07 ເດືອນທັນວາ 2019

ຂ່າວ | ລາວ | ກີລາ  |ບັນເທິງ |ນານາສາລະ | ທ່ອງທ່ຽວ | ເຮົາແຊຣ໌ຂ່າວເພື່ອສັງຄົມ | laonews.net

ຂ່າວ | ລາວ | ກີລາ  |ບັນເທິງ |ນານາສາລະ | ທ່ອງທ່ຽວ | ເຮົາແຊຣ໌ຂ່າວເພື່ອສັງຄົມ | laonews.net
  • ໜ້າທຳອິດ
  • ຂ່າວພາຍໃນ
  • ຂ່າວກິລາ
  • ບັນເທີງ
  • ທ່ອງທ່ຽວ
  • ນານາສາລະ
  • ຮ້ານຂາຍເຄື່ອງ
  • ຕິດຕໍ່ພວກເຮົາ
3 New Articles
  • 1 ອາທິດ ago ອາເຊມາ ຊີ້ແຈງການມອບຂັນເປຕັງ
  • 2 ອາທິດ ago ໄຟຟ້າເຊກະໝານ 1 ສ້າງທາງໃຫ້ເມືອງຊານໄຊ
  • 2 ອາທິດ ago ປກສ ເມືອງພູຄູນຈູດທຳລາຍເງິນປອມ
Home Tag Archives: ເຕັກໂນໂລຊີ

Tag Archives: ເຕັກໂນໂລຊີ

ສິງກະໂປ,ເມືອງອັດສະລິຍະ,ຂ່າວປະຈໍາວັນ,ຂ່າວຕ່າງປະເທດ,ເຕັກໂນໂລຊີ
ຂ່າວຕ່າງປະເທດ

ສິງກະໂປ ຊຸກຍູ້ ການພັດທະນາ “ເຄືອຂ່າຍເມືອງອັດສະລິຍະ” ໃນອາຊຽນ

By ກຸ້ງຄຳ ແສນມະນີ
03/10/2019
in :  ຂ່າວຕ່າງປະເທດ, ຂ່າວໄອທີ
0
30

ສິງກະໂປ ພ້ອມຊຸກຍູ້ໂຄງການເຄືອຂ່າຍເມືອງອັດສະລິຍະອາຊຽນ ຫວັງຮອງຮັບກະແສປະຊາກອນໄຫຼເຂົ້າມາເຮັດວຽກໃນເມືອງ. ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 32 ເມື່ອວັນເສົາທີ່ຜ່່ານມາ ທີ່ປະເທດສິງກະໂປ, ທ່ານ ລີຊຽນລຸງ ໃນຖານະປະທານອາຊຽນ ຍົກປະເດັນ “ເມືອງອັດສະລິຍະ” ຫຼື ສະມາດຊິຕີ້ ຂຶ້ນມາກ່າວເຖິງ. ທ່ານຊີ້ວ່າ “ສຳລັບປະເດັນເຄືອຂ່າຍເມືອງອັດສະລິຍະ ເປັນສິ່ງທີ່ເຮົາຫວັງວ່າຈຳສຳເລັດສົມບູນ, ມີຄວາມກ້າວໜ້າ ແລະ ມີຜົນລັບທີ່ຈັບຕ້ອງໄດ້ພາຍໃນປີນີ້”. ປັດຈຸບັນນີ້, ປະຊາກອນໃນອາຊຽນກວ່າເຄິ່ງໜຶ່ງອາໄສຢູ່ໃນພື້ນທີ່ເມືອງ ແລະ ພາຍໃນປີ 2030 ມີການຄາດຄະເນວ່າປະຊາກອນອີກຫຼາຍກວ່າ 90 ລ້ານຄົນ ຈະຍ້າຍເຂົ້າມາເພີ່ມ ໂດຍເມືອງຂະໜາດກາງທີ່ຮອງຮັບປະຊາກອນລະຫວ່າງ 200,000 – 2,000,000 ຄົນ ຈະສົ່ງຜົນໃຫ້ເກີດການເຕີບໂຕທາງພາກພື້ນຫຼາຍກວ່າ 40%. ແນວໃດກໍຕາມ, ດ້ວຍຈຳນວນປະຊາກອນທີ່ສູງຂຶ້ນ ສົ່ງຜົນໃຫ້ເກີດບັນຫາຕາມມາ ທັງຄວາມໜາແໜ້ນ, ມົນລະພິດທາງອາກາດ, ຄຸນນະພາບນໍ້າ, ຄວາມຫຼຸດໂຕນ ແລະ ການແບ່ງແຍກທາງພູມສາດລະຫວ່າງປະຊາກອນໃນເມືອງ ແລະ ປະຊາກອນທ້ອງຖິ່ນ. ຄວາມພະຍາຍາມໃນການສ້າງເມືອງອັດສະລິຍະເປັນໜຶ່ງໃນຄຳຕອບຂອງການແກ້ບັນຫາຂ້າງຕົ້ນ ດ້ວຍການນຳເອົາເຕັກໂນໂລຊີມາໃຊ້ໃຫ້ເກີດປະໂຫຍດສູງສຸດເພື່ອຄຸນນະພາບຊີວິດຂອງປະຊາຊົນ. ເຖິງວ່າສິງກະໂປຈະເປັນຜູ້ນຳເລື່ອງເມືອງອັດສະລິຍະໃນພາກພື້ນ, ແຕ່ປະເທດເຊັ່ນ: ມາເລເຊຍ: ຫວຽດນາມ, ໄທ ແລະ ອິນໂດເນເຊຍ ກໍມີເປົ້າໝາຍໃນການສ້າງເມືອງອັດສະລິຍະເຊັ່ນດຽວກັນ. ນີ້ຈຶ່ງບໍ່ແມ່ນເລື່ອງແປກໃໝ່ຂອງພາກພື້ນນີ້. ໃນກອງປະຊຸມສຸດຍອດອາຊຽນຄັ້ງນີ້ …

Read More
ຂ່າວໄອທີ

ເຟສບຸກກຽມເປີດໂຕ “Horizon” ໂຊຊຽວເນັກເວີກແບບສະເໝືອນ ເລີ່ມທົດສອບການນຳໃຊ້ປີໜ້າ

By ກຸ້ງຄຳ ແສນມະນີ
28/09/2019
in :  ຂ່າວໄອທີ
0
15

ນອກຈາກໂຊຊຽວເນັດເວີກແບບທີ່ເປັນແອັບນຳໃຊ້ທົ່ວໄປຄືທີ່ເຮົາໃຊ້ກັນໃນປັດຈຸບັນແລ້ວ ໃນອະນາຄົດອັນໃກ້ນີ້ກໍຈະກ້າວໄປອີກລະດັບໜຶ່ງ ສູ່ໂຊຊຽວເນັດເວີກແບບ VR ເຊິ່ງເປັນການຈຳລອງໂລກຂຶ້ນມາ ຜູ້ໃຊ້ສາມາດປະຕິສຳພັນກັບຄົນອື່ນເຊັ່ນ: ເວົ້າຈາ, ເຮັດກິດຈະກຳ ແລະ ຍັງສາມາດສ້າງສິ່ງຂອງຕ່່າງໆໃນໂລກຈຳລອງດັ່ງກ່າວໄດ້ອີກດ້ວຍ. ໂຊຊຽວເນັດເວີກດັ່ງກ່າວໄດ້ຖືກເປີດເຜີຍອອກມາໃນງານ Oculus Connect 6 ໃນຊື່ Facebook Horrizon ທີ່ເປັນໂຊຊຽວສ້າງດ້ວຍລະບົບ VR ໃຫ້ຜູ້ໃຊ້ Oculus ເຂົ້າໄປພົບຜູ້ອື່ນໄດ້. ລະບົບຂອງ Facebook Horrizon ຈະໃຫ້ເຮົາສ້າງ Avatar (ຕົວກາຕູນໂຕແທນຂອງເຮົາ) ເພື່ອເຂົ້າໄປມີປະຕິສຳພັນກັບຄົນໃນໂລກຈຳລອງດັ່ງກ່າວໄດ້ ບໍ່ວ່າຈະເປັນການເວົ້າຈາ ຫຼື ເຮັດກິດຈະກຳ ແລະ ຫຼິ້ນເກມຮ່ວມກັນໄດ້ ແລະ ມີເຄື່ອງມືເຊັ່ນ: World Builder ເຊິ່ງຈະເຮັດໃຫ້ສ້າງສິ່ງຕ່າງໆໃນນັ້ນໄດ້ອີກດ້ວຍ. ສຳລັບຜູ້ທີ່ສົນໃຈ ແລະ ມີອຸປະກອນ Oculus ສາມາດລົງທະບຽນເຂົ້າທົດສອບເວີຊັນທົດລອງໄດ້ທີ່ໜ້າເວັບໄຊຂອງ Oculus ໄດ້ເລີຍ ໂດຍລະບົບຈະເປີດໃຫ້ເຂົ້າທົດສອບໃນຕົ້ນປີໜ້າ. ຂໍຂອບໃຈ ທີ່ມາ 

Read More
ຂ່າວຕ່າງປະເທດ

ສະຫະລັດອາເມລິກາຈະເປີດໂຕ ກອງບັນຊາການອະວະກາດ ໃນວັນພະຫັດນີ້

By ກຸ້ງຄຳ ແສນມະນີ
03/09/2019
in :  ຂ່າວຕ່າງປະເທດ, ຂ່າວໄອທີ
0
45

ກອງທັບ​ສະຫະລັດ ຈະ​ເປີດໂຕ​ກອງ​ບັນຊາ​ການອະວະກາດ ຫຼື Space Command ຢ່າງ​ເປັນ​ທາງ​ການ​ໃນວັນພະຫັດ​ນີ້ ຊຶ່ງ​ຖື​ເປັນ​ກອງ​ບັນຊາ​ການ​ໃໝ່​ແຫ່ງ​ທຳອິດຂອງສະຫະລັດ ໃນຮອບ 10 ປີ ນັບ​ຕັ້ງ​ແຕ່​ການ​ກໍ່​ຕັ້ງ​ກອງ​ບັນຊາ​ການ​ໄຊເບີ ຫຼື Cyber Command​ ເມື່ອ 10 ປີ​ກ່ອນ. ພິທີ​ເປີດ​ໂຕ​ກອງ​ບັນຊາ​ກາ​ນອະວະກາດ​ຈະ​ຈັດ​ຂຶ້ນ​ທີ່​ທຳນຽບ​ຂາວ ໂດຍ​ມີປະທານາທິບໍດີ ໂດນັລ ທຣຳ ແລະ ​ຮອງປະທານາທິບໍດີ ໄມ​ ເພັນ​ ເປັນ​ປະ​ທານ ແລະ ​ມີລັດຖະມົນຕີກະຊວງປ້ອງກັນປະເທດ ມາ​ກ ເອສ​ເປີ ຮວມທັງ​ນາຍ​ທະຫານ​ລະ​ດັບ​ສູງ​ຂອງ​ກອງທັບ​ສະຫະລັດເຂົ້າ​ຮ່ວມ. ກ່ອນ​ໜ້າ​ນີ້ ກອງທັບ​ສະຫະລັດ ເຄີຍ​ມີກ​ອງ​ບັນຊາ​ການອະວະກາດ​ມາ​ແລ້ວ ແຕ່​ຖືກ​ຍຸບ​ໄປຮວມ​ກັບ​ກອງ​ບັນຊາ​ການ​ດ້ານ​ຍຸດທະສາດ​ຂອງ​ສະຫະລັດ ເມື່ອ​ປີ ຄ​.ສ​. 2002. ການ​ຈັດ​ຕັ້ງ​ກອງ​ບັນຊາ​ການອະວະກາດ ຖື​ເປັນ​ຄວາມ​ພະຍາຍາມ​ຈັດ​ລະບຽບ​ດ້ານ​ເຕັກໂນໂລຊີ​ທາງ​ທະຫານ​ສຳລັບ​ກິດຈະການ​ໃນ​ອະວະກາດ​ຂອງ​ສະຫະລັດ​ໃໝ່ ຈາກ​ປັດຈຸບັນ​ທີ່​ຢູ່​ພາຍໃຕ້​ການ​ເບິ່ງ​ແຍງ​ຂອງ​ກອງທັບ​ອາ​ກາດ ​ແລະ ​ກອງ​ບັນຊາ​ການ​ດ້ານ​ຍຸດທະສາດ ຊຶ່ງ​ໄດ້ຮັບ​ຄວາມ​ສົນ​ໃຈ​ນ້ອຍ​ລົງ​ໄປ. ປັດຈຸບັນ ກະຊວງປ້ອງກັນປະເທດສະຫະລັດ ມີກ​ອງ​ບັນຊາ​ການ​ທາງ​ທະຫານ​ຢູ່​ທັງ​ໝົດ 10 ແຫ່ງ​ນຳກັນ ຊຶ່ງ​ການ​ກໍ່​ຕັ້ງ​ກອງ​ບັນຊາ​ການ​ທີ 11 ຄື ກອງ​ບັນຊາ​ກາ​ນອະວະກາດ​ນີ້ ຖືກ​ເຫັນ​ວ່າ​ເປັນ​ກ້າວ​ສຳຄັນ​ທີ່​ຈະ​ນຳ​ໄປ​ສູ່​ການ​ຈັດ​ຕັ້ງ​ກອງທັບ​ໃໝ່​ຂອງ​ສະຫະລັດ ຄື ກອງທັບ​ອະວະກາດ ທີ່ປະທານາທິບໍດີ ໂດນັລ ທຣຳ ເປັນ​ຜູ້​ປະ​ກາດ​ແນວ​ຄິດ​ນີ້​ເມື່ອ​ປີ​ກ່ອນ. …

Read More
ຂ່າວຕ່າງປະເທດ

ນັກວິໄຈພົບແອັບ Facebook ສະແກນຂໍ້ມູນໃນເຄື່ອງ Android ກ່ອນສົ່ງກັບໄປຍັງເຊີບເວີຂອງຕົວເອງ

By ກຸ້ງຄຳ ແສນມະນີ
03/09/2019
in :  ຂ່າວຕ່າງປະເທດ, ຂ່າວໄອທີ, ເສດຖະກິດ
0
19

Jane Manchun Wong ນັກ​ວິໄຈ​ດ້ານ​ຄວາມ​ປອດໄພ​ເປີດເຜີຍ​ວ່າ ​ແອັບ Facebook ສຳລັບ Android ມີ​ກາ​ນສະ​ແກນ​ໄລ​ບ​ຣາ​ຣີ (libraries) ​ຂອງ​ເຄື່ອງ​ກ່ອນ​ສົ່ງ​ກັບ​ໄປຍັງ​ເ​​ຊີບ​ເວີ​ຂອງ​ຕົວ​ເອງ. Wong ລະ​ບຸ​ວ່າ ແອັບ​ພລິ​ເຄ​ຊັ່ນ Facebook ຂອງ Android ຈະ​ລັກ​ສະ​ແກນ​ໄລ​ບ​ຣາ​ຣີ​ຢູ່​ເບື້ອງ​ຫຼັງ​ໂດຍ​ທີ່​ຜູ້​ໃຊ້​ງານ​ບໍ່​ຮູ້ ແລະ ​ອັບ​ໂຫຼດ metadata ໄປ​ຍັງ​ເ​ຊີບເວີ​ຂ​ອງ Facebook ຊຶ່ງຂະ​ບວນ​ການ​ນີ້ເອີ້ນວ່າ “Global Library Collector” ໂດຍ​ຈະ​ມີ​ການ​ອັບ​ໂຫຼດ​ກັບ​ໄປຍັງ​ເ​ຊີບເວີ​ເປັນໄລຍະໆ. ສ່ວນ​ທີ່​ຍັງ​ບໍ່​ໄດ້​ອັບ​ໂຫຼດ​ກໍ​ຈະ​ເກັບ​ເອົາ​ໄວ້​ໃນ​ຕົວ​ເຄື່ອງ​ກ່ອນ. ຈາກ​ການ​ທົດສອບ Wong ພົ​ບວ່າ Facebook ເກັບ metadata ຈາກ​ເຄື່ອງ​ຂອງ​ຕົວ​ເອງ​ໄປ​ແລ້ວ​ກວ່າ 2,223 ຟາຍ ແລະ ​ຍັງມີ​ອີກ 1,162 ຟາຍລໍຖ້າ​ການ​ອັບ​ໂຫຼດ​ຢູ່. ຢ່າງໃດ​ກໍ​ຕາມ Wong ບໍ່​ສາມາດ​ກວດ​ສອບ​ໄດ້​ວ່າ​ຟາຍ​ທີ່ Facebook ເອົາ​ໄປ​ມີ​ຂໍ້​ມູນ​ຫຍັງແດ່ ແຕ່​ຄາດ​ວ່າ​ອາດຈະ​ກ່ຽວກັບ​ຄວາມ​ເຂົ້າ​ກັນ​ຂອງ​ແອັບ​ ແລະ ​ຕົວ​ລະບົບ ຮວມທັງຄວາມ​ປອດໄພ​ຂອງ​ຕົວ​ເຄື່ອງ ຊຶ່ງ Facebook ກໍ​ບໍ່​ມີ​ຕົວເລືອກ​ໃຫ້​ປິດ​ການ​ອັບ​ໂຫຼດ​ນີ້. ເມື່ອ​ຂ່າວ​ນີ້​ອອກ​ມາ​ຄາດ​ວ່າ​ບໍລິສັດ​ອາດຈະ​ມີ​ຖະແຫຼງການ​ຢ່າງ​ຊັດເຈນ​ໃນ​ອີກ​ບໍ່ດົນ ກໍ​ຕ້ອງ​ລໍຖ້າອັບ​ເດດ​ກັນ​ຕໍ່ໄປ​. ຂໍຂອບໃຈ/ທີ່ມາຂ່າວ

Read More
ຂ່າວຕ່າງປະເທດ

ໃຜທີ່ໃຊ້ແອັບສະແກນເອກະສານ CamScanner ເວີຊັນຟຣີໃຫ້ລຶບດ່ວນ ຖ້າບໍ່ຢາກຖືກລັກຂໍ້ມູນ

By ກຸ້ງຄຳ ແສນມະນີ
29/08/2019
in :  ຂ່າວຕ່າງປະເທດ, ຂ່າວໄອທີ
0
36

ມີລາຍງານຈາກຕ່າງປະເທດວ່າ ພົບແອັບ CamScanner ເຊິ່ງເປັນແອັບສະແກນເອກະສານເປັນຟາຍ PDF ຍອດນິຍົມອີກໜຶ່ງແອັບ ແລະ ຫຼາຍຄົນກໍມີແອັບດັ່ງກ່າວນີ້ຕິດເຄື່ອງໄວ້. ແຕ່ວ່າ ຖ້າຫາກຕອນນີ້ທ່ານມີ CamScanner ເວີຊັນຟຣີຢູ່ ຄວນລຶບຖິ້ມທັນທີ ເນື່ອງຈາກນັກວິໄຈຈາກ Kaspersky ພົບວ່າແອັບຝັງມັລແວ Trojan Dropper ທີ່ສາມາດຄວບຄຸມ ແລະ ລັກຂໍ້ມູນໃນໂທລະສັບມືຖື Android ຈາກໄລຍະໄກໄດ້. ການຄົ້ນພົບດັ່ງກ່າວສືບເນື່ອງມາຈາກນັກວິໄຈຈາກບໍລິສັດດ້ານຄວາມປອດໄພດັ່ງກ່າວພົບວ່າ ແອັບ CamsCanner ເວີຊັນຟຣີ ມີຄະແນນວິຈານທາງລົບ ແລະ ມີພຶດຕິກຳທີ່ໜ້າສົງໄສໃນຮ້ານຄ້າ Play Store ໃນໄລຍະບໍ່ເທົ່າໃດເດືອນທີ່ຜ່ານມາ ເຮັດໃຫ້ທີມນັກວິໄຈພໍສາມາດສັນນິຖານໄດ້ວ່າ ໂຕແອັບມີບັນຫາ ຫຼື ມີບາງຢ່າງທີ່ປ່ຽນໄປ ແລະ ເມື່ອກວດສອບແລ້ວກໍພົບມັລແວ Trojan Dropper ທີ່ເປັນອັນຕະລາຍ. ທັລແວດັ່ງກ່າວນີ້ ມັກຈະພົບໃນມືຖືສະມາດໂຟນຈາກຈີນທີ່ມັກຕິດຕັ້ງແອັບແປກໆມາກັບເຄື່ອງນຳ. ຫຼ້າສຸດທາງ Google ໄດ້ລຶບແອັບ CamScanner ເວີຊັນຟຣີອອກຈາກ Play Store ແລ້ວ. ຂໍ້ມູນຫຼ້າສຸດລະບຸວ່າ ແອັບດັ່ງກ່າວນີ້ມີການຕິດຕັ້ງໄປທັງໝົດກວ່າ 100 ລ້ານຄັ້ງແລ້ວ. ວິທີປ້ອງກັນຕົນເອງຈາກມັລແວໃນແອັບດັ່ງກ່າວຄື ຕ້ອງລຶບແອັບນີ້ອອກຈາກໂທລະສັບມືຖືແອນດຣອຍຂອງເຈົ້າໂດຍດ່ວນ ຍົກເວັ້ນແຕ່ຖ້າໃຊ້ເວີຊັນເສຍເງິນແມ່ນຈະບໍ່ມີບັນຫາຫຍັງ. ສຳລັບຕົວເລືອກແອັບສະແກນເອກະສານທີ່ດີໆອື່ນໆທີ່ສາມາດໃຊ້ແທນໄດ້ກໍມີ …

Read More

Stay Connected

  • 256Posts
  • 1Comments
  • 2Members

Most Recent

ອາເຊມາ ຊີ້ແຈງການມອບຂັນເປຕັງ

ເຂີຍເມືອງຊຳ
1 ອາທິດ ago

ໄຟຟ້າເຊກະໝານ 1 ສ້າງທາງໃຫ້ເມືອງຊານໄຊ

ເຂີຍເມືອງຊຳ
2 ອາທິດ ago

ປກສ ເມືອງພູຄູນຈູດທຳລາຍເງິນປອມ

ເຂີຍເມືອງຊຳ
2 ອາທິດ ago
Load more

ກ່ຽວກັບພວກເຮົາ

ເວັບ LaoNews.net ບໍລິການ ຂ່າວສານ ຄວາມຮູ້ ວາໄລຕີ້ ສາລະບັນເທິງດີໆ ເພື່ອຄົນລາວ ບໍລິຫານໂດຍທີມງານ ຈາກນັກຂ່າວ ນັກຂຽນ ວົງການສື່ມວນຊົນທີ່ມີປະສົບການຂອງລາວ !

Line ID = laogroup

ຕິດຕາມເຮົາທີ່ນີ້:

ຂ່າວຍອດນິຍົມ

ນາງໝວຍສາລະພາບ ພົວພັນກັບກຸ່ມຄົນລາວນອກ

ເຂີຍເມືອງຊຳ
18/09/2019

ເຈ້ນາງບອກວ່າ ສາມີເຈ້ຖືກກ່າວຫາ

ເຂີຍເມືອງຊຳ
20/09/2019

ນາງ ໝວຍຖືກຈັບ ຂໍ້ຫາຕ້ານ ສປປ ລາວ

ເຂີຍເມືອງຊຳ
14/09/2019

ຄະດີສາວໝວຍ ຍັງຕ້ອງສືບສວນຕື່ມອີກກ່ອນ

ເຂີຍເມືອງຊຳ
21/09/2019

ຂ່າວໃໝ່ຫຼ້າສຸດ

  • 1 ອາທິດ ago

    ອາເຊມາ ຊີ້ແຈງການມອບຂັນເປຕັງ

  • 2 ອາທິດ ago

    ໄຟຟ້າເຊກະໝານ 1 ສ້າງທາງໃຫ້ເມືອງຊານໄຊ

  • 2 ອາທິດ ago

    ປກສ ເມືອງພູຄູນຈູດທຳລາຍເງິນປອມ

  • 2 ອາທິດ ago

    ໝວຍ ຖືກຕັດສິນລົງໂທດຂັ້ນສູງສຸດ

  • 2 ອາທິດ ago

    ລາວ-ຈີນ ຕ່າງກໍຍ້ອງຍໍຊົມເຊີຍເຊິ່ງກັນແລະກັນ

Top Tags ຂ່າວພາຍໃນ ນາງງາມລາວ ຂ່າວປະຈໍາວັນ ກິລາ ນ້ຳຖ້ວມ ຂ່າວລາວ ຂ່າວ ຂ່າວບັນເທີງ ຂ່າວຕ່າງປະເທດ ຂ່າວກິລາ ລາວ ສປປ ລາວ ບັນເທີງ ເສດຖະກິດ laonews
© Copyright 2018, All Rights Reserved Powered by LaoNews.net | Designed by Koungkam
Loading...