ລົດໃຫຍ່ຕົກເຫວ ເຈັບ 11 ຄົນ, ເສຍຊີວິດ 1 ຄົນ
ໃນວັນທີ 31 / 1 / 2022 ເວລາ 15:50 ໂມງ ໄດ້ຮັບແຈ້ງອຸບັດຕິເຫດລົດໃຫຍ່ຕົກເຫວ ສະຖານທີ່ ບ້ານ ຄອນປຽກ ເມືອງໄຊຍະບູລີ ແຂວງໄຊຍະບູລີ. ຜ່ານການກວດສອບ ພົບຄົນເຈັບ 11 ຄົນ, ເສຍຊີວິດ 1 ຄົນ ຄື: ຜູ້ທີ 1 ເພດຍິງ ອາຍຸ 13 ປີ ອາການເບື້ອງຕົ້ນແມ່ນ ຖືກກະທົບຫົວຮຸນແຮງ(ເສຍຊີວິດ) -ຜູ້ທີ2 ເພດຍິງ ອາຍຸ 22 ປີ ອາການເບື້ອງຕົ້ນແມ່ນ ເຈັບແອວ,ຫົວແຕກ. -ຜູ້ທີ 3 ເພດຍິງ ອາຍຸ 18 ປີ ອາການເບື້ອງຕົ້ນແມ່ນ ຫົວແຕກ. -ຜູ້ທີ່ 4 ເພດຍິງ ອາຍຸ 25 ປີ ອາການເບື້ອງຕົ້ນແມ່ນ ມີແຜບາດຢູ່ແອວ,ຫົວແຕກ. -ຜູ້ທີ 5 ເພດຍິງ ອາຍຸ 35 ປີ …