ທະນາຄານແຫ່ງປະເທດຈີນ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ
ໃນວັນທີ 1 ຕຸລາ 2019 ທີ່ນະຄອນຫຼວງວຽງຈັນ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວໄດ້ຕາງໜ້າໃຫ້ລັດຖະບານລາວຮັບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຈາກທະນາຄານແຫ່ງປະເທດຈີນສາຂານະຄອນຫຼວງວຽງຈັນ ມູນຄ່າ 500 ລ້ານກີບ ຊຶ່ງມອບໂດຍ ທ່ານ ເສີນ ເຄີ້ ຊີນ ຜູ້ຊ່ວຍຜູ້ຈັດການໃຫຍ່ທະນາຄານແຫ່ງປະເທດຈີນສາຂານະຄອນຫຼວງວຽງຈັນ ເພື່ອນຳໄປມອບໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢ່າງທົ່ວເຖິງ ແລະ ທັນການ. ໃນໂອກາດດັ່ງກ່າວ ທ່ານ ຄຳຮຸ່ງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທະນະຄານແຫ່ງປະເທດຈີນທີ່ໄດ້ນຳເອົາເງິນມາມອບໃຫ້ໃນຄັ້ງນີ້ ຊຶ່ງຖືເປັນການປະກອບສ່ວນສຳຄັນເຂົ້າໃນການຟື້ນຟູ ແລະ ບັນເທົາທຸກແກ່ປະຊາຊົນທີ່ໄດ້ຮັບຜົນກະທົບໃຫ້ກັບຄືນສູ່ສະພາບປົກ ກະຕິໂດຍໄວ ເຮັດໃຫ້ມີຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໄດ້ຮັບການປັບປຸງດີຂຶ້ນ ຊຶ່ງເງິນຈຳນວນດັ່ງກ່າວອົງການກາແດງລາວ ຈະໄດ້ນຳໄປມອບໃຫ້ແຂວງສະຫວັນນະເຂດ 200 ລ້ານກີບ ແຂວງຈຳປາສັກ 150 ລ້ານກີບ ແລະ ແຂວງສາລະວັນ 150 ລ້ານກີບ ເພື່ອຈັດຊື້ຢາປິ່ນປົວພະຍາດໄປແຈກຢາຍໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບ. ໂດຍ: ດອກຕາເວັນ ຂໍຂອບໃຈ ທີ່ມາຂ່າວ