບຊາເດ ກ່າວວ່າ:ອີຣານບໍ່ເຫັນວ່າສົງຄາມແມ່ນທາງເລືອກແລະແຜນການແກ້ໄຂຄວາມເຫັນທີ່ແຕກຕ່າງກັນ,ສອງຝ່າຍຄວນມີການສົນທະນາແລະການແລກປ່ຽນຄວາມຄິດເຫັນທາງການທູດເພື່ອເຮັດໃຫ້ສົງຄາມສິ້ນສຸດລົງໂດຍໄວ. ທ່ານຄາຕິບຊາເດໄດ້ກ່າວປະນາມວ່າ:ກະຊວງປ້ອງກັນປະເທດອາເມຣິກາໄດ້ກໍ່ ສົງຄາມຢູ່ພາກພື້ນຕາເວັນອອກກາງໂດຍຜ່ານການປະດິດຄຳເວົ້າຂີ້ຕົວະ,ນາໂຕທີ່ມີອາເມລິກາເປັນຫົວໂປ່ໄດ້ກໍ່ສົງຄາມຢູ່ອັຟການິດສະຖານແລະອີຣັກ,ພາໃຫ້ປະຊາຊົນລວມທັງເດັກນ້ອຍເສຍຊີວິດເປັນຈຳນວນຫຼວງຫຼາຍ,ແຕ່ອາເມລິກາພັດບໍ່ຖືກ ລົງໂທດແຕ່ຢ່າງໃດເລີຍ. ແຕ່ໃນປັດຈຸບັນ,ອາເມຣິກາບໍ່ພຽງແຕ່ບໍ່ໄດ້ຖອດຖອນບົດຮຽນດ້ານລົບໃນເມື່ອກ່ອນເທົ່ານັ້ນ,ຊ້ຳພັດມີລັກສະນະຮຸກຮານເພີ່ມຂຶ້ນ,“ອາເມລິກາບໍ່ມີສິດເປັນຕຳຫຼວດໂລກ ຜູ້ພິພາກສາຫຼືຄະນະຜູ້ພິພາກສາ.” ສຳລັບການເຈລະຈາກ່ຽວກັບສັນຍານິວເຄລຍອີຣານຢູ່ນະຄອນຫຼວງວຽນ,ທ່ານ ຄາຕິບຊາເດກ່າວວ່າ:ໃນການເຈລະຈາ,ບັນຫາທີ່ກ່ຽວຂ້ອງລະຫວ່າງອີຣານກັບຈີນ ຣັດເຊຍພ້ອມດ້ວຍປະເທດເອີຣົບລ້ວນແຕ່ໄດ້ຮັບການແກ້ໄຂແລ້ວ,ສ່ວນຄວາມເຫັນທີ່ແຕກຕ່າງກັນລະຫວ່າງອາເມຣິກາ-ອີຣານພວມມອບໃຫ້ຝ່າຍທີສາມເປັນຜູ້ປະສານງານແລະຊຸກຍູ້.ໃນຂະນະດຽວກັນ,ທ່ານໄດ້ຊີ້ອອກວ່າ: ບັນດາຝ່າຍຕ່າງໆທີ່ມີສ່ວນຮ່ວມເຈລະຈາຢູ່ນະຄອນຫຼວງວຽນລ້ວນແຕ່ພວມລໍຖ້າອາເມລະກາຕັດສິນໃຈສຸດທ້າຍ,ແຕ່ອາເມລິກາພັດຖ່ວງດຶງເວລາເລື້ອຍໆ. Cr.​CRI

ອ່ານເພີ່ມ
ຂ່າວຕ່າງປະເທດ

ອາເມລິກາ, ອັງກິດ ແລະ ການາດາປະກາດຈະຊ່ວຍເຫຼືອອາວຸດຄັ້ງໃໝ່ ແກ່ຢູເຄຣນ

ຂຽນໂດຍ: ຈະຕຸວັນ ດາວິນ
20/04/2022
in :  ຂ່າວຕ່າງປະເທດ
0
196

ວັນທີ 19 ເມສານີ້ຕາມເວລາທ້ອງຖິ່ນ, ທ່ານໂຈ ໄບເດັນ ປະທານາທິບໍດີອາເມລິກາ ໄດ້ພົບປະກັບທ່ານໂບຣິສ ຈອນສັນ ນາຍົກລັດຖະມົນຕີອັງກິດ ແລະ ທ່ານຈັສຕິນ ທຣູໂດ ນາຍົກລັດຖະມົນຕີການາດາ ຜ່ານທາງວິດີໂອ ໂດຍໄດ້ປຶກສາຫາລືກັນ ເພື່ອຮັບມືກັບການສູ້ຮົບກັນລະຫວ່າງຣັດເຊຍແລະຢູເຄຣນ. ຜູ້ນຳ 3 ປະເທດໄດ້ກ່າວວ່າ: ຈະສະໜອງອາວຸດແລະປືນໃຫຍ່ໃຫ້ແກ່ຢູເຄຣນຫຼາຍກວ່າເກົ່າ. ວັນທີ 19 ເມສາ​ 2022 ນີ້, ບຸກຄົນວົງໃນຫຼາຍທ່ານກ່າວວ່າ: ຄາດວ່າ, ໃນຫຼາຍມື້ຂ້າງໜ້ານີ້, ທ່ານໂຈ ໄບເດັນ ຈະປະກາດການຊ່ວຍເຫຼືອທາງການທະຫານແກ່ຢູເຄຣນອີກເທື່ອໃໝ່, ຂະໜາດຂອງການຊ່ວຍເຫຼືອຈະເທົ່າກັບການຊ່ວຍເຫຼືອທາງການທະຫານໃນອາທິດແລ້ວນີ້ ທີ່ມີມູນຄ່າ 800 ລ້ານໂດລາສະຫະລັດ. ຖ້າຂ່າວນີ້ເປັນຄວາມຈິງ, ການຊ່ວຍເຫຼືອທາງການທະຫານທີ່ອາເມຣິກາໃຫ້ແກ່ຢູເຄຣນຈະມີເຖິງ 3 ຕື້ໂດລາສະຫະລັດ ນັບແຕ່ເກີດມີການສູ້ຮົບກັນລະຫວ່າງຣັດເຊຍແລະຢູເຄຣນເປັນຕົ້ນມາ. Cr.​CRILAO

ອ່ານເພີ່ມ
ຂ່າວຕ່າງປະເທດ

ຊາວອັບການິສຖານ ເຊື່ອວ່າການທີ່ອາເມລິກາເຂົ້າແຊກແຊງຍິ່ງຈະເຮັດໃຫ້ຢູເຄຣນໃກ້ພັງທະລາຍ

ຂຽນໂດຍ: ຈະຕຸວັນ ດາວິນ
19/04/2022
in :  ຂ່າວຕ່າງປະເທດ
0
136

ຊາວອັບການິສຖານທີ່ປະຈັກເຖິງນະໂນບາຍຕ່າງປະເທດຂອງສະຫະລັດອາເມລິກາທີ່ມັກແຊກແຊງປະເທດອື່ນ ເຜີຍວ່າ:ອາເມລິກາກຳລັງສ້າງຄວາມສ່ຽງໃນການຊຸກດັນຢູເຄນໃຫ້ໃກ້ພັງທະລາຍລົງ. ທ່ານ ອາບູຄຸນ ນັກວິເຄາະການເມືອງໃນນະຄອນຫຼວງຄາບູລ ຂອງອັບການິສຖານໃຫ້ສຳພາດສະຖານີໂທລະພາບCCTVຂອງຈີນວ່າ: ການກະທຳຂອງອາເມລິກາ ຈະສ້າງຄວາມເຈັບປວດຢ່າງສາຫັດໃຫ້ກັບຢູເຄນໂດຍສະເພາະຢ່າງຍິ່ງໃນລະດັບດຽວກັບທີ່ອາເມລິກາເຮັດໄວ້ໃນອັບການິສຖານເມື່ອ20ກວ່າປີຜ່ານມາ. ການທີ່ອາເມລິກາ ສົ່ງອາວຸດໜັກໃຫ້ແກ່ຢູເຄຣນ ຈະເປັນການທຳລາຍຢູເຄຣນ ພ້ອມຍົກຕົວຢ່າງອັບການິສຖານໃນປັດຈຸບັນ ຫຼັງສະຫະລັດອາເມລິກາຢຶດອັບການິສຖານ2 ທົດສະວັດ ທັງນີ້ສົງຄາມໃນອັບການິສຖານຢຸດຕິລົງ ຫຼັງອາເມລິກາ ແລະພັນທະມິດ ຖອນຕົວອອກໄປເມື່ອທ້າຍເດືອນສິງຫາປີ2021 ຊິ່ງສົ່ງຄາມດຳເນີນມາເກືອບ20 ປີ ມີພົນລະເມືອງຊາວອັບການິສຖານ ເສຍຊີວິດຫຼາຍກວ່າ30.000ຄົນ ແລະ ກາຍເປັນຜູ້ອົບພະຍົບ11 ລ້ານຄົນ.

ອ່ານເພີ່ມ
ຂ່າວຕ່າງປະເທດ

ປະຊາຊົນອາເມນີປະທ້ວງອາເມລິກາທີ່ດຳເນີນການເຄື່ອນໄຫວການທົດລອງຊີວະພາບ

ຂຽນໂດຍ: ຈະຕຸວັນ ດາວິນ
10/04/2022
in :  ຂ່າວຕ່າງປະເທດ
0
40

ວັນທີ 9 ເມສາ​ 2022 ນີ້, ປະຊາຊົນອາເມນີ ໄດ້ເຕົ້າໂຮມກັນຢູ່ຕໍ່ໜ້າປະຕູຂອງສະຖານທູດອາເມລິກາ ປະຈຳອາເມນີ ເພື່ອປະທ້ວງກະຊວງປ້ອງກັນປະເທດອາເມລິກາ ທີ່ໃຫ້ອຸດໜູນການເຄື່ອນໄຫວ ການທົດລອງຊີວະພາບ. ກຸ່ມຄົນປະທ້ວງໄດ້ໃສ່ໜ້າກາກປ້ອງກັນສານພິດ ແລະໄດ້ຊູປ້າຍຄຳຂວັນວ່າ: “ຄັດຄ້ານເຊື້ອ ພະຍາດ! ຄັດຄ້ານອາວຸດຊີວະພາບ! ອາເມນີບໍ່ແມ່ນສະຖານທີ່ທົດລອງ!” ແລະອືີ່ນໆ ເພື່ອຮຽກຮ້ອງໃຫ້ຜູ້ສັງເກດການສາກົນສາມາດເຂົ້າໄປສຳຫຼວດໃນຫ້ອງທົດລອງຊີວະພາບທີ່ອາເມລິກາໃຫ້ເງິນອຸດໜູນສ້າງຕັ້ງຂຶ້ນຢູ່ອາເມນີວ່າ ອາເມລິກາໄດ້ຄົ້ນຄວ້າເຊື້ອກໍ່ໂລກທີ່ມີຄວາມສ່ຽງສູງໃນຫ້ອງທົດລອງຊີວະພາບ ຄືດັ່ງທີ່ເຮັດຢູ່ໃນຫ້ອງທົດລອງຊີວະພາບຢູ່ຢູເຄຣນຫຼືບໍ່. ທີ່ມາ: CRI​ LAOS

ອ່ານເພີ່ມ
ຂ່າວຕ່າງປະເທດ

ອາເມລິກາປະກາດມາດຕະການລົງໂທດຣັດເຊຍຮອບໃໝ່

ຂຽນໂດຍ: ຈະຕຸວັນ ດາວິນ
07/04/2022
in :  ຂ່າວຕ່າງປະເທດ
0
178

ຕາມຂ່າວCRI: ວັນທີ 6 ເມສາ​ 2022 ນີ້, ລັດຖະບານອາເມລິກາໄດ້ປະກາດມາດຕະ ການການລົງໂທດຣັດເຊຍໃໝ່ຕໍ່, ພາກສ່ວນທີ່ຖືກລົງໂທດລວມ ທັງທະນາຄານຕົ້ນຕໍແລະຜູ້ນຳຊັັ້ນສູງຂອງລັດຖະບານຣັດເຊຍພ້ອມດ້ວຍຄອບຄົວ. ທ່ານເຊເລນສະກີ, ປະທານາທິບໍດີຢູເຄຣນກ່າວວ່າ: ເຖິງວ່າມີໂອກາດນ້ອຍທີ່ສຸດແຕ່ກໍຕ້ອງສະແຫວງຫາການເຈລະຈາກັບຣັດເຊຍ, ຖ້າບໍ່ດັ່ງນັ້ນຈະມີຄວາມຫຍຸ້ງຍາກທີ່ຈະເຮັດໃຫ້ສົງຄາມຄັ້ງນີ້ສິ້ນສຸດລົງ. ທ່ານດິມິຕຼີ ເປັສໂຄຟ, ໂຄສົກປະທານາທິບໍດີຣັດເຊຍກ່າວວ່າ: ຫວັງວ່າຢູເຄຣາຈະເຫັນດີນຳເງື່ອນໄຂທີ່ສະເໜີໂດຍຄະນະຜູ້ແທນເຈລະຈາຂອງຣັດເຊຍ, “ພວກເຮົາຫວັງວ່າຈະເຮັດໃຫ້ການເຄື່ອນໄຫວທາງການທະຫານພິເສດສິ້ນສຸດລົງດ້ວຍການເຈລະຈາ” ທີ່ມາ:CRI

ອ່ານເພີ່ມ
123ໜ້າ 1 ໃນ 3

Stay Connected

  • 2635Posts
  • 417ຄຳຄິດເຫັນ
  • 4ສະມາຊິກ

Most Recent

ອຸດົມໄຊ ຄາດຄະເນມູນຄ່າເສຍຫາຍ ແລະ ຄວາມຕ້ອງການງົບໃນການຟື້ນຟູປະມານ 60 ກ່ວາຕື້ກີບ

ຈະຕຸວັນ ດາວິນ
05/09/2022

ຮອງ ລຕມ ປກສ ຮ່ວມສົ່ງສະການ ນາຍຕຳຫຼວດກ້າ​ ເສຍຊີວິດຍ້ອນຖືກຄົນຮ້າຍແກະລະເບີດໃສ່

ຈະຕຸວັນ ດາວິນ
04/09/2022

ໜ້າເສົ້າ! ປາແດກອາຫານຍອດນິຍົມຂອງຄົນລາວ ກາຍເປັນສິນຄ້ານຳເຂົ້າ

ຈະຕຸວັນ ດາວິນ
02/09/2022
ເບິ່ງຕື່ມ

ກ່ຽວກັບພວກເຮົາ

ຂ່າວລາວ

ເວັບ LaoNews.net ບໍລິການ ຂ່າວສານ ຄວາມຮູ້ ວາໄລຕີ້ ສາລະບັນເທິງດີໆ ເພື່ອຄົນລາວ ບໍລິຫານໂດຍທີມງານ ຈາກນັກຂ່າວ ນັກຂຽນ ວົງການສື່ມວນຊົນທີ່ມີປະສົບການຂອງລາວ !

ອ່ານຂ່າວທາມລາຍ Line ID = @laonews

ຕິດຕໍ່/ສົ່ງຂ່າວ eMail  = [email protected] ຫຼື Line ID = @laonews ຫຼື INBOX Facebook

ຕິດຕາມເຮົາທີ່ນີ້:

ຂ່າວຍອດນິຍົມ

ອັບເດດຂ່າວ ຍິງກັນຕາຍຢູ່ໜ້າຕະຫຼາດເຊົ້າມື້ຄືນຜ່ານມາ​ເປັນເຫດວິສາມັນຄົນຮ້າຍ

ຈະຕຸວັນ ດາວິນ
22/08/2020

ພົບຄົນຕາຍໃນເຫດໄຟໄໝ້ຫຍ້າ ທີ່ຫາດດອນຈັນ

ເຂີຍເມືອງຊຳ
31/01/2020

ອີກແລ້ວ​ ອຸບັດເຫດທາງດ່ວນຢູ່ຈຸດສີເກີດ ນາຊາຍທອງ ນະຄອນຫຼວງວຽງຈັນ

ຈະຕຸວັນ ດາວິນ
26/12/2020

ຊົມເຊີຍ! 4​ ອ້າຍນ້ອງນາມສະກຸນ “ສີພັນດອນ” ໃນແວດວົງການເມືອງລາວປັດຈຸບັນ

ຈະຕຸວັນ ດາວິນ
26/03/2021

ຂ່າວໃໝ່ຫຼ້າສຸດ

  • 05/09/2022

    ອຸດົມໄຊ ຄາດຄະເນມູນຄ່າເສຍຫາຍ ແລະ ຄວາມຕ້ອງການງົບໃນການຟື້ນຟູປະມານ 60 ກ່ວາຕື້ກີບ

  • 04/09/2022

    ຮອງ ລຕມ ປກສ ຮ່ວມສົ່ງສະການ ນາຍຕຳຫຼວດກ້າ​ ເສຍຊີວິດຍ້ອນຖືກຄົນຮ້າຍແກະລະເບີດໃສ່

  • 02/09/2022

    ໜ້າເສົ້າ! ປາແດກອາຫານຍອດນິຍົມຂອງຄົນລາວ ກາຍເປັນສິນຄ້ານຳເຂົ້າ

  • 02/09/2022

    ຈີນມອງວ່າກໍລະນີອາເມລິກາຈະຂາຍອາວຸດໃຫ້ໄຕ້ຫວັນ ເປັນການຍຸແຍ່ຂັ້ນຮຸນແຮງ​

  • 31/08/2022

    ຜູ້ມີໃບຂັບຂີ່ທົ່ວປະເທດມີພຽງ​ 11% ຂອງຈຳນວນປະຊາກອນລາວທັງໝົດ

ຄຳຄົ້ນຫາຍອດນິຍົມ ການຊ່ວຍເຫຼືອ ຂ່າວ ທາງດ່ວນ ຂ່າວປະຈໍາວັນ ຣັດເຊຍ ອາເມລິກາ ຂ່າວຕ່າງປະເທດ ອຸບັດເຫດ ແຮງງານລາວ ວັກຊີນ ຣັສເຊຍ ຂ່າວພາຍໃນ ຂ່າວລາວ ໄທ ຈີນ
© Copyright 2018, All Rights Reserved Powered by LaoNews.net | Designed by Koungkam | ນະໂຍບາຍຄຸ້ມຄອງຂໍ້ມູນສ່ວນຕົວ | ເງື່ອນໄຂການໃຊ້ບໍລິການ