ຍີ່ປຸ່ນ ຊ່ວຍເຫຼືອ ສປປ ລາວ ດ້ານມາດຕະການຕໍ່ຕ້ານການກໍ່ການຮ້າຍມູນຄ່າ 1,92 ລ້ານໂດລາ
ໃນວັນທີ 20 ມັງກອນ 2021 ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ທາເກວະກະ ເຄໂຊ ໄດ້ຕາງໜ້າມອບລົດລາດຕະເວນ ໃຫ້ແກ່ ທ່ານ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນທີ່ກະຊວງ ປ້ອງກັນຄວາມສະຫງົບ ນະຄອນ ຫຼວງວຽງຈັນ ພາຍໃຕ້ໂຄງການຊ່ວຍເຫຼືອລ້າ ເພື່ອສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ຂອງ ຍີ່ປຸ່ນ ໃຫ້ແກ່ ສປປ ລາວ. (ໃນຂົງເຂດປ້ອງກັນຄວາມສະຫງົບ). ທຶນຊ່ວຍເຫຼືອລ້າ ຈຳນວນ 200 ລ້ານເຢນ (1.92 ລ້ານໂດລາ) ຈະຖືກນຳໃຊ້ເພື່ອຊ່ວຍເຫລືອ ລັດຖະບານລາວ ຕ້ານການກໍ່ການຮ້າຍ ແລະ ປັບປຸງອຸປະກອນດ້ານຄວາມໝັ້ນຄົງ ເພື່ອແນໃສ່ປະກອບ ສ່ວນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ໂດຍຜ່ານການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບ. ລົດລາດຕະເວນ, ລວມທັງອຸປະກອນອື່ນໆ ເຊັ່ນ: ເຄື່ອງ X-Ray ແລະ ລົດອະເນກປະສົງ, ແມ່ນໄດ້ຖືກສົ່ງມອບໃຫ້ກ່ອນ. ທີ່ມາ: ຂປລ