ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net

ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net
  • ໜ້າທຳອິດ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວກິລາ
  • ບັນເທີງ
  • ທ່ອງທ່ຽວ
  • ນານາສາລະ
3 ໃໝ່ ບົດຄວາມ
  • 26 ນາທີ ກ່ອນ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອວຍພອນ ສະຫາຍ​ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI.
  • 2 ຊົ່ວໂມງ ກ່ອນ ລວມລາຍຊື່ຄະນະບໍລິຫານງານສູນກາງພັກ ສະໄໝທີ XI
  • 11 ຊົ່ວໂມງ ກ່ອນ ອີກແລ້ວທາງດ່ວນ! ລົດຕຳຄວາຍຂາຊີ້ເກ່ເດ່
ໜ້າຫຼັກ ຄັງຄຳຄົ້ນຫາ ເສດຖະກິດລາວ

ຄັງຄຳຄົ້ນຫາ ເສດຖະກິດລາວ

ເສດຖະກິດ

ປີຜ່ານມາສົ່ງອອກສິນຄ້າກະສິກໍາ ມູນຄ່າ 560 ລ້ານໂດລາ

ຂຽນໂດຍ: ກຸ້ງຄຳ ແສນມະນີ
08/07/2020
in :  ເສດຖະກິດ
0
146

ການສົ່ງອອກສິນຄ້າກະສິກໍາຂອງລາວປີ 2019 ມີ 1,9 ລ້ານໂຕນ ມູນຄ່າປະມານ 560 ລ້ານໂດລາ. ຫ້າອັນດັບຕົ້ນໆປະກອບມີ: ກ້ວຍ, ອ້ອຍ, ມັນຕົ້ນ, ຢາງພາລາ ແລະ ສາລີ. ໃນວັນທີ 3 ກໍລະກົດ 2020 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີການຈັດກອງປະຊຸມປຶກສາຫາລືການວາງແຜນຈັດຕັ້ງປະຕິບັດໂຄງການສະໜັບສະໜູນຕ່ອງໂສ້ການຜະລິດກະສິກຳແບບຍືນຍົງໃນອາຊຽນ ( ASEAN AgriTrade Project ) ຢູ່ ສປປ ລາວ ໂດຍການເປັນປະທານຮ່ວມຂອງ ທ່ານ ສີລິພົນ ພິທັກສູນ ຮອງຫົວໜ້າກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ( ກປ ) ແລະ ທ່ານ ແຟຣງ ທິບີທານໂຊ ( Frank Tibitanzl ) ຜູ້ປະສານງານໂຄງການອົງການ GIZ, ມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ. ທ່ານ ສີລິພົນ ພິທັກສູນ ກ່າວວ່າ: ຄວາມປອດໄພອາຫານ ໂດຍສະເພາະແມ່ນພືດ …

ອ່ານເພີ່ມ
ຂ່າວພາຍໃນ

ເຕືອນອີກຮອບ! ກະຊວງ ອຄ ອອກແຈ້ງການ ຫ້າມຂຶ້ນລາຄາ ຫຼື ກັກຕຸນສິນຄ້າຖ້າລະເມີດຈະຖືກປັບໃໝ

ຂຽນໂດຍ: ກຸ້ງຄຳ ແສນມະນີ
23/04/2020
in :  ຂ່າວພາຍໃນ, ເກາະຕິດ COVID-19, ເສດຖະກິດ
0
237

ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ອອກແຈ້ງການ ເລກທີ 0412/ອຄ.ກຄພນ ລົງວັນທີ 21 ເມສາ 2020 ກ່ຽວກັບການສືບຕໍ່ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າຖ້າພົບເຫັນຂາຍສິນຄ້າແພງກວ່າຄວາມເປັນຈິງໃຫ້ປັບໃໝທັນທີ ສູງສຸດ 3ລ້ານກີບຕໍ່ລາຍການ ແລະ ຖ້າພົບເຫັນກັກຕຸນລາຄາສິນຄ້າກໍ່ປັບໃໝສູງເຖິງ 50 ລ້ານກີບ. ເນື່ອງຈາກວ່າ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຫຼາຍປະເທດ ຍັງສືບຕໍ່ເພີ່ມຂຶ້ນ ແລະ ພາຍໃນ ສປປ ລາວ ຍັງມີຄວາມສ່ຽງຂອງການລະບາດ ລັດຖະບານ ຈຶ່ງໄດ້ອອກແຈ້ງການ ການຕໍ່ເວລາ ແລະ ແນະນໍາເພີ່ມເຕີມ ການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ່ 06/ນຍ, ລົງວັນທີ 29 ມີນາ 2020. ດ້ວຍເຫດນັ້ນ ເພື່ອໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີ ມາດຕະການສະກັດກັ້ນ ການແຜ່ລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ສະບັບ ເລກທີ 06/ນຍ, ລົງວັນທີ 29 ເມສາ 2020. ລັດຖະມົນຕີກະຊວງ ອຄ ອອກແຈ້ງການ: …

ອ່ານເພີ່ມ
ຂ່າວພາຍໃນ

ສະພາການຄ້າສະເໜີ 8 ຂໍ້ຕໍ່ລັດຖະບານແກ້ໄຂ ເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງໂຄວິດ-19

ຂຽນໂດຍ: ກຸ້ງຄຳ ແສນມະນີ
20/04/2020
in :  ຂ່າວພາຍໃນ, ເກາະຕິດ COVID-19, ເສດຖະກິດ
0
2,119

ໃນວັນທີ 17 ເມສາ 2020 ຜ່ານມານີ້ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ນໍາສະເໜີລັດຖະບານ ໂດຍສະເພາະຄະນະສະເພາະກິດຮັບຜິດຊອບຕິດຕາມຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍ ແລະ ມາດຕະການເພື່ອຫຼຸດຜ່ອນຜົນກະທົບການລະບາດຂອງພະຍາດໂຄວິດ-19, ໃຫ້ພິຈາລະນາອັນຮີບດ່ວນຕໍ່ຜົນກະທົບຂອງມາດຕະການສະກັດກັ້ນ, ປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ເນື່ອງຈາກມີການຕໍ່ເວລາການຈັດຕັ້ງປະຕິບັດຄໍາສັ່ງ 06 ຂອງນາຍົກລັດຖະມົນຕີໄປຈົນເຖິງວັນທີ 3 ພຶດສະພາ 2020 ຊຶ່ງມີເນື້ອໃນໂດຍຫຍໍ້ວ່າ: ຂໍໃຫ້ລັດຖະບານພິຈາລະນາທຸກຄໍາຮ້ອງຂອງບັນດາຫົວຫນ່ວຍວິສາຫະກິດ, ໂດຍສະເພາະໂຮງຈັກໂຮງງານປິ່ນອ້ອມຂະແຫນງການຜະລິດ, ລວມເຖິງໂຄງການ ທີ່ຢູ່ໃນເຂດ ຫລື ນອກເຂດເສດຖະກິດພິເສດ ແລະ ສະເພາະ ທີ່ມີເງື່ອນໄຂ ແລະ ມາດຕະຖານໃນການປ້ອງກັນພະຍາດໂຄວິດນີ້ ຕາມຄໍາແນະນໍາຂອງພາກສ່ວນກ່ຽວຂ້ອງໃຫ້ສາມາດດຳເນີນການຜະລິດ ແລະ ການບໍລິການຂອງຕົນໄດ້ໂດຍໄວ ເພື່ອເປັນການສົ່ງເສີມການຜະລິດພາຍໃນ, ການສ້າງວຽກເຮັດງານທຳ, ຫລຸດຜ່ອນຄວາມເສຍຫາຍຕໍ່ເສດຖະກິດໃຫ້ໄດ້ຫລາຍທີ່ສຸດ. ໃຫ້ລັດຖະບານພິຈາລະນາແກ້ໄຂສະພາບການກີດຂວາງ ແລະ ບໍ່ເອື້ອອຳນວຍຄວາມສະດວກໃຫ້ແກ່ລົດບັນທຸກສິນຄ້າ ໃນການຜ່ານດ່ານຂອງເມືອງ ແລະ ແຂວງເປັນການຮີບດ່ວນ. ໃຫ້ລັດຖະບານໂດຍສະເພາະກະຊວງໂຍທາທິການ ແລະ ຂົນສົ່ງ ແກ້ໄຂແຈ້ງການເລກທີ 266/ຍທຂ,ກສຂ ທີ່ຫ້າມຄົນຈີນຂັບລົດເຂົ້າມາເກັບສິນຄ້າກະສິກຳຢູ່ໃນໄລຍະເກັບກ່ຽວຜົນລະປູກເພື່ອສົ່ງອອກ ສປ ຈີນ ເຊັ່ນ: ຫມາກຖົ່ວ, ຫມາກໂມ, ກ້ວຍ-ອ້ອຍ …

ອ່ານເພີ່ມ
3 ບໍລິສັດຈັບມື ທຸ່ມງົບ 30 ລ້ານໂດລາ ສ້າງໂຮງງານແປຮູບຂີ້ເຫຍື້ອ ຜະລິດເປັນພະລັງງານທົດແທນ
ຂ່າວພາຍໃນ

3 ບໍລິສັດຈັບມື ທຸ່ມງົບ 30 ລ້ານໂດລາ ສ້າງໂຮງງານແປຮູບຂີ້ເຫຍື້ອ ຜະລິດເປັນພະລັງງານທົດແທນ

ຂຽນໂດຍ: ກຸ້ງຄຳ ແສນມະນີ
21/01/2020
in :  ຂ່າວພາຍໃນ, ເສດຖະກິດ
0
224

3 ບໍລິສັດໄດ້ຈັບມືກັນ ສ້າງໂຮງງານແປຮູບຂີ້ເຫຍື້ອຜະລິດເປັນພະລັງງານທົດແທນຂຶ້ນຢູ່ສະໜາມບໍາບັດຂີ້ເຫຍື້ອຫຼັກ 32 ບ້ານຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈະນຳໃຊ້ຂີ້ເຫຍື້ອຈາກຊຸມຊົນ 400 ໂຕນ/ວັນ ເພື່ອເປັນວັດຖຸດິບຜະລິດກະແສໄຟຟ້າ 6 MW. ພິທີວາງສີລາລືກດັ່ງກ່າວ ຈັດຂຶ້ນວັນທີ 9 ມັງກອນ 2020 ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ, ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ, ທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ແລະ ທ່ານ ນາງ ອຸຣະວະດີ ສິພິຣົມ ອັກຄະລະຣາຊະທູດ ແຫ່ງຣາຊອານາຈັກໄທ ປະຈໍາລາວ ຕະຫຼອດຮອດຫົວໜ້າພະແນກການກ່ຽວຂ້ອງ ຫົວໜ່ວຍທຸລະກິດ ແລະ ແຂກຖືກເຊີນເຂົ້າຮ່ວມ. ທ່ານ ຄໍາຫຼ້າ ນາກຄະວົງ ປະທານບໍລິສັດ ຂວັນເມືອງ ກຣຸບ ຈໍາກັດຜູ້ດຽວ ທັງເປັນຜູ້ອໍານວຍການ ບໍລິສັດ ວຽງຈັນ …

ອ່ານເພີ່ມ
ຂ່າວພາຍໃນ

ບັນຫາລະເບີດບໍ່ທັນແຕກ ຍັງເປັນສິ່ງທ້າທາຍໃນການພັດທະນາເສດຖະກິດຂອງ ສປປ ລາວ

ຂຽນໂດຍ: ກຸ້ງຄຳ ແສນມະນີ
02/10/2019
in :  ຂ່າວພາຍໃນ, ເສດຖະກິດ
0
161

ເມື່ອລະຫວ່າງທ້າຍເດືອນກັນຍາຜ່ານມາທີ່ນະຄອນຫຼວງວຽງຈັນ ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອການແກ້ໄຂບັນຫາລະ ເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ຮ່ວມກັບຫົວໜ້າອົງການສະຫະປະຊາຊາດເພື່ອການພັດທະນາປະຈຳ ສປປ ລາວ ແລະ ເອກອັກຄະລັດຖະທູດແຫ່ງສະຫະລັດອາເມຣິກາປະຈຳ ສປປ ລາວ ຈັດກອງປະຊຸມແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເພື່ອຕອບສະໜອງຕໍ່ການພັດທະນາເສດຖະກິດ-ສັງຄົມ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ການລຶບລ້າງຄວາມທຸກຍາກ ແລະ ຍຸດທະສາດແຫ່ງຊາດວ່າດ້ວຍເສັ້ນທາງຄວາມປອດໄພ II ຄຽງຄູກັນນັ້ນ ກໍເປັນໄລຍະທີ່ກຳລັງກະກຽມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໄລຍະ 5 ປີ (2020-2025) ແລະ ປຶກສາຫາລືບັນດາບັນຫາຕ່າງໆເພື່ອນຳເອົາເນື້ອໃນດັ່ງກ່າວໄປລາຍງານຕໍ່ກອງປະຊຸມໂຕະມົນທີ່ຈະຈັດຈຂຶ້ນໃນທ້າຍປີ 2019 ນີ້. ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນປະທານ ຄຊກລ ​ໄດ້ກ່າວວ່າ ວຽກ ງານເກັບກູ້ລະເບີດບໍ່ທັນແຕກຢູ່ ສປປ ລາວ ເປັນວຽກງານໜຶ່ງທີ່ລັດຖະບານກໍຄື ຄະນະກຳມະການຄຸ້ມຄອງແຫ່ງຊາດໄດ້ເອົາໃຈໃສ່ຕະຫລອດມາ ແລະ ເປັນບູລິມະສິດຕົ້ນຕໍຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍການສະ ໜັບສະໜູນ ແລະ ຮ່ວມມືຈາກບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ການຈັດຕັ້ງປະຕິບັດໃນໄລຍະ 1 ປີທີ່ຜ່ານມາໄດ້ມີຜົນສໍາເລັດຫຼາຍດ້ານໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ ຊຶ່ງປະກອບດ້ວຍການປຶກສາຫລືເພື່ອປັບປຸງຍຸດທະສາດ ແລະ ແຜນໄລຍະຍາວຂອງວຽກງານໂຄສະນາຜົນຮ້າຍຈາກລູກລະເບີດບໍ່ທັນແຕກ …

ອ່ານເພີ່ມ
ຂ່າວພາຍໃນ

ຮອງນາຍົກເນັ້ນ ໃຫ້ກົມສ່ວຍອາກອນ ເຂັ້ມງວດໃນການປະຕິບັດວຽກງານ

ຂຽນໂດຍ: ກຸ້ງຄຳ ແສນມະນີ
01/10/2019
in :  ຂ່າວພາຍໃນ, ຂ່າວເດັ່ນ, ເສດຖະກິດ
0
136

ກອງ​ປະ­ຊຸມ​ການ​ກວດ­ກາ​ຄືນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ວຽກ​ຈຸດ​ສຸມ ແລະ ລາຍ​ງານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ວຽກ​ຈຸດ​ສຸມ​ສະ­ພາບ​ການ​ເກັບ​ລາຍ​ຮັບ 9 ເດືອນ​ຜ່ານ​ມາ ແລະ ແຜນ​ຄາດ​ຄະ­ເນ​ການ​ເກັບ​ລາຍ​ຮັບ 3 ເດືອນ​ທ້າຍ​ປີ 2019 ຂອງ​ກົມ​ສ່ວຍ​ສາ​ອາ­ກອນ ກະ­ຊວງ​ການ​ເງິນ ຈັດ​ຂຶ້ນ​ເມື່ອບໍ່ດົນມານີ້ ທີ່​ກະ­ຊວງ​ການ​ເງິນ ໂດຍມີ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ​ລັດຖະ​ມົນ­ຕີ, ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ, ບັນດາຫົວ­ໜ້າ-ຮອງ​ຫົວ­ໜ້າ​ກົມ​ສ່ວຍ​ສາ​ອາ­ກອນ: ພະ​ແນກ​ສ່ວຍ​ສາ​ອາ­ກອນ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ), ແຂວງ​ຫຼວງ​ພະ​ບາງ, ຄຳ​ມ່ວນ, ສະ­ຫວັນ​ນະ​ເຂດ, ຈຳ­ປາ​ສັກ ແລະ ຫ້ອງ­ການ​ສ່ວຍ​ອາ­ກອນ 9 ຕົວ​ເມືອງ​ໃນ ນວ ເຂົ້າ​ຮ່ວມ. ທ່ານ ຄຳ​ເຜັ່ນ ບຸບ­ຜາ​ວົງ ຮອງ​ຫົວ­ໜ້າ​ກົມ​ສ່ວຍ​ສາ​ອາ­ກອນ ໄດ້​ລາຍ​ງານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຜ່າ​ມາ​ວ່າ: ໄດ້​ນຳ­ພາ​ພະ­ນັກ­ງານ​ນັບ​ແຕ່​ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງ­ຖິ່ນ ເພື່ອ​ປັບ­ປຸງ​ກົນ​ໄກ ມາດ​ຕະ­ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ­ໄໝ​ເຂົ້າ​ໃນ​ການ​ຈັດ​ເກັບ​ລາຍ​ຮັບ ການ​ນຳ​ໃຊ້​ເຄື່ອງ­ມື​ບັນ­ທຶກ​ລາຍ​ຮັບ​ຈາກ​ການ​ຂາຍ​ສິນ­ຄ້າ (POS) ພ້ອມ​ນີ້ ໄດ້​ເຫັນ​ດີ​ໃຫ້​ກົມ​ສ່ວຍ​ສາ​ອາ­ກອນ​ສົມ­ທົບ​ກັບ​ພະ​ແນກ​ສ່ວຍ​ສາ​ອາ­ກອນ ນວ ເພື່ອ​ຮ່າງ​ນິ­ຕິ​ກຳ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ນຳ​ໃຊ້​ເຄື່ອງ​ບັນ­ທຶກ ການ​ຂາຍ​ສິນ­ຄ້າ​ເຂົ້າ​ໃນ​ການ​ຈັດ​ເກັບ​ລາຍ​ຮັບ ແລະ ແຈ້ງ​ມອບ​ອາ­ກອນ​ພາຍ­ຫຼັງ​ລົງ​ຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້​ມີ​ຄວາມ​ຄືບ​ໜ້າ ເປັນ­ຕົ້ນ ສຳ­ເລັດ ແລະ ຮັບ­ຮອງ​ຄູ່​ມື​ການ​ຄຸ້ມ​ຄອງ​ນຳ​ໃຊ້​ເຄື່ອງ​ບັນ­ທຶກ​ການ​ຂາຍ​ສິນ­ຄ້າ ແລະ ບໍ­ລິ­ການ ອອກ​ໃບ​ອະ­ນຸ­ຍາດ​ນຳ​ໃຊ້ ອອກ​ໃບ­ຢັ້ງ­ຢືນ​ຮັບ­ຮອງ​ມາດ­ຕະ­ຖານ ເຄື່ອງ​ບັນ­ທຶກ​ການ​ຂາຍ​ສິນ­ຄ້າ ແລະ …

ອ່ານເພີ່ມ
ຂ່າວຕ່າງປະເທດ

ໄທເລັງເຊື່ອມນ່ານຟ້າລາວ-ມຽນມາ ກະຕຸ້ນການທ່ອງທ່ຽວ ຊຸກຍູ້ການເຕີບໂຕຕະຫຼາດອາຊຽນ

ຂຽນໂດຍ: ກຸ້ງຄຳ ແສນມະນີ
02/09/2019
in :  ຂ່າວຕ່າງປະເທດ, ທ່ອງທ່ຽວ, ເສດຖະກິດ
0
51

ສື່ໄທລາຍງານວ່າ ວິທະຍຸການບິນແຫ່ງປະເທດໄທ (ບວທ) ກຳລັງວາງແຜນຈະເລີ່ມເຈລະຈາກັບປະເທດເພື່ອນບ້ານເພື່ອເພີ່ມສັກກະຍະພາບຂອງຕະຫຼາດການບິນໃນພາກພື້ນ ແລະ ເຊື່ອມໂຍງຂໍ້ມູນການບິນແບບບໍ່ມີຮອບຕໍ່ ໂດຍໃນປີນີ້ຈະເລີ່ມເຈລະຈາກັບລາວ ເພື່ອເຊື່ອມນ່ານຟ້າ ແລະ ເພີ່ມປະລິມານຖ້ຽວບິນໃນພາກອີສານຂອງໄທ ແລະ ຈາກນັ້ນຈະເຈລະຈາກັບມຽນມາເພີ່ມເພີ່ມຖ້ຽວບິນນ່ານຟ້າຝັ່ງຕາເວັນຕົກຂອງປະເທດ ກ່ອນຈະເລີ່ມແຜນເພີ່ມປະລິມານການບິນໃນພາກເໜືອຕໍ່ໄປ. ໂດຍໃນສ່ວນຂອງປະເທດລາວນັ້ນ, ທາງ ບວທ ຈະເລີ່ມກັບສະໜາມບິນວັດໄຕ ນະຄອນຫຼວງວຽງຈັນກ່ອນ ແບ່ງເປັນການຂະຫຍາຍຣັນເວ (ເດີ່ນບິນ) ແລະ ອາຄານຜູ້ໂດຍສານ (Terminal) ເຊິ່ງມີປະເທດຍີ່ປຸ່ນເປັນຜູ້ຊ່ວຍລົງທຶນ ຄາດວ່າຈະສຳເລັດໃນປີ 2030 ເຮັດໃຫ້ສາມາດຮອງຮັບຖ້ຽວບິນເພີ່ມຂຶ້ນເກືອບ 100% ເປັນ 200 ຖ້ຽວບິນຕໍ່ມື້ ຈາກປັດຈຸບັນທີ່ສາມາດຮອງຮັບໄດ້ພຽງ 100-120 ຖ້ຽວບິນຕໍ່ມື້. ສ່ວນອຸປະສັກການບໍລິຫານການຈະລາຈອນທາງອາກາດຂອງລາວ ແຫຼ່ງຂ່າວລະບຸວ່າ ປັດຈຸບັນແມ່ນຂາດແຄນບຸກຄະລາກອນດ້ານການບິນຈຳນວນຫຼາຍ ຈຳເປັນຕ້ອງເລັ່ງເພີ່ມຈຳນວນບຸກຄະລາກອນພາຍໃນ 5 ປີ ພ້ອມທັງຕ້ອງເລັ່ງຂະຫຍາຍການຮອງຮັບຖ້ຽວບິນເພາະໃກ້ເຕັມຂີດເພດານທີ່ປະເທດຮອງຮັບໄດ້ແລ້ວ. ປັດຈຸບັນມີຖ້ຽວບິນສະເລ່ຍທົ່ວປະເທດປະມານ 1,200 ຖ້ຽວບິນຕໍ່ມື້ ໂດຍໃນນີ້ເປັນຖ້ຽວບິນຈີນ 30%. ສ່ວນຍອດຖ້ຽວບິນເຕີບໂຕຕໍ່ເນື່ອງສະເລ່ຍ 10% ຕໍ່ປີ. ທ່ານ ສົມນຶກ ຣົງທອງ ກຳມະການຜູ້ອຳນວຍການ ບວທ ກ່າວວ່າ ຕະຫຼາດການບິນອາຊຽນໃນພາບຮວມນັ້ນຍັງເຕີບໂຕໄດ້ດີໂດຍສະເພາະຕະຫຼາດການບິນໃນຫວຽດນາມ ແລະ ມຽນມາ ເຊິ່ງມີເສດຖະກິດທີ່ເຕີບໂຕ ແລະ …

ອ່ານເພີ່ມ
ຂ່າວພາຍໃນ

ແຈ້ງປັບລາຄານໍ້າມັນເຊື້ອໄຟລົງ ມີຜົນ 3 ກັນຍາ 2019 ເປັນຕົ້ນໄປ

ຂຽນໂດຍ: ກຸ້ງຄຳ ແສນມະນີ
02/09/2019
in :  ຂ່າວພາຍໃນ, ເສດຖະກິດ
0
273

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີການປັບລາຄານ້ຳມັນໜ້າປ້ຳຫຼຸດລົງ ໃນຂອບເຂດທົ່ວປະເທດ ເລີ່ມປະຕິບັດ ວັນທີ 03 ກັນຍາ 2019 ເວລາ 06:00 ໂມງ ເປັນຕົ້ນໄປ. ເຊິ່ງໃນນັ້ນ, ໄດ້ປັບລາຄານ້ຳມັນແອັດຊັງພິເສດ ປັບລົງ 10 ກີບ/ລິດ, ນ້ຳມັນແອັດຊັງທຳມະດາ ປັບລົງ 30 ກີບ/ລິດ ແລະ ນ້ຳມັນກາຊວນປັບລົງ 60 ກີບ/ລິດ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງພໍ່-ແມ່ປະຊົນໃນຂອບເຂດທົ່ວປະເທດຈົ່ງຮັບຊາບ. ສ່ວນລາຍລະອຽດຕ່າງສາມາດເຂົ້າອ່ານ ແລະ ຕິດຕາມໄດ້. ຂໍຂອບໃຈ/ທີ່ມາຂ່າວ

ອ່ານເພີ່ມ
ລັດອະນຸມັດໃຫ້ສືບຕໍ່ສຳຫຼວດ-ສຶກສາຄວາມເປັນໄປໄດ້ ເຂື່ອນໄຟຟ້ານໍ້າປະຍູຕອນລຸ່ມ ຢູ່ເຊກອງ
ຂ່າວພາຍໃນ

ລັດອະນຸມັດໃຫ້ສືບຕໍ່ສຳຫຼວດ-ສຶກສາຄວາມເປັນໄປໄດ້ ເຂື່ອນໄຟຟ້ານໍ້າປະຍູຕອນລຸ່ມ ຢູ່ເຊກອງ

ຂຽນໂດຍ: ກຸ້ງຄຳ ແສນມະນີ
24/04/2019
in :  ຂ່າວພາຍໃນ
0
78

ການພັດທະນາໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ນ້ຳປະຍູ ເມືອງດາກຈຶງ ແຂວງເຊກອງ ຈະສືບຕໍ່ສຳຫຼວດອີກຄັ້ງ ພາຍຫຼັງທີ່ລັດຖະບານໄດ້ອະນຸມັດໃຫ້ ບໍລິສັດ ວຽງຈັນ ໂອໂຕເມຊັນ ແອນ ໂຊລູຊັນ ເອັນຈີເນຍຣິງ ຈຳກັດຜູ້ດຽວ ສືບຕໍ່ສຳຫຼວດ – ອອກແບບ ແລະ ສຶກສາ ຄວາມເປັນໄປໄດ້ ຄາດວ່າຈະມີກຳລັງຕິດຕັ້ງທີ່ຫຼາຍກວ່າເກົ່າ. ພິທີເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ຂອງ ໂຄງການເຂື່ອນໄຟຟ້ານ້ຳຕົກນ້ຳປະຍູ (ຕອນລຸ່ມ) ແຂວງເຊກອງ ຈັດຂຶ້ນ​ເມື່ອ​ບໍ່​ດົນ​ຜ່ານ​ມາ ທີ່ກະຊວງແຜນການ ແລະ ການລົງທຶນ ລະຫວ່າງທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ແສງລາຕີ ສະຫວັນຄຳ ປະທານ ບໍລິສັດ ວຽງຈັນ ໂອໂຕເມຊັນ ແອນ ໂຊລູຊັນ ເອັນຈີເນຍຣິງ ຈຳກັດຜູ້ດຽວ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ທ່ານ ແສງລາຕີ ສະຫວັນຄຳ ປະທານ ບໍລິສັດ ວຽງຈັນ ໂອໂຕເມຊັນ ແອນ ໂຊລູຊັນ ເອັນຈີເນຍຣິງ ຈຳກັດຜູ້ດຽວ ກ່າວວ່າ: …

ອ່ານເພີ່ມ

Stay Connected

  • 1480Posts
  • 417ຄຳຄິດເຫັນ
  • 3ສະມາຊິກ

Most Recent

ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອວຍພອນ ສະຫາຍ​ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI.

ຈະຕຸວັນ ດາວິນ
26 ນາທີ ກ່ອນ

ລວມລາຍຊື່ຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ຈະຕຸວັນ ດາວິນ
2 ຊົ່ວໂມງ ກ່ອນ

ອີກແລ້ວທາງດ່ວນ! ລົດຕຳຄວາຍຂາຊີ້ເກ່ເດ່

ຈະຕຸວັນ ດາວິນ
11 ຊົ່ວໂມງ ກ່ອນ
ເບິ່ງຕື່ມ

ກ່ຽວກັບພວກເຮົາ

ຂ່າວລາວ

ເວັບ LaoNews.net ບໍລິການ ຂ່າວສານ ຄວາມຮູ້ ວາໄລຕີ້ ສາລະບັນເທິງດີໆ ເພື່ອຄົນລາວ ບໍລິຫານໂດຍທີມງານ ຈາກນັກຂ່າວ ນັກຂຽນ ວົງການສື່ມວນຊົນທີ່ມີປະສົບການຂອງລາວ !

ອ່ານຂ່າວທາມລາຍ Line ID = @laonews

ຕິດຕໍ່/ສົ່ງຂ່າວ eMail  = laogroup@hotmail.com ຫຼື Line ID = @laonews ຫຼື INBOX Facebook

ຕິດຕາມເຮົາທີ່ນີ້:

ຂ່າວຍອດນິຍົມ

ອັບເດດຂ່າວ ຍິງກັນຕາຍຢູ່ໜ້າຕະຫຼາດເຊົ້າມື້ຄືນຜ່ານມາ​ເປັນເຫດວິສາມັນຄົນຮ້າຍ

ຈະຕຸວັນ ດາວິນ
22/08/2020

ພົບຄົນຕາຍໃນເຫດໄຟໄໝ້ຫຍ້າ ທີ່ຫາດດອນຈັນ

ເຂີຍເມືອງຊຳ
31/01/2020

ອີກແລ້ວ​ ອຸບັດເຫດທາງດ່ວນຢູ່ຈຸດສີເກີດ ນາຊາຍທອງ ນະຄອນຫຼວງວຽງຈັນ

ຈະຕຸວັນ ດາວິນ
3 ອາທິດ ກ່ອນ

ເພິ່ນຈະປິດປະເທດບໍ? ປະເທດລາວປິດແລ້ວ! ແຕ່ອ່ານໃຫ້ຈົບກ່ອນຈຶ່ງຄ່ອຍແຊກະໄດ້.

ຈະຕຸວັນ ດາວິນ
22/03/2020

ຂ່າວໃໝ່ຫຼ້າສຸດ

  • 26 ນາທີ ກ່ອນ

    ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອວຍພອນ ສະຫາຍ​ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI.

  • 2 ຊົ່ວໂມງ ກ່ອນ

    ລວມລາຍຊື່ຄະນະບໍລິຫານງານສູນກາງພັກ ສະໄໝທີ XI

  • 11 ຊົ່ວໂມງ ກ່ອນ

    ອີກແລ້ວທາງດ່ວນ! ລົດຕຳຄວາຍຂາຊີ້ເກ່ເດ່

  • 12 ຊົ່ວໂມງ ກ່ອນ

    ເລຂາທິການໃຫຍ່ພັກກອມມູນິດຈີນ ສົ່ງສານໂທລະເລກຍິນດີນຳທ່ານ​ ທອງລຸນ ສີສຸລິດ​ທີ່ຖືກເລືອກເປັນເລຂາທິການໃຫຍ່ຂອງພັກປະຊາຊົນປະຕິວັດລາວສະໄໝທີ XI

  • 18 ຊົ່ວໂມງ ກ່ອນ

    ສູດຍອດ! ທ່ານທອງລຸນ​ ສີສຸລິດຖືກເລືອກຕັ້ງເປັນເລາຂາທິການໃຫຍ່ຂອງພັກປະຊາຊົນປະຕິວັດລາວສະໄໝທີ XI

ຄຳຄົ້ນຫາຍອດນິຍົມ ຈີນ ການຊ່ວຍເຫຼືອ ເສດຖະກິດ ຂ່າວເສດຖະກິດ ແຈ້ງການ ຂ່າວ ທາງດ່ວນ ຂ່າວຕ່າງປະເທດ ຂ່າວບັນເທີງ ບັນເທີງ ຂ່າວປະຈໍາວັນ ຂ່າວລາວ ອຸຕຸເຕືອນ ນໍ້າຖ້ວມ ຂ່າວພາຍໃນ
© Copyright 2018, All Rights Reserved Powered by LaoNews.net | Designed by Koungkam | ນະໂຍບາຍຄຸ້ມຄອງຂໍ້ມູນສ່ວນຕົວ | ເງື່ອນໄຂການໃຊ້ບໍລິການ