ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net

ຂ່າວລາວ, ຂ່າວໂລກ, ກິລາ, ບັນເທິງ ແລະສາລະ laonews.net
  • ໜ້າທຳອິດ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວກິລາ
  • ບັນເທີງ
  • ທ່ອງທ່ຽວ
  • ນານາສາລະ
3 ໃໝ່ ບົດຄວາມ
  • 05/09/2022 ອຸດົມໄຊ ຄາດຄະເນມູນຄ່າເສຍຫາຍ ແລະ ຄວາມຕ້ອງການງົບໃນການຟື້ນຟູປະມານ 60 ກ່ວາຕື້ກີບ
  • 04/09/2022 ຮອງ ລຕມ ປກສ ຮ່ວມສົ່ງສະການ ນາຍຕຳຫຼວດກ້າ​ ເສຍຊີວິດຍ້ອນຖືກຄົນຮ້າຍແກະລະເບີດໃສ່
  • 02/09/2022 ໜ້າເສົ້າ! ປາແດກອາຫານຍອດນິຍົມຂອງຄົນລາວ ກາຍເປັນສິນຄ້ານຳເຂົ້າ
ໜ້າຫຼັກ ຄັງຄຳຄົ້ນຫາ ແຮງງານລາວ

ຄັງຄຳຄົ້ນຫາ ແຮງງານລາວ

ຂ່າວເດັ່ນ

ຕຳຫຼວດໄທຈັບຄົນລາວລັກລອບເມືອງຜິດກົດໝາຍ 17​ ຄົນ​ ແລະ ມີຜູ້​ຕິດເຊື້ອ​ໂຄວິດ 2 ຄົນ

ຂຽນໂດຍ: ຈະຕຸວັນ ດາວິນ
23/02/2022
in :  ຂ່າວເດັ່ນ
0
86

ອີງຕາມ ເພຈ “ເຄາະຂ່າວຄໍ່າ” ຂອງໄທລາຍງານວ່າ: ໃນຄືນວັນທີ 22 ກຸມພາ​ 2022 ຜ່ານມານີ້​ ກອງພົນ ສຸນາລີ, ກອງພັນໃຫຍ່ 2305, ຕໍາຫຼວດປ້ອງກັນຊາຍແດນ 227 ພ້ອມດ້ວຍບັນດາກົມກອງ ສະກັດກັ້ນ ແລະ ຈັບຜູ້ລັກລອບ ເຂົ້າເມືອງຜິດກົດໝາຍ ເຂດວັດຈິນດາມະນີ, ອຳເພີ ຊານຸມານ ຈັງຫວັດອຳນາດຈະເລີນ ເຊິ່ງສາມາດກັກຕົວຜູ້ຖືກຫາໄດ້ 17 ຄົນ ເດີນທາງຈາກ ສປປ ລາວ (ຊາຍ 10, ຍິງ.7), ພ້ອມຜູ້ນຳທາງເປັນຄົນໄທ 3 ຄົນ ແລະ ຂອງກາງພາຫະນະ 2 ຄັນ. ໜ່ວຍງານໄດ້ທຳການກວດອຸນຫະພູມເບື້ອງຕົ້ນ ຍັງບໍ່ມີໃຜທີ່ອຸນຫະພູມສູງກວ່າ 37.5 ອົງສາ ແລະ ກວດຫາໂຄວິດ-19 ດ້ວຍການທົດສອບ ATK ຜົນປາກົດວ່າມີຜູ້ຕິດເຊື້ອ 2 ຄົນ, ເຊິ່ງໜ່ວຍດັ່ງກ່າວໄດ້ຖືກແຍກອອກ ແລະ ມອບໃຫ້ສາທາລະນະສຸກອຳເພີຊານຸມານ ເພື່ອກວດເບິ່ງການຕິດເຊື້ອອີກຄັ້ງ. ໃນປັດຈຸບັນ ໜ່ວຍງານກ່ຽວຂ້ອງໄດ້ນຳຕົວຜູ້ຕ້ອງຫາພ້ອມກັບຂອງທີ່ກ່ຽວຂ້ອງໄປຍັງສະຖານີຕຳຫຼວດອຳເພີຊານຸມານ ເພື່ອຂະຫຍາຍຜົນຕື່ມອີກ.

ອ່ານເພີ່ມ
ຂ່າວພາຍໃນ

ແຮງງານລາວວ່າງງານ 4 ແສນຄົນ ຍ້ອນໂຄວິດ-19

ຂຽນໂດຍ: ຈະຕຸວັນ ດາວິນ
22/02/2022
in :  ຂ່າວພາຍໃນ, ເສດຖະກິດ
0
130

ຈາກຜົນກະທົບຂອງສະພາບລະບາດພະຍາດໂຄວິດ-19, ອັດຕາການຫວ່າງງານຢູ່ ສປປ ລາວ ໄດ້ ເພີ່ມຂຶ້ນຈາກ 9,24% ເມື່ອປີ 2020 ມາເປັນ 21,8% ໃນປີ 2021 ດ້ວຍຈໍານວນຜູ້ຫວ່າງງານຫຼາຍກວ່າ 4 ແສນຄົນ. ທ່ານ ນາງ ຈັນເພັນ ມະນີແສງ ຫົວຫນ້າກົມປົກປ້ອງແຮງງານ, ສູນກາງສະຫະພັນກໍາມະບານລາວ ໄດ້ກ່າວໃນວາລະຖະແຫຼງຂ່າວ ກ່ຽວກັບການຈັດງານມະຫາກໍາສົ່ງເສີມແຮງງານລາວ 2022 ທີ່ນະຄອນຫຼວງວຽງຈັນ ເມື່ອບໍ່ດົນມານີ້. ຫົວຫນ້າກົມປົກປ້ອງແຮງງານ, ໄດ້ລະບຸວ່າ: ເຖິງແມ່ນລັດຖະບານ ໄດ້ມີມາດຕະການຜ່ອນຜັນເລື່ອງການປ້ອງກັນພະຍາດໂຄວິດ-19, ແຕ່ຫຼາຍໂຮງງານກໍຍັງບໍ່ສາມາດເປີດດໍາເນີນກິດຈະການໄດ້ເຕັມຮ້ອຍ; ສ່ວນການຈ້າງງານໃນຂົງເຂດກະສິກໍາ ແລະ ບໍລິການ ກໍຖືວ່າຍັງຢູ່ໃນໄລຍະຟື້ນຕົວ, ຈິ່ງເຮັດໃຫ້ຜູ້ຜະລິດ ແລະ ຜູ້ປະກອບການ ຍັງຄົງມີຄວາມກົງວົນເລື່ອງຕົ້ນທຶນ ແລະ ຕະຫຼາດ ເຮັດໃຫ້ການນໍາໃຊ້ ແຮງງານຍັງມີຈໍານວນຈໍາກັດ. ຢ່າງໃດກໍຕາມ, ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງ ຄົມ, ກໍເຄີຍຊີ້ແຈງຕໍ່ກອງປະຊຸມ ສະໄຫມສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX …

ອ່ານເພີ່ມ
ຂ່າວພາຍໃນ

ອັດຕາການວ່າງງານຢູ່ ສປປ ລາວ ເພີ່ມຂຶ້ນມາຢູ່ທີ່ 21,8%

ຂຽນໂດຍ: ຈະຕຸວັນ ດາວິນ
18/02/2022
in :  ຂ່າວພາຍໃນ, ຂ່າວເດັ່ນ
0
125

ທ່ານ ນາງ ຈັນເພັນ ມະນີແສງ, ຫົວໜ້າກົມປົກປ້ອງແຮງ ງານ, ສູນກາງສະຫະພັນກໍາມະບານລາວ ໃຫ້ຮູ້ໃນໂອກາດກ່າວຄໍາເຫັນໃນພິທີຖະແຫລງຂ່າວກ່ຽວກັບການຈັດງານມະຫາກໍາສົ່ງເສີມແຮງງານລາວ 2022 ຈັດຂຶ້ນຢູ່ນະຄອນ ຫລວງວຽງຈັນ ເມື່ອບໍ່ດົນວ່າ: ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ມີການປິດໂຮງຈັກ-ໂຮງງານຊົ່ວ ຄາວ, ບາງແຫ່ງໄດ້ປິດຕົວລົງຍ້ອນໄດ້ຮັບຜົນກະທົບໜັກໜ່ວງ, ບາງແຫ່ງມີການຍົກເລີກ ຫລື ຫລຸດຜ່ອນກໍາລັງແຮງງານລົງ ເຮັດໃຫ້ມີຜົນກະທົບໂດຍກົງຕໍ່ຜູ້ອອກແຮງ ແລະ ກາຍເປັນຜູ້ວ່າງງານ. ປັດຈຸບັນ ເຖິງວ່າລັດຖະບານ ມີມາດຕະ ການຜ່ອນຜັນໃນການປ້ອງກັນພະຍາດໂຄວິດ-19 ແລ້ວກໍຕາມ ແຕ່ບາງໂຮງຈັກ-ໂຮງງານ ຍັງບໍ່ສາມາດເປີດດໍາເນີນກິດຈະການໄດ້ເຕັມຮ້ອຍ ຈິ່ງເຮັດໃຫ້ມີຜົນກະທົບໂດຍກົງຕໍ່ຜູ້ອອກແຮງງານ ແລະ ເຮັດໃຫ້ອັດຕາການວ່າງງານຢູ່ ສປປ ລາວ ເພີ່ມຂຶ້ນ ຈາກ 9,24% ມາເປັນ 21,8% ໃນປີ 2021 ຜ່ານມາ ໂດຍມີຜູ້ວ່າງງານຫລາຍກວ່າ 400.000 ຄົນ. ທ່ານໃຫ້ຮູ້ຕື່ມວ່າ: ຕໍ່ສະພາບການທີ່ເກີດຂຶ້ນ, ອົງການກໍາມະບານລາວ ໃນນາມເປັນຕົວແທນປົກປ້ອງຜູ້ອອກ ແຮງງານສຸດທີ່ມີຄວາມເປັນຫວ່ງເປັນໄຍ ໂດຍໄດ້ເຄື່ອນ ໄຫວຕິດຕາມໃຫ້ກໍາລັງໃຈ ແລະ ຊ່ວຍເຫລືອຜູ້ອອກແຮງ ງານຢູ່ບັນດາໂຮງຈັກ-ໂຮງງານຕາມຄວາມສາມາດຕົວຈິງ. ສ່ວນການແກ້ໄຂບັນຫາການວ່າງງານທີ່ເພີ່ມຂຶ້ນ ອົງການກໍາມະບານລາວ ຈະຮ່ວມກັບທຸກຂະແໜງການກ່ຽວຂ້ອງ ເພື່ອຊຸກຍູ້ສົ່ງເສີມການຈັດຫາງານດ້ວຍຫລາຍຮູບແບບເພື່ອໃຫ້ຜູ້ວ່າງງານ ສາມາດເຂົ້າເຖີງການຈ້າງງານ, …

ອ່ານເພີ່ມ
ຂ່າວພາຍໃນ

ຄົນລາວ 7 ຄົນ ລັກລອບເຂົ້າໄທ ແລ້ວຖືກຈັບ

ຂຽນໂດຍ: ຈະຕຸວັນ ດາວິນ
15/01/2022
in :  ຂ່າວພາຍໃນ
0
131

ວັນທີ 14 ມັງກອນ 2022, ໜ່ວຍເຮືອຮັກສາຄວາມສະຫງົບ ຮຽບຮ້ອຍ ຕາມລຳແມ່ນ້ຳຂອງ ແລະ ກອງກຳລັງທະຫານພານ ຊຸດສຸລະສັກມົນຕີ ເມືອງສັງຄົມ ແຂວງໜອງຄາຍ ໄດ້ຮ່ວມກັນຈັບ ຊາວລາວ 7 ຄົນ ທີ່ລັກລອບຂ້າມໄປໄທ ແບບຜິດກົດໝາຍ ໂດຍຂີ່ເຮືອຫາປາ ທີ່ຂ້າມມາຈາກ ເມືອງສັງທອງ ນະຄອນຫຼວງວຽງຈັນ. ເບື້ອງຕົ້ນ, ຊາວລາວທັງໝົດ ໄດ້ຍອມຮັບວ່າ ເປັນຊາວບ້ານ ບ້ານຄົກມັນ, ນະຄອນຫຼວງພະບາງ ແຂວງຫຼວງພະບາງ. ພວກເຂົາໄດ້ຂ້າມມາ ທີ່ເມືອງສັງຄົມ ແຂວງໜອງຄາຍ ເພື່ອຈະໄປຕໍ່ ທີ່ແຂວງຈັນທະບູຣີ ຂອງໄທ ໂດຍຈະມີຄົນໄທມາຮັບ, ແຕ່ພັດຖືກເຈົ້າໜ້າທີ່ໄທ ຈັບໂຕກ່ອນ. ຕໍ່ກັບການຈັບຄົນລາວດັ່ງກ່າວນີ້, ເຈົ້າໜ້າທີ່ໄທ ໄດ້ນຳໂຕຄົນລາວທັງ 7 ຄົນ ໄປທີ່ສະຖານີຕຳຫຼວດ ເມືອງສັງຄົມ ແຂວງໜອງຄາຍ ເພື່ອສອບຖາມ ຫາຂໍ້ມູນເພີ່ມຕື່ມ. ຈາກນັ້ນ, ກໍຈະດຳເນີນການ ຕິດຕໍ່ທາງການລາວ ເພື່ອທຳການສົ່ງໂຕທັງໝົດ ກັບຄືນປະເທດລາວ ໃນລະຫວ່າງ ວັນທີ 15-17 ມັງກອນ​2022 ນີ້.

ອ່ານເພີ່ມ
ຂ່າວພາຍໃນ

ຢາກໄປເຮັດວຽກຢູ່ໄທ ຕ້ອງກຽມເງິນໄວ້ຢ່າງໜ້ອຍ​ 4.812.​500​ ກີບ

ຂຽນໂດຍ: ຈະຕຸວັນ ດາວິນ
13/01/2022
in :  ຂ່າວພາຍໃນ
0
114

ໃນວັນທີ11 ມັງກອນ 2022 ທີ່ ກະຊວງ ຮສສ.ໄດ້ມີກອງປະຊຸມກະກຽມການຈັດສົ່ງແຮງງານລາວໄປເຮັດວຽກຢູ່ປະເທດໄທ ໃນຊ່ວງການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19, ໂດຍເປັນປະທານ ຂອງ ທ່ານພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ). ລັດຖະບານ ສອງຝ່າຍ ໄດ້ເຫັນດີເປັນເອກະພາບກັນແລ້ວ ກ່ຽວກັບຄ່າໃຊ້ຈ່າຍຕ່າງໆ ສຳລັບຜູ້ອອກແຮງງານລາວ ທີ່ຈະເດີນທາງໄປເຮັດວຽກຢູ່ປະເທດໄທ ໃນໄລຍະທີ່ຍັງມີການລະບາດຂອງເຊື້ອພະຍາດໂຄວິດ-19. ອີງຕາມຜົນຂອງກອງປະຊຸມວິຊາການລາວ-ໄທ ກ່ຽວກັບ ການແກ້ບັນຫາແຮງງານລາວທີ່ຍັງເຮັດວຽກຢູ່ປະເທດ ແລະ ການກະກຽມຈັດສົ່ງແຮງງານລາວໄປເຮັດວຽກຢູ່ປະເທດໄທ, ລວມທັງ ການກະກຽມການຈັດສົ່ງແຮງງານລາວໄປເຮັດວຽກຢູ່ປະເທດໄທ ໃນໄລຍະການລະບາດຂອງພະຍາດໂຄວິດ 19, ເຊິ່ງໃນເອກະສານດັ່ງກ່າວ ກໍໄດ້ມີການລະບຸຢ່າງລະອຽດ ກ່ຽວກັບ ບໍລິສັດຈັດຫາງານຕ້ອງແຈ້ງລາຍການເອກະສານຕ່າງໆທີ່ຕ້ອງປະກອບ ແລະ ຄ່າໃຊ້ຈ່າຍຕ່າງໆ ເປັນຕົ້ນແມ່ນ ເອກະສານ, ໜັງສືຜ່ານແດນ; ໃບຢັ້ງຢືນກວດເຊື້ອພະຍາດໂຄວິດ19 ແລະ ໃບຢັ້ງຢືນກວດພະຍາດຕ້ອງຫ້າມ 6 ຊະນິດ. ນອກນີ້ ຍັງມີການລະບຸຕື່ມວ່າ: ຄ່າໃຊ້ຈ່າຍ ສຳລັບນາຍຈ້າງຮັບຜິດຊອບ ຈະມີຄ່າກວດໂຄວິດ 2 ຄັ້ງ (ຢູ່ປາຍ ທາງ) 2.600 ບາດ, ຄ່າກັກໂຕ 7-14 ວັນ 3.500-7.000 …

ອ່ານເພີ່ມ
ຂ່າວຕ່າງປະເທດ

ໄທ ຈະປັບໃໝ 25.000 ບາດ/ຄົນ ພ້ອມສົ່ງຄືນກັບປະເທດ ກໍລະນີແຮງງານລັກລອບເຂົ້າເມືອງຜິດກົດໝາຍ

ຂຽນໂດຍ: ຈະຕຸວັນ ດາວິນ
16/11/2021
in :  ຂ່າວຕ່າງປະເທດ
0
191

ເມື່ອວັນທີ 12 ພະຈິກ 2021 ຜ່ານມາ, ສະຖານເອກອັກຄະລັດຖະທູດ ສປປລາວ-ບາງກອກ, ໄດ້ແຈ້ງເຖິງ ກະ ຊວງການຕ່າງປະເທດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່ຽວກັບ ລັດຖະບານໄທ ເຫັນດີອະນຸຍາດໃຫ້ແຮງງານຕ່າງປະເທດທັງ 3 ສັນຊາດຄື: ກຳປູເຈຍ, ມຽນມາ ແລະ ລາວ ສືບຕໍ່ຢູ່ເຮັດວຽກໃນປະເທດໄທ ເປັນກໍລະນີພິ ເສດຕາມມະຕິຂອງ ຄຣມ.​ ໃນແຈ້ງການຂອງສະຖານເອກອັກຄະລັດຖະທູດ ໄດ້ລະບຸວ່າ: ເລີ່ມແຕ່ວັນທີ 1 ພະຈິກ 2021 ເປັນຕົ້ນມາ, ລັດ ຖະບານຂອງໄທ ໄດ້ປະກາດເປີດປະເທດຮັບເອົານັກທ່ອງທ່ຽວຈາກ 63 ປະເທດໃຫ້ສາມາດເດີນທາງເຂົ້າປະເທດໂດຍບໍ່ຕ້ອງຈຳກັດບໍລິເວນ 14 ວັນ ເພື່ອເລັ່ງການຟື້ນຟູເສດຖະກິດ ພາຍຫຼັງທີ່ໄດ້ຮັບຜົນກະທົບຢ່າງໜັກຕໍ່ການລະບາດຂອງເຊື້ອພະຍາດໂຄວິດ-19, ຈາກການປະກາດດັ່ງກ່າວ ໄດ້ສ້າງຄວາມບໍ່ເຂົ້າໃຈຕໍ່ກັບບາງກຸ່ມຄົນ ເປັນຕົ້ນ ບັນດາຜູ້ອອກ ແຮງງານຈາກປະເທດໃກ້ຄຽງເຂົ້າໃຈຜິດວ່າ ສາມາດເດີນທາງກັບເຂົ້າມາເຮັດວຽກຢູ່ໄທໄດ້ແລ້ວ, ເຊິ່ງໃນສອງອາທິດຜ່ານມາ ໄດ້ມີແຮງງານຈາກປະເທດມຽນມາ 342 ຄົນ ພາກັນລັກລອບເຂົ້າເມືອງແບບຜິດກົດໝາຍ ແລະ ຖືກເຈົ້າໜ້າທີ່ຂອງຝ່າຍໄທຈັບກຸມ, ປັບໄໜ ແລະ ສົ່ງຄືນປະເທດ, ກ່ອນການເດີນທາງແຮງງານກຸ່ມນີ້ຕ້ອງໄດ້ຈ່າຍເງິນປະມານ 25,000 …

ອ່ານເພີ່ມ
ຂ່າວຕ່າງປະເທດ

ຂ່າວດີ​ ຂ່າວດ່ວນ! ສຳລັບແຮງງານລາວຢູ່ນົນທະບູລີ​ສາມາດລົງທະບຽນຮັບວັກຊີນໄດ້ແລ້ວ

ຂຽນໂດຍ: ຈະຕຸວັນ ດາວິນ
14/09/2021
in :  ຂ່າວຕ່າງປະເທດ
0
169

ວັນທີ​ 14​ ກັນຍາ​ 2021​ນີ້​ ສຳນັກງານສາທາລະນະສຸກຈັງຫວັດນົນທະບູລີ ປະກາດເປີດໃຫ້​ແຮງງານລາວ, ມຽນມາ​ ແລະ​ ກຳປູເຈຍ​ ໄປລົງທະບຽນຮັບສັກວັກຊີນ ຢູ່ທີ່ສາທາຂອງຈັງຫວັດ​ໂດຍເລີ່ມແຕ່ວັນທີ 13-16ກັນຍາ 2021​ ກ່ອນເວລາ 20:00​ ໂມງ. ທີ່ມາ: ไทยรู้สู้โควิด

ອ່ານເພີ່ມ
ຂ່າວພາຍໃນ

ວ່າດ້ວຍສູນກັກບໍລິເວນ ສິ່ງທີ່ຄວນຄິດ ແລະ​ ສິ່ງທີ່ຄວນມີ

ຂຽນໂດຍ: ຈະຕຸວັນ ດາວິນ
21/08/2021
in :  ຂ່າວພາຍໃນ, ຂ່າວເດັ່ນ, ເກາະຕິດ COVID-19
0
349

ໃນໄລສອງເດືອນມານີ້ ນັບຕັ້ງແຕ່ລັດຖະບານມີນະໂຍບາຍຮັບເອົາແຮງງານທີ່ໄປເຮັດວຽກຢູ່ໄທ ກັບຄືນປະເທດ ໂດຍບໍ່ມີການປັບໃໝໃສ່ໂທດ​ ບໍ່ວ່າຈະໄປແບບຜິດກົດໝາຍ ຫຼື​ ຖືກກົດໝາຍກໍຕາມ ຂໍພຽງແຕ່ກັບມາຖືກລະບຽບການ ແລະ​ ບ່ອນທີ່ເຈົ້າໜ້າທີ່ອຳນວຍຄວາມສະດວກ. ໃນການເຂົ້າມາຕ້ອງກັກ​ບໍລິເວນ​ຢູ່ສູນ​ 28​ ວັນ​ ໂດຍກັກຢູ່ແຂວງ ຫຼື​ ບ່ອນໃກ້ດ່ານທີ່ແຂວງຈັດໄວ້ 14​ ວັນ​ ແລະ​ ກັກຢູ່ເມືອງຂອງຕົນ 14​ ວັນ. ດ້ານສະຖານທີ່ກັກບໍລິເວນແມ່ນຄະນະຮັບຜິດຊອບກະກຽມໄວ້ທຸກຢ່າງ ມີ​ 2​ ແບບໃກ້ເລືອກຄື ຜູ້ມີເງື່ອນໄຂດ້ານການເງິນແມ່ນກັກໂຮງແຮມ​ ຄ່າໃຊ້ຈ່າຍຮັບຜິດຊອບເອງທັງໝົດ ແຕ່ການກວດຫາເຊື້ອ ກັບການປິ່ນປົວຫາກຕິດເຊື້ອແມ່ນປົວຟຣີ ແລະ​ ກັກບໍລິເວນຢູ່ສູນພາກສະໜາມ ຄ່າໃຊ້ຈ່າຍໃນສູນຟຣີທຸກຢ່າງ,​ ລ້ຽງເຂົ້າສາມຄາບ​ ແຕ່ຈະມີຄ່າໃຊ້ຈ່າຍເວລາເດີນທາງ ແລະ​ ສິ່ງອຳນວຍຄວາມສະດວກອາດຈະບໍ່ຄົບທຸກຢ່າງ. ສິ່ງຜູ້ເຂົ້າກັກບໍລິເວນຢູ່ພາກສະໜາມຕ້ອງກຽມຄື​ ເຄື່ອງຢູ່ເຄື່ອງນອນທີ່ຕ້ອງການຄວາມເປັນສ່ວນຕົວ,​ ເຄື່ອງໃຊ້​ສ່ວນຕົວ​ ແລະ​ ສິ່ງອື່ນໆທີ່ຕ້ອງການນອກເໜືອຈາກຄະນະຮັບຜິດຊອບຈັດໃຫ້​ເຊິ່ງທາງການໄດ້ລາຍງານໃນກອງປະຊຸມສະພາວ່າ ຕັ້ງແຕ່ມີການຮັບແຮງງານ ໃຊ້ງົບປະມານແລ້ວ 15​ ຕື້ກວ່າກີບ. ເຖິງຢ່າງໃດກໍຕາມແຮງງານທີ່ມາກັກບໍລິເວນຍັງເຫັນວ່າ ພາກລັດຄວນເອົາໃຈໃສ່ ແລະ​ ສ້າງສິ່ງອຳນວຍຄວາມສະດວກທຸກຢ່າງ​ ເຊິ່ງບາງຄົນກໍໂວຍວາຍຮ້າຍດ່າ ປະນາມລັດຖະບານຕ່າງໆນານາ​ ແຕ່ກໍມີຫຼາຍຄົນທີ່ຜ່ານການກັກບໍລິເວນມາແລ້ວທີ່ປະຕິບັດຕົນຕາມລະບຽບ.​ ແນວໃດກໍດີ ພາກສ່ວນກ່ຽວຂ້ອງກໍຕ້ອງໄດ້ເບິ່ງຄືນເຊັ່ນ ການແຍກລະຫວ່າງຍິງ-ຊາຍ,​ ຫ້ອງນໍ້າ,​ ໄຟຟ້າ​ ແລະ​ ອື່ນໆທີ່ເຫັນວ່າຄວາມຈຳເປັນ​ …

ອ່ານເພີ່ມ
ຂ່າວທ້ອງຖິ່ນ

ເວນກຳນຳໄລ່!​ ໃຜພົວພັນກັບຄົນໃນຮູບໄປກວດດ່ວນ ຜູ້ກ່ຽວລັກອອກຈາກສູນຜົນກວດເປັນບວກ

ຂຽນໂດຍ: ຈະຕຸວັນ ດາວິນ
15/08/2021
in :  ຂ່າວທ້ອງຖິ່ນ, ເກາະຕິດ COVID-19
0
1,014

ວັນທີ​ 15​ ສິງຫາ​ 2021​ ຄະນະສະເພາະກິດລາຍງານມີຜູ້ຕິດເຊື້ອ​ທັງໝົດ​ 41​ ຄົນ.​ເປັນແຮງງານນຳເຂົ້າ 1​ ໃນນັ້ນມີແຮງງານທີ່ລັກລັກອອກຈາກສູນ ສຸດທ້າຍຜົນກວດອອກມາເປັນບວກ. ເຊິ່ງປະຫວັດການເຄື່ອນໄຫວຂອງຜູ້ກ່ຽວມີດັ່ງນີ້: ຝາກເຖິງພີ່ນ້ອງຢູ່ທາງປາກເຊ,​ ປາກຊ່ອງ​ ໃຜທີ່ໄດ້ພົວພັນກັບບຸກຄົນດັ່ງກ່າວໃຫ້ຮູບກັກຕົວ ແລະ​ ໄປກວດຫາເຊື້ອໂຄວິດ -​19​ ໂດຍ​ດ່ວນ.

ອ່ານເພີ່ມ
ຂ່າວທ້ອງຖິ່ນ

ຄຳມ່ວນມີແຮງງານທີ່ຍັງຕົກຄ້າງຢູ່ປະເທດໄທ 13 ພັນກວ່າຄົນ

ຂຽນໂດຍ: ຈະຕຸວັນ ດາວິນ
30/07/2021
in :  ຂ່າວທ້ອງຖິ່ນ, ເກາະຕິດ COVID-19
0
123

ທ່ານ ສີໄຮແກ້ວ ໄກຖິ່ນ ຫົວໜ້າພະແນກແຮງງານ ແລະສະ ຫວັດດີການສັງຄົມ ແຂວງຄຳມ່ວນ ຕໍ່ກອງປະຊຸມຄະນະບໍລິຫານງານພັກແຂວງ ສະໄໝທີ X ໃນລ ະຫວ່າງວັນທີ 29-30 ກໍລະກົດ 2021 ແຈ້ງໃຫ້ຮູ້ວ່າ: ການເກັບກຳສະຖິຕິແຮງງານລາວ ທີ່ກັບມາຈາກປະເທດໄທ ໃນຊ່ວງທີ່ມີການແຜ່ລະບາດຂອງພະຍາດ ໂ ຄ ວິ ດ ແລະ ແຮງງານຫວ່າງງານພາຍໃນມີຈຳນວນທັງໝົດ 14.589 ຄົນ ໃນນີ້ແຮງງານລາວ ທີ່ກັບມາຈາກໄທ 13.264 ຄົນເຊິ່ງປະກອບອາຊີບໃນຂົງເຂດອຸດສາຫະກຳ 8.169 ຄົນ, ຂົງເຂດກະສິກຳ 2.073 ຄົນ ແລະ ຂົງເຂດບໍລິການ 4.347 ຄົນ, ຈຳນວນແຮງງານທີ່ຫວ່າງງານພາຍໃນ 1.325 ຄົນ. ເຊິ່ງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ມີການຂຶ້ນທະບຽນຜູ້ຕ້ອງການຊອກຫາວຽກເຮັດງານທຳ ແລະ ໄດ້ລົງສົມທົບກັບຫົວໜ່ວຍແຮງງານເພື່ອເກັບກຳຕຳແໜ່ງງານຫວ່າງ ເປັນແຕ່ລະໄຕມາດຢ່າງຕໍ່ເນື່ອງ. ໃນ 06 ເດືອນຜ່ານມາ ສາມາດຈັດຫາງານໃຫ້ແກ່ແຮງງານໄດ້ທັງໝົດ 246 ຄົນ. ໃນນັ້ນມີຂົງ ເຂດອຸດສາຫະກຳ 15 ຄົນ …

ອ່ານເພີ່ມ
123ໜ້າ 1 ໃນ 3

Stay Connected

  • 2635Posts
  • 417ຄຳຄິດເຫັນ
  • 4ສະມາຊິກ

Most Recent

ອຸດົມໄຊ ຄາດຄະເນມູນຄ່າເສຍຫາຍ ແລະ ຄວາມຕ້ອງການງົບໃນການຟື້ນຟູປະມານ 60 ກ່ວາຕື້ກີບ

ຈະຕຸວັນ ດາວິນ
05/09/2022

ຮອງ ລຕມ ປກສ ຮ່ວມສົ່ງສະການ ນາຍຕຳຫຼວດກ້າ​ ເສຍຊີວິດຍ້ອນຖືກຄົນຮ້າຍແກະລະເບີດໃສ່

ຈະຕຸວັນ ດາວິນ
04/09/2022

ໜ້າເສົ້າ! ປາແດກອາຫານຍອດນິຍົມຂອງຄົນລາວ ກາຍເປັນສິນຄ້ານຳເຂົ້າ

ຈະຕຸວັນ ດາວິນ
02/09/2022
ເບິ່ງຕື່ມ

ກ່ຽວກັບພວກເຮົາ

ຂ່າວລາວ

ເວັບ LaoNews.net ບໍລິການ ຂ່າວສານ ຄວາມຮູ້ ວາໄລຕີ້ ສາລະບັນເທິງດີໆ ເພື່ອຄົນລາວ ບໍລິຫານໂດຍທີມງານ ຈາກນັກຂ່າວ ນັກຂຽນ ວົງການສື່ມວນຊົນທີ່ມີປະສົບການຂອງລາວ !

ອ່ານຂ່າວທາມລາຍ Line ID = @laonews

ຕິດຕໍ່/ສົ່ງຂ່າວ eMail  = [email protected] ຫຼື Line ID = @laonews ຫຼື INBOX Facebook

ຕິດຕາມເຮົາທີ່ນີ້:

ຂ່າວຍອດນິຍົມ

ອັບເດດຂ່າວ ຍິງກັນຕາຍຢູ່ໜ້າຕະຫຼາດເຊົ້າມື້ຄືນຜ່ານມາ​ເປັນເຫດວິສາມັນຄົນຮ້າຍ

ຈະຕຸວັນ ດາວິນ
22/08/2020

ພົບຄົນຕາຍໃນເຫດໄຟໄໝ້ຫຍ້າ ທີ່ຫາດດອນຈັນ

ເຂີຍເມືອງຊຳ
31/01/2020

ອີກແລ້ວ​ ອຸບັດເຫດທາງດ່ວນຢູ່ຈຸດສີເກີດ ນາຊາຍທອງ ນະຄອນຫຼວງວຽງຈັນ

ຈະຕຸວັນ ດາວິນ
26/12/2020

ຊົມເຊີຍ! 4​ ອ້າຍນ້ອງນາມສະກຸນ “ສີພັນດອນ” ໃນແວດວົງການເມືອງລາວປັດຈຸບັນ

ຈະຕຸວັນ ດາວິນ
26/03/2021

ຂ່າວໃໝ່ຫຼ້າສຸດ

  • 05/09/2022

    ອຸດົມໄຊ ຄາດຄະເນມູນຄ່າເສຍຫາຍ ແລະ ຄວາມຕ້ອງການງົບໃນການຟື້ນຟູປະມານ 60 ກ່ວາຕື້ກີບ

  • 04/09/2022

    ຮອງ ລຕມ ປກສ ຮ່ວມສົ່ງສະການ ນາຍຕຳຫຼວດກ້າ​ ເສຍຊີວິດຍ້ອນຖືກຄົນຮ້າຍແກະລະເບີດໃສ່

  • 02/09/2022

    ໜ້າເສົ້າ! ປາແດກອາຫານຍອດນິຍົມຂອງຄົນລາວ ກາຍເປັນສິນຄ້ານຳເຂົ້າ

  • 02/09/2022

    ຈີນມອງວ່າກໍລະນີອາເມລິກາຈະຂາຍອາວຸດໃຫ້ໄຕ້ຫວັນ ເປັນການຍຸແຍ່ຂັ້ນຮຸນແຮງ​

  • 31/08/2022

    ຜູ້ມີໃບຂັບຂີ່ທົ່ວປະເທດມີພຽງ​ 11% ຂອງຈຳນວນປະຊາກອນລາວທັງໝົດ

ຄຳຄົ້ນຫາຍອດນິຍົມ ຂ່າວຕ່າງປະເທດ ອຸບັດເຫດ ຂ່າວປະຈໍາວັນ ອາເມລິກາ ຣັດເຊຍ ຂ່າວພາຍໃນ ການຊ່ວຍເຫຼືອ ທາງດ່ວນ ຂ່າວລາວ ຣັສເຊຍ ວັກຊີນ ຂ່າວ ແຮງງານລາວ ຈີນ ໄທ
© Copyright 2018, All Rights Reserved Powered by LaoNews.net | Designed by Koungkam | ນະໂຍບາຍຄຸ້ມຄອງຂໍ້ມູນສ່ວນຕົວ | ເງື່ອນໄຂການໃຊ້ບໍລິການ