ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net

ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net
  • ໜ້າທຳອິດ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວກິລາ
  • ບັນເທີງ
  • ທ່ອງທ່ຽວ
  • ນານາສາລະ
3 ໃໝ່ ບົດຄວາມ
  • 2 ຊົ່ວໂມງ ກ່ອນ ລວມລາຍຊື່ຄະນະບໍລິຫານງານສູນກາງພັກ ສະໄໝທີ XI
  • 10 ຊົ່ວໂມງ ກ່ອນ ອີກແລ້ວທາງດ່ວນ! ລົດຕຳຄວາຍຂາຊີ້ເກ່ເດ່
  • 11 ຊົ່ວໂມງ ກ່ອນ ເລຂາທິການໃຫຍ່ພັກກອມມູນິດຈີນ ສົ່ງສານໂທລະເລກຍິນດີນຳທ່ານ​ ທອງລຸນ ສີສຸລິດ​ທີ່ຖືກເລືອກເປັນເລຂາທິການໃຫຍ່ຂອງພັກປະຊາຊົນປະຕິວັດລາວສະໄໝທີ XI
ໜ້າຫຼັກ ຄັງຄຳຄົ້ນຫາ ອີຣານ

ຄັງຄຳຄົ້ນຫາ ອີຣານ

ນາຍພົນອີຣານຄົນໃໝ່ຂູ່ລ້າງແຄ້ນສະຫະລັດ "ແບບລູກຜູ້ຊາຍ"
ຂ່າວຕ່າງປະເທດ

ນາຍພົນອີຣານຄົນໃໝ່ຂູ່ລ້າງແຄ້ນສະຫະລັດ “ແບບລູກຜູ້ຊາຍ”

ຂຽນໂດຍ: ກຸ້ງຄຳ ແສນມະນີ
24/01/2020
in :  ຂ່າວຕ່າງປະເທດ
0
6,177

ຜູ້​ນຳ​ຄົນ​ໃໝ່​ແຫ່ງ​ກອງ​ກຳ​ລັງ​ກຸດ​ສ໌ຂ​ອງ​ອີຣານ ຮັບ​ຕຳແໜ່ງ​ຢ່າງ​ເປັນ​ທາງ​ການ​ແທນ​ອະ​ດີດ​ຜູ້​ນຳ​ຊຶ່ງ​ຖືກ​ສະຫະລັດສັງ​ຫານ​ຕົ້ນ​ເດືອນມັງກອນ ພ້ອມປະກາດ​​ຈະ​ລ້າງ​ແຄ້ນ​ສະຫະລັດ ດ້ວຍ​ວິທີ​ການ​ແບບລູກ​ຜູ້​ຊາຍ. ຂະນະ​ທີ່ ສ​ະມາຊິກສະພາອີຣານ​ປະ​ກາດ​ໃນ​ສະພາ​ວ່າ ​ຈະ​ຈ່າຍ​ເງິນລາງ​ວັນ 3 ລ້ານ​ໂດລາ​ແກ່​ຜູ້​ທີ່​ສັງ​ຫານ ປະທານາທິບໍດີສະຫະລັດ ໄດ້. ພົນ​ຈັດ​ວາ ​ອິສມາ​ອິລ ກາ​ອາ​ນີ ບຸກ​ຄົນ​ທີ່​ມີ​ອິດທິພົນ​ຕໍ່​ກຸ່ມຕິດ​ອາ​ວຸດ​ຊາວ​ມຸດສະ​ລິມ​ນິ​ກາຍ​ຊີ​ອະ​​ໃນ​ຕາເວັນ​ອອກກາງ, ອັບ​ກາ​ນິ​ສະຖານ ແລະ ​ປາ​ກີ​ສະຖານ ໄດ້ຮັບ​ການ​ແຕ່ງ​ຕັ້ງ​ຂຶ້ນ​ດຳ​ລົງ​ຕຳແໜ່ງ​ຜູ້​ບັນຊາ​ການ​ກອງ​ກຳ​ລັງ​ກຸດ​ສ​໌ ໜ່ວຍ​ຮົບ​ທີ່​ສຳຄັນ​ຂອງ​ກອງ​ກຳ​ລັງ​ພິ​ທັກ​ການ​ປະຕິວັດ​ອິດສະລາມ​ຂອງ​ປະເທດ​ອີຣານ ເມື່ອ​ຕົ້ນ​ອາທິດ​ທີ່​ຜ່ານມາ ໂດຍ​ເວັບ​ໄຊ​ Newsweek ສື່​ຂອງ​ສະຫະລັດ ລາຍ​ງານ​ວ່າ ​ທ່ານ​ປະ​ກາດ​ຈະ​ລ້າງ​ແຄ້ນ​ສະຫະລັດອາເມຣິກາ​ທີ່​ໃຊ້​ໂດ​ຣນ​ຍິງ​ສັງ​ຫານພົນຕີ ກັດ​ຊິມ ໂຊ​ເລ​ມາ​ນີ ອະ​ດີດ​ຜູ້​ບັນ​ຊາ​ການ​ກອງ​ກຳ​ລັງ​ກຸດ​ສ​໌ ເມື່ອ​ວັນທີ 3 ມັງກອນ 2020. ພົນ​ຈັດຕະ​ວາ ​ກາ​ອາ​ນີ​ ລະ​ບຸ​ວ່າ ທ່ານ​ຈະ​ໃຊ້​ວິທີ​ການ ‘ຢ່າງ​ລູກ​ຜູ້​ຊາຍ’ ຕອບ​ໂຕ້ສະ​ຫະລັດ ພ້ອມປະກາດ​ລະ​ບຸ​ວ່າ​ການ​ທີ່ສະ​ຫະລັດ ເລືອກ​ໃຊ້​ໂດຣ​ນ​ລອບ​ສັງ​ຫາ​ນອະດີດ ຜູ້ບັນຊາການ ໂຊ​ເລ​ມາ​ນີ ເປັນ​ຍ້ອນ​ບໍ່​ກ້າ​ປະເຊີນ​ໜ້າ ແລະ​ ເປັນ​ການ​ກະທຳ​ທີ່​ຂີ້ຢ້ານ ທ່ານ​ຈຶ່ງ​ຮຽກ​ຮ້ອງ​ໃຫ້​ກຸ່ມຕິດ​ອາ​ວຸດ​ຄາ​ທາ​ອິບ ຮິ​ສ​ບັນ​ເລາະ ແນວ​ຮ່ວມ​ຂອງ​ກອງ​ກຳ​ລັງ​ກຸດ​ສ​໌ ຍົກ​ລະດັບ​ການ​ຕໍ່ສູ້​ກອງທັບ​ສະຫະລັດ ໃນ​ຕາເວັນ​ອອກກາງ. ຂະນະ​ດຽວ​ກັນ Aljazeera ລາຍ​ງານ​ວ່າ ‘ອາ​ໝັດ ຮຳ​ຊາ’ ສະມາຊິກສະພາຈາກ​ເຂດ​ຄາ​​ນຸສ ບໍ່​ໄກ​ຈາກ​ເມືອງ​ເຄີ​ມານ ຊຶ່ງ​ເປັນ​ບ້ານ​ເກີດ​ຂອງ ພົນຕີ …

ອ່ານເພີ່ມ
ຣັດເຊຍຊີ້ ອີຣານຢ້ານ "ເຮືອບິນຮົບ F-35" ຂອງຂອງສະຫະລັດ ເຫດຍິງເຮືອບິນຢູເຄຣນຕົກ
ຂ່າວຕ່າງປະເທດ

ຣັດເຊຍຊີ້ ອີຣານຢ້ານ “ເຮືອບິນຮົບ F-35” ຂອງຂອງສະຫະລັດ ເຫດຍິງເຮືອບິນຢູເຄຣນຕົກ

ຂຽນໂດຍ: ກຸ້ງຄຳ ແສນມະນີ
21/01/2020
in :  ຂ່າວຕ່າງປະເທດ
0
5,195

ສຳ​ນັກ​ຂ່າວ​ຕ່າງ​ປະເທດ ລາຍ​ງານ​ວ່າ ທ່ານ ​ເຊ​ີ​ເກ ລາ​ຟ​ຣັອ​ຟ ລັດຖະມົນຕີກະຊວງການຕ່າງ​ປະເທດ​ຣັດ​ເຊຍ ເປີດ​ເຜີຍ​ໃນ​ການຖະແຫຼງ​ຂ່າວ​ວ່າ ອຸບັດເຫດ​ອີຣານ​ຍິງ​ເຮືອບິນ​ໂດຍ​ສານ​ສາຍ​ການ​ບິນ​ຢູ​ເຄຣນ​ຕົກ ໂດຍ​ບໍ່​ຕັ້ງ​ໃຈ ເຊິ່ງມີ​ສາ​ເຫດ​ມາ​ຈາກ​ການ​ທີ່​ອີຣານ​ກຳ​ລັງ​ຢ້ານ​ຂ່າວ ຝູງ​ບິນ​ຮົບພາງໂຕຂອງ​ສະຫະລັດ ບິນ​ວົນ​ວຽນ​ຢູ່ໃນ​ບໍລິເວນ​ທີ່​ເກີດ​ເຫດ​ໃນ​ເວລາ​ດັ່ງ​ກ່າວ. ທ່ານ ລາ​ຟ​ຣັອ​ຟ ​ເປີດ​ເຜີຍ​ວ່າ “ເຮືອບິນ F-35 ຢ່າງ​ນ້ອຍ 6 ລຳ ບິນ​ຢູ່​ເທິງ​ນ່ານ​ຟ້າ​ຊາຍແດນ​ອີຣານ ໃນ ເວລາ​ເກີດ​ເຫດ (ທີ່​ອີຣານ​ຍິງ​ເຮືອບິນ​ຢູ​ເຄຣນ). ເຖິງ​ແມ່ນ​ຂໍ້​ມູນ​ນີ້​ຈະ​ຍັງ​ບໍ່​ໄດ້ຮັບ​ການ​ຢືນຢັນ​ຢ່າງ​ເປັນ​ທາງ​ການ ແຕ່​ຂ້າພະເຈົ້າ​ຢາກ​ເນັ້ນ​ຢ້ຳ​ວ່າ ສະຖານະການ​ລັກສະນະ​ນີ້ ມັກ​ຈະ​ມາ​ພ້ອມ​ຄວາມ​ຕື່ນຕົກໃຈ ແລະ ​ຢ້ານ​ກົວ​ສະເໝີ.” ລາ​ຟ​ຣັອ​ຟ ຢືນຢັນ​ວ່າ ຕົນ​ບໍ່​ໄດ້​ແກ້​ຕົວ​ໃຫ້​ໃຜ ແຕ່​ທີ່​ຕ້ອງ​ເວົ້າ​ເພື່ອ​ຕອບ​ຂໍ້​ສົງໄສ ແລະ ​ເຫັນ​ໄດ້​ແຈ້ງ​ວ່າ ເຫດການ​ດັ່ງ​ກ່າວ​ເກີດ​ຂຶ້ນ​ບໍ່​ຈັກ​ຊົ່ວ​ໂມງ​ຫຼັງ​ຈາກ​ອີຣານ​ຍິງ​ຂີປະ​ນາ​ວຸດ ໃສ່​ຖານ​ທັບ​ສະ​ຫະລັດ​ໃນ​ອິ​ຣັກ ແນ່ນອນ​ວ່າ​ກອງທັບ​ອີຣານ​ຕ້ອງ​ກຽມ​ຕົວ​ຮັບ​ມື​ການ​ໂຕ້​ກັບ​ຂອງ​ກອງທັບ​ສ​ະຫະລັດ​ຢ່າງ​ແນ່ນອນ. ສຳລັບ​ເຮືອບິນ​ຮົບ​ພາງໂຕ F-35 ເປັນ​ເຮືອບິນສັນ​ຊາດ​ອາ​ເມ​ລິກາ ຖືກ​ຜະລິດ​ຂຶ້ນ​ໂດຍ​ບໍລິສັດ​ລັອກ​ຮີດ ມາ​ຕິນ ເຈົ້າ​ຂອງ​ດຽວ​ກັນ​ກັບ​ເຮືອບິນ​ຂັບ​ໄລ່ F-16 ແລະ F-22 ແຣັບ​ເຕີໂດຍ​ຈຸດ​ເດັ່ນ​ຂອງ F-35 ຄື​ມີ​ເຕັກ​ໂນ​ໂລ​ຊີສະ​ເຕ​ລ​​ (Stealth) ຫຼື ​ທີ່ເອີ້ນ​ກັນ​ວ່າ​ເຮືອບິນພາງໂຕ. ທີ່ມາ muan.sanook.com

ອ່ານເພີ່ມ
ຊາວອີຣານອອກມາປະທ້ວງໄລ່ຜູ້ນຳ ເພື່ອໃຫ້ຮັບຜິດຊອບເຫດຍິງເຮືອບິນຢູເຄຣນຕົກ
ຂ່າວຕ່າງປະເທດ

ຊາວອີຣານອອກມາປະທ້ວງໄລ່ຜູ້ນຳ ເພື່ອໃຫ້ຮັບຜິດຊອບເຫດຍິງເຮືອບິນຢູເຄຣນ

ຂຽນໂດຍ: ກຸ້ງຄຳ ແສນມະນີ
14/01/2020
in :  ຂ່າວຕ່າງປະເທດ
0
355

ຊາວ​ອີຣານ​ອອກ​ມາ​ປະ​ທ້ວງ​ໃຫ້​ ທ່ານ ອະ​ຢາ​ຕຸນ​ເລາະ ​ຄາ​ເມ​ເນ​ອີ​ ແລະ ​ເຈົ້າ​ໜ້າທີ່ລະດັບ​ສູງ​ໃນ​ລັດຖະບານ​ລາ​ອອກຈາກ​ຕຳແໜ່ງ ເພື່ອ​ຮັບ​ຜິດຊອບ​ກັບ​ການ​ຍິງເຮືອບິນຢູ​ເຄຣນ​ຕົກ ‘ໂດຍ​ບໍ່​ໄດ້​ຕັ້ງ​ໃຈ’. ຊາວ​ອີຣານ​ປະ​ມານ 1,000 ຄົນ​ອອກ​ມາ​ປະ​ທ້ວງ​ລັດຖະບານ​ອີຣານ ຫຼັງ​ທາງ​ການ​ອີຣານ​ອອກ​ມາຍ​ອມ​ຮັບ​ວ່າ​ກອງທັບ​ອີຣານ​ໄດ້​ຍິງເຮືອບິນຂ​ອງ​ຢູ​ເຄຣນ​ຕົກ ຊຶ່ງ ​ທ່ານ ຮັດ​ຊັນ ໂຣ​ຮາ​ນີ ປະ​ທາ​ນາ​ທິບໍ​ດີ​ອີຣານກ່າວ​ວ່າ​ເປັນ “ຄວາມ​ຜິດ​ພາດລະດັບ​ຫາຍ​ະນະ” ສົ່ງ​ຜົນ​ໃຫ້​ມີ​ຜູ້​ເສຍຊີວິດ​ທັງ​ໝົດ 176 ລາຍ ເປັນ​ຊາວ​ອີຣານ 82 ລາຍ, ແຄ​ນາ​ດາ 57 ລາຍ, ຢູ​ເຄຣນ 11 ລາຍ ແລະ​ ອັງກິດ 3 ລາຍ. ເມື່ອ​ວັນທີ 11 ມັງກອນ ທີ່​ຜ່ານມາ ກອງທັບ​ອີຣານ​ອອກ​ຖະແຫຼງການ​ຜ່ານ​ສຳ​ນັກ​ຂ່າວ​ທາງ​ການ​ຂອງ​ລັດ​ວ່າ ເມື່ອ​ວັນທີ 8 ມັງກອນ, ກອງທັບ​ອີຣານ​ໄດ້​ຍິງ​ສາຍ​ການ​ບິນ​ນານາ​ຊາດ​ຢູ​ເຄຣນ ຖ້ຽວ​ບິນ 752 ຕົກ ຊຶ່ງ​ຖື​ເປັນ “ຄວາມ​ຜິດ​ພາດ​ທີ່​ບໍ່​ອາດ​ໃຫ້​ອະໄພ​ໄດ້” ໂດຍ​ຖະແຫຼງການ​ນີ້​ອອກ​ມາ​ພຽງ 3 ມື້​ຫຼັງ​ຈາກ​ທີ່​ທາງ​ການ​ອີຣານ​ອອກ​ມາ​ປະຕິເສດ​ວ່າ ລາຍ​ງານ​ຂອງ​ໜ່ວຍ​ຂ່າວ​​ຕາເວັນ​ຕົກ​ບໍ່​ເປັນ​ຄວາມ​ຈິງ. ລັດຖະບານ​ອີຣານ​ກຳ​ລັງ​ປະເຊີນ​ກັບ​ວິກິດການ​ເທື່ອ​ໃຫຍ່​ທີ່ສຸດ​ນັບ​ຕັ້ງ​ແຕ່​ການ​ປະຕິວັດ​ອີຣານ​ໃນ​ປີ 1979 ບໍ່​ວ່າ​ຈະ​ເປັນ​ການ​ສັງ​ຫານ ພົນຕີ ກັດ​ຊິມ ໂຊ​ເລ​ມາ​ນີ ຜູ້​ບັນ​ຊາການກ​ອງ​ກຳ​ລັງ​ກຸດ​ສ​໌​ໂດຍ​ສະ​ຫະລັດ, ການ​ປະ​ທະ​ທາງ​ທະຫານ​ກັບ​ສ​ະຫະລັດໃນ​ອີ​ຣັກ …

ອ່ານເພີ່ມ
ອີຣານຍອມຮັບແລ້ວ ເຮືອບິນຢູເຄຣນ ຖືກກອງທັບຍິງຕົກໂດຍ “ບໍ່ໄດ້ຕັ້ງໃຈ”
ຂ່າວຕ່າງປະເທດ

ອີຣານຍອມຮັບແລ້ວ ເຮືອບິນຢູເຄຣນ ຖືກກອງທັບຍິງຕົກໂດຍ “ບໍ່ໄດ້ຕັ້ງໃຈ”

ຂຽນໂດຍ: ກຸ້ງຄຳ ແສນມະນີ
13/01/2020
in :  ຂ່າວຕ່າງປະເທດ
0
698

ທາງການອີຣານ ໄດ້ອອກຖະແຫຼງການຍອມຮັບແລ້ວວ່າ ເຮືອບິນໂບອິງ 737-800 ຂອງສາຍການບິນຢູເຄຣນ ທີ່ຕົກໃນອີຣານເມື່ອອາທິດທີ່ຜ່ານມາ ແລະ ເປັນເຫດໃຫ້ມີຜູ້ເສຍຊີວິດ 176 ຄົນ ນັ້ນ ຖືກຍິງຕົກໂດຍກອງທັບອີຣານເອງ. ໂດຍຖະແຫຼງການລະບຸວ່າເປັນເຫດການທີ່ເກີດຂຶ້ນ ຢ່າງບໍ່ໄດ້ຕັ້ງໃຈ ແລະ ເກີດຈາກຄວາມຜິດພາດສ່ວນບຸກຄົນ (Human Error) ຫຼັງຈາກທີ່ເຮືອບິນລຳດັ່ງກ່າວບິນເຂົ້າໃກ້ພື້ນທີ່ສ່ຽງ ເຊິ່ງເປັນພື້ນທີ່ຂອງກອງກຳລັງພິທັກການປະຕິວັດອີຣານ. ເຖິງຢ່າງໃດກໍຕາມ ອີຣານ ຢືນຢັນວ່າຈະສະແດງຄວາມຮັບຜິດຊອບຕໍ່ເຫດການທີ່ເກີດຂຶ້ນ. ພ້ອມກັນນີ້ ລັດຖະບານອີຣານຍັງໄດ້ກ່າວສະແດງຄວາມເສຍໃຈ ແລະ ຂໍໂທດຕໍ່ຄອບຄົວເຫຍື່ອຜູ້ເສຍຊີວິດທີ່ເປັນຊາວອີຣານ ແລະ ຜູ້ເສຍຊີວິດຊາວຕ່າງປະເທດເທິງເຮືອບິນ. ກ່ອນໜ້າທີ່ຖະແຫຼງການສະບັບດັ່ງກ່າວຈະຖືກເຜີຍແຜ່ນັ້ນ, ຫຼັງຈາກເກີດເຫດເຮືອບິນຕົກ ທາງການອີຣານປະຕິເສດມາຕະຫຼອດວ່າບໍ່ໄດ້ເປັນຜູ້ໂຈມຕີເຮືອບິນລຳດັ່ງກ່າວ ເຖິງວ່າໜ່ວຍຂ່າວກອງຂອງສະຫະລັດຈະອອກມາເຜີຍວ່າພົບສັນຍານເຣດາອີຣານເຮັດວຽກໃນຂະນະເກີດເຫດ, ສ່ວນດາວທຽມຂອງສະຫະຫັດກໍກວດພົບຄື້ນອິນຟຣາເຣດວ່າມີການປ່ອຍຈະຫຼວດມິສໄຊລ໌ 2 ລຳ ເຊິ່ງໜ້າຈະເປັນຮຸ່ນ ເອສເອ-15 ແລ້ວຫຼັງຈາກນັ້ນບໍ່ດົນ ກໍມີຄື້ນອິນຟຣາເຣດຂອງການລະເບີດຂຶ້ນ. ຂໍຂອບໃຈ/ທີ່ມາ

ອ່ານເພີ່ມ
ພັນທະມິດສະຫະລັດອາເມລິກາ ພະຍາຍາມຕີຕົວອອກຫ່າງກໍລະນີອີຣານ
ຂ່າວຕ່າງປະເທດ

ພັນທະມິດສະຫະລັດອາເມລິກາ ພະຍາຍາມຕີຕົວອອກຫ່າງກໍລະນີອີຣານ

ຂຽນໂດຍ: ກຸ້ງຄຳ ແສນມະນີ
09/01/2020
in :  ຂ່າວຕ່າງປະເທດ
0
10,935

ປະເທດ​ພັນທະມິດ​ຂອງສະຫະລັດອາເມລິກາເລີ່ມ​ອອກ​ມາ​ປະຕິເສດ​ວ່າ ​ບໍ່​ຮູ້​ມາ​ກ່ອນ​ວ່າ ສະຫະລັດ ຈະ​ສັງ​ຫານ​ນາຍ​ພົນ​ໂຊ​ເລ​ມາ​ນີ​ຂອງ​ອີຣານ ເພາະ​ບໍ່​ຢາກ​ຕົກ​ເປັນ​ເປົ້າ​ການ​ໂຈມ​ຕີ​ຈາກ​ອີຣານ​ ແລະ ​ພັນທະມິດ. ປະເທດ​ພັນທະມິດ​ຂອງສະຫະລັດ ຫຼາຍ​ປະເທດ​ທີ່​ເຄີຍ​ສະໜັບ​ສະໜຸນ​ໃຫ້ສະຫະລັດ ໃຊ້​ມາດຕະການ​ທີ່​ຮຸນແຮງ​ຂຶ້ນ​ໃນ​ການ​ຮັບ​ມື​ກັບ​ອີຣານ ຊໍ້າພັດ​ເລີ່ມ​ຕີ​ຕົວ​ອອກ​ຫ່າງ​ຈາກສະຫະລັດ ດ້ວຍ​ການ​ອອກ​ມາ​ປະກາດວ່າ ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ ແລະ​ ບໍ່​ຮູ້​ມາ​ກ່ອນ​ວ່າ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ສັ່ງ​ການ​ໃຫ້​ກອງທັບສະຫະລັດ ສັງ​ຫານ ພົນຕີ ​ກັດ​ຊິມ ໂຊ​ເລ​ມາ​ນີ ຜູ້​ບັນ​ຊາ​ການ​ກອງ​ກຳ​ລັງ​ກຸດ​ສ​໌ ກອງ​ກຳ​ລັງ​ສຳຄັນ​ຂອງ​ກອງທັບ​ພິ​ທັກປະຕິວັດອີຣານ ດ້ວຍ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຈາກ​ໂດ​ຣນ​ທີ່ນະຄອນຫຼວງ​ແບກ​ແດດ​ຂອງ​ອີຣັກ​ເມື່ອ​ວັນທີ 3 ມັງກອນ ທີ່​ຜ່ານມາ. ປະເທດ​ພັນທະມິດ​ຂອງສະຫະລັດ ຫຼາຍ​ປະເທດ​ພະຍາຍາມ​ຈະ​ບໍ່ຫຍຸ້ງ​ກັບ​ຄວາມ​ຂັດ​ແຍ້ງ​ລະຫວ່າງສະຫະລັດ ແລະ​ ອີຣານ​ໃນ​ເທື່ອ​ນີ້ ເພາະ​ຢ້ານ​ວ່າ​ຈະ​ຕົກ​ເປັນ​ເປົ້າ​ການ​ໂຈມ​ຕີ​ຂອງ​ອີຣານ ​ແລະ ​ພັນທະມິດ​ໄປ​ນຳ ໂດຍ​ສະເພາະ​ຫຼັງ​ຈາກ​ທີ່​ອີຣານ​ຍິງ​ຂີປະ​ນາ​ວຸດ​ຫຼາຍ​ສິບຫົວ​ຖະຫຼົ່ມ​ຖານ​ທັບສະຫະລັດ 2 ແຫ່ງ​ໃນ​ອີຣັກ. ອິດ​ສະຣາ​ເອລ ​ແລະ ​ອົ​ງ​ການ​ສົນ​ທິ​ສັນຍາ​ແອັດ​ແລນ​ຕິກ​ເໜືອ ຫຼື ນາ​ໂຕ (NATO) ຢ້ຳ​ວ່າ ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ໂຈມ​ຕີ​ຂອງສະຫະລັດແຕ່​ຢ່າງ​ໃດ. ຂະນະ​ທີ່ ອັງ​ກິດ, ຝ​ຣັ່ງ, ເຢຍລະມັນ, ຊາ​ອຸ​ດີ​ອາ​ຣະ​ເບຍ ແລະ ​ອັນ​ໂຕນິ​ອູ ກູ​ແຕ​​ຣີສ ເລ​ຂາ​ທິ​ກາ​ນສະ​ຫະ​ປະ​ຊາ​ຊາດ (UN) ​ຕ່າງ​ກໍ​ຮຽກ​ຮ້ອງ​ໃຫ້ສະຫະລັດອົດ​ກັ້ນ ໂດຍ​ສະເພາະ​ຢ່າງຍິ່ງ ຫຼັງ​ຈາກ​ທີ່​ທ່ານ …

ອ່ານເພີ່ມ
ຕາຍຍົກລຳ ເຫດເຮືອບິນໂບອິງ 737 ຂອງສາຍການບິນສາກົນອູແກຣນ ຕົກໃນປະເທດອີຣານ
ຂ່າວຕ່າງປະເທດ

ຕາຍຍົກລຳ ເຫດເຮືອບິນໂບອິງ 737 ຂອງສາຍການບິນສາກົນອູແກຣນ ຕົກໃນປະເທດອີຣານ

ຂຽນໂດຍ: ກຸ້ງຄຳ ແສນມະນີ
08/01/2020
in :  ຂ່າວຕ່າງປະເທດ
0
163

ບໍ່ມີຜູ້ລອດຊີວິດຈາກເຫດເຮືອບິນໂດຍສານ “ສາຍການບິນອູແກຣນ ອິນເຕີເນຊັນແນລ ແອຣ໌ໄລນ໌” ຕົກ ພາຍຫຼັງບິນອອກຈາກສະໜາມບິນນານາຊາດເຕຮາຣານໄດ້ບໍ່ດົນ. ຂະນະທີ່ມີການເປີດເຜີຍຂໍ້ມູນເບື້ອງຕົ້ນວ່າ ຜູ້ເສຍຊີວິດສ່ວນຫຼາຍຈາກ 176 ຄົນ ຂອງຖ້ຽວບິນນີ້ ເປັນປະຊາຊົນຊາວອິຣານ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງເຕຮາຣານ ປະເທດອີຣານ ເມື່ອວັນພຸດ ທີ 8 ມັງກອນ ວ່າ ເນື່ອງມາຈາກຖ້ຽວບິນ PS 752 ຂອງສາຍການບິນສາກົນອູແກຣນ ທີ່ໃຊ້ເຮືອບິນໂດຍສານໂບອິ້ງ 737-800 ໄດ້ຕົກລົງພື້ນ ພາຍຫຼັງບິນອອກຈາກເດີ່ນບິນສາກົນອິໝ່າມ ໂຄໄມນີ ຊານເມືອງນະຄອນຫຼວງເຕຮາຣານ ເມື່ອເຊົ້າມືດຂອງວັນພຸດ ຕາມເວລາທ້ອງຖິ່ນ ໂດຍ ເຮືອບິນລຳດັ່ງກ່າວມີຈຸດໝາຍປາຍທາງໄປລົງຈອດທີ່ເດີ່ນບິນຄຽບ ນະຄອນຫຼວງຂອງປະເທດອູແກຣນ.   ທາງດ້ານເຈົ້າໜ້າທີ່ເດີ່ນບິນສາກົນອິໝ່າມ ໂຄໄມນີ ແລະ ສາຍການບິນສາກົນອູແກຣນ ໄດ້ອອກຖະແຫຼງການໃນໄລຍະໃກ້ຄຽງກັນວ່າ ຜູ້ໂດຍສານ 167 ຄົນ ແລະ ລູກເຮືອ 9 ຄົນ ເສຍຊີວິດທັງໝົດ. ໂດຍເຮືອບິນເກີດບັນຫາໄຟໄໝ້ຂະນະບິນຢູ່ເທິງທ້ອງຟ້າກ່ອນທີ່ຈະຕົກລົງກະທົບພື້ນດິນ. ເບື້ອງຕົ້ນເຈົ້າໜ້າທີ່ເຊື່ອວ່າ “ເປັນຄວາມຂັດຂ້ອງທາງເທັກນິກ” ຂະນະທີ່ ກູ້ໄພສາມາດມອດໄຟທີ່ລຸກໄໝ້ເຮືອບິນໄດ້ແລ້ວ ແລະ ກຳລັງລຳລຽງຮ່າງຜູ້ເສຍຊີວິດອອກຈາກບ່ອນເກີດເຫດ ເພື່ອພິສູດລັກສະນະບຸກຄົນຕໍ່ໄປ ເຊິ່ງອົງການການບິນພົນລະເຮືອນອິຣານໃຫ້ຂໍ້ມູນວ່າ ຜູ້ທີ່ເສຍຊີວິດສ່ວນຫຼາຍເປັນຊາວອີຣານ. ຂໍຂອບໃຈ/ທີ່ມາ https://laoedaily.com.la/2020/01/08/68600/

ອ່ານເພີ່ມ
ອີຣານປະກາດຫຼຸດລະດັບຄວາມຜູກພັນພາຍໃຕ້ຂໍ້ຕົກລົງນິວເຄຼຍ ຫຼັງນາຍພົນຖືກສັງຫານ
ຂ່າວຕ່າງປະເທດ

ອີຣານປະກາດຫຼຸດລະດັບຄວາມຜູກພັນພາຍໃຕ້ຂໍ້ຕົກລົງນິວເຄຼຍ ຫຼັງນາຍພົນຖືກສັງຫານ

ຂຽນໂດຍ: ກຸ້ງຄຳ ແສນມະນີ
08/01/2020
in :  ຂ່າວຕ່າງປະເທດ
1
1,564

ເຕ​ຫະ​ຣານ, 5 ມັງກອນ (ຊິນ​ຫົວ) — ເມື່ອວັນ​ອາທິດ (5 ມັງກອນ) ສຳ​ນັກ​ຂ່າວ​ທາງ​ການ​ອີຣານ (IRNA) ລາຍ​ງານ​ວ່າ ອີຣານ​ໄດ້​ປະ​ກາດ​ຈະຫຼຸດລະ​ດັບ​ຄວາມ​ຜູກ​ພັນ​ພາຍໃຕ້​ຂໍ້​ຕົກລົງ​ນິວເຄຼຍອີຣານ​ປີ 2015 ຂັ້ນ​ທີ 5 ຊຶ່ງ​ເປັນ​ຂັ້ນ​ສຸດ​ທ້າຍ. ສຳ​ນັກ​ຂ່າວ​ທ້ອງ​ຖິ່ນ ລາຍ​ງານ​ຖະແຫຼງການຂ​ອງ​ລັດຖະບານ​ອີຣານ​ທີ່​ລະບຸ​ວ່າ “ສາທາລະນະລັດ​ອິດສະ​ລາມ​ໄດ້ຫຼຸດ​ຂໍ້​ຈຳ​ກັດ​ສຳຄັນ​ສຸດ​ທ້າຍ​ຕາມ​ຂັ້ນ​ທີ 5 ຂອງ​ການ​ຖອນຕົວ​ຈາກ​ຂໍ້​ຜູກ​ພັນ​ດັ່ງ​ກ່າວ ນັ້ນ​ຄື ‘ຂໍ້​ຈຳ​ກັດ​ກ່ຽວກັບ​ຈຳນວນ​ເຄື່ອງ​ໝຸນ​ຫວ່ຽງ​ວັດ​ສະດຸ​ນິວ​ເຄຼຍ (centrifuge) ທີ່​ອີຣານ​ມີ. ໂຄງ​ການ​ນິວ​ເຄຼຍຂ​ອງ​ອີຣານ​ຈະ​ບໍ່​ປະຕິບັດ​ຕາມ​ຂໍ້​ຈຳ​ກັດ​ໃນທາງ​ປະຕິບັດ​ໃດ​ໆອີກ​ຕໍ່ໄປ ຮວມທັງລະ​ດັບ​ຄວາມ​ບໍລິສຸດ ​ແລະ ​ການ​ເສີມ​ສະ​ມັດຖະ​ນະມວນ​ຂອງ​ວັດສະ​ດຸ​ເສີມ​ສະ​ມັດຖະ​ນະ ຮວມ​ທັງ​ກິດຈະກຳ​ການ​ວິ​ໄຈ ​ແລະ ​ພັດທະນາ​ຕ່າງ​ໆ,” ຖະແຫຼງການຂ​ອງ​ລັດຖະບານ​ອີຣານ​ລະບຸ. “ນັບ​ຈາກ​ນີ້​ໄປ​ໂຄງ​ການ​ນິວເຄຼຍຂອງອີຣານ​ຈະ​ເດີນໜ້າ​ຕາມ​ຂໍ້​ກຳນົດ​ທາງ​ເຕັກ​ນິກ​ຂອງຕົວ​ເອງ”. ອີຣານ​ໄດ້​ດຳ​ເນີນ​ການ​ຕ່າງ​ໆ ຢ່າງ​ເປັນ​ຂັ້ນ​ເປັນ​ຕອນ ເພື່ອ​ຕອບສະໜອງ​ຕໍ່​ການ​ຖອນຕົວ​ຂອງ​ສະຫະລັດ ຈາກ​ຂໍ້​ຕົກລົງ​ນິວເຄຼຍອີຣານ​ປີ 2015 ໃນ​ເດືອນ​ພຶດສະພາ 2018 ແລະ​ການຂວໍ້າບາດຫຼາຍ​ເທື່ອ​ຫຼັງ​ຈາກ​ນັ້ນ. ອີກ​ທັງ​ເພື່ອ​ຕອບສະໜອງ​ຕໍ່​ຄວາມຫຼ້າ​ຊ້າ​ຂອງ​ຢຸ​ໂຣບ​ໃນ​ການ​ອຳ​ນວຍ​ຄວາມສະດວກ​ແກ່​ການເຮັດ​ທຸລະ​ກຳ​ທາງ​ທະ​ນາ​ຄານ ​ແລະ​ ການ​ສົ່ງ​ອອກ​ນ້ຳ​ມັນ​ຂອງ​ອີຣານ ແລະ ​ທ້າຍ​ທີ່ສຸດ​ຄື​ເພື່ອ​ປົດ​ປ່ອຍ​ຕົນເອງ​ຈາກ​ພັນ​ທະ​ສັນຍາ​ນິວ​ເຄຼຍ. ອີຣານ​ເຄີຍ​ຖະແຫຼງໄວ້​ວ່າ​ ການຫຼຸດ​ພາລະ​ຜູກ​ພັນ​ຕາມ​ຂໍ້​ຕົກລົງ​ນິວເຄຼຍປີ 2015 ຖື​ເປັນ “ການ​ປຸກ” ຝ່າຍ​ອື່ນ​ໆ ທີ່​ກ່ຽວ​ຂ້ອງ​ກັບ​ຂໍ້​ຕົກລົງ ເພື່ອ​ປົກ​ປ້ອງ​ຜົນ​ປະໂຫຍດ​ທາງ​ເສດຖະກິດ​ຂອງ​ອີຣານ. “ດັ່ງ​ເຊັ່ນ​ກ່ອນ​ໜ້າ​ນີ້ ອີຣານ​ຈະ​ຍັງ​ຄົງ​ຮ່ວມ​ມື​ກັບ​ອົງການ​ພະລັງ​ງານ​ປະລະ​ມາ​ນູ​ລະຫວ່າງ​ປະເທດ (IAEA) ຕໍ່ໄປ,” ອີຣານ​ປະ​ກາດ​ເມື່ອ​ວັນ​ອາທິດ​ທີ່​ຜ່ານມາ. …

ອ່ານເພີ່ມ
ອີຣານຕັ້ງຄ່າຫົວ "ປະທານາທິບໍດີສະຫະລັດ 80 ລ້ານໂດລາ" ພ້ອມຂູ່ໂຈມຕີທຳນຽບຂາວໄດ້ທຸກເວລາ
ຂ່າວຕ່າງປະເທດ

ອີຣານຕັ້ງຄ່າຫົວ “ປະທານາທິບໍດີສະຫະລັດ 80 ລ້ານໂດລາ” ພ້ອມຂູ່ໂຈມຕີທຳນຽບຂາວໄດ້ທຸກເວລາ

ຂຽນໂດຍ: ກຸ້ງຄຳ ແສນມະນີ
07/01/2020
in :  ຂ່າວຕ່າງປະເທດ, ຂ່າວເດັ່ນ
2
3,439

ອີຣານປະ​ກາດ​ຕັ້ງ​ຄ່າຫົວ ໂດນັລ ທຣຳ 80 ລ້ານໂດລາ ຫຼື ປະມານ 708 ຕື້ກີບ ດ້ານ​ສະມາຊິກ​ລັດຖະ​ສະພາ​ຂູ່ ອີຣານສາມາດ​ໂຈມ​ຕີ​ທຳນຽບ​ຂາວ​ໄດ້​ທຸກ​ເມື່ອ. ລະຫວ່າງ​ການ​ຈັດ​ງານ​ພິທີ​ສົບ​ຂອງ ພົນຕີ ກັດ​ຊິມ ໂຊ​ເລ​ມາ​ນີ ຜູ້​ບັນ​ຊາ​ການ​ກອງ​ກຳ​ລັງ​ກຸດ​ສ​໌ ກອງ​ກຳ​ລັງ​ສຳຄັນ​ຂອງ​ກອງທັບ​ພິ​ທັກປະຕິວ​ັ​ດ​ອີຣານເມື່ອ​ວານ​ນີ້ (5 ມັງກອນ) ອີຣານໄດ້​ປະ​ກາດ​ຜ່ານ​ສ​ະຖາ​ນີ​ໂທລະພາບ​ແຫ່ງ​ຊາດ ຮຽກ​ຮ້ອງ​ໃຫ້​ປະຊາຊົນ​ທັງ 80 ກວ່າ​ລ້ານ​ຄົນ​ຊ່ວຍ​ກັນ​ບໍລິຈາກ​ເງີນ​ຄົນ​ລະ 1 ໂດລາ ເພື່ອ​ລະ​ດົມ​ທຶນ​ເປັນ​ເງິນ​ຄ່າຫົວ​ ທ່ານ ​ໂດນັລ ທຣຳ ປະ​ທາ​ນາ​ທິບໍ​ດີສະ​ຫະລັດ ໂດຍ​ຈະ​ມອບ​ໃຫ້​ກັບ​ໃຜ​ກໍ​ຕາມ​ທີ່​ສາມາດ​ຈັບ​ຕົວ​ທ່ານ ​ທຣຳ ​ມາ​ໄດ້. ອ່ານຂ່າວທີ່ກ່ຽວຂ້ອງ = ປະທານາທິບໍດີສະຫະລັດຊີ້ແຈງເຫດສັງຫານ “ນາຍພົນໂຊເລມານີ” ຂອງອີຣານ ແມ່ນເພື່ອຢຸດສົງຄາມ ຄວາມ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ເກີດ​ຂຶ້ນ​ຫຼັງ​ຈາກ​ທີ່​ກອງທັບ​ສະ​ຫະລັດ​ສັງ​ຫານ​ພົນຕີ ກັດ​ຊິມ ໂຊ​ເລ​ມາ​ນີ ດ້ວຍ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຈາກ​ໂດ​ຣນ​ທີ່ນະຄອນຫຼວງແບກ​ແດດ​ຂອງ​ອິີຣັກ​ເມື່ອ​ວັນທີ 3 ມັງກອນ ທີ່​ຜ່ານມາ ຊຶ່ງ​ສຳ​ນັກ​ຂ່າວ Iranian Labour News Agency ຍັງ​ໄດ້​ລາຍ​ງານ​ດ້ວຍ​ວ່າ ໜຶ່ງ​ໃນ​ສະມາຊິກ​ລັດຖະ​ສະພາປະ​ກາດ​ ພ້ອມ​ຖະຫຼົ່ມ​ທຳນຽບ​ຂາວ​ໄດ້​ທຸກ​ເມື່ອ. “ເຮົາ​ສາມາດ​ໂຈມ​ຕີ​ທຳນຽບ​ຂາວ​ໄດ້ ເຮົາ​ສາມາດ​ຕອບ​ໂຕ້​ຊາວ​ອ​າເມ​ລິກາ​ເທິງ​ຜືນ​ດິນ​ຂອງ​ພວກ​ເຂົາ​ໄດ້. ເຮົາ​ມີ​ພະລະ​ກຳ​ລັງ ຕາມ​ພະປະສົງ​ຂອງ​ພະ​ເຈົ້າ. ເຮົາ​ຈະ​ຕອບ​ໂຕ້​ໃນ​ເວລາ​ທີ່​ເໝາະ​ສົມ​ທີ່ສຸດ. ເມື່ອ​ມີ​ໃຜ​ປະ​ກາດ​ສົງຄາມ …

ອ່ານເພີ່ມ
ຊີ້ແຈງເຫດສັງຫານ "ນາຍພົນໂຊເລມານີ" ຂອງອີຣານ
ຂ່າວຕ່າງປະເທດ

ປະທານາທິບໍດີສະຫະລັດຊີ້ແຈງເຫດສັງຫານ “ນາຍພົນໂຊເລມານີ” ຂອງອີຣານ ແມ່ນເພື່ອຢຸດສົງຄາມ

ຂຽນໂດຍ: ກຸ້ງຄຳ ແສນມະນີ
06/01/2020
in :  ຂ່າວຕ່າງປະເທດ, ຂ່າວເດັ່ນ
0
5,759

ຊີ້ແຈງເຫດສັງຫານ “ນາຍພົນໂຊເລມານີ” ຂອງອີຣານ ປະທານາທິບໍດີ ໂດນັລ ທຣຳ ກ່າວ​ວ່າ ປະຕິບັດການ​ຂອງ​ສະຫະລັດ ທີ່​ສັງ​ຫານ ພົນຕີ ກັດ​ຊິມ ໂຊ​ເລ​ມາ​ນີ ນາຍ​ທະຫານ​ຄົນ​ສຳຄັນ​ຂອງອີຣານ​ເມື່ອ​ເຊົ້າວັນ​ສຸກ​ຕາມ​ເວລາ​ທ້ອງ​ຖິ່ນ ມີ​ຈຸດປະສົງ​ເພື່ອຢຸດ​ສົງຄາມ. ປະທານາທິບໍດີ​ ທຣຳ ກ່າວ​ວ່າ “ຄວາມ​ແຂງກະດ້າງ​ຂອງອີຣານ​ໃນພາກພື້ນ ຊຶ່ງລວມທັງ​ການ​ໃຊ້​ນັກຮົບ​ຕົວ​ແທນ​ເພື່ອ​ສັ່ນ​ຄອນ​ຄວາມໝັ້ນຄົງ​ຂອງ​ປະເທດ​ເພື່ອນ​ບ້ານ​ຕ້ອງ​ຢຸດຕິ​ລົງ” ໂດຍ​ທັນ​ທີ. ທ່ານ​ຖະແຫຼງ​ຂ່າວ​ນີ້​ຕໍ່​ສື່​ທີ່​ສະຖານ​ຕາກ​ອາ​ກາດ​ຂອງ​ຄອບຄົວ​ ທຣຳ ມາ​-​ອາ​-​ລາ​ໂກ ໃນ​ລັດ​ຟ​ລໍ​ຣິ​ດາ ສະຫະລັດອາເມລິກາ. ກ່ອນ​ໜ້າ​ໃນ​ມື້​ດຽວ​ກັນ ຜູ້​ນຳ​ສະຫະລັດ​ກ່າວ​ສະໜັບ​ສະໜຸນ ປະຕິບັດການ​ຂອງ​ກອງທັບ​ສະຫະລັດ​ໃນ​ການ​ສັງ​ຫານ​ຜູ້​ບັນ​ຊາ​ການ​ທະຫານ​ຄົນ​ສຳຄັນ​ຂອງອີຣານ​ລາຍ​ນີ້ ໃກ​ສະໜ​າມ​ບິນ​ໃນນະຄອນ​ແບກ​ແດດ​ປະເທດ​ອິ​ຣັກ, ຂະນະ​ທີ່​ລັດຖະບານອີຣານ​ຂູ່​ວ່າ​ຈະ “ແກ້​ເ​ເຄ້ນ​ຢ່າງ​ຮຸນແຮງ”. ຜູ້​ນຳ​ສະຫະລັດ​ກ່າວ​ວ່າ ພົນຕີ ກັດ​ຊິມ ໂຊ​ເລ​ມາ​ນີ ແຫ່ງ​ກອງ​ກຳ​ລັງ​ກຸດ​ສ໌ ຂອງອີຣານ ມີ​ສ່ວນ​ເຮັດໃຫ້​ຄ​ົນອາເມ​ລິ​ກາ ລວມທັງ​ຊາວ​ອີຣັກ ​ແລະ ​ຊາວອີຣານ​ຫຼາຍ​ພັນ​ຄົນ​ເສຍຊີວິດ ​ແລະ ​ບາດ​ເຈັບ. ປະທານາທິບໍດີ​ ທຣຳ ​ກ່າວອີກ​ວ່າ ປະຕິບັດການ​ປິດ​ຊີບ​ຂຸນ​ພົນ​ຄົນ​ສຳຄັນ​ຂອງ​ກອງທັບອີຣານ​ເທື່ອ​ນີ້ ຄວນ​ຈະ​ເກີດ​ຂຶ້ນ​ກ່ອນ​ໜ້າ​ນີ້​ຫຼາຍ​ປີ​ດ້ວຍ​ຊ້ຳ. ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ສະຫະລັດ ມີ​ຜູ້​ເສຍຊີວິດ​ຢ່າງ​ໜ້ອຍ 7 ລາຍ ຊຶ່ງ​ລວມທັງ ພົນຕີ ໂຊ​ເລ​ມາ​ນີ. ຜູ້​ນຳ​ສະຫະລັດ ຂຽນ​ຜ່ານ​ທະວິດ​ເຕີ​ໃນ​ວັນ​ສຸກ​ທີ່ຜ່ານມາ​ວ່າ ນາຍ​ພົນ​ຜູ້​ນີ້​ກຳ​ລັງ​ວາງ​ແຜນ​ສັງ​ຫານ​ຄົ​ນອາ​ເມ​ລິກາ​ເພີ່ມ​ອີກ​ຈຳນວນ​ຫຼາຍ. ກະ​ຊວງ​ປ້ອງກັນປະເທດ​ສະຫະລັດລະ​ບຸ​ວ່າ​ປະຕິບັດການ​ສັງ​ຫານ ພົນຕີ …

ອ່ານເພີ່ມ

Stay Connected

  • 1479Posts
  • 417ຄຳຄິດເຫັນ
  • 3ສະມາຊິກ

Most Recent

ລວມລາຍຊື່ຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ຈະຕຸວັນ ດາວິນ
2 ຊົ່ວໂມງ ກ່ອນ

ອີກແລ້ວທາງດ່ວນ! ລົດຕຳຄວາຍຂາຊີ້ເກ່ເດ່

ຈະຕຸວັນ ດາວິນ
10 ຊົ່ວໂມງ ກ່ອນ

ເລຂາທິການໃຫຍ່ພັກກອມມູນິດຈີນ ສົ່ງສານໂທລະເລກຍິນດີນຳທ່ານ​ ທອງລຸນ ສີສຸລິດ​ທີ່ຖືກເລືອກເປັນເລຂາທິການໃຫຍ່ຂອງພັກປະຊາຊົນປະຕິວັດລາວສະໄໝທີ XI

ຈະຕຸວັນ ດາວິນ
11 ຊົ່ວໂມງ ກ່ອນ
ເບິ່ງຕື່ມ

ກ່ຽວກັບພວກເຮົາ

ຂ່າວລາວ

ເວັບ LaoNews.net ບໍລິການ ຂ່າວສານ ຄວາມຮູ້ ວາໄລຕີ້ ສາລະບັນເທິງດີໆ ເພື່ອຄົນລາວ ບໍລິຫານໂດຍທີມງານ ຈາກນັກຂ່າວ ນັກຂຽນ ວົງການສື່ມວນຊົນທີ່ມີປະສົບການຂອງລາວ !

ອ່ານຂ່າວທາມລາຍ Line ID = @laonews

ຕິດຕໍ່/ສົ່ງຂ່າວ eMail  = laogroup@hotmail.com ຫຼື Line ID = @laonews ຫຼື INBOX Facebook

ຕິດຕາມເຮົາທີ່ນີ້:

ຂ່າວຍອດນິຍົມ

ອັບເດດຂ່າວ ຍິງກັນຕາຍຢູ່ໜ້າຕະຫຼາດເຊົ້າມື້ຄືນຜ່ານມາ​ເປັນເຫດວິສາມັນຄົນຮ້າຍ

ຈະຕຸວັນ ດາວິນ
22/08/2020

ພົບຄົນຕາຍໃນເຫດໄຟໄໝ້ຫຍ້າ ທີ່ຫາດດອນຈັນ

ເຂີຍເມືອງຊຳ
31/01/2020

ອີກແລ້ວ​ ອຸບັດເຫດທາງດ່ວນຢູ່ຈຸດສີເກີດ ນາຊາຍທອງ ນະຄອນຫຼວງວຽງຈັນ

ຈະຕຸວັນ ດາວິນ
3 ອາທິດ ກ່ອນ

ເພິ່ນຈະປິດປະເທດບໍ? ປະເທດລາວປິດແລ້ວ! ແຕ່ອ່ານໃຫ້ຈົບກ່ອນຈຶ່ງຄ່ອຍແຊກະໄດ້.

ຈະຕຸວັນ ດາວິນ
22/03/2020

ຂ່າວໃໝ່ຫຼ້າສຸດ

  • 2 ຊົ່ວໂມງ ກ່ອນ

    ລວມລາຍຊື່ຄະນະບໍລິຫານງານສູນກາງພັກ ສະໄໝທີ XI

  • 10 ຊົ່ວໂມງ ກ່ອນ

    ອີກແລ້ວທາງດ່ວນ! ລົດຕຳຄວາຍຂາຊີ້ເກ່ເດ່

  • 11 ຊົ່ວໂມງ ກ່ອນ

    ເລຂາທິການໃຫຍ່ພັກກອມມູນິດຈີນ ສົ່ງສານໂທລະເລກຍິນດີນຳທ່ານ​ ທອງລຸນ ສີສຸລິດ​ທີ່ຖືກເລືອກເປັນເລຂາທິການໃຫຍ່ຂອງພັກປະຊາຊົນປະຕິວັດລາວສະໄໝທີ XI

  • 18 ຊົ່ວໂມງ ກ່ອນ

    ສູດຍອດ! ທ່ານທອງລຸນ​ ສີສຸລິດຖືກເລືອກຕັ້ງເປັນເລາຂາທິການໃຫຍ່ຂອງພັກປະຊາຊົນປະຕິວັດລາວສະໄໝທີ XI

  • 20 ຊົ່ວໂມງ ກ່ອນ

    ສາຍຫວຍກຽມເຮ!​ ຈະມີການຈຳໜ່າຍຫວຍ 6​ ໂຕ​ເລກ​ 1.000ກີບ ລາງວັນ​ 400​ ລ້ານກີບ

ຄຳຄົ້ນຫາຍອດນິຍົມ ຂ່າວຕ່າງປະເທດ ການຊ່ວຍເຫຼືອ ຂ່າວພາຍໃນ ຂ່າວປະຈໍາວັນ ຂ່າວ ເສດຖະກິດ ຂ່າວລາວ ນໍ້າຖ້ວມ ຈີນ ອຸຕຸເຕືອນ ແຈ້ງການ ທາງດ່ວນ ຂ່າວບັນເທີງ ບັນເທີງ ຂ່າວເສດຖະກິດ
© Copyright 2018, All Rights Reserved Powered by LaoNews.net | Designed by Koungkam | ນະໂຍບາຍຄຸ້ມຄອງຂໍ້ມູນສ່ວນຕົວ | ເງື່ອນໄຂການໃຊ້ບໍລິການ