ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net

ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net
  • ໜ້າທຳອິດ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວກິລາ
  • ບັນເທີງ
  • ທ່ອງທ່ຽວ
  • ນານາສາລະ
3 ໃໝ່ ບົດຄວາມ
  • 4 ນາທີ ກ່ອນ ທຳລາຍສິນຄ້ານຳເຂົ້າຜິດກົດໝາຍ ອາດສ່ຽງຕໍ່ການປົນເປື້ອນໂຄວິດ-19ງ
  • 7 ຊົ່ວໂມງ ກ່ອນ ສຸດແປກ!​ ອ້າຍນ້ອງແຕ່ງດອງກັນເອງ ອ່ານແລ້ວເສົ້າ
  • 16 ຊົ່ວໂມງ ກ່ອນ ລັດຖະບານກຽມກວດກາ ເຂື່ອນໄຟຟ້າ 78 ແຫ່ງໃນລາວ​ທຸກໆ​ 5​ປີ
ໜ້າຫຼັກ ຄັງຄຳຄົ້ນຫາ ແຈ້ງການ

ຄັງຄຳຄົ້ນຫາ ແຈ້ງການ

ຂ່າວພາຍໃນ

ແຈ້ງການ ນະຄອນຫຼວງວຽງຈັນໃຫ້ບາງໂຮງຮຽນ ຢຸດການຮຽນການສອນ ແລະ ປ່ຽນເວລາຮຽນຊົ່ວຄາວ 13-15/01/2021

ຂຽນໂດຍ: ຈະຕຸວັນ ດາວິນ
1 ອາທິດ ກ່ອນ
in :  ຂ່າວພາຍໃນ
0
124

ແຈ້ງການ ໃຫ້ບາງໂຮງຮຽນ ຢຸດການຮຽນການສອນ ແລະ ປ່ຽນເວລາຮຽນຊົ່ວຄາວ 13-15/01/2021 ຢູ່ 5 ເມືອງ ໃນນະຄອນຫຼວງວຽງຈັນ: ຈັນທະບູລີ, ສີໂຄດຕະບອງ, ສີສັດຕະນາກ, ໄຊເສດຖາ ແລະ ໄຊທານີ ດັ່ງລາຍລະອຽດ ຂ້າງລຸ່ມນີ້: 1. ຫ້ອງການສຶກສາທິການ ແລະ ກິລາ ເມືອງ ຈັນທະບູລີ, ສີໂຄດຕະບອງ, ສີສັດຕະນາກ, ໄຊເສດຖາ ແລະ ເມືອງ ໄຊທານີ ໃຫ້ແຈ້ງບັນດາໂຮງຮຽນລ້ຽງເດັກ-ອະນຸບານ, ປະຖົມ, ມັດທະຍົມຕອນຕົ້ນ, ຕອນປາຍ ທັງພາກລັດ ແລະ ເອກະຊົນ ໃນຂອບເຂດເມືອງຂອງທ່ານປ່ຽນເວລາຮຽນຊົ່ວຄາວ 3 ວັນ. ແຕ່ວັນທີ 13-15 ມັງກອນ 2021 ຕອນເຊົ້າໃຫ້ເລີ່ມຮຽນເວລາ 9:00 ໂມງ, ຕອນແລງເລີກຮຽນເວລາ: 15:00 ໂມງ 2. ສໍາລັບໂຮງຮຽນທີ່ຢູ່ໃນຂອບເຂດລຽບເສັ້ນທາງໄກສອນພົມວິຫານ ແຕ່ວົງວຽນດອນໜູນ ຫາຫໍຄໍາແມ່ນໃຫ້ຄູອາຈານເອົາວຽກບ້ານ, ບົດຝຶກຫັດຕ່າງໆໃຫ້ນັກຮຽນຄົ້ນຄວ້າຢູ່ບ້ານໃນໄລຍະ 3 ວັນ. ແຕ່ວັນທີ 13-15 ມັງກອນ …

ອ່ານເພີ່ມ
ຂ່າວພາຍໃນ

ດ່ວນ! ກະຊວງ ອຄ ອອກແຈ້ງການ ຫ້າມນໍາເຂົ້າຊົ່ວຄາວອາຫານທະເລສົດ ແລະ ແຊ່ແຂງທຸກປະເພດທີ່ນໍາເຂົ້າມາຈາກໄທ

ຂຽນໂດຍ: ຈະຕຸວັນ ດາວິນ
4 ອາທິດ ກ່ອນ
in :  ຂ່າວພາຍໃນ, ເກາະຕິດ COVID-19
0
129

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ ຫ້າມນໍາເຂົ້າຊົ່ວຄາວ ອາຫານທະເລສົດ ແລະ ແຊ່ແຂງທຸກປະເພດຈາກລາຊະອານາຈັກໄທ ເພື່ອປ້ອງກັນການລະບາດຂອງໂຄວິດ-19 ເຂົ້າມາປະເທດລາວ ຫຼັງ ໄທມີການລະບາດຮອບໃໝ່ຢູ່ເຂດຕະຫຼາດຈໍາໜ່າຍອາຫານທະເລ. ອີງຕາມແຈ້ງການຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 1194/ອຄ.ກຂອ; ລົງວັນທີ 23 ທັນວາ 2020 ໃຫ້ຮູ້ວ່າ: ອີງໃສ່ການລະບາດຮອບໃຫມ່ຂອງພະຍາດໂຄວິດ-19 ຢູ່ໃນລາຊະອານາຈັກໄທ ທີ່ພົບເຫັນຢູ່ ເຂດຕະຫຼາດຈໍາຫນ່າຍອາຫານທະເລ ທີ່ມີຄວາມສ່ຽງວ່າພະຍາດໂຄວິດ-19 ອາດເຈືອປົນກັບອາຫານທະເລສົດ ແລະ ແຊ່ແຂງ. ສະນັ້ນ, ເພື່ອເປັນການສະກັດກັ້ນ, ຄວບຄຸມ ແລະ ຈໍາກັດ ການແຜ່ລະບາດຂອງພະຍາດໂຄວິດ-19. ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ: 1.​ ຫ້າມນໍາເຂົ້າຊົ່ວຄາວ ອາຫານທະເລ ສົດ ແລະ ແຊ່ແຂງ ທຸກປະເພດ ທີ່ນໍາເຂົ້າມາຈາກ ລາຊະອານາຈັກໄທ. 2. ມາດຕະການຫ້າມນໍາເຂົ້ານີ້ເປັນມາດຕະການຊົ່ວຄາວ ແລະ ຈະມີຜົນສັກສິດນໍາໃຊ້ຈົນກວ່າ ເຈົ້າຫນ້າທີ່ໆກ່ຽວຂ້ອງ ຂອງ ສປປ ລາວ ແລະ ລາຊະອານະຈັກໄທ …

ອ່ານເພີ່ມ
ຂ່າວພາຍໃນ

ຫ້າມເດັດຂາດ​!!!​ ຫ້າມສວຍໂອກາດຂຶ້ນລາຄາສິນຄ້າໄລຍະບຸນປີໃໝ່ສາກົນ

ຂຽນໂດຍ: ຈະຕຸວັນ ດາວິນ
16/12/2020
in :  ຂ່າວພາຍໃນ
0
62

ອີງຕາມແຈ້ງການ​ພະແນກ ອຸດສາຫະກຳ​ ແລະ​ການຄ້າ​ນະຄອນຫຼວງ​ ສະບັບເລທີ 1991/ອຄ.ນວ.ຄພນ, ລົງວັນທີ 16 ທັນວາ 2020​ໃຫ້ຮູ້ວ່າ: ໃນໄລຍະສະຫຼອງບຸນປີໃໝ່ສາກົນ ຄສ 2021 ຈົນຮອດບຸນປີໃໝ່ຂອງຊາວຈີນ ແລະ ຊາວຫວຽດນາມ.ຫ້າມສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈ​ ຢ່າງເດັດຂາດ ຫາກໃຜລະເມີດຈະມີໂທດທາງອາຍາ. ທີ່ມາ:ພະແນກ ອຸດສາຫະກຳ​ແລະການຄ້າ​ ນວ

ອ່ານເພີ່ມ
ຂ່າວທ້ອງຖິ່ນ

ຫຼວງພະບາງ ແຈ້ງເລື່ອງການຈັດງານສົ່ງທ້າຍປີ 2020​ ແລະ ຕ້ອນຮັບປີໃໝ່ 2021

ຂຽນໂດຍ: ຈະຕຸວັນ ດາວິນ
16/12/2020
in :  ຂ່າວທ້ອງຖິ່ນ
0
127

ຫຼວງພະບາງ ແຈ້ງເລື່ອງການຈັດງານສົ່ງທ້າຍປີ 2020​ ແລະ ຕ້ອນຮັບປີໃໝ່ 2021 ແມ່ນບໍ່ໃຫ້ຈັດເຄົ້າດາວ,​ ຈັດລວມໝູ່ ແລະ ບຸນກິນຈຽງຂອງເຜົ່າມົ້ງ, ບຸນປົດປີຂອງເຜົ່າກຶມມຸ ແມ່ນໃຫ້ຈັດພາຍໃນຄອບຄົວ ຢູ່ພາຍໃນບ້ານ ແລະ ບໍ່ໃຫ້ຈັດແບບມີຄອນເສີດ ເພື່ອປ້ອງກັນພະຍາດໂຄວິດ-19

ອ່ານເພີ່ມ
ຂ່າວພາຍໃນ

ໝົດ​ກັນ​!​ ຖວທ​ ແຈ້ງການເລື່ອນງານ VangVieng​Fest​ 2020​ ບໍ່ມີກຳນົດ

ຂຽນໂດຍ: ຈະຕຸວັນ ດາວິນ
16/12/2020
in :  ຂ່າວພາຍໃນ, ເກາະຕິດ COVID-19
0
117

ວັນທີ 16 ທັນວາ 2020​ ແຈ້ງການ​ ເລກທີ​ 542/ຖວທ​ໃຫ້ຮູ້ວ່າ: ຂໍແຈ້ງມາຍັງ ທ່ານເຈົ້າແຂວງ ແຂວງວຽງຈັນ ຊາບຕາມຄໍາເຫັນ ຂັ້ນເທິງ; ກ່ຽວກັບການຈັດງານ VangVieng fest 2020. ໂດຍອີງຕາມທິດຊີ້ນໍາຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແມ່ນເຫັນດີໃຫ້ເລື່ອນການຈັດງານ VangVieng fast 2020 ໄປກ່ອນເນື່ອງຈາກການຈັດງານດັ່ງກ່າວ ມີຄວາມສ່ຽງສູງຕໍ່ການແຜ່ລະບາດຂອງເຊື້ອພະຍາດ Covid-19, ເຊິ່ງໃນໄລຍະນີ້ພະຍາດດັ່ງກ່າວໄດ້ແຜ່ລະບາດເຂົ້າມາເຂດຊາຍແດນ ທາງພາກເໜືອຂອງລາວ ແລະ ມີການແຜ່ລະບາດຢູ່ບັນດາປະເທດໃກ້ຄຽງ, ສະນັ້ນ, ຈຶ່ງມອບໃຫ້ທາງແຂວງສົມທົບກັບ ບໍລິສັດ ສາມາດ ອີເວັນ ອໍແກນນາຍເຊີ້ ຄົ້ນຄວ້າເລື່ອນການຈັດງານໄປກ່ອນຈົນກວ່າຈະມີຄວາມພ້ອມ ແລະ ຮັບປະກັນຄວາມປອດໄມ້. ດັ່ງນັ້ນ, ຈິ່ງແຈ້ງການມາຍັງທ່ານ ເພື່ອຊາບ ແລະ ດໍາເນີນການຕາມທິດຊີ້ນໍາດັ່ງກ່າວດ້ວຍ.

ອ່ານເພີ່ມ
ຂ່າວພາຍໃນ

ປກສ ເມືອງສີສັດຕະນາກ ແຈ້ງການຫາເຈົ້າຂອງລົດຈຳນວນ 3 ຄັນ

ຂຽນໂດຍ: ຈະຕຸວັນ ດາວິນ
15/12/2020
in :  ຂ່າວພາຍໃນ
0
42

ໃຫ້ເຈົ້າຂອງລົດນຳເອົາເອກະສານລົດ ເຂົ້າມາພົວພັນເອົາລົດຂອງທ່ານ ທີ່ຫ້ອງການພະແນກຕຳຫຼວດ ປກສ ເມືອງສີສັດຕະນາກ ຢູ່ຄ້າຍຄຸມຂັງບ້ານດົງສະຫວາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃນໂມງລັດຖະການ ແຕ່ມື້ນີ້ຈົນເຖີງວັນທີ 10 ມັງກອນ 2021. ຖ້າກາຍກຳນົດ ແມ່ນສະຫຼະສິດ ຫຼື ຕິດຕໍ່ເບີ 02055219595; 02055515584. ທີ່ມາ: ປ້ອງກັນ​ຄວາມສະຫງົບ​ ນວ

ອ່ານເພີ່ມ
ຂ່າວທ້ອງຖິ່ນ

ຫ້າມບໍ່ໃຫ້ຜູ້ປະກອບການ ນໍາເອົາລົດບັກກີ່ ມາຈອດບໍລິການ ແລະ ສັນຈອນຢູ່ເທດສະບານ ເມືອງວັງວຽງ !!!

ຂຽນໂດຍ: ຈະຕຸວັນ ດາວິນ
04/11/2020
in :  ຂ່າວທ້ອງຖິ່ນ
0
129

ຫ້ອງວ່າການເມືອງວັງວຽງ ແກ້ໄຂຄວາມບໍ່ເປັນລະບຽບ ຢູ່ເມືອງວັງວຽງ ອອກແຈ້ງການ ຫ້າມບໍ່ໃຫ້ຜູ້ປະກອບການ ນໍາເອົາລົດບັກກີ່ ມາຈອດບໍລິການ ແລະ ສັນຈອນຢູ່ເທສະບານ ເມືອງວັງວຽງ !!!

ອ່ານເພີ່ມ
ຂ່າວພາຍໃນ

ກະຊວງ ຖວທ ແຈ້ງໃຫ້ຜູ້ສ້າງຕັ້ງໜ້າຂ່າວອອນລາຍ ເຂົ້າມາລົງທະບຽນ ໃຫ້ຖືກຕ້ອງຕາມລະບຽບການ

ຂຽນໂດຍ: ຈະຕຸວັນ ດາວິນ
28/09/2020
in :  ຂ່າວພາຍໃນ
0
144

ຫ້ອງການ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຈ້ງມາຍັງບັນດາທ່ານ ຜູ້ອຳນວຍການ, ຫົວໜ້າບັນນາທິການ ແລະ ເຈົ້າຂອງໜ້າຂ່າວ (Admin) ສື່ສັງຄົມອອນລາຍ ຂອງບຸກ ຄົນ, ນິຕິບຸກຄົນ, ການຈັດຕັ້ງຂອງພາກລັດ ແລະ ເອກະຊົນ ທີ່ເຄື່ອນໄຫວຢູ່ພາຍໃນ ສປປ ລາວ ຊາບວ່າ: ເພື່ອເຮັດໃຫ້ວຽກງານການ ໂຄສະນາຜ່ານສື່ສັງຄົມອອນລາຍ ກໍຄື ການສ້າງຕັ້ງໜ້າຂ່າວ ເຟສບຸກ (Face book), ຢູທູບ (Youtube) ແລະ ເວັບໄຊ (Website) ທີ່ເຮັດໜ້າທີ່ບໍລິການຂ່າວ ແລະ ສະ ໜອງຂໍ້ມູນຂ່າວສານ ໃຫ້ແກ່ສັງຄົມ ໃຫ້ໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ, ເປັນຈິງ, ໜ້າເຊື່ອຖື ແລະ ເປັນປະໂຫຍດຕໍ່ການ ພັດທະນາເສດຖະກິດ-ສັງຄົມ. ໃນໄລຍະຜ່ານມາ ພາຍຫລັງໄດ້ອອກແຈ້ງການເລກທີ 256/ຖວທ ລົງວັນທີ 12 ກໍລະກົດ 2019 ກ່ຽວກັບການສ້າງຕັ້ງໜ້າຂ່າວ (Social Media) ເພື່ອສະໜອງຂ່າວສານຮັບໃຊ້ສັງຄົມ ເຊິ່ງບັນດາຜູ້ອຳນວຍການ, ຄະນະບັນນາທິການ ແລະ ເຈົ້າຂອງໜ້າຂ່າວອອນລາຍຈຳນວນໜຶ່ງ …

ອ່ານເພີ່ມ
ຂ່າວພາຍໃນ

ປັບຂຶ້ນລາຄານໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ, ສ່ວນການຊວນປັບລົງ.

ຂຽນໂດຍ: ຈະຕຸວັນ ດາວິນ
20/08/2020
in :  ຂ່າວພາຍໃນ
0
129

ວັນທີ 20 ສິງຫາ 2020 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການເລກທີ 0762/ອຄ.ກຄພນ ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ; ເລື່ອງ: ແຈ້ງການປັບລາຄານໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ. ໃນນີ້, ປັບຂຶ້ນນ້ຳມັນແອັດຊັງພິເສດ 80 ກີບຕໍ່ລິດ, ປັບຂຶ້ນນໍ້າມັນແອັດຊັງທຳມະດາ 90 ກີບຕໍ່ລິດ; ສ່ວນນໍ້າມັນກາຊວນປັບລົງ 40 ກີບຕໍ່ລິດ ໂດຍເລີ່ມປະຕິບັດແຕ່ເວລາ 6:00 ໂມງຂອງວັນທີ 21 ສິງຫາ 2020; ຈາກການປັບຄັ້ງນີ້ ເຮັດໃຫ້ນໍ້າມັນແອັດຊັງພິເສດຢູ່ນະຄອນຫຼວງວຽງຈັນຂຶ້ນມາເປັນ 8.510 ກີບຕໍ່ລິດ, ແອັດຊັງທຳມະດາ ຂຶ້ນມາຢູ່ທີ່ 8.080 ກີບຕໍ່ລິດ; ສ່ວນນໍ້າມັນກາຊວນລົງມາຢູ່ທີ່ 7.610 ກີບຕໍ່ລິດ.

ອ່ານເພີ່ມ
ຂ່າວທ້ອງຖິ່ນ

ປ້ອງກັນ ໂຄວິດ-19 ແຂວງວຽງຈັນສັ່ງເດັດຂາດປິດກິດຈະການຮ້ານບັນເທິງ ຮ້ານໃດທີ່ລະເມີດ ສັ່ງຖອນໃບອະນຸຍາດກິດຈະການ

ຂຽນໂດຍ: ຈະຕຸວັນ ດາວິນ
09/08/2020
in :  ຂ່າວທ້ອງຖິ່ນ
0
2,237

ແຈ້ງການຈາກ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ

ອ່ານເພີ່ມ
12ໜ້າ 1 ໃນ 2

Stay Connected

  • 1497Posts
  • 417ຄຳຄິດເຫັນ
  • 3ສະມາຊິກ

Most Recent

ທຳລາຍສິນຄ້ານຳເຂົ້າຜິດກົດໝາຍ ອາດສ່ຽງຕໍ່ການປົນເປື້ອນໂຄວິດ-19ງ

ຈະຕຸວັນ ດາວິນ
4 ນາທີ ກ່ອນ

ສຸດແປກ!​ ອ້າຍນ້ອງແຕ່ງດອງກັນເອງ ອ່ານແລ້ວເສົ້າ

ຈະຕຸວັນ ດາວິນ
7 ຊົ່ວໂມງ ກ່ອນ

ລັດຖະບານກຽມກວດກາ ເຂື່ອນໄຟຟ້າ 78 ແຫ່ງໃນລາວ​ທຸກໆ​ 5​ປີ

ຈະຕຸວັນ ດາວິນ
16 ຊົ່ວໂມງ ກ່ອນ
ເບິ່ງຕື່ມ

ກ່ຽວກັບພວກເຮົາ

ຂ່າວລາວ

ເວັບ LaoNews.net ບໍລິການ ຂ່າວສານ ຄວາມຮູ້ ວາໄລຕີ້ ສາລະບັນເທິງດີໆ ເພື່ອຄົນລາວ ບໍລິຫານໂດຍທີມງານ ຈາກນັກຂ່າວ ນັກຂຽນ ວົງການສື່ມວນຊົນທີ່ມີປະສົບການຂອງລາວ !

ອ່ານຂ່າວທາມລາຍ Line ID = @laonews

ຕິດຕໍ່/ສົ່ງຂ່າວ eMail  = laogroup@hotmail.com ຫຼື Line ID = @laonews ຫຼື INBOX Facebook

ຕິດຕາມເຮົາທີ່ນີ້:

ຂ່າວຍອດນິຍົມ

ອັບເດດຂ່າວ ຍິງກັນຕາຍຢູ່ໜ້າຕະຫຼາດເຊົ້າມື້ຄືນຜ່ານມາ​ເປັນເຫດວິສາມັນຄົນຮ້າຍ

ຈະຕຸວັນ ດາວິນ
22/08/2020

ພົບຄົນຕາຍໃນເຫດໄຟໄໝ້ຫຍ້າ ທີ່ຫາດດອນຈັນ

ເຂີຍເມືອງຊຳ
31/01/2020

ອີກແລ້ວ​ ອຸບັດເຫດທາງດ່ວນຢູ່ຈຸດສີເກີດ ນາຊາຍທອງ ນະຄອນຫຼວງວຽງຈັນ

ຈະຕຸວັນ ດາວິນ
4 ອາທິດ ກ່ອນ

ເພິ່ນຈະປິດປະເທດບໍ? ປະເທດລາວປິດແລ້ວ! ແຕ່ອ່ານໃຫ້ຈົບກ່ອນຈຶ່ງຄ່ອຍແຊກະໄດ້.

ຈະຕຸວັນ ດາວິນ
22/03/2020

ຂ່າວໃໝ່ຫຼ້າສຸດ

  • 4 ນາທີ ກ່ອນ

    ທຳລາຍສິນຄ້ານຳເຂົ້າຜິດກົດໝາຍ ອາດສ່ຽງຕໍ່ການປົນເປື້ອນໂຄວິດ-19ງ

  • 7 ຊົ່ວໂມງ ກ່ອນ

    ສຸດແປກ!​ ອ້າຍນ້ອງແຕ່ງດອງກັນເອງ ອ່ານແລ້ວເສົ້າ

  • 16 ຊົ່ວໂມງ ກ່ອນ

    ລັດຖະບານກຽມກວດກາ ເຂື່ອນໄຟຟ້າ 78 ແຫ່ງໃນລາວ​ທຸກໆ​ 5​ປີ

  • 20 ຊົ່ວໂມງ ກ່ອນ

    ທ່ານພົນເອກ ປຣະຢຸດ ຈັນໂອຊາ ສົ່ງສານຊົມເຊີຍທ່ານທອງລຸນ​ ສີສຸລິດ​ ທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຂອງພັກ ສະໄໝທີ​ XI

  • 2 ມື້ ກ່ອນ

    ໄລຍະກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຢູ່ ນວ ມີອຸບັດຕິເຫດເກີດຂຶ້ນ 17 ຄັ້ງ ແຕ່ບໍ່ມີຄົນເສຍຊີວິດ 

ຄຳຄົ້ນຫາຍອດນິຍົມ ນໍ້າຖ້ວມ ອຸບັດເຫດ ຂ່າວ ຈີນ ຂ່າວຕ່າງປະເທດ ທາງດ່ວນ ຂ່າວປະຈໍາວັນ ເສດຖະກິດ ຂ່າວພາຍໃນ ອຸຕຸເຕືອນ ແຈ້ງການ ຂ່າວລາວ ບັນເທີງ ການຊ່ວຍເຫຼືອ ຂ່າວບັນເທີງ
© Copyright 2018, All Rights Reserved Powered by LaoNews.net | Designed by Koungkam | ນະໂຍບາຍຄຸ້ມຄອງຂໍ້ມູນສ່ວນຕົວ | ເງື່ອນໄຂການໃຊ້ບໍລິການ