ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net

ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net
  • ໜ້າທຳອິດ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວກິລາ
  • ບັນເທີງ
  • ທ່ອງທ່ຽວ
  • ນານາສາລະ
3 ໃໝ່ ບົດຄວາມ
  • 7 ຊົ່ວໂມງ ກ່ອນ ສຸດແປກ!​ ອ້າຍນ້ອງແຕ່ງດອງກັນເອງ ອ່ານແລ້ວເສົ້າ
  • 16 ຊົ່ວໂມງ ກ່ອນ ລັດຖະບານກຽມກວດກາ ເຂື່ອນໄຟຟ້າ 78 ແຫ່ງໃນລາວ​ທຸກໆ​ 5​ປີ
  • 20 ຊົ່ວໂມງ ກ່ອນ ທ່ານພົນເອກ ປຣະຢຸດ ຈັນໂອຊາ ສົ່ງສານຊົມເຊີຍທ່ານທອງລຸນ​ ສີສຸລິດ​ ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຂອງພັກ ສະໄໝທີ​ XI
ໜ້າຫຼັກ ຄັງຄຳຄົ້ນຫາ ເສດຖະກິດ

ຄັງຄຳຄົ້ນຫາ ເສດຖະກິດ

ຂ່າວພາຍໃນ

ບໍ່ແກ້ວແຈ້ງແຮງງານມຽນມາທີ່ຈັດສົ່ງກັບຄືນປະເທດກວດພົບໂຄວິດ-19

ຂຽນໂດຍ: ກຸ້ງຄຳ ແສນມະນີ
11/07/2020
in :  ຂ່າວພາຍໃນ, ເສດຖະກິດ
0
234

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວ ແຈ້ງການກ່ຽວກັບການຈັດສົ່ງແຮງງານມຽນມາທີ່ເຂົ້າມາອອກແຮງງານ ຢູ່ເຂດເສດຖະກິດສາມຫຼ່ຽມຄໍາກັບຄືນປະເທດແລ້ວກວດພົບເຊື້ອພະຍາດໂຄວິດ-19 ຢູ່ນະຄອນຢາງກຸ້ງ ສ.ມຽນມາ ຕາມເວັບໄຊກະຊວງສາທາລະນະສຸກ ສ.ມຽນມາ. ອີງຕາມແຈ້ງການສະບັບເລກທີ 279/ສພກ.ບກ, ລົງວັນທີ 10 ກໍລະກົດ 2020 ຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນວັນທີ 24 ມິຖຸນາ 2020 ຄະນະຄຸ້ມຄອງເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ຈັດສົ່ງແຮງງານມຽນມາທີ່ເຂົ້າມາອອກແຮງງານຢູ່ເຂດເສດຖະກິດພິເສດສາມລ່ຽມຄໍາກັບຄືນປະເທດຈໍານວນ 184 ຄົນ, ຍິງ 66 ຄົນ. ຜ່ານການມອບ-ຮັບຢ່າງເປັນທາງການ ໂດຍຊ້ອງໜ້າເຈົ້າໜ້າທີ່ທັງສອງຝ່າຍ ທີ່ດ່ານສາບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ຫຼັງຈາກນັ້ນຝ່າຍມຽນມາກໍ່ໄດ້ນໍາຕົວແຮງງານທັງໝົດ ກັກບໍລິເວນ ຕາມມາດຕະການທາງການມຽນມາກໍານົດ ຢູ່ເມືອງກໍາມະຍຸດ ນະຄອນຢາງກຸ້ງ ສ.ມຽນມາ ຈົນຮອດວັນທີ 4 ກໍລະກົດ 2020 ພະແນກການຕ່າງປະເທດແຂວງບໍ່ແກ້ວ ໄດ້ຮັບຂໍ້ມູນຈາກທາງການມຽນມາວ່າ: ມີແຮງງານທີ່ກັບຈາກເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຕິດເຊື້ອໂຄວິດ-19 ຊື່ ທ້າວ ອຸມິນມິນ ອາຍຸ 43 …

ອ່ານເພີ່ມ
ຂ່າວທ້ອງຖິ່ນ

ຊົມເຊີຍ! ປະກາດເມືອງທົ່ງມີໄຊ ແຂວງໄຊຍະບູລີ ເປັນເມືອງສາມັກຄີປອງດອງ

ຂຽນໂດຍ: ກຸ້ງຄຳ ແສນມະນີ
10/07/2020
in :  ຂ່າວທ້ອງຖິ່ນ, ຂ່າວພາຍໃນ
0
113

ພິທີປະກາດເມືອງທົ່ງມີໄຊ ແຂວງໄຊຍະບູລີ ເປັນເມືອງຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຈັດຂຶ້ນວັນທີ 9 ກໍລະກົດ 2020 ນີ້ ທີ່ສະໂມສອນຂອງເມືອງດັ່ງກ່າວ ເປັນກຽດເຂົ້າຮ່ວມມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ຄໍາສິງ ສໍລະສຸກ ປະທານແນວລາວສ້າງຊາດແຂວງ, ມີພະນັກງານຫຼັກແຫຼ່ງຂອງເມືອງ, ພະນັກງານບໍານານ – ອາວຸໂສ, ປະທານແນວແຕ່ລະບ້ານ ແລະ ແຂກຮັບເຊີນຈາກເມືອງປາກລາຍເຂົ້າຮ່ວມຢ່າງຫຼວງຫຼາຍ. ທ່ານ ອາລຸນສັກ ລິນທະວົງ ຮອງເລຂາພັກເມືອງ ໄດ້ກ່າວວ່າ: ການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງແມ່ນໄດ້ເຄື່ອນໄຫວເປັນສອງໄລຍະ ຄື: ໄລຍະປະຕິບັດໂຄງການພັດທະນາກ້ອນກໍາລັງມະຫາສາມັກຄີທົ່ວປວງຊົນ ມີ 6 ເນື້ອໃນ, ໄລຍະທີ່ສອງແມ່ນການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ, ຜ່ານການແຂ່ງຂັນເຫັນວ່າ ມີ 13 ບ້ານ ທີ່ຈັດຕັ້ງປະຕິບັດ ແລະ ໄດ້ປະກາດເປັນບ້ານສາມັກຄີປອງດອງແລ້ວ 13 ບ້ານ. ພາບປະກອບຂ່າວເທົ່ານັ້ນ ຈໍານວນຄອບຄົວທີ່ໄດ້ກວດກາທັງໝົດ 1.998 ຄອບຄົວ ຂອງຄອບຄົວທັງໝົດ 2.015 ຄອບຄົວ, ຄອບຄົວຖືກຮັບຮອງເປັນຄອບຄົວສາມັກຄີປອງດອງ …

ອ່ານເພີ່ມ
ຂ່າວພາຍໃນ

5 ນະໂຍບາຍ ທີ່ທະນາຄານກາງ ຈະສຸມໃສ່ເພື່ອຮັກສາສະຖຽນລະພາບເງິນຕາແຫ່ງຊາດ !!!

ຂຽນໂດຍ: ຈະຕຸວັນ ດາວິນ
29/06/2020
in :  ຂ່າວພາຍໃນ
0
6,678

ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປລາວ ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ກ່ຽວກັບສະພາບເງິນຕາຕ່າງປະເທດ, ອັດຕາແລກປ່ຽນ, ອັດຕາເງິນເຟີ້ ແລະ ມາດຕະການແກ້ໄຂ ວ່າ: ຈະປະຕິບັດນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນ ໃຫ້ໄດ້ຕາມແຜນທີ່ກໍານົດໄວ້ ເພື່ອຮັບປະກັນໃຫ້ປະລິມານເງິນຂະຫຍາຍຕົວຢູ່ໃນຈັງຫວະທີ່ເສດຖະກິດສາມາດຮັບໄດ້, ບໍ່ສ້າງແຮງກົດດັນໃຫ້ເງິນເຟີ້ເພີ່ມຂຶ້ນ, ທັງສາມາດປະກອບສ່ວນຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ ໂດຍຈະສຸ່ມໃສ 5 ນະໂຍບາຍລຸ່ມນີ້ 1. ຈະຈັດຕັ້ງບັນດາມາດຕະການກະຕຸ້ນເສດຖະກິດ ດ້ວຍການສະໜອງທຶນຜ່ານລະບົບທະນາຄານທຸລະກິດ ເພື່ອປ່ອຍຕໍ່ໃຫ້ບຸກຄົນ ຫລື ນິຕິບຸກຄົນ ທີ່ເຮັດແທ້ທໍາຈິງ ໃຫ້ສາມາດເຂົ້າຫາແຫລ່ງທຶນ ທີ່ມີຕົ້ນທຶນຕໍ່າ ໄດ້ສະດວກຍິ່ງຂຶ້ນຢ່າງເປັນຮູບປະທໍາ ເປັນຕົ້ນ ການ ປູກຝັງ, ລ້ຽງສັດ, ການຜະລິດ ແລະ ປຸງແຕ່ງຜະລິດຕະ ພັນກະສິກໍາ-ອຸດສາຫະກໍາ, ຜະລິດສິນຄ້າອຸປະໂພກ-ບໍລິໂພກ, ຂະແໜງການທ່ອງທ່ຽວ-ການບໍລິການທີ່ປິ່ນອ້ອມ, ຫັດຖະກໍາ ແລະ ທຸລະກິດອື່ນທີ່ສົ່ງເສີມການຜະລິດ ແລະ ສົ່ງອອກ. 2. ຈະຮີບຮ້ອນໃຫ້ສາມາດປະຕິບັດກົນໄກແລກປ່ຽນສະກຸນເງິນທ້ອງຖິ່ນ ກີບ/ຢວນ ກັບທະນາຄານກາງຂອງ ສປ ຈີນ ແລະ ເສີມຂະຫຍາຍໄປສູ່ທະນາຄານກາງປະເທດຄູ່ຄ້າເພີ່ມເຕີມ ເພື່ອສ້າງເງື່ອນໄຂ ເພີ່ມສະພາບຄ່ອງດ້ານເງິນຕາຕ່າງປະເທດໃຫ້ແກ່ປະເທດ …

ອ່ານເພີ່ມ
ຂ່າວພາຍໃນ

ເຕືອນອີກຮອບ! ກະຊວງ ອຄ ອອກແຈ້ງການ ຫ້າມຂຶ້ນລາຄາ ຫຼື ກັກຕຸນສິນຄ້າຖ້າລະເມີດຈະຖືກປັບໃໝ

ຂຽນໂດຍ: ກຸ້ງຄຳ ແສນມະນີ
23/04/2020
in :  ຂ່າວພາຍໃນ, ເກາະຕິດ COVID-19, ເສດຖະກິດ
0
238

ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ອອກແຈ້ງການ ເລກທີ 0412/ອຄ.ກຄພນ ລົງວັນທີ 21 ເມສາ 2020 ກ່ຽວກັບການສືບຕໍ່ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າຖ້າພົບເຫັນຂາຍສິນຄ້າແພງກວ່າຄວາມເປັນຈິງໃຫ້ປັບໃໝທັນທີ ສູງສຸດ 3ລ້ານກີບຕໍ່ລາຍການ ແລະ ຖ້າພົບເຫັນກັກຕຸນລາຄາສິນຄ້າກໍ່ປັບໃໝສູງເຖິງ 50 ລ້ານກີບ. ເນື່ອງຈາກວ່າ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຫຼາຍປະເທດ ຍັງສືບຕໍ່ເພີ່ມຂຶ້ນ ແລະ ພາຍໃນ ສປປ ລາວ ຍັງມີຄວາມສ່ຽງຂອງການລະບາດ ລັດຖະບານ ຈຶ່ງໄດ້ອອກແຈ້ງການ ການຕໍ່ເວລາ ແລະ ແນະນໍາເພີ່ມເຕີມ ການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ່ 06/ນຍ, ລົງວັນທີ 29 ມີນາ 2020. ດ້ວຍເຫດນັ້ນ ເພື່ອໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີ ມາດຕະການສະກັດກັ້ນ ການແຜ່ລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ສະບັບ ເລກທີ 06/ນຍ, ລົງວັນທີ 29 ເມສາ 2020. ລັດຖະມົນຕີກະຊວງ ອຄ ອອກແຈ້ງການ: …

ອ່ານເພີ່ມ
3 ບໍລິສັດຈັບມື ທຸ່ມງົບ 30 ລ້ານໂດລາ ສ້າງໂຮງງານແປຮູບຂີ້ເຫຍື້ອ ຜະລິດເປັນພະລັງງານທົດແທນ
ຂ່າວພາຍໃນ

3 ບໍລິສັດຈັບມື ທຸ່ມງົບ 30 ລ້ານໂດລາ ສ້າງໂຮງງານແປຮູບຂີ້ເຫຍື້ອ ຜະລິດເປັນພະລັງງານທົດແທນ

ຂຽນໂດຍ: ກຸ້ງຄຳ ແສນມະນີ
21/01/2020
in :  ຂ່າວພາຍໃນ, ເສດຖະກິດ
0
226

3 ບໍລິສັດໄດ້ຈັບມືກັນ ສ້າງໂຮງງານແປຮູບຂີ້ເຫຍື້ອຜະລິດເປັນພະລັງງານທົດແທນຂຶ້ນຢູ່ສະໜາມບໍາບັດຂີ້ເຫຍື້ອຫຼັກ 32 ບ້ານຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈະນຳໃຊ້ຂີ້ເຫຍື້ອຈາກຊຸມຊົນ 400 ໂຕນ/ວັນ ເພື່ອເປັນວັດຖຸດິບຜະລິດກະແສໄຟຟ້າ 6 MW. ພິທີວາງສີລາລືກດັ່ງກ່າວ ຈັດຂຶ້ນວັນທີ 9 ມັງກອນ 2020 ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ, ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ, ທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ແລະ ທ່ານ ນາງ ອຸຣະວະດີ ສິພິຣົມ ອັກຄະລະຣາຊະທູດ ແຫ່ງຣາຊອານາຈັກໄທ ປະຈໍາລາວ ຕະຫຼອດຮອດຫົວໜ້າພະແນກການກ່ຽວຂ້ອງ ຫົວໜ່ວຍທຸລະກິດ ແລະ ແຂກຖືກເຊີນເຂົ້າຮ່ວມ. ທ່ານ ຄໍາຫຼ້າ ນາກຄະວົງ ປະທານບໍລິສັດ ຂວັນເມືອງ ກຣຸບ ຈໍາກັດຜູ້ດຽວ ທັງເປັນຜູ້ອໍານວຍການ ບໍລິສັດ ວຽງຈັນ …

ອ່ານເພີ່ມ
ທ່ານ ບຸນທອງ ຈິດມະນີ ລົງຊຸກຍູ້ການກໍ່ສ້າງທາງລົດໄຟຢູ່ແຂວງວຽງຈັນ
ຂ່າວພາຍໃນ

ທ່ານ ບຸນທອງ ຈິດມະນີ ລົງຊຸກຍູ້ການກໍ່ສ້າງທາງລົດໄຟຢູ່ແຂວງວຽງຈັນ

ຂຽນໂດຍ: ກຸ້ງຄຳ ແສນມະນີ
17/01/2020
in :  ຂ່າວພາຍໃນ, ເສດຖະກິດ
0
190

ໂຄງການກໍ່ສ້າງທາງລົດໄຟລາວ – ຈີນ ໄລຍະຜ່ານແຂວງວຽງຈັນ ມີຄວາມຍາວທັງໝົດ 145,69 ກິໂລແມັດ ສາມາດໄກ່ເກຍ ແລະ ມອບພື້ນທີ່ໃຫ້ໂຄງການໃກ້ສຳເລັດແລ້ວ ສ່ວນການຊົດເຊີຍຈ່າຍແລ້ວ 7 ງວດ ໃຫ້ຜູ້ຖືກຜົນກະທົບ 965 ຄອບຄົວ; ຂະນະທີ່ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີໄດ້ເນັ້ນໃຫ້ຄະນະຮັບຜິດຊອບແກ້ໄຂຂໍ້ຄົງຄ້າງໃຫ້ສຳເລັດໂດຍໄວ ເພື່ອດຳເນີນການກໍ່ສ້າງໃຫ້ສຳເລັດຕາມແຜນ. ເມື່ອວັນທີ 15 ມັງກອນ 2020 ຜ່ານມາ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ພ້ອມຄະນະ ໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ການກໍ່ສ້າງທາງລົດໄຟ ລາວ – ຈີນ ຢູ່ແຂວງວຽງຈັນ, ມີ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມລົງເຄື່ອນໄຫວ; ມີ ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ, …

ອ່ານເພີ່ມ
ລັດຖະບານຕົກລົງຍົກລະດັບ ດ່ານປາງມອນເປັນດ່ານສາກົນແລ້ວ
ຂ່າວພາຍໃນ

ລັດຖະບານຕົກລົງຍົກລະດັບ ດ່ານປາງມອນເປັນດ່ານສາກົນແລ້ວ

ຂຽນໂດຍ: ກຸ້ງຄຳ ແສນມະນີ
08/01/2020
in :  ຂ່າວພາຍໃນ, ເສດຖະກິດ
0
100

ດ້ວຍທ່າແຮງທາງເສດຖະກິດການຜະລິດຂອງແຂວງໄຊຍະບູລີ ເຊິ່ງປະຊາຊົນມີມູນເຊື້ອໃນການເຮັດກະສິກຳເປັນສິນຄ້າ ພື້ນທີ່ພູມີສາດກໍ່ມີເງື່ອນໄຂເອື້ອອຳນວຍ ມີຊາຍແດນຕິດຈອດກັບປະເທດໄທທີ່ງ່າຍຕໍ່ການທຳມາຄ້າຂາຍ ກະຊວງການຕ່າງປະເທດຈິ່ງເຫັນວ່າຄວນຍົກລະດັບດ່ານປາງມອນໃຫ້ເປັນດ່ານສາກົນ. ຕາມແຈ້ງການຈາກສຳນັກງານນາຍົກລັດຖະມົນຕີ ເຖິງ ເຈົ້າແຂວງໆໄຊຍະບູລີ ໂດຍອີງໃສ່ເອກະສານລາຍງານ ສະບັບເລກທີ 9605/ຕປທ.ຫຄຊ, ລົງວັນທີ 05 ທັນວາ 2019 ຂອງກະຊວງການຕ່າງປະເທດ ເລື່ອງການສະເໜີຍົກລະດັບດ່ານປະເພນີ ປາງມອນ, ເມືອງຄອບ, ແຂວງໄຊຍະບູລີ ໃຫ້ເປັນດ່ານສາກົນເພີ່ມຂຶ້ນອີກແຫ່ງໜຶ່ງນັ້ນ. ອີງຕາມການຕົກລົງ ຂອງທ່ານນາຍົກລັດຖະມົນຕີ ໃນວັນທີ 27 ທັນວາ 2019 ໃຫ້ເຫັນດີອະນຸມັດຍົກລະດັບດ່ານປະເພນີ ປາງມອນ, ເມືອງຄອບ, ແຂວງໄຊຍະບູລີ ຂຶ້ນເປັນດ່ານສາກົນ ເພື່ອໃຫ້ສົມຄູ່ກັບດ່ານສາກົນບ້ານຮວກ (ເບື້ອງໄທ) ຕາມການສະເໜີ ຂອງກະຊວງການຕ່າງປະເທດ.     ທັງນີ້ ກໍເປັນການຍົກລະດັບທາງດ້ານເສດຖະກິດ, ການທ່ອງທ່ຽວ, ຄົມມະນາຄົມ ໃຫ້ແກ່ແຂວງໄຊຍະບູລີ ໃຫ້ກ້າວໄປອີກຂັ້ນໜຶ່ງ. ສ່ວນວ່າພິທີເປີດດ່ານປາງມອນເປັນດ່ານສາກົນນັ້ນ ຍັງບໍ່ທັນມີລາຍງານ ຈັ່ງໃດກໍ່ດີໃຈນຳຊາວແຂວງໄຊຍະບູລີ ໂດຍສະເພາະຊາວເມືອງຄອບ ທີ່ຈະສາມາດທຳມາຄ້າຂາຍໄດ້ສະດວກຂຶ້ນ ແລະເສດຖະກິດຂອງທ້ອງຖິ່ນຈະດີຂຶ້ນແນ່ນອນຫຼັງຈາກນີ້ ທີ່ສຳຄັນການພັດທະນາກຽມເງື່ອນໄຂຮອງຮັບຕ້ອງກຽມພ້ອມນຳໃຊ້ທ່າແຮງໃຫ້ເກີດປະໂຫຍດສູງສຸດ. ຂໍຂອບໃຈ ທີ່ມາຂ່າວ ລັດຖະບານຕົກລົງຍົກລະດັບ ດ່ານປາງມອນເປັນດ່ານສາກົນແລ້ວ

ອ່ານເພີ່ມ
ເສດຖະກິດ
ຂ່າວພາຍໃນ

10 ຂໍ້ຄົງຄ້າງ ທີ່ຕ້ອງໄດ້ຮີບຮ້ອນແກ້ໄຂ ເພື່ອເຮັດໃຫ້ເສດຖະກິດປີ 2020 ເຕີບໂຕບໍ່ຫຼຸດ 6.5%

ຂຽນໂດຍ: ກຸ້ງຄຳ ແສນມະນີ
03/01/2020
in :  ຂ່າວພາຍໃນ, ເສດຖະກິດ
0
207

ປີ 2020 ລັດຖະບານໄດ້ວາງຄາດໝາຍພັດທະນາເສດຖະກິດໃຫ້ຂະຫຍາຍຕົວ ບໍ່ຫຼຸດ 6.5% ຄິດເປັນມູນຄ່າ GDP ປະມານ 177,780 ຕື້ກີບ ສະເລ່ຍຕໍ່ຫົວຄົນ 2,733 ໂດລາສະຫະລັດ, ລາຍໄດ້ແຫ່ງຊາດຕໍ່ຫົວຄົນ ໃຫ້ໄດ້ 2,161 ໂດລາສະຫະລັດ. ໂດຍລັດຖະບານຕີລາຄາດ້ວຍຄວາມເປັນຈິງວ່າພວກເຮົາຍັງມີຂໍ້ຄົງຄ້າງຫຼາຍດ້ານທີ່ຕ້ອງໄດ້ຮີບຮ້ອນແກ້ໄຂ ໃນປີ 2020 ດັ່ງນີ້: 1). ການຂະຫຍາຍຕົວຂອງເສດຖະກິດ ( GDP ) ໃນປີ 2019 ບັນລຸພຽງປະມານ 6.4% ( ຄາດໝາຍແມ່ນ 6.7% ) ແລະ ສະເລ່ຍຕໍ່ຫົວຄົນ ບັນລຸ 2,677 ໂດລາສະຫະລັດ ( ຄາດໝາຍແມ່ນ 2,726 ) ເຊິ່ງສາເຫດສຳຄັນສ່ວນໜຶ່ງແມ່ນຍ້ອນເກີດໄພພິບັດທາງທຳມະຊາດ, ພະຍາດລະບາດ ແລະ ໄພແຫ້ງແລ້ງ. ແຕ່ພ້ອມກັນນັ້ນ, ຂະແໜງການຜະລິດທີ່ເປັນພື້ນຖານໃນການສ້າງຖານລາຍຮັບທີ່ຍືນຍົງກໍຍັງບໍ່ທັນຫຼາກຫຼາຍ ແລະ ຍັງບໍ່ປະກອບສ່ວນແຂງແຮງເຂົ້າໃນການພັດທະນາ ຈຶ່ງເຮັດໃຫ້ການເຕີບໂຕຂອງເສດຖະກິດຢູ່ໃນຈັງຫວະທີ່ຊ້າລົງກວ່າປີຜ່ານມາ. 2). ສະມັດຖະພາບຂອງການຜະລິດຍັງບໍ່ທັນສູງ, ຍັງມີລັກສະນະທຳມະຊາດ ເຮັດໃຫ້ການຜະລິດກະສິກຳຕິດພັນກັບອຸດສາຫະກຳປຸງແຕ່ງບໍ່ທັນຂະຫຍາຍຕົວດີ ແລະ ບໍ່ສາມາດແຂ່ງຂັນກັບສິນຄ້ານຳເຂົ້າ ແລະ ສິນຄ້າຂອງປະເທດເພື່ອນບ້ານ …

ອ່ານເພີ່ມ
ຂ່າວພາຍໃນ

ບັນຫາລະເບີດບໍ່ທັນແຕກ ຍັງເປັນສິ່ງທ້າທາຍໃນການພັດທະນາເສດຖະກິດຂອງ ສປປ ລາວ

ຂຽນໂດຍ: ກຸ້ງຄຳ ແສນມະນີ
02/10/2019
in :  ຂ່າວພາຍໃນ, ເສດຖະກິດ
0
163

ເມື່ອລະຫວ່າງທ້າຍເດືອນກັນຍາຜ່ານມາທີ່ນະຄອນຫຼວງວຽງຈັນ ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອການແກ້ໄຂບັນຫາລະ ເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ຮ່ວມກັບຫົວໜ້າອົງການສະຫະປະຊາຊາດເພື່ອການພັດທະນາປະຈຳ ສປປ ລາວ ແລະ ເອກອັກຄະລັດຖະທູດແຫ່ງສະຫະລັດອາເມຣິກາປະຈຳ ສປປ ລາວ ຈັດກອງປະຊຸມແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເພື່ອຕອບສະໜອງຕໍ່ການພັດທະນາເສດຖະກິດ-ສັງຄົມ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ການລຶບລ້າງຄວາມທຸກຍາກ ແລະ ຍຸດທະສາດແຫ່ງຊາດວ່າດ້ວຍເສັ້ນທາງຄວາມປອດໄພ II ຄຽງຄູກັນນັ້ນ ກໍເປັນໄລຍະທີ່ກຳລັງກະກຽມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໄລຍະ 5 ປີ (2020-2025) ແລະ ປຶກສາຫາລືບັນດາບັນຫາຕ່າງໆເພື່ອນຳເອົາເນື້ອໃນດັ່ງກ່າວໄປລາຍງານຕໍ່ກອງປະຊຸມໂຕະມົນທີ່ຈະຈັດຈຂຶ້ນໃນທ້າຍປີ 2019 ນີ້. ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນປະທານ ຄຊກລ ​ໄດ້ກ່າວວ່າ ວຽກ ງານເກັບກູ້ລະເບີດບໍ່ທັນແຕກຢູ່ ສປປ ລາວ ເປັນວຽກງານໜຶ່ງທີ່ລັດຖະບານກໍຄື ຄະນະກຳມະການຄຸ້ມຄອງແຫ່ງຊາດໄດ້ເອົາໃຈໃສ່ຕະຫລອດມາ ແລະ ເປັນບູລິມະສິດຕົ້ນຕໍຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍການສະ ໜັບສະໜູນ ແລະ ຮ່ວມມືຈາກບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ການຈັດຕັ້ງປະຕິບັດໃນໄລຍະ 1 ປີທີ່ຜ່ານມາໄດ້ມີຜົນສໍາເລັດຫຼາຍດ້ານໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ ຊຶ່ງປະກອບດ້ວຍການປຶກສາຫລືເພື່ອປັບປຸງຍຸດທະສາດ ແລະ ແຜນໄລຍະຍາວຂອງວຽກງານໂຄສະນາຜົນຮ້າຍຈາກລູກລະເບີດບໍ່ທັນແຕກ …

ອ່ານເພີ່ມ
ຂ່າວພາຍໃນ

ທະນາຄານແຫ່ງປະເທດຈີນ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ຂຽນໂດຍ: ກຸ້ງຄຳ ແສນມະນີ
01/10/2019
in :  ຂ່າວພາຍໃນ, ຂ່າວເດັ່ນ, ເສດຖະກິດ
0
265

ໃນວັນທີ 1 ຕຸລາ 2019 ທີ່ນະຄອນຫຼວງວຽງຈັນ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວໄດ້ຕາງໜ້າໃຫ້ລັດຖະບານລາວຮັບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຈາກທະນາຄານແຫ່ງປະເທດຈີນສາຂານະຄອນຫຼວງວຽງຈັນ ມູນຄ່າ 500 ລ້ານກີບ ຊຶ່ງມອບໂດຍ ທ່ານ ເສີນ ເຄີ້ ຊີນ ຜູ້ຊ່ວຍຜູ້ຈັດການໃຫຍ່ທະນາຄານແຫ່ງປະເທດຈີນສາຂານະຄອນຫຼວງວຽງຈັນ ເພື່ອນຳໄປມອບໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢ່າງທົ່ວເຖິງ ແລະ ທັນການ. ໃນໂອກາດດັ່ງກ່າວ ທ່ານ ຄຳຮຸ່ງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທະນະຄານແຫ່ງປະເທດຈີນທີ່ໄດ້ນຳເອົາເງິນມາມອບໃຫ້ໃນຄັ້ງນີ້ ຊຶ່ງຖືເປັນການປະກອບສ່ວນສຳຄັນເຂົ້າໃນການຟື້ນຟູ ແລະ ບັນເທົາທຸກແກ່ປະຊາຊົນທີ່ໄດ້ຮັບຜົນກະທົບໃຫ້ກັບຄືນສູ່ສະພາບປົກ ກະຕິໂດຍໄວ ເຮັດໃຫ້ມີຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ​ໄດ້​ຮັບ​ການ​ປັບປຸງດີຂຶ້ນ ​ຊຶ່ງເງິນຈຳນວນດັ່ງກ່າວອົງການກາແດງລາວ ຈະໄດ້ນຳໄປມອບໃຫ້ແຂວງສະຫວັນນະເຂດ 200 ລ້ານກີບ ແຂວງຈຳປາສັກ 150 ລ້ານກີບ ແລະ ແຂວງສາລະວັນ 150 ລ້ານກີບ ເພື່ອຈັດຊື້ຢາປິ່ນປົວພະຍາດ​ໄປ​ແຈກ​ຢາຍ​ໃຫ້​ແກ່​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ. ໂດຍ: ດອກຕາເວັນ ຂໍຂອບໃຈ ທີ່ມາຂ່າວ

ອ່ານເພີ່ມ
12ໜ້າ 1 ໃນ 2

Stay Connected

  • 1496Posts
  • 417ຄຳຄິດເຫັນ
  • 3ສະມາຊິກ

Most Recent

ສຸດແປກ!​ ອ້າຍນ້ອງແຕ່ງດອງກັນເອງ ອ່ານແລ້ວເສົ້າ

ຈະຕຸວັນ ດາວິນ
7 ຊົ່ວໂມງ ກ່ອນ

ລັດຖະບານກຽມກວດກາ ເຂື່ອນໄຟຟ້າ 78 ແຫ່ງໃນລາວ​ທຸກໆ​ 5​ປີ

ຈະຕຸວັນ ດາວິນ
16 ຊົ່ວໂມງ ກ່ອນ

ທ່ານພົນເອກ ປຣະຢຸດ ຈັນໂອຊາ ສົ່ງສານຊົມເຊີຍທ່ານທອງລຸນ​ ສີສຸລິດ​ ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຂອງພັກ ສະໄໝທີ​ XI

ຈະຕຸວັນ ດາວິນ
20 ຊົ່ວໂມງ ກ່ອນ
ເບິ່ງຕື່ມ

ກ່ຽວກັບພວກເຮົາ

ຂ່າວລາວ

ເວັບ LaoNews.net ບໍລິການ ຂ່າວສານ ຄວາມຮູ້ ວາໄລຕີ້ ສາລະບັນເທິງດີໆ ເພື່ອຄົນລາວ ບໍລິຫານໂດຍທີມງານ ຈາກນັກຂ່າວ ນັກຂຽນ ວົງການສື່ມວນຊົນທີ່ມີປະສົບການຂອງລາວ !

ອ່ານຂ່າວທາມລາຍ Line ID = @laonews

ຕິດຕໍ່/ສົ່ງຂ່າວ eMail  = laogroup@hotmail.com ຫຼື Line ID = @laonews ຫຼື INBOX Facebook

ຕິດຕາມເຮົາທີ່ນີ້:

ຂ່າວຍອດນິຍົມ

ອັບເດດຂ່າວ ຍິງກັນຕາຍຢູ່ໜ້າຕະຫຼາດເຊົ້າມື້ຄືນຜ່ານມາ​ເປັນເຫດວິສາມັນຄົນຮ້າຍ

ຈະຕຸວັນ ດາວິນ
22/08/2020

ພົບຄົນຕາຍໃນເຫດໄຟໄໝ້ຫຍ້າ ທີ່ຫາດດອນຈັນ

ເຂີຍເມືອງຊຳ
31/01/2020

ອີກແລ້ວ​ ອຸບັດເຫດທາງດ່ວນຢູ່ຈຸດສີເກີດ ນາຊາຍທອງ ນະຄອນຫຼວງວຽງຈັນ

ຈະຕຸວັນ ດາວິນ
4 ອາທິດ ກ່ອນ

ເພິ່ນຈະປິດປະເທດບໍ? ປະເທດລາວປິດແລ້ວ! ແຕ່ອ່ານໃຫ້ຈົບກ່ອນຈຶ່ງຄ່ອຍແຊກະໄດ້.

ຈະຕຸວັນ ດາວິນ
22/03/2020

ຂ່າວໃໝ່ຫຼ້າສຸດ

  • 7 ຊົ່ວໂມງ ກ່ອນ

    ສຸດແປກ!​ ອ້າຍນ້ອງແຕ່ງດອງກັນເອງ ອ່ານແລ້ວເສົ້າ

  • 16 ຊົ່ວໂມງ ກ່ອນ

    ລັດຖະບານກຽມກວດກາ ເຂື່ອນໄຟຟ້າ 78 ແຫ່ງໃນລາວ​ທຸກໆ​ 5​ປີ

  • 20 ຊົ່ວໂມງ ກ່ອນ

    ທ່ານພົນເອກ ປຣະຢຸດ ຈັນໂອຊາ ສົ່ງສານຊົມເຊີຍທ່ານທອງລຸນ​ ສີສຸລິດ​ ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຂອງພັກ ສະໄໝທີ​ XI

  • 2 ມື້ ກ່ອນ

    ໄລຍະກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຢູ່ ນວ ມີອຸບັດຕິເຫດເກີດຂຶ້ນ 17 ຄັ້ງ ແຕ່ບໍ່ມີຄົນເສຍຊີວິດ 

  • 2 ມື້ ກ່ອນ

    ຍີ່ປຸ່ນ ຊ່ວຍເຫຼືອ ສປປ ລາວ ດ້ານມາດຕະການຕໍ່ຕ້ານການກໍ່ການຮ້າຍ​ມູນຄ່າ​ 1,92​ ລ້ານໂດລາ

ຄຳຄົ້ນຫາຍອດນິຍົມ ການຊ່ວຍເຫຼືອ ຂ່າວບັນເທີງ ນໍ້າຖ້ວມ ຂ່າວປະຈໍາວັນ ຂ່າວລາວ ອຸບັດເຫດ ຂ່າວພາຍໃນ ແຈ້ງການ ອຸຕຸເຕືອນ ທາງດ່ວນ ຈີນ ຂ່າວຕ່າງປະເທດ ເສດຖະກິດ ຂ່າວ ບັນເທີງ
© Copyright 2018, All Rights Reserved Powered by LaoNews.net | Designed by Koungkam | ນະໂຍບາຍຄຸ້ມຄອງຂໍ້ມູນສ່ວນຕົວ | ເງື່ອນໄຂການໃຊ້ບໍລິການ